ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານແຫ່ງຊາດລາວ ບໍ່ສາມາດຄວບຄຸມ ອັດຕາແລກປ່ຽນເງິນຕາໄດ້ ເພາະວ່າຕະຫຼາດແລກປ່ຽນເງິນຕາ ບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ


ຮ້ານແລກປ່ຽນເງິນຕາ ຢູ່ໃນທ້ອງຖິ່ນແຫ່ງນຶ່ງຂອງ ສປປ ລາວ.
ຮ້ານແລກປ່ຽນເງິນຕາ ຢູ່ໃນທ້ອງຖິ່ນແຫ່ງນຶ່ງຂອງ ສປປ ລາວ.

ທະນາຄານແຫ່ງຊາດລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ເລີຍ ເພາະວ່າຕະຫຼາດແລກປ່ຽນເງິນຕາທີ່ເປັນຈິງນັ້ນບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບທີ່ຍັງອ່ອນຄ່າລົງນັບມື້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດການຄ້າ ຂາອອກ-ຂາເຂົ້າໃນລາວໃຫ້ທັດສະນະວ່າ ການທີ່ລາວຍັງຕ້ອງປະເຊີນກັບບັນຫາຄ່າເງິນກີບຕົກຕໍ່າລົງຢ່າງຕໍ່ເນື່ອງ ເພາະວ່າການດໍາເນີນມາດຕະການເພື່ອແກ້ໄຂບັນຫາຂອງລັດຖະບານລາວບໍ່ມີປະສິດທິພາບ ທັງຍັງບໍ່ສາມາດຄວບຄຸມລາຄາສິນຄ້າ ແລະບໍ່ສາມາດຈະໃຫ້ການສົ່ງເສີມການຜະລິດສິນຄ້າ ເພື່ອຕອບສະໜອງການຊົມໃຊ້ພາຍໃນໄດ້ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງນັ້ນ ອາດຈະເປັນໄປບໍ່ໄດ້ເລີຍທີ່ທະນາຄານແຫ່ງຊາດລາວ ຈະສາມາດຄວບຄຸມອັດຕາແລກປ່ຽນໃຫ້ ຢູ່ໃນລະດັບທີ່ທະນາຄານແຫ່ງຊາດກໍານົດ ເພາະຕະຫຼາດແລກ ປ່ຽນເງິນຕາທີ່ເປັນຈິງນັ້ນ ບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບທີ່ຍັງອ່ອນຄ່າລົງນັບມື້.

ໂດຍອັດຕາແລກປ່ຽນຂອງທະນາຄານແຫ່ງຊາດລາວ ເມື່ອວັນທີ 21 ມິຖຸນາ 2023 ຢູ່ທີ່ອັດຕາສະເລ່ຍ 19,101 ກີບຕໍ່ 1 ໂດລາສະຫະລັດ ກັບ 562 ກີບຕໍ່ 1 ບາດ ແລະ 2,693 ກີບຕໍ່ 1 ຢວນ ໂດຍອ່ອນຄ່າລົງຈາກເດືອນມັງກອນ ປີ 2022 ໃນອັດຕາສະເລ່ຍທີ່ເກີນກວ່າ 69 ເປີເຊັນ ກັບ 60.5 ເປີເຊັນ ແລະ 49.7 ເປີເຊັນຕາມລໍາດັບສ່ວນດັດຊະນີລາຄາການຊົມໃຊ້ໄດ້ປັບໂຕສູງຂຶ້ນເກີນກວ່າ 182 ເປີເຊັນ ແລະອັດຕາເງິນເຟີ້ສູງກວ່າ 38 ເປີເຊັນ ໃນເດືອນພຶດສະ ພາ ປີ 2023 ໂດຍລາຄາສິນຄ້າໃນລາວ ໄດ້ປັບຕົວສູງຂຶ້ນ ໃນທຸກໝວດເຊັ່ນ: ໝວດອາຫານ ແລະເຄື່ອງດື່ມ ທີ່ປັບຕົວສູງຂຶ້ນເຖິງ 52.7 ເປີເຊັນ, ໝວດຮັກ ສາສຸຂະພາບ ແລະຢາທີ່ເພີ້ມຂຶ້ນ 40.8 ເປີເຊັນ, ໝວດໂຮງແຮມ-ຮ້ານອາຫານເພີ້ມຂຶ້ນ 38.7 ເປີເຊັນ, ໝວດເຄື່ອງໃຊ້ໃນເຮືອນເພີ້ມຂຶ້ນ 35.6 ເປີເຊັນ ແລະໝວດອື່ນໆທີ່ເພີ້ມຂຶ້ນເກີນກວ່າ 24 ເປີເຊັນຂຶ້ນໄປ, ອັນໄດ້ສົ່ງຜົນກະທົບຕໍ່ສະ ພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງໜັກໜ່ວງ ດັ່ງທີ່ລູກຈ້າງໂຮງງານຕັດຫຍິບໃນນະຄອນຫຼວງວຽງຈັນ ໄດ້ໃຫ້ການອອະທິບາຍວ່າ:

“ຜູ້ໃດຢູ່ປະເທດລາວຈະຮູ້ດີເນາະວ່າ ເຣດເງິນພຸ້ງສູງແຮງຈົນແບບວ່າໜັກໜ່ວງອີຫຼີ ແລ້ວຄໍາຂຶ້ນແບບບໍ່ມີຢຸດຢັ້ງເລີຍນະ, ຈາກຕະກີ້ ບາດນຶ່ງ 7 ລ້ານ 10 ລ້ານ ດຽວນີ້ 20 ລ້ານ, 20 ປາຍລ້ານແລ້ວ, ສິນຄ້າກໍຂຶ້ນແຮງເນາະ ບໍ່ວ່າຈະເປັນນໍ້າຕານ, ແປ້ງນົວ, ເກືອຫຍັງ ມັນຂຶ້ນເກືອບທົບເຄິ່ງຄູນສອງຊໍ້າ, ຊໍ້າບໍ່ໜໍາ ບາງຢ່າງເນາະ ແບບວ່າມັນຂຶ້ນໂຫດອີຫຼີ, ແຕ່ກີ້ມີເງິນ 50,000 ສາມາດລ້ຽງຂ້ອຍຮອດອາທິດໄດ້ ແຕ່ດຽວນີ້ ຊື້ນໍ້າຕານຖົງນຶ່ງກະໝົດແລ້ວ.”

ໂດຍການຄ້າຕ່າງປະເທດຂອງລາວໃນໄລຍະ 4 ເດືອນຕົ້ນປີ 2023 ມີມູນຄ່າລວມ 4,080 ລ້ານ, ເຊິ່ງບໍ່ລວມການສົ່ງອອກໄຟຟ້າທີ່ເປັນການລົງທຶນຂອງຕ່າງຊາດໃນລາວແຕ່ຢ່າງໃດ ແລະເຖິງແມ່ນວ່າ ຈະໄດ້ປຽບດຸນການຄ້າໃນມູນຄ່າລວມ 42 ລ້ານໂດລາກໍຕາມ ແຕ່ກໍເປັນຍ້ອນອໍານາດການຊື້ສິນຄ້າຈາກຕ່າງປະເທດຂອງລາວຫຼຸດລົງ ກໍຄືສາເຫດສໍາຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ລວມເຖິງປະຊາຊົນລາວເອງກໍບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບດ້ວຍແລ້ວ ກໍຍັງເຮັດໃຫ້ທາງການລາວບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເລີຍອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ກະຊວງອຸດສາຫະກໍາ ແລະການຄ້າໃຫ້ການຢືນຢັນວ່າ:

ກໍຍັງມີຂອດຫຍຸ້ງຍາກ ກະລະແມ່ນການຂາຍເຄື່ອງ, ຂາຍຂອງ, ການບໍລິການຂອງພໍ່ແມ່ປະຊາຊົນນັ້ນ ກະຊິມີຈໍານວນນຶ່ງທີ່ສິນຄ້າ ບາງເທື່ອກະຊິມີອັນຫຼຸດ, ອັນລື່ນກັນ ເພາະໄລຍະນີ້ ກະເປັນໄລຍະທີ່ມີຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ໂດຍສະເພາະລາຄາສິນຄ້າຕ່າງໆມັນກະຖີບໂຕສູງແດ່ ໂດຍສະເພາະແມ່ນຜົນກະທົບຈາກບັນຫາໄພເງິນເຟີ້ ກະມີຄວາມຫຍຸ້ງຍາກ.

ສ່ວນ ດຣ. ອັດ ພິສານວານິດ, ຜູ້ອໍານວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດ ຍັງຖືເປັນປັດໄຈສໍາຄັນທີ່ສຸດ ທີ່ເຮັດໃຫ້ເງິນກີບອ່ອນຄ່າລົງໄດ້ອີກ ເຊັ່ນດຽວກັບອັດຕາເງິນເຟີ້ທີ່ຈະປັບໂຕສູງຂຶ້ນໄດ້ອີກໃນປີ 2023 ນີ້ ຖ້າຫາກລັດຖະບານລາວຍັງບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າໄດ້ຢ່າງແທ້ຈິງ ເພາະວ່າການຂາດດຸນການຄ້ານັ້ນ ເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຫຼຸດລົງ ທັງຍັງເຮັດໃຫ້ລະດັບຄວາມເຊື່ອຖືທີ່ມີຕໍ່ເງິນກີບຫຼຸດລົງດ້ວຍ ແລະເຖິງແມ່ນວ່າທະນາຄານແຫ່ງຊາດລາວຈະຖອນໃບອະນຸຍາດຮ້ານແລກເງິນເອກະຊົນທັງໝົດແລ້ວກໍຕາມ ຫາກແຕ່ກໍຍັງຄົງມີການລັກລອບແລກປ່ຽນເງິນຕາຢູ່ຕະຫຼອດມາ.

XS
SM
MD
LG