ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດ ລາວ ກຽມຮັບຜົນປະໂຫຍດ ແລະ ຄວາມສ່ຽງ ຂອງໂຄງການ ທາງລົດໄຟຄວາມໄວສູງ ຂອງ ຈີນ ພາກທີ 2


ແຜນທີ່ປະເທດ ລາວ.
ແຜນທີ່ປະເທດ ລາວ.

ມື້ວານນີ້ບັນດາທ່ານໄດ້ຟັງລາຍງານພາກທີນຶ່ງ ກ່ຽວກັບ ໂຄງການລາງລົດໄຟ ລາວ-ຈີນ, ເຊິ່ງເປັນໂຄງການທີ່ໃຫຍ່ທີ່ສຸດທີ່ກຳລັງຖືກກໍ່ສ້າງຂຶ້ນໃນປະເທດ ລາວ ໃນປັດຈຸບັນນີ້ທີ່ບັນດານັກວິເຄາະເວົ້າວ່າ ມັນມີທັງຜົນປະໂຫຍດ ແລະ ຄວາມເສຍປຽບຂອງລັດຖະບານ ລາວ. ແລະ ມື້ນີ້ພວກເຮົາຈະນຳລາຍງານພາກທີສອງຈາກນັກຂ່າວຂອງເຮົາ ຊົມບໍ ປີເຕີ (Zsombor Peter) ທີ່ປະເທດ ມາເລເຊຍ ມາສະເໜີທ່ານ, ເຊີນທ່ານຕິດຕາມຟັງລາຍລະອຽດກັບ ພຸດ ທະສອນ ໄດ້.

ທະນາຄານໂລກ ແມ່ນມີຄວາມໝັ້ນໃຈໂດຍທົ່ວໄປ.

ໃນລາຍງານສະບັບນຶ່ງ ກ່ຽວກັບ ໂຄງການດັ່ງກ່າວເມື່ອປີກາຍນີ້, ເຂົາເຈົ້າເວົ້າວ່າທາງລົດໄຟທີ່ວ່ານັ້ນ ສາມາດສະໜອງການເຊື່ອມຕໍ່ກັບຕ່ອງໂສ້ການສະໜອງສິນຄ້າທາງພື້ນດິນຂອງລາວກັບທົ່ວ ໂລກ ແລະ ໃນພາກພື້ນ, ເຊິ່ງອາດເຮັດໃຫ້ປະເທດທີ່ວ່ານັ້ນເປັນທີ່ສົນໃຈຕໍ່ບັນດານັກລົງທຶນຫຼາຍຂຶ້ນ, ສ້າງວຽກ ງານໃໝ່ ແລະ ເລັ່ງການເຕີບໂຕຂອງເສດຖະກິດ.

ເພື່ອເຮັດໃຫ້ສິ່ງນັ້ນເກີດຂຶ້ນ ທະນາຄານດັ່ງກ່າວເວົ້າວ່າ ທາງລົດໄຟຕ້ອງໄດ້ປ່ຽນແປງການຫຼັ່ງໄຫຼຂອງສິນຄ້າ ທີ່ມີຢູ່ລະຫວ່າງ ຈີນ ກັບ ເອເຊຍຕາເວັນ ອອກສຽງໃຕ້ຈາກທະເລ, ເຊິ່ງແມ່ນເສັ້ນທາງທີ່ຖືກເລືອກວ່າດີທີ່ສຸດໃນປັດຈຸບັນນີ້ຫາພື້ນດິນ. ເຂົາເຈົ້າໄດ້ກ່າວວ່າ ລາວ ຈະຕ້ອງໄດ້ໃຊ້ ຄວາມພະຍາຍາມຫຼາຍກວ່າເກົ່າໃນການໃຫ້ຄວາມສຳຄັນຕໍ່ການເດີນທາງຂ້າມເຂດຊາຍແດນ ແລະ ສ້າງເສັ້ນທາງເພີ່ມເຕີມ ແລະ ສະຖານທີ່ຂົນສົ່ງສິນຄ້າ ເພື່ອຊ່ວຍບັນດານັກຄ້າຂາຍໃນທ້ອງຖິ່ນເຊື່ອມຕໍ່ກັບເສັ້ນທາງລົດໄຟນັ້ນ.

ທ່ານ ມານະ ສຸດທິຈັກ ນັກເສດຖະສາດ ແລະ ຜູ້ກໍ່ຕັ້ງບໍລິສັດ Lao Integro ໄດ້ກ່າວວ່າລັດຖະບານຈະຕ້ອງໄດ້ຊ່ວຍກຸ່ມນັກທຸລະກິດຂະໜາດນ້ອຍລວມກຸ່ມ ກັບບັນດາຜູ້ສົ່ງອອກ ເພື່ອຮັບປະກັນວ່າ ມັນຈະບໍ່ມີພຽງແຕ່ບໍລິສັດໃຫຍ່ເທົ່ານັ້ນທີ່ໄດ້ຊະນະ, ແນວໃດກໍຕາມອົງການອາຫານ ແລະ ກະສິກຳຂອງສະຫະປະຊາຊາດແມ່ນໄດ້ເຮັດວຽກກັບບັນດາຊາວນາຊາວສວນແລ້ວ.

ຊັບສິນຂະໜາດພໍປະມານຂອງປະຊາຊົນໃນທ້ອງຖິ່ນຫຼາຍພັນລາຍການທີ່ຕັ້ງຢູ່ຕາມເສັ້ນດັ່ງກ່າວ ແມ່ນໄດ້ຖືກຕອບແທນດ້ວຍປະລິມານທີ່ນ້ອຍ ຫຼື ລະບົບນໍ້າ ແລະ ຊົນລະປະທານທີ່ສຳຄັນ ແມ່ນໄດ້ຮັບຄວາມເສຍຫາຍໂດຍວຽກງານດັ່ງກ່າວ.

ທະນາຄານໂລກຍັງໄດ້ເຕືອນ ກ່ຽວກັບ ຄ່າໃຊ້ຈ່າຍທີ່ສູງຂອງໂຄງການທີ່ວ່ານັ້ນ.

ປະເທດ ລາວ ໄດ້ມີຫຸ້ນສ່ວນ 30 ເປີເຊັນໃນການຮ່ວມລົງທຶນມູນຄ່າ ຫ້າພັນເກົ້າຮ້ອຍລ້ານໂດລານັ້ນ, ທີ່ສ່ວນຫຼາຍຖືກຄຸ້ມຄອງໂດຍເງິນນກູ້ຢືມຈາກ ຈີນ, ເຊິ່ງແມ່ນຜູ້ໃຫ້ກູ້ຢືມທີ່ໃຫຍ່ທີ່ສຸດຂອງປະ ເທດດັ່ງກ່າວໃນປັດຈຸບັນນີ້. ອີງຕາມອົງການກອງທຶນສາກົນ, ລາວ ເປັນໜີ້ ຈີນ ຢ່າງໜ້ອຍ 250 ລ້ານໂດລາໃນປີກາຍນີ້ສຳລັບທາງລົດໄຟພຽງຢ່າງດຽວເທົ່ານັ້ນ.

ດ້ວຍຍອດຜະລິດຕະພັນລວມພາຍໃນຕໍ່າກວ່າ 19 ຕື້ໂດລາ ແລະ ເສດຖະກິດ ໄດ້ຮັບຜົນກະທົບຢ່າງໜັກໂດຍໂຣກລະບາດ, ປະເທດ ລາວ ແມ່ນກະລັງດີ້ນຮົນເພື່ອທີ່ຈະຈ່າຍໜີ້ນັ້ນ.

ທະນາຄານໂລກເວົ້າວ່າ ລາວ ແມ່ນພຽງປະເທດດຽວໃນແຜ່ນດິນໃຫຍ່ຂອງເອເຊຍຕາເວັນອອກສຽງໃຕ້ ທີ່ກຳລັງປະເຊີນກັບ “ຄວາມສ່ຽງຂອງການບໍ່ສາມາດຈ່າຍໜີ້ຕ່າງປະເທດ,” ແລະ ບັນດາອົງການຈັດອັນດັບຄວາມໜ້າເຊື່ອຖືສາກົນກໍໄດ້ເຝົ້າລະວັງ. ອົງການ ຟິດຈ໌ (Fitch) ໄດ້ຫຼຸດອັນດັບຂອງ ລາວ ລົງສອງຄັ້ງເມື່ອປີກາຍນີ້, ແລະ ອົງການ ມູດີ (Moody) ກໍໄດ້ຫຼຸດຄວາມປອດໄພດ້ານໜີ້ສິນຂອງ ລາວ ລົງເປັນຄວາມສ່ຽງສູງ.

ບັນດານັກວິຈານໂຄງການນຶ່ງແລວນຶ່ງເສັ້ນທາງຂອງ ຈີນ ໄດ້ກ່າວຫາ ປັກກິ່ງ ກ່ຽວກັບ ການໃຊ້ໂຄງ ການຂະໜາດໃຫຍ່ຄືໂຄງການທາງລົດໄຟຄວາມໄວສູງ ເພື່ອສ້າງກັບດັກໜີ້ສິນ, ໂດຍຕັ້ງໃຈທີ່ຈະທັບຖົມບັນດາປະເທດຄູ່ຮ່ວມດ້ວຍໜີ້ສິນທີ່ເຂົາເຈົ້າບໍ່ສາມາດຈ່າຍຄືນ ເພື່ອໃຫ້ຍອມເສຍຮຸ້ນສ່ວນໃນຊັບສິນທາງຍຸດທະສາດອື່ນໆ.

ປັກກິ່ງ ໄດ້ປະຕິເສດການກ່າວອ້າງທີ່ວ່ານັ້ນ, ແຕ່ທ່ານນາງ ເພຈ໌ ຈາເຣັດ ໄດ້ກ່າວວ່າ ຈີນ ໄດ້ເລີ່ມການເລື່ອນເວລາ ຫຼືຕັດໜີ້ສິນຈຳນວນນຶ່ງທີ່ ລາວ ກຳລັງສ້າງຂຶ້ນເພື່ອຈ່າຍສຳລັບທາງລົດໄຟ ແລະ ທໂຄງການທີ່ໄດ້ຮັບການໜູນຫຼັງອື່ນໆຈາກ ຈີນ ໃນການແລກປ່ຽນກັບການໂອນຊັບສິນ.

ໃນທ້າຍປີກາຍນີ້, ໃນຂະນະທີ່ຄວາມຢ້ານກົວ ກ່ຽວກັບ ການຈ່າຍໜີ້ບໍ່ທັນໃກ້ຈະເກີດຂຶ້ນນັ້ນ, ລາວ ໄດ້ຍອມສະຫຼະຫຸ້ນສ່ວນໃນຕາຄ່າຍໄຟຟ້າຂອງເຂົາເຈົ້າໃຫ້ບໍລິສັດໄຟຟ້າທີ່ລັດຖະບານ ຈີນ ເປັນເຈົ້າຂອງ. ລັດຖະບານໄດ້ບໍ່ໄດ້ເວົ້າຫຍັງຫຼາຍ ກ່ຽວກັບ ຂໍ້ຕົກລົງດັ່ງກ່າວ, ແຕ່ອົງການຂ່າວ ຣອຍເຕີ, ທີ່ອ້າງເຖິງແຫຼ່ງຂໍ້ມູນທີ່ຄຸ້ນເຄີຍກັບການຈັດການນັ້ນ, ໄດ້ລາຍງານວ່າ ລາວ ໄດ້ໃຫ້ ຈີນ ຄວບ ທຄຸມຫຸ້ນສ່ວນໃຫຍ່.

ທ່ານນາງ ເພຈ໌ ຈາເຣັດ ໄດ້ກ່າວວ່າ “ນັ້ນຂ້ອນຂ້າງແມ່ນຊັບສິນທາງຍຸດທະສາດທີ່ຖືກມອບໃຫ້ມະຫາອຳນາດຕ່າງປະເທດ.”

ທ່ານນາງໄດ້ກ່າວຕື່ມວ່າ “ຄວາມໝາຍຂອງສິ່ງນີ້ກໍແມ່ນວ່າ ລາວ ແມ່ນກຳລັງຖືກກົດດັນທາງການເມືອງຈາກ ຈີນ ຫຼາຍຂຶ້ນ. ທາງລົດໄຟແມ່ນຈະນຳຜົນປະໂຫຍດມາສູ່ເສດຖະກິດຂອງ ລາວ ຢ່າງແນ່ນອນ. ໂດຍພື້ນຖານແລ້ວມັນແມ່ນຜົນປະໂຫຍດທາງເສດຖະກິດສຳລັບຜູ້ທີ່ມີອິດທິພົນທາງ ການເມືອງໃຫຍ່ກວ່າ.”

The World Bank is cautiously optimistic.

In a report on the project last year, it said the line “could provide [Laos] with a land link to global and regional supply chains, which could make the country more attractive to investors, create new jobs, and accelerate economic growth.”

To make that happen the bank said the line would have to shift much of the existing trade flow between China and Southeast Asia from sea — today’s route of choice — to land. It said Laos would have to put in much more work streamlining border crossings and building more roads and cargo facilities to help local traders connect with the line.

Southichack added that the government will have to help small businesses team up with exporters to make sure it’s not only the big players who win, much as the U.N. Food and Agriculture Organization is already doing with farmers.

Thousands of locals of modest means along the route have meanwhile been displaced with little compensation or had vital water and irrigation systems damaged by the work.

The World Bank also warned of the project’s high financial cost.

Laos has a 30% stake in the $5.9 billion joint venture, much of it covered with loans from China, the country’s biggest lender by far. According to the International Monetary Fund, Laos owed China at least $250 million last year for the railway alone.

Debt-trap diplomacy

With a gross domestic product of under $19 billion and an economy hit hard by the pandemic, Laos is struggling to pay it off.

The World Bank says Laos is the only country in mainland Southeast Asia facing a “risk of external debt distress,” and international credit rating agencies have taken note. Fitch downgraded Laos’ rating twice last year, and Moody’s lowered the country’s sovereign bond to junk.

Critics of China’s BRI accuse Beijing of using mega-projects like the highspeed railway to set debt traps, deliberately drowning partner countries in loans they can’t afford to back them into giving up shares in other strategic assets.

Beijing denies the claim, but Page-Jarrett said China has started delaying or writing off some of the debt Laos is building up to pay for the railway and other Chinese-backed projects in exchange for asset transfers.

Late last year, as default fears loomed, Laos gave up shares in its power grid to a Chinese state-owned power company. The government has said little about the deal, but Reuters, citing sources familiar with the arrangement, reported that Laos gave China a controlling majority stake.

“That’s quite a strategic asset to give to a foreign power,” Page-Jarrett said.

“The implications of this are Laos is becoming increasingly exposed to political pressure from China,” she added. “The rail is definitely going to bring [Laos] economic benefits. It’s basically economic benefits for … greater political influence.”

XS
SM
MD
LG