ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຈະເກັບຄ່າກວດ ໂຄວິດ-19 ຈາກຊາວຕ່າງຊາດທຸກຄົນ ທີ່ເຮັດວຽກຢູ່ໃນລາວ 1.2 ລ້ານກີບ


ຊາວຕ່າງປະເທດທີ່ເດີນທາງເຂົ້າມາໃນລາວ ຈະຕ້ອງໄດ້ຈ່າຍຄ່າກວດໄວຣັສໂຄວິດ-19 ໃນອັດຕາ 1.2 ລ້ານກີບຕໍ່ຄົນ.
ຊາວຕ່າງປະເທດທີ່ເດີນທາງເຂົ້າມາໃນລາວ ຈະຕ້ອງໄດ້ຈ່າຍຄ່າກວດໄວຣັສໂຄວິດ-19 ໃນອັດຕາ 1.2 ລ້ານກີບຕໍ່ຄົນ.

ທາງການລາວຈະເກັບຄ່າໃຊ້ຈ່າຍໃນການກວດຫາເຊື້ອໄວຣັສ ໂຄວິດ-19 ຈາກຊາວຕ່າງຊາດທຸກຄົນທີ່ເຂົ້າມາລາວ ໃນອັດຕາ 1 ລ້ານ 2 ແສນກີບ ແລະຄົນລາວ ທີ່ຈະເດີນທາງໄປຕ່າງປະເທດ ຈະເກັບໃນອັດຕາ 5 ໝື່ນກີບ ຊົງຣິດ ໂພນເງິນ ລາຍງານ ຈາກບາງກອກ.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຢືນຢັນວ່າ ຄະນະສະເພາະກິດເພື່ອປ້ອງກັນ-ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສໂຄວິດ-19 ໃນລາວຈະຮຽກເກັບຄ່າໃຊ້ຈ່າຍໃນການກວດຫາເຊື້ອໄວຣັສ ໂຄວິດ-19 ຈາກຊາວຕ່າງຊາດທຸກຄົນທີ່ເດີນທາງເຂົ້າມາລາວໃນໄລຍະຕໍ່ໄປນີ້ ໃນອັດຕາ 1 ລ້ານ 2 ແສນກີບຕໍ່ຄົນ ໂດຍຍັງບໍ່ລວມທັງຄ່າໃຊ້ຈ່າຍໃນກໍລະນີທີ່ກວດພົບໄວຣັສແລະຕ້ອງເຂົ້າຮັບການຮັກສາຕົວຢູ່ໂຮງໝໍແຕ່ຢ່າງໃດ ສ່ວນສາເຫດທີ່ຕ້ອງຮຽກເກັບຄ່າໃຊ້ຈ່າຍດັ່ງກ່າວ ກໍຍ້ອນວ່າ ລັດຖະບານລາວ ບໍ່ມີງົບປະມານທີ່ຈະໃຫ້ການສະໜັບສະໜຸນຢ່າງພຽງພໍ ສ່ວນຊາວຕ່າງຊາດທີ່ເດີນທາງມາລາວນັ້ນ ລ້ວນແຕ່ເປັນຜູ້ທີ່ມີລາຍໄດ້ຈາກການເຂົ້າມາທຳງານໃນລາວ ຫາກແຕ່ກໍລະນີດຽວກັນນີ້ ຈະບໍ່ນຳໃຊ້ກັບຄົນລາວ ທີ່ກັບມາຈາກຕ່າງປະເທດ ເວັ້ນແຕ່ກໍລະນີທີ່ຄົນລາວ ຕ້ອງການຈະເດີນທາງໄປຕ່າງປະເທດ ທີ່ຈະຖືກຮຽກເກັບຄ່າໃຊ້ຈ່າຍໃນອັດຕາ 5 ໝື່ນກີບຕໍ່ຄົນ ດັ່ງທີ່ ທ່ານພູທອນ ໄດ້ໃຫ້ການຢືນຢັນວ່າ:

“ຕໍ່ປະຊາຊົນ ພົນລະເມືອງຄົນລາວເຮົານີ້ ແມ່ນບໍ່ໄດ້ເສຍຄ່າ ສໍາລັບຜູ້ທີ່ມີເຊື້ອບວກ ເຂົ້ານອນປິ່ນປົວຢູ່ໂຮງໝໍ ກໍບໍ່ມີຄ່າໃຊ້ຈ່າຍຫຍັງ ສ່ວນຜູ້ເກັບຄ່ານັ້ນ ກະແມ່ນບັນດານັກທຸລະກິດ ບັນດາກຳມະກອນຊາວຕ່າງປະເທດທີ່ມາເຮັດວຽກຢູ່ ສປປ ລາວ ມັນເປັນຈຳນວນຫຼາຍ ສະນັ້ນ ເຮົາຈຳເປັນຕ້ອງໄດ້ເກັບຄ່າ ຍ້ອນວ່າ ເພິ່ນກະມາເຮັດທຸລະກິດ ເພິ່ນກະມີລາຍໄດ້ ຄັນຊັ້ນການຄິດໄລ່ພື້ນຖານ 1.2 ລ້ານກີບກະແມ່ນເອົາຕົ້ນທຶນ ທີ່ມີຫັ້ນ ແລ້ວກະບວກໃສ່ຄ່າຫລຸ້ຍຫ້ຽນສິ້ນເປືອງອ້າຍນ້ອງພະນັກງານ ຄັນວ່າໄປເກັບຕົວຢ່າງຢູ່ສະໜາມບິນກະຕ້ອງມີຄ່າໃຊ້ຈ່າຍນ້ຳມູກນ້ຳມັນ ອັດຕາຢູ່ອັດຕາກິນຂອງອ້າຍນ້ອງ.”

ໂດຍທີ່ຜ່ານມາພາກເອກະຊົນລາວ ຊາວຕ່າງຊາດແລະບັນດາອົງການສາກົນຈຳນວນເຖິງ 99 ພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວຫລາຍກວ່າ 38 ຕື້ກີບ ເພື່ອໃຊ້ໃນການສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ໃນລາວ ສ່ວນລັດຖະບານລາວ ກໍອະນຸມັດງົບປະມານສຸກເສີນ 30 ຕື້ກີບ ສຳລັບຈັດຊື້ອຸປະກອນທາງການແພດແລະຈັດສັນໃຫ້ແຂວງຕ່າງໆໃນທົ່ວປະເທດ ນອກຈາກນັ້ນ ກໍມີການຊ່ວຍເຫຼືອທີ່ເປັນອຸປະກອນທາງການແພດ ມູນຄ່າກວ່າ 24 ຕື້ກີບ ສ່ວນກະຊວງການເງິນ ກໍໄດ້ກູ້ເງິນສຸກເສີນໃນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເພື່ອຍົກລະດັບປະສິດທິພາບການສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ໃຫ້ສູງຂຶ້ນ ສ່ວນລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານຢາກວດໄວຣັສໂຄວິດ-19 ຈໍານວນ 22,000 ກວ່າຊຸດ ໜ້າກາກສໍາລັບແພດ 4 ແສນຊຸດ ແລະອຸປະກອນປ້ອງກັນແພດ 5,000 ກວ່າຊຸດ.

ພ້ອມກັນນີ້ ລັດຖະບານຈີນ ຍັງໄດ້ສົ່ງຄະນະຊ່ຽວຊານທາງການແພດ 12 ຄົນມາຖ່າຍທອດຄວາມຮູ້ແລະປະສົບການໃຫ້ບຸຄະລາກອນລາວເພື່ອການຄວບຄຸມໄວຣັສ ການຄັດກອງຜູ້ຕິດເຊື້ອ ການກວດວິເຄາະ ການຮັກສາຄົນປ່ວຍ ການບໍລິຫານໂຮງໝໍແລະສະຖານກັກກັນຜູ້ທີ່ຕິດໄວຣັສ ການສ້າງການມີສ່ວນຮ່ວມຂອງປະຊາຊົນເຂົ້າໃນການສະກັດກັ້ນໄວຣັສໂຄວິດ-19 ສ່ວນກອງທັບປົດປ່ອຍປະຊາຊົນຈີນ ກໍໃຫ້ການຊ່ວຍເຫຼືອໃນການກໍ່ສ້າງອາຄານຫລັງໃໝ່ທີ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວ ຂະນະທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍຢືນຢັນວ່າ ລັດຖະບານລາວ ຈະດຳເນີນມາດຕະການທຸກວິທີທາງເພື່ອສະກັດກັ້ນການລະບາດຂອງໄວຣັສ-19 ໃຫ້ໄດ້ໄວທີ່ສຸດ ທັງຈະໃຊ້ທຶນຊ່ວຍເຫຼືອຢ່າງໂປ່ງໃສອີກດ້ວຍ.

ທັງນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງໄວຣັສ-19 ໃນລາວ ໄດ້ກຳນົດໃຫ້ໂຮງໝໍມິດຕະພາບໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດໂຄວິດ-19 ໂດຍນຳໃຊ້ອາຄານຫຼັງໃໝ່ເພື່ອຮອງຮັບຜູ້ທີ່ຕິດໂຄວິດ-19 ເປັນການສະເພາະເນື່ອງຈາກມີບຸຄະລາກອນແລະເຄື່ອງມືທາງການແພດທັນສະໄໝທີ່ສຸດໃນລາວນັ້ນເອງ.

ສ່ວນການສັກຢາວັກຊີນປ້ອງກັນໄວຣັສ ໂຄວິດ-19 ທີ່ລາວໄດ້ຮັບການຊ່ວຍເຫຼືອຈາກຈີນ 2,000 ໂດສແລະລັດເຊຍ 500 ໂດສນັ້ນ ກໍໄດ້ສັກໃຫ້ແກ່ບຸຄະລາກອນທີ່ປະຕິບັດງານທີ່ມີຄວາມສ່ຽງເປັນກຸ່ມທຳອິດ ເຊັ່ນໝໍ-ພະຍາບານແລະພະນັການລັດທີ່ປະຕິບັດໜ້າທີ່ປະຈຳຢູ່ດ່ານຊາຍແດນຄົບທັງ 2 ໂດສແລ້ວ ແລະບໍ່ປາກົດມີຜົນຂ້າງຄຽງທີ່ຜິດປົກກະຕິເກີດຂຶ້ນກັບຜູ້ທີ່ໄດ້ຮັບຢາວັກຊີນແຕ່ຢ່າງໃດ ຈຶ່ງໝັ້ນໃຈວ່າ ຈະໄດ້ຜົນດີໃນການສັກຢາວັກຊີນຄັ້ງນີ້ໃນລາວ ສ່ວນການສັກຢາວັກຊີນໃຫ້ກັບປະຊາຊົນລາວນັ້ນ ຍັງຈະຕ້ອງລໍຖ້າການຊ່ວຍເຫຼືອແລະສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອທີ່ຈະໄດ້ຮັບຈາກອົງການອະນາໄມໂລກ (WHO) ຈະມີປະຊາຊົນລາວ ໄດ້ຮັບການສັກຢາວັກຊີນດ້ານໄວຣັສໂຄວິດ-19 ຈຳນວນເຖິງ 1.4 ລ້ານຄົນ ຈຶ່ງຍັງເຫຼືອອີກເກີນກວ່າ 5.6 ລ້ານຄົນທີ່ຈະໄດ້ຮັບການສັກຢາວັກຊີນຕ້ານໄວຣັສໂຄວິດ-19 ໃນກາງປີ 2021 ນີ້ ດ້ວຍການຊ່ວຍເຫຼືອ ແລະສັ່ງຊື້ຈາກຕ່າງປະເທດດ້ວຍເງິນທຶນກວ່າ 100 ລ້ານໂດລາ.

XS
SM
MD
LG