ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການ​ສໍ້​ລາດ​ບັງ​ຫລວງ​ ເຮັດ​ໃຫ້ງົບປະມານ ​ຂອງ​ລັດຖະບານ​ລາວ ຮົ່ວ​ໄຫ​ລ​ ຫຼາຍຂຶ້ນ


ທ່ານ​ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ແຫ່ງ​ລັດ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ການສໍ້​ລາດ​ບັງ​ຫລວງ ​ໃນ​ວົງ​ການ​ພັກ​ແລະ​ລັດຖະບານ​ລາວ ​ໄດ້​ເຮັດ​ໃຫ້​ເກີດ​ການ​ຮົ່ວ​ໄຫລ ຂອງ​ງົບປະມານ.
ທ່ານ​ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ແຫ່ງ​ລັດ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ການສໍ້​ລາດ​ບັງ​ຫລວງ ​ໃນ​ວົງ​ການ​ພັກ​ແລະ​ລັດຖະບານ​ລາວ ​ໄດ້​ເຮັດ​ໃຫ້​ເກີດ​ການ​ຮົ່ວ​ໄຫລ ຂອງ​ງົບປະມານ.

ອົງການ​ກວດກາ​ແຫ່ງ​ລັດ​ ໄດ້​ທຳ​ການກວດ​ສອບ ການ​ໃຊ້​
ຈ່າຍງົບປະມານ ​ໃນ​ລະຍະ 3 ປີ ທີ່​ຜ່ານ​ມາ ພົບ​ວ່າ ການ​
ສໍ້​ລາດ​ບັງ​ຫລວງ​ ເຮັດ​ໃຫ້ງົບປະມານ​ຂອງ​ລັດຖະບານ​ລາວ
​ຮົ່ວ​ໄຫ​ລ​ໄປຫຼາຍກວ່າ 150 ລ້ານ​ດອນ​ລາ.

ທ່ານ​ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ແຫ່ງ​ລັດ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ
ການສໍ້​ລາດ​ບັງ​ຫລວງ ​ໃນ​ວົງ​ການ​ພັກ​ແລະ​ລັດຖະບານ​ລາວ ​ໄດ້​ເຮັດ​ໃຫ້​ເກີດ​ການ​ຮົ່ວ
​ໄຫລ ຂອງ​ງົບປະມານຫຼາຍຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ຈາກ​ການ​ກວດກາ​ສະ​ເພາະ​ໃນ​ຊ່ວງ
​ປີ 2012 ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ພົບ​ວ່າການ​ຮົ່ວ​ໄຫລ​ຂອງ​ງົບປະມານ​ຄິດ​ເປັນ​ມູນ​ຄ່າ​ລວມ
ຫຼາຍກວ່າ 1,200 ຕື້​ກີບ ຫຼື​ເກີນ​ກວ່າ 150 ລ້ານ​ດອນ​ລາ.

ລະດັບການສໍ້ລາດບັງຫລວງ ຢູ່ໃນປະເທດຕ່າງໆ. ສີແດງເຂ້ມແປວ່າ ມີການສໍ້ລາດບັງຫລວງ ຫລາຍທີ່ສຸດ.
ລະດັບການສໍ້ລາດບັງຫລວງ ຢູ່ໃນປະເທດຕ່າງໆ. ສີແດງເຂ້ມແປວ່າ ມີການສໍ້ລາດບັງຫລວງ ຫລາຍທີ່ສຸດ.

ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ພິຈາລະນາ​ສະ​ເພາະ ​ໃນ​ຊ່ວງ​
ປີ 2011-2013 ຊຶ່ງ​ໄດ້​ທຳ​ການກວດ​ສອບ ​ການຈັດຕັ້ງ
ປະຕິບັດ​ແຜນການ ​ແລະການ​ໃຊ້​ຈ່າຍ​ງົບປະມານ​ ໃນ​
ໜ່ວຍ​ງານ​ຂອງ​ລັດຖະບານ​ລາວ ຈຳນວນ 524 ​ເປົ້າໝາຍ
​ດ້ວຍ​ກັນ ​ໂດຍ​ໃນ​ນີ້​ ເປັນ​ການກວດ​ສອບ​ຕາມ​ປົກກະຕິ
ຈຳນວນ 430 ​ເປົ້າໝາຍ ​ແລະ​ເປັນ​ການກວດ​ສອບ ​ຕາມ
​ຄຳ​ສັ່ງ​ຈາກ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈຳນວນ
94 ​ເປົ້າໝາຍ​ດ້ວຍ​ນັ້ນ.

ໂດຍ​ຜົນ​ຈາ​ກການກວດ​ສອບ​ດັ່ງກ່າວ ນອກຈາກ​ຈະ​ພົບ​ວ່າ
ການ​ສໍ້​ລາດ​ບັງ​ຫລວງ ຍັງ​ມີ​ທ່າ​ອຽງ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ ​
ແລະ​ເກີດ​ຂຶ້ນ​ໃນ​ທຸກ​ວົງ​ການ ຂອງ​ລັດຖະບານ​ລາວ​ແລ້ວ
ກໍ​ຍັງ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ງົບປະມານ
​ໃນ​ມູນ​ຄ່າຫຼາຍກວ່າ 48,180 ຕື້​ກີບ​ກັບ 3,243,000 ດອນ​ລາ
​ແລະ 3,468,000 ບາດ.

​ແຕ່​ຢ່າງໃດ​ກໍ​ຕາມ ອົງການ​ກວດ​ສອບ​ແຫ່ງ​ລັດ ​ສາມາດ​ເກັບ​ກູ້
​ຄືນ​ມາ​ໄດ້ໃນ​ມູນ​ຄ່າ 19,649 ຕື້​ກີບ​ກັບ 776,000 ດອນ​ລາ ​ແລະ​ສາມາດ​ຢຶດຊັບສິນ​
ກັບ​ຄືນ​ມາ​ໄດ້ ​ໃນ​ຮູບ​ຂອງ​ລົດຍົນ​ອີກ​ຈຳນວນ​ໜຶ່ງ ​ແຕ່​ວ່າ​ໃນ​ສ່ວນ​ທີ່​ເຫຼືອນັ້ນ ກໍ​ຄົງ​ຈະ
​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ສາມາດ​ຢຶດ ​ແລະ​ເກັບ​ຄືນ​ມາ​ໄດ້ ຈຶ່ງ​ເຫຼືອ​ພຽງແຕ່​ ການ​ດຳ​ເນີນ​ຄະດີຕາມ​ກົດໝາຍ ຕໍ່​ຜູ​ກະທຳ​ຄວາມ​ຜິດ​ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸດ​ເທົ່າ​ນັ້ນ.

ກ່ອນ​ໜ້າ​ນີ້ ອົງການ​ເພື່ອ​ຄວາມ​ໂປ່​ງ​ໃສ​ສາ​ກົນ Transparency International ທີ່​ໄດ້
​ສຳ​ຫລວດ​ຄວາມ​ຄິດ​ເຫັນ ຂອງ​ບັນດາ​ນັກທຸລະກິດ ທີ່​ມີ​ຕໍ່​ສະພາບ​ຂອງ​ການ​ສໍ້​ລາດ​ບັງ
​ຫລວງ​ໃນ 177 ປະ​ເທດ​ທົ່ງ​ໂລກ​ນັ້ນ ​ໄດ້​ຈັດ​ໃຫ້​ລາວ​ຢູ່​ໃນ​ອັນ​ດັບ​ທີ 140 ​ໃນ​ປີ 2013
ທີ່​ຜ່ານ​ມາ ຊຶ່ງ​ລາວ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນດາ​ນັກ​ທະ​ລະ​ກິດ​ຊາວ​ຕ່າງ​ຊາດ ທີ່
​ລົງທຶນ​ໃນ​ລາວ ​ໃນ​ລະດັບ 26 ຄະ​ແນນ​ຈາກ 100 ຄະ​ແນ​ນ​ເຕັມ.

ໂດຍ​ຈາກ​ຄະ​ແນນ​ດັ່ງກ່າວ​ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ຖື​ເປັນ​ລະດັບ​ຄວາມ​ໄວ້​ວາງ​ໃຈ ທີ່​ຕ່ຳຫຼາຍ
ກໍ​ຕາມ ຫາກ​ແຕ່​ກໍ​ນັບ​ເປັນ​ລະດັບ​ ທີ່​ດີກ​ວ່າ​ປີ 2012 ທີ່​ຜ່ານ​ມາ​ຢ່າງ​ເຫັນ​ໄດ້​ຊັດ​ເຈນ ​
ເພາະວ່າ​ໃນ​ປີ 2012 ນັ້ນ ລາວ​ຖືກ​ຈັດ​ໃຫ້ ຢູ່ໃນ​ອັນ​ດັບ​ທີ 160 ​ແລະ​ໄດ້​ຮັບ​ຄວາມ​ໄວ້
ວາງ​ໃຈ​ ຈາກ​ບັນດາ​ນັກທຸລະກິດຊາວ​ຕ່າງປະ​ເທດ ທີ່​ລົງທຶນ​ໃນ​ລາວ​ພຽງ​ແຕ່ 21 ຄະ​ແນນ​ເທົ່າ​ນັ້ນ ຊຶ່ງ​ກໍໝາຍ​ຄວາມ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ໃນ​ລາວ ທີ່​ທ່າ​ອຽງ​ລົດ​ລົງ​ ໃນ​ສາຍຕາ​
ຂອງ​ນັກທຸລະກິດ​ຕ່າງປະ​ເທດ​ ໃນ​ລາວນັ້ນ​ເອງ.

ຊຶ່ງ​ສາ​ເຫດ​ທີ່​ສຳຄັນ​ປະການ​ໜຶ່ງ​ທີ່​ເຮັດ​ໃຫ້​ລາວ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຫຼາຍຂຶ້ນດັ່ງກ່າວ
ກໍ​ຍ້ອນ​ວ່າ​ໄດ້​ມີ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ ຢ່າງ​ເຂັ້ມງວດຫຼາຍຂຶ້ນ ​ໂດຍ​ທີ່ ທ່ານ​
ທອງ​ສີ ອ້ວນ​ລາສີ ຮອງ​ປະທານ​ອົງການ​ກວດກາ​ແຫ່ງ​ລັດ ຖະ​ແຫລ​ງຢືນຢັນ​ວ່າ ​ໄດ້​ມີ​
ການກວດ​ກາ​ພົບ​ການ​ປະຕິບັດ​ໜ້າ​ທີ່​ໂດຍ​ບໍ່​ສຸດຈະລິດຂອງ​ບັນດາ​ພະນັກງານ​ລັດ​ທີ່​ເຮັດ
​ໃຫ້​ເກີດ​ການ​ເສຍ​ຫາຍ​ທາງ​ດ້ານ​ລາຍຮັບ​ງົບປະມານ ຂອງ​ລັດຖະບານ​ລາວ ຫຼາຍຂຶ້ນ
ຢ່າງ​ຕໍ່​ເນື່ອງ ດັ່ງ​ທີ່ ທ່ານ​ທ​ອງສີ ​ໄດ້​ຖະ​ແຫລງຊີ້​ແຈງ​ວ່າ:

“ປີ 2012-2013 ທັງ​ຢູ່​ສູນ​ກາງ ​ແລະ​ທ້ອງ​ຖິ່ນ ​ໄດ້​ດຳ​ເນີນ​ການ​ກວດກາລວມມີ
104 ​ເປົ້າໝາຍ ພົບ​ເຫັນການ​ເສຍ​ຫາຍ 80 ກວ່າ​ຕື້​ກີບ ​ໃນ​ນີ້​ໄດ້​ເກັບ​ຄືນ​ໄດ້​
ຈຳນວນ​ໜຶ່ງ ​ແລະ​ກໍ​ມີ​ຜູ້​ກະທຳ​ຜິດ 472 ຄົນ ພວກ​ທີ່​ກະທຳ​ຜິດ​ດັ່ງກ່າວ​ແມ່ນ​
ໄດ້​ຖື​ກດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ.”

ກ່ອນ​ໜ້າ​ນີ້ ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ສະ​ເໜີ​
ລາຍ​ງານ​ວ່າ ​ສະ​ເພາະ​ໃນ​ແຜນການ​ປີ 2010-2011 ​ໄດ້​ກວດ​ພົບ​ການ​ໃຊ້​ຈ່າຍ​ງົບປະມານ
ທີ່​ບໍ່​ເປັນ​ໄປ​ຕາມ​ແຜນການ​ ທັງ​ຍັງ​ເປັນ​ການ​ໃຊ້​ຈ່າຍ​ນອກ​ບັນຊີ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ
1,933.33 ຕື້​ກີບ ຫຼື ປະມານ 254 ລ້ານ​ດອນ​ລາ ​ໂດຍ​ແບ່ງ​ເປັນ​ໃນ​ດ້ານ​ແຜນການ​ງົບ ປະມານ​ລາຍ​ຮັບ 416​.58 ຕື້​ກີບ ​ແລະດ້ານ​ແຜນການ​ງົບປະມານ​ລາຍ​ຈ່າຍ 1,516.75
ຕື້​ກີບ ຊຶ່ງ​ທຽບ​ໄດ້​ກັບ 2.9 ​ເປີ​ເຊັນ ຂອງ​ລາຍ​ຮັບ​ທີ່​ຈັດ​ເກັບ​ໄດ້ທັງ​ໝົດ.

XS
SM
MD
LG