ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຕັ້ງ ໜ່ວຍສະ​ເພາະ​ກິດ ​ຢູ່​ດ່ານຊາຍ​ແດນ ເພື່ອ​ຂຶ້ນ ທະບຽນ​ ​ແຮງ​ງານ​ລາວ


ພິທີເຊັນຂໍ້ຕົກລົງ ລະຫວ່າງລັດຖະບານລາວ ກັບອົງການແຮງງານສາກົນ.
ພິທີເຊັນຂໍ້ຕົກລົງ ລະຫວ່າງລັດຖະບານລາວ ກັບອົງການແຮງງານສາກົນ.

ທາງ​ການ​ລາວ​ສ້າງຕັ້ງໜ່ວຍ​ສະ​ເພາະ​ກິດ​ປະຈຳ​ຢູ່​ດ່ານຊາຍ​ແດນ
​ທີ່​ຕິດ​ກັບປະ​ເທດ​ໄທ ​ເພື່ອ​ຂຶ້ນທະບຽນ​ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​
ແຮງ​ງານ​ລາວ ​ໃນ​ການ​ເດີນທາງ​ໄປ​ທຳ​ງານ​ຢູ່​ໄທ​ຢ່າງ​ຖືກຕ້ອງ.

ທ່ານ​ພູ​ວັນ ຈັນທະ​ວົງ ຫົວໜ້າ​ກົມ​ພັດທະນາ​ຝີ​ມື​ແຮງ​ງານ ​ແລະ​
ຈັດ​ຫາ​ງານ​ໃນ​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ​ຂອງ
​ລາວ ​ໄດ້​ໃຫ້ການ​ຢືນຢັນວ່າ ກະຊວງ​ແຮງ​ງານ ​ໄດ້​ສ້າງຕັ້ງໜ່ວຍ
ງານ​ສະ​ເພາະ​ກິດຂຶ້ນມາ ​ເພື່ອ​ຮັບຜິດຊອບ ​ໃນ​ການ​ດຳ​ເນີນ​ງານ
​ຂຶ້ນທະບຽນ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ ແຮງ​ງານ​ລາວ​ທີ່​ຕ້ອງການ​ເດີນທາງ​ ໄປ​ທຳ​ງານ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ ຢູ່​ປະ​ເທດ​ໄທ​ເມື່ອ​ບໍ່​ນານ​ມາ​ນີ້.

ໂດຍ​ໜ່ວຍ​ສະ​ເພາະ​ກິດ​ດັ່ງກ່າວ​ນີ້ ຈະ​ປະຈຳ​ຢູ່​ທີ່​ດ່ານ​ຊາຍ​ແດນ ທີ່​ຕິດ​ກັບ​ໄທ​ໃນ 8 ດ່ານ​
ຊາຍ​ແດນ​ດ້ວຍ​ກັນ ກໍ​ຄື​ດ່ານ​ຊາຍ​ແດນ​ປະຈຳ​ຂົວ​ມິດຕະພາບ​ລາວ ໄທ 4 ​ແຫ່ງ​ຢູ່​ທີ່​ເຂດ​
ນະຄອນຫລວງ​ວຽງ​ຈັນ ​ແຂວງ​ຄຳ​ມ່ວນ ສະຫວັນນະ​ເຂດ ​ແລະ​ແຂວງ​ບໍ່​ແກ້ວ ສ່ວນ​ອີກ 4
ໜ່ວຍ ​ທີ່​ເຫຼືອນັ້ນ ກໍ​ປະຈຳ​ຢູ່​ດ່າ​ນຊາຍ​ແດນ​ໃນ​ແຂວງ​ໄຊ​ຍະ​ບູລີ ບໍລິ​ຄຳ​ໄຊ ສາລະ​ວັນ ​ແລະ​ ຈຳປາ​ສັກ ​ເນື່ອງ​ຈາກ​ວ່າ​ເປັນ​ເຂດ​ທີ່​ມີ​ແຮງ​ງານ​ລາວ​ເດີນ​ທາງ​ໄປ​ທຳ​ງານ​ໃນ​ໄທຫຼາຍທີ່​ສຸດ.

ທັງ​ນີ້​ໂດຍ​ທາງ​ການ​ລາວ ​ໄດ້​ປະມານ​ການ​ວ່າ ມີ​ແຮງ​ງານ​ລາວຫຼາຍກວ່າ 1 ​ແສນ​ຄົນ​ທີ່​ເດີນ ທາງ​ໄປ​ທຳ​ງານ​ໃນ​ໄທ ຊຶ່ງ​ໃນ​ຈຳນວນ​ນີ້ ກໍ​ປະກົດ​ວ່າ ມີ​ພຽງ 17,000 ກວ່າ​ຄົນ​ເທົ່າ​ນັ້ນ ທີ່​ໄດ້​ຂຶ້ນທະບຽນ​ໃນ​ລາວ ​ເພື່ອ​ເດີນທາງ​ໄປ​ທຳ​ງານ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ໄທ​ ສ່ວນ​ອີກ​ເກີນ​ກວ່າ 9 ໝື່ນ​ຄົນ​ນັ້ນ ກໍ​ຄື​ແຮງ​ງານ​ລາວ ທີ່​ລັກລອບ​ທຳ​ງານ ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ໄທ​
ນັ້ນ​ເອງ.

ແຮງງານລາວທີ່ໄປທຳງານຢູ່ປະເທດໄທ ທີ່ຜິດກົດໝາຍ.
ແຮງງານລາວທີ່ໄປທຳງານຢູ່ປະເທດໄທ ທີ່ຜິດກົດໝາຍ.

​ເພາະສະນັ້ນ ​ເພື່ອ​ເປັນ​ການ​ໃຫ້​ຄວາ​ມຊ່ວຍ​ເຫຼືອ ​ແລະ​ເຮັດ​ໃຫ້
​ແຮງ​ງານ​ລາວ​ເຫຼົ່ານີ້ ​ເປັນ​ແຮງ​ງານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ໃນ
​ໄທ ທາງ​ການ​ລາວ​ຈຶ່ງ​ໄດ້​ສ້າງ​ໜ່ວຍ​ສະ​ເພາະ​ກິດ​ຂຶ້ນມາ​ດຳ​ເນີນ​
ງານ​ດັ່ງກ່າວ​ ໃຫ້​ແລ້ວສຳ​ເລັດ​ພາຍ​ໃນ​ວັນ​ທີ 24 ສິງຫາ​ນີ້ ດັ່ງ​ທີ່
​ທ່ານ​ພູ​ວັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

"ຕ້ອງ​ໄດ້​ຫັນ​ເຂົ້າສູ່​ກອບ​ຂອງ​ກົດໝາຍ ມີ​ຈຳນວນ​ໜຶ່ງ​ກໍ​
ເກີດ​
ຈາກ​ຄວາມ​ບໍ່​ເຂົ້າ​ໃຈ​ລະບຽບ​ກົດໝາຍ​ແດ່ ​ເຂົາ​ເຈົ້າ
ກະ​ເຂົ້າມາ​ເລີຍ ສ່ວນຜູ້​ໃຊ້​ແຮງ​ງານ​ນັ້ນ ກະບາ​ງ​ເທື່ອ​ ກໍ​
ບໍ່​ເຂົ້າ​ໃຈ​ຂະ​ບວນການ ​ແລະ​ຂັ້ນຕອນ​ໃນ​ການ​ນຳ​ເຂົ້າ
ກະນຳ​ເອົາ​ເຂົ້າມາ​ເລີຍ ​ເຮັດ​ໃຫ້ການ​ນຳ​ໃຊ້​ແຮງ​ງານ​ນັ້ນ
ມັນ​ບໍ່​ເປັນ​ໄປ​ຕາມ​ຂະ​ບວນການ​ຂອງ​ກົດໝາຍ."

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຄືອຂ່າຍ​ເພື່ືອ​ໃຫ້ການ​ຊ່ວຍ​ເຫຼືອ​ແຮງ​ງານ​ລາວ ພະມ້າ​ ແລະ​ກຳປູ​ເຈຍ ຢູ່​ໃນ​ໄທ ກໍເ​ຊື່​ອວ່າ​ມີ​ແຮງ​ງານ​ລາວຫຼາຍກວ່າ 5 ​ແສນ​ຄົນ​ທີ່​ລັກລອບ​ທຳ​ງານ​ ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ເວລາ​ນີ້ ຈຶ່ງ​ຖືເປັນ​ແຮງ​ງານ​ທີ່​ມີ​ຄວາມ​ສ່ຽງ​ສູງ​ ທີ່​ຈະ​ຕ້ອງ​ຕົກ​ໄປ​ເປັນ​ເຫຍື່ອ​ ຂອງຂະ​ບວນການ​ຄ້າ​ແຮງ​ງານ​ໃນ​ໄທ​ ​ໂດຍ​ສະ​ເພາະ​ແມ່ນ​ແຮງ​ງານ​ລາວ​ເພດ​ຍິງ​ນັ້ນ ກໍ​ຍັງ​ສ່ຽງ​ທີ່​ຈະ​ຖືກ​ບີບ​ບັງຄັບ ​ໃຫ້​ຕ້ອງ​ຂາ​ຍບໍລິການ​ທາງ​ເພດ​ໃນ​ໄທຫຼາຍຂຶ້ນນັບ​ມື້​ອີກ​ດ້ວຍ.

ທັງ​ນີ້​ໂດຍສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ ຕ້ອງ​ພາກັນ​ເດີນທາງ​ເຂົ້າ​ໄປ​ທຳ​ງານ​ໃນ​ໄທຫຼາຍຂຶ້ນນັບ​ມື້ນັ້ນ ກໍ​ຍ້ອນ​ວ່າ​ອັດຕາ​ຄ່າ​ຈ້າງ​ສູງ​ກວ່າ​ຢູ່​ໃນ​ລາວ ທັງ​ກໍ​ຍັງ​ມີ​ລະດັບ​ຄ່າ​ຄອງ​ຊີບ​ຕ່ຳ​ກວ່າ​ຢູ່​ໃນ​ລາວ​ນຳ​ອີກ ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ບໍ່ຍອມ​ຂຶ້ນທະບຽນ​ກັບ​ທາງ​ການ​ລາວ​ນັ້ນ ກໍ​ເພ​າະວ່າ​ມີຄ່າ​ໃຊ້​ຈ່າຍ​ທີ່​ສູງ​ກວ່າ 5 ລ້ານ​ກີບ ຫຼື ປະມານ 2 ໝື່ນ​ບາດ​ຕໍ່​ປີ ​ໃນ​ຂະນະ​ທີ່​ການ​ເ​ລື​ອກ​ໃຊ້​ບໍລິການ ຂອງ​ບັນດາ​ນາຍ​ໜ້າ​ຈັດ​ຫາ​ງານ​ໃນ​ໄທ ຈະ​ເສຍ​ຄ່າ​ໃຊ້​ຈ່າຍ​ພຽງ​ແຕ່ 5,000 ບາດ​ເທົ່າ​ນັ້ນ.

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ ກໍ​ຍັງ​ເຮັດ​ໃຫ້​ລາວ​ຕ້ອງ​ປະສົບ​ກັບ​ບັນຫາ​ຂາດ​ແຄນ​ແຮງ​ງານ​ພາຍ​ໃນ​ປະ​ເທດຫຼາຍຂຶ້ນນັບ​ມື້​ອີກ​ດ້ວຍ ​ໂດຍ​ຈາກ​ລາຍ​ງານ​ຂອງ​ກະຊວງ​ແຮງ​ງານ ຂອງ​ລາວ​ໄດ້​ລະບຸ​ວ່າ​ໃນ​ຊ່ວງ​ປີ 2011-2013 ​ໄດ້​ອະນຸຍາດ​ເພີ້​ມຂຶ້ນອີກ 9 ໝື່ນ​ກວ່າ​ຄົນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ແຮງ​ງານ​ຂອງ​ບໍລິສັດ​ຕ່າງ​ຊາດ​ ທີ່​ລົງທຶນ​ຢູ່ໃນລາວ ຊຶ່ງ​ສ່ວນ​ໃຫຍ່​ກໍ​ແມ່ນ​ແຮງ​ງານ​ຈາກ​ຫວຽດນາມ ຈີນ ​ແລະ​ໄທ​ນັ້ນ​ເອງ.

XS
SM
MD
LG