ທາງການລາວ ຈະດຳເນີນການປັບໃໝໃນອັດຕາສູູງສຸດ ຕໍ່ບັນດານັກທຸລະກິດຫຼືບໍລິສັດການຄ້າ ທີ່ມີການກັກຕຸນແລະສວຍໂອກາດປັບຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈຳເປັນຕໍ່ຊີວິດຂອງປະຊາຊົນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນກົມການຄ້າ ກະຊວງອຸດສາຫະກຳແລະການຄ້າ ເປີດເຜີຍວ່າ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບການກວດກາແລະຄວບຄຸມບໍ່ໃຫ້ເກີດມີການສວຍໂອກາດ ປັບຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໂດຍບັນດານັກທຸລະກິດ ຫຼືບໍລິສັດການຄ້າໃນທົ່ວປະເທດ ເມື່ອບໍ່ນານມານີ້ ໂດຍຄະນະສະເພາະກິດ ມີສິດອຳນາດຢ່າງເດັດຂາດ ໃນການພິຈາລະນາຕັດສິນລົງ ໂທດຕໍ່ບັນດານັກທຸລະກິດຫຼືບໍລິສັດການຄ້າທີ່ໄດ້ທຳການກັກຕຸນແລະສວຍໂອກາດປັບຂຶ້ນລາຄາສິນຄ້າ ທຸກກໍລະນີ ດ້ວຍການປັບໃໝໃນອັດຕາສູງສຸດ ຕາມດຳລັດ 474 ຂອງນາຍົກລັດຖະມົນຕີ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຢືນຢັນວ່າ:
“ດຳລັດ 474 ເວົ້າລະອຽດຊັດເຈນແລ້ວ ນັບຕັ້ງແຕ່ກັກຕຸນສິນຄ້າເພື່ອເກງກຳໄລນີ້ ຫຼືວ່າບໍ່ຕິດປ້າຍສິນຄ້າ ພວກເຮົາກະມີການປັບໃໝແຕ່ 500,000 ກີບຫາ 1 ລ້ານກີບຕໍ່ຄັ້ງຕໍ່ລາຍການ ຖ້າວ່າ ພວກເຮົາໃຫ້ຕິດລາຄາສິນຄ້າແລ້ວ ສິນຄ້າທີ່ມີຄວາມຈຳເປັນ ກະທົບໄວຕໍ່ຊີວິດການເປັນຢູ່ ໂດຍສະເພາະແມ່ນປະເພດຊີ້ນ-ປາ-ເຂົ້າ ພວກເຮົາໄດ້ຮຽກຮ້ອງໃຫ້ຕະລາຄາສິນຄ້າ ບາດນີ້ ຖືວ່າແຈ້ງໂຄງປະກອບລາຄາບໍ່ຖືກກັບຕົວຈິງ ໂດຍແຈ້ງລາຄາເທັດ ພວກເຮົາກໍມີການປັບໃໝແຕ່ 1 ລ້ານຫາ 3 ລ້ານກີບຕໍ່ຄັ້ງຕໍ່ລາຍການເນາະ ອັນນີ້ ແມ່ນກຳນົດໄວ້ຢ່າງຈະແຈ້ງຄືແນວນັ້ນ.”
ໂດຍສິນຄ້າທີ່ຢູ່ພາຍໃຕ້ການຄວບຄຸມຕາມດຳລັດ 474 ດັ່ງກ່າວ ປະກອບດ້ວຍສິນຄ້າໃນ 8 ດ້ານ ຄືອຸດສາຫະກຳ-ຫັດຖະກຳ ກະສິກຳ-ປ່າໄມ້ ໂທລະຄົມມະນາຄົມ-ການສື່ສານ ການຄົມມະນາຄົມແລະຂົນສົ່ງພະລັງງານແລະບໍ່ແຮ່ ສາທາລະນະສຸກ ການສຶກສາ ແລະທ່ອງທ່ຽວ ແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ ຍ້ອນວ່າ ສິນຄ້າທີ່ໄດ້ມີການປັບຂຶ້ນລາຄາສ່ວນໃຫຍ່ ເປັນສິນຄ້ານຳເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດໄດ້ໃນລາວ ກໍມີຕົ້ນທຶນເພີ້ມຂຶ້ນຈາກລາຄານ້ຳມັນ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ຄະນະສະເພາະກິດ ດຳເນີນການໄດ້ພຽງການຕັກ ເຕືອນບັນດາຜູ້ປະກອບການ ທີ່ປັບຂຶ້ນລາຄາສິນຄ້າດັ່ງກ່າວເທົ່ານັ້ນ ທັງປາກົດດ້ວຍວ່າ ການນຳເຂົ້າສິນຄ້າເປັນດ້ານຫລັກໄດ້ເຮັດໃຫ້ລາວ ຕ້ອງຜະເຊີນກັບສະ ພາວະເງິນເຟີ້ຂຶ້ນເກີນລະດັບ 7.5 ເປີເຊັນ ແລະດັດຊະນີລາຄາຜູ້ບໍລິໂພກສູງຂຶ້ນກວ່າດຳລັດ 122 ເປີເຊັນ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ.
ກ່ອນໜ້ານີ້ ກະຊວງອຸດສາຫະກຳແລະການຄ້າໄດ້ສ້າງຕັ້ງໜ່ວຍສະເພາະກິດເພື່ອ ຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດໄວຣັສໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15 ທີ່ມີເປົ້າໝາຍຫລຸດຜ່ອນ ຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ເກີດຈາກການສວຍໂອກາດປັບຂຶ້ນລາຄາສິນຄ້າຂອງບັນດາພໍ່ຄ້າ ໂດຍສະເພາະແມ່ນສິນຄ້າອຸປະໂພກ ຜ້າປິດປາກ-ດັງ ນ້ຳຢາລ້າງມື ຢາປົວພະຍາດ ອຸປະກອນທາງການແພດ ເຂົ້າ ອາຫານ ນ້ຳດື່ມ ແລະອື່ນໆ ທີ່ຈຳເປັນໃນຊີວິດປະຈຳວັນ.
ທັງນີ້ ໂດຍລັດຖະບານລາວ ໄດ້ກຳນົດລາຄາຈຳໜ່າຍສິນຄ້າໄດ້ຫລາຍລາຍການດ້ວຍກັນ ເຊັ່ນເຂົ້າໜຽວຊັ້ນ 1 ແລະຂຶ້ນ 2 ກຳໜົດລາຄາຈຳໜ່າຍໄວ້ທີ່ລະດັບ 9,000 ກີບແລະ 8,000 ກີບຕໍ່ກິໂລກຣາມ ເຂົ້າຈ້າວຊະນິດພິເສດ ແລະທຳມະດາ ລາຄາ 10,000 ກີບ ກັບ 8,000 ກີບຕໍ່ກິໂລກຣາມ ຊີ້ນງົວ-ຄວາຍປະເພດ 1 ກັບ 2 ລາຄາຊີ້ນໝູປະເພດ 1 ກັບ 2 ລາຄາ 40,000 ກີບແລະ 35,000 ກີບຕໍ່ກິໂລກຣາມ ໄຂ່ໄກ່ເບີ 1 ເບີ 2 ລາຄາແຕະລະ 35,000 ກີບແລະ 30,000 ກີບ ຊີ້ນໄກ່ພັນ ແລະໄກ່ລາດ 25,000 ກີບກັບ 50,000 ກີບຕໍ່ກິໂລ ກຣາມ ປານິນແລະປາດຸກ 25,000 ກີບຕໍ່ກິໂລກຣາມ ສ່ວນໝີ່ໄວໄວ-ໝີ່ຢຳຢຳ-ໝີ່ມາມາ ລາຄາ 45,000 ກີບຕໍ່-ແກັດເປັນຕົ້ນ.
ຫາກແຕ່ວ່າ ລາຄາຂາຍຈິງນັ້ນ ສູງກວ່າລາຄາທີ່ທາງການລາວກຳນົດເກີດກວ່າ 10 ເປີເຊັນ ເຊັ່ນເຂົ້າຈ້າວຊະນິດພິເສດແລະທຳມະດາ ລາຄາ 11,000 ກີບກັບ 8,800 ກີບຕໍ່ກິໂລກຣາມ ຊີ້ນງົວ-ຄວາຍປະເພດ 1 ແລະ 2 ກໍມີລາຄາຂາຍເຖິງ 49,000 ກີບ ແລະ 44,000 ກີບຕໍ່ກິໂລກຣາມ ຊີ້ນໄກ່ລາດລາຄາ 50,000 ກີບຕໍ່ກິໂລກຣາມ ແລະໝີ່ໄວໄວ-ໝີ່ຢຳຢຳ-ໝີ່ມາມ້ານັ້ນກໍໄດ້ມີການຈຳໜ່າຍຈິງໃນໃນລາຄາສູງກວ່າ 55,000 ກີບຕໍ່ແກັດ ເພາະສ່ວນຫຼາຍນັ້ນ ເປັນສິນຄ້າທີ່ຜູ້ປະກອບການໃນລາວ ໄດ້ນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ ໂດຍສະເພາະແມ່ນການນຳເຂົ້າສິນຄ້າຈາກໄທ ນັ້ນ ຄິດເປັນ 70 ເປີເຊັນ ຂອງສິນຄ້າທີ່ລາວ ນຳເຂົ້າທັງໝົດ.
ທັງນີ້ ກະຊວງການຄ້າຂອງໄທ ລາຍງານວ່າ ໄທ ໄດ້ປຽບດຸຸນການຄ້າຕໍ່ລາວ ຄິດເປັນມູນຄ່າລວມ ເຖິງ 135,267 ລ້ານບາດໃນປີ 2021 ແລະຄາດໝາຍວ່າ ຈະເພີ້າຂຶ້ນເປັນເກີນກວ່າ 180,000 ລ້ານບາດ ໃນປີ 2022 ທີ່ຄິດເປັນອັດຕາການຂະຫຍາຍຕົວທາງຄ້າລະຫວ່າງລາວ-ໄທ ເຖິງ 40 ເປີເຊັນ ໃນປີ 2021 ຫາ 2022.