ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຫາທາງທີ່ຈະລຶບເຄື່ອງໝາຍ ປະເທດດ້ອຍພັດທະນາອອກ


ທ່ານຫວາງ ຢີ (ກາງ), ລັດຖະມົນຕີກະຊວງການຕ່າງປະເທດຈີນ, ລົມກັບທ່ານ Teodoro Locsin Jr., (ຊ້າຍ), ລັດຖະມົນຕີກະຊວງການຕ່າງປະເທຟີລິບປິນ ແລະທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພາຍຫລັງກອງປະຊຸມຖະແຫລງການຮ່ວມກ່ຽວກັບກອງປະຊຸມພິເສດລະຫວ່າງລັດຖະມົນຕີການຕ່າງປະເທດຂອງອາຊຽນກັບຈີນ
ທ່ານຫວາງ ຢີ (ກາງ), ລັດຖະມົນຕີກະຊວງການຕ່າງປະເທດຈີນ, ລົມກັບທ່ານ Teodoro Locsin Jr., (ຊ້າຍ), ລັດຖະມົນຕີກະຊວງການຕ່າງປະເທຟີລິບປິນ ແລະທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພາຍຫລັງກອງປະຊຸມຖະແຫລງການຮ່ວມກ່ຽວກັບກອງປະຊຸມພິເສດລະຫວ່າງລັດຖະມົນຕີການຕ່າງປະເທດຂອງອາຊຽນກັບຈີນ

ລາວມີໂອກາດດີທີ່ຈະຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຫລັງຈາກອົງການສະຫະປະຊາຊາດ ທົບທວນຄວາມຄືບໜ້າ ທາງດ້ານສັງຄົມແລະເສດຖະກິດຂອງລາວໃນປີໜ້າ ແຕ່ວ່າມັນອາດຈະຖືກຢຸດສະງັກລົງຍ້ອນໂຣກລະບາດໄວຣັສໂຄໂຣນາ ແລະໜີ້ສິນຕໍ່ຈີນພອງຕົວຂຶ້ນ, ອີງຕາມຄຳເວົ້າຂອງພວກນັກເສດຖະສາດແລະນັກວິເຄາະ.

ປະເທດຄອມມູນິສນ້ອຍໆ ທີ່ມີພົນລະເມືອງ 7 ລ້ານ 2 ແສນຄົນ ຢູ່ຊາຍແດນພາກໃຕ້ຂອງຈີນແຫ່ງນັ້ນ ແມ່ນນຶ່ງໃນ 47 ປະເທດທີ່ຍັງຖືເຄື່ອງໝາຍ LDC ຫລື ດ້ອຍພັດທະນາຂອງອົງການສະຫະປະຊາຊາດ, ເຊິ່ງມາພ້ອມກັບການຊ່ວຍ ເຫຼືອຈາກສາກົນ ແລະສິດທິພິເສດດ້ານການຄ້າເສລີ. ໃນເດືອນກຸມພາຈະມາເຖິງນີ້ ຄະນະກຳມະການຂອງອົງການສະຫະປະຊາຊາດ ທີ່ພິຈາລະນາເບິ່ງຄວາມກ້າວໜ້າຂອງປະເທດເຫລົ່ານີ້ໃນທຸກໆສາມປີອາດຈະຕັດສິນໃຈວ່າ ລາວພ້ອມແລ້ວທີ່ຈະຫລຸດພົ້ນອອກຈາກສະຖານະພາບ LDC ບໍ່, ຊຶ່ງຈະຄ່ອຍໆໄດ້ຮັບການຊ່ວຍເຫຼືອ ແລະຜົນປະໂຫຍດທາງການຄ້າ ທີ່ສະໜອງໃຫ້ແກ່ບັນດາປະເທດ LDC ຫລຸດລົງ ແຕ່ຈະເພີ່ມທະວີໂອກາດໃນການດຶງດູດເອົາການລົງ ທຶນຈາກຕ່າງປະເທດຫຼາຍ ແລະເງິນກູ້ດອກເບ້ຍຕໍ່າທີ່ຫຼາກຫຼາຍ ທີ່ຈະເຮັດໃຫ້ ການເຕີບໂຕທາງເສດຖະກິດແລະຄວາມຈະເລີນເພີ້ມຫລາຍຂຶ້ນ.

ລາວໄດ້ເອົາການຫລຸດພົ້ນຈາກສະຖານະພາບທີ່ວ່ານີ້ ໃຫ້ເປັນເປົ້າໝາຍຂອງນະໂຍບາຍທີ່ສຳຄັນອັນນຶ່ງມາເປັນເວລາຫລາຍປີແລ້ວ. ມັນໄດ້ຖືກຮັບຜ່ານການກວດກາສອງຄັ້ງທຳອິດທີ່ຈຳເປັນຕ້ອງມີ ໃນປີ 2018 ໂດຍທີ່ປະຕິບັດໄດ້ຕາມ 2 ໃນ 3 ຫລັກເກນ ທີ່ຄະນະກຳມະການໃຊ້ວັດແທກຄວາມກ້າວໜ້າໂດຍມີ- ລາຍໄດ້ແຫ່ງຊາດລວມຍອດ ຕໍ່ຫົວຄົນ ເຊິ່ງໃນຕອນນັ້ນໄດ້ຖືກກຳນົດວ່າເກີນ 1,242 ໂດລາ ແລະຊັບສິນດ້ານມະນຸດ, ເຊິ່ງເປັນມາດຕະການຂອງການເພີ່ມຂຶ້ນທາງສຸຂະພາບ, ການສຶກສາ ແລະການຮູ້ໜັງສືຂອງປະຊາກອນ. ມັນບໍ່ສາ ມາດປະຕິບັດໄດ້ຕາມເງື່ອນໄຂທີສາມ ຄືຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ, ເຊິ່ງເປັນມາດຕະການຂອງຄວາມສ່ຽງຂອງປະເທດນຶ່ງຕໍ່ການຖືກກະທົບໄວຈາກວິກິດການທາງເສດຖະກິດແລະສິ່ງແວດລ້ອມ ທີ່ອາດສົ່ງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດແບບຍືນຍົງນັ້ນໄດ້.

ນັກວິເຄາະ ແລະນັກເສດຖະສາດສອງຄົນ ທີ່ເຝົ້າຕິດຕາມເບິ່ງລາວຢ່າງໃກ້ຊິດບອກວີໂອເອເມື່ອບໍ່ດົນມານີ້ວ່າ ລາວມີແນວໂນ້ມ ທີ່ຈະປະຕິບັດໄດ້ຕາມສອງມາດຕະຖານດຽວກັນທີ່ມັນເຮັດໄດ້ໃນປີ 2018 ໃນການທົບທວນຄັ້ງທີສອງໃນເດືອນກຸມພາຈະມາເຖິງນີ້. ຖ້າຫາກເຮັດໄດ້ເຊັ່ນນັ້ນ, ລາວສາມາດທີ່ຈະຫລຸດອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ໃນປີ 2024, ຫຼັງຈາກໄດ້ມີການກະກຽມຕາມມາດຕະຖານ 3 ປີ.

ມັນຊ່ວຍໄດ້ ເພາະຂໍ້ມູນທີ່ຄະນະກຳມະການຈະນຳໃຊ້ໃນເດືອນກຸມພາສຳລັບສາມຫຼັກເກນແມ່ນມີຮອດແຕ່ປີ 2019 ເທົ່ານັ້ນ, ກ່ອນການລະບາດຂອງໂຄວິດ-19. ແຕ່ເຖິງຢ່າງໃດກໍ່ຕາມ, ຄະນະກຳມະການຍັງຈະກຳນົດຮູບແບບ "ຕົວຊີ້ວັດເພີ່ມເຕີມແລະການວິເຄາະສະເພາະປະເທດ" ທີ່ມີຄວາມຢືດຢຸ່ນ ເຊິ່ງຈະສະແດງໃຫ້ເຫັນເຖິງຄວາມເສຍຫາຍ ດ້ານເສດຖະກິດແລະສັງຄົມຕໍ່ລາວ.

"ຖ້າອີງໃສ່ພຽງແຕ່ມາດຖານສາມຢ່າງນັ້ນ ຂ້າພະເຈົ້າຢາກຈະເວົ້າວ່າ ມັນເປັນໄປໄດ້ທີ່ວ່າລາວຈະຢູ່ເໜືອເສັ້ນ ອັນນັ້ນຢ່າງໜ້ອຍສອງ ຖ້າບໍ່ແມ່ນທັງສາມມາດຕະຖານເລີຍ. ແຕ່ແນ່ນອນວ່າ ຕອນນັ້ນ ມັນມີສິ່ງອື່ນອີກທີ່ຈຳເປັນຕ້ອງໄດ້ນໍາມາສຶກສາເບິ່ງ ສະນັ້ນຂ້າພະເຈົ້າບໍ່ຢາກຈະເວົ້າກ່ຽວກັບຜົນຂອງການທົບທວນນີ້ໄປກ່ອນ,” ນັ້ນຄືຄໍາເວົ້າຂອງທ່ານແມັດທີວ ຈອນສັນ-ໄອແດນ (Matthew Johnson-Idan), ນັກເສດຖະສາດອະວຸໂສໃນຫ້ອງການປະສານງານຂອງອົງການສະຫະປະຊາຊາດປະຈຳລາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG