ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການລາວ ກວດກາຄືນ ການຂຸດຄົ້ນ ແຮ່ທາດ ທີ່​ໄດ້​ອະນຸມັດ ​ສຳ​ປະທານ ໄປແລ້ວ 226 ໂຄງການ


ພິທີເຊັນສັນຍາ ລັດຖະບານ​ລາວ ​ໄດ້​ອະນຸຍາດ​ສຳ​ປະທານ​ ການ​ຂຸດ​ຄົ້ນ​ແຮ່​ທາດ ໃຫ້ແກ່ ບໍລິສັດເອກະຊົນ ຈາກມາເລເຊຍ.
ພິທີເຊັນສັນຍາ ລັດຖະບານ​ລາວ ​ໄດ້​ອະນຸຍາດ​ສຳ​ປະທານ​ ການ​ຂຸດ​ຄົ້ນ​ແຮ່​ທາດ ໃຫ້ແກ່ ບໍລິສັດເອກະຊົນ ຈາກມາເລເຊຍ.

ທາງການ​ລາວ​ໄດ້​ທຳ​ການ​ກວດກາ​ການ​ຂຸດ​ຄົ້ນ​ແຮ່​ທາດ ທີ່​ໄດ້​
ອະນຸມັດ​ສຳ​ປະທານ ​ໃຫ້​ແກ່​ບັນດາ​ເອກະ​ຊົນ​ລາວ ​ແລະ​ ຕ່າງ​
ຊາດໄປ​ແລ້ວ 226 ບໍລິສັດ ຄິດ​ເປັນ​ພື້ນ​ທີ່​ ຂຸດ​ຄົ້ນລວມກວ້າງ​
ກວ່າ 58,569 ກິ​ໂລ​ແມັດ​ມົນທົນ.


ທ່ານສຸລິວົນ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ
ແລະບໍ່ແຮ່ ຖະແຫລງຢືນຢັນວ່າ ເພື່ອເປັນການຮັບປະກັນວ່າ ບັນ
ດາບໍລິສັດເອກະຊົນລາວ ແລະຕ່າງຊາດ ທີ່ໄດ້ຮັບການອະນຸມັດສຳປະທານ ການຂຸດຄົ້ນ
ແຮ່ທາດ ຈາກລັດຖະບານລາວໄປແລ້ວນັ້ນ ຈະປະຕິບັດຕາມເງື່ອນໄຂ ທີ່ກຳນົດໄວ້ ໃນ
ສັນຍາຢ່າງຄົບຖ້ວນ ທາງການກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ດຳເນີນການກວດກາ ການດຳເນີນງານ ຂອງບໍລິສັດ ເອກະຊົນ ສຳເລັດແລ້ວໃນບາງແຂວງ ເຊັ່ນ ແຂວງຜົ້ງສາລີ ຫົວພັນ ຊຽງຂວາງ ແລະ ຄຳມ່ວນ ເປັນຕົ້ນ.

ໂດຍຈາກການກວດກາດັ່ງກ່າວ ກໍພົບວ່າ ການດຳເນີນງານ ຂອງບໍລິສັດສ່ວນໃຫຍ່ ຍັງບໍ່ໄດ້
ມາດຕະຖານ ສາກົນ ແລະ ບໍ່ເປັນໄປຕາມສັນຍາສຳປະທານ ເຊັ່ນ ການຄຸ້ມຄອງສິ່ງແວດ
ລ້ອມໃນຫຼາຍໆໂຄງການ ຍັງຂາດປະສິດທິພາບ ຊຶ່ງເຮັດໃຫ້ສົ່ງຜົນກະທົບ ທັງຕໍ່ສະພາບ
ແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ບັນດາພະນັກງານ ຂອງບໍລິສັດເອກະຊົນ ພາກັນຮ່ອນຄຳ ຢູ່ຕາມແຄມຝັ່ງແມ່ນ້ຳຂອງແຫ່ງໜຶ່ງ.
ບັນດາພະນັກງານ ຂອງບໍລິສັດເອກະຊົນ ພາກັນຮ່ອນຄຳ ຢູ່ຕາມແຄມຝັ່ງແມ່ນ້ຳຂອງແຫ່ງໜຶ່ງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນ
ໄປຢ່າງຊັກຊ້າ ໃນຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳໃນ
ການແຈ້ງ ຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນແຮ່ທາດ
ທີ່ບໍ່ໂປ່ງໃສ ແລະ ການປະຕິບັດໜ້າທີ່ ຂອງພະນັກງານລັດ ກໍຍັງ
ບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນ ໃນທົ່ວປະເທດ ຈຶ່ງເຮັດ
ໃຫ້ເກີດມີການສັບສົນ ໃນການຄຸ້ມຄ້ອງ ແລະ ການຈັດເກັບລາຍ
ຮັບເຂົ້າງົບປະມານ ຂອງລັດຖະບານ ໂດຍຜົນທີ່ຕິດຕາມມາ ກໍຄື
ເກີດການຮົ່ວໄຫລ ຂອງລາຍຮັບງົບປະມານ ຢ່າງຫລວງຫຼາຍ ດັ່ງ
ທີ່ທ່ານສຸລິວົງ ໄດ້ຍົກຕົວຢ່າງເຖິງກໍລະນີ 2 ບໍລິສັດເອກະຊົນ ທີ່
ໄດ້ຮັບສຳປະທານ ຂຸດຄົ້ນແຮ່ຊາຍໃນແຂວງຊຽງຂວາງ ຫາກແຕ່
ໃນການປະຕິບັດຕົວຈິງ ກັບເປັນການລັກລອບຂຸດຄົ້ນແຮ່ຄຳ.

“ຜູ້ໄດ້ຮັບອະນຸຍາດນີ້ມີ 2 ບໍລິສັດ ແມ່ນໄດ້ຮັບອະນຸຍາດການຂຸດຄົ້ນ ຫິນຊາຍ
ເພື່ອຈະເອົາໄປກໍ່ສ້າງ ແຕ່ໃນຕົວຈິງຕັ້ງແມ່ນການລັກລອບ ສວຍໃຊ້ໃບອະນຸຍາດ
ຂຸດຄົ້ນຫິນຊາຍ ເພື່ອຈະເອົາໄປຂຸດຄົ້ນ ຄຳຕົກຂ້ອນ ຜິດຕໍ່ລະບຽບການ ເມື່ອ
ພວກຂ້າພະເຈົ້າຊາບແລ້ວ ພວກຂ້າພະເຈົ້າກະໄດ້ເຕືອນ ເຕືອນແລ້ວບໍລິສັດ
ທີໜຶ່ງຫັ້ນ ປະເຄື່ອງ ປະຂອງໜີເລີຍ ສ່ວນບໍລິສັດທີສອງນັ້ນ ກໍຍັງສືບຕໍ່ຂຸດຄົ້ນຢູ່.”

ແຜນທີ່ ທໍລະນີວິທະຍາ ແລະ ຊັບພະຍາກອນແຮ່ທາດ ຂອງປະເທດລາວ.
ແຜນທີ່ ທໍລະນີວິທະຍາ ແລະ ຊັບພະຍາກອນແຮ່ທາດ ຂອງປະເທດລາວ.

ທັງນີ້ໂດຍສຳປະທານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງ
ພະລັງງານ ກໍມີຢູ່ເຖິງ 226 ບໍລິສັດແລະມີພື້ນທີ່ຂຸດຄົ້ນລວມ
58,569.54 ກິໂລແມັດມົນທົນ ຫຼື ຄິດເປັນກວ່າ 24 ເປີເຊັນ
ຂອງພື້ນທີ່ທັງໝົດ ໃນປະເທດລາວ.

ກ່ອນໜ້ານີ້ ທ່ານເພັດສາຄອນ ຫລວງອາໄພ ຮອງຫົວໜ້າຫ້ອງ
ວ່າການ ລັດຖະບານລາວ ຖະແຫລງຢືນຢັນວ່າ ລັດຖະບານລາວ
ຈະຍັງຄົງສືບຕໍ່ການດຳເນີນ ມາດຕະການ ກວດກາບັນດາໂຄງ
ການລົງທຶນ ໃນດ້ານການຂຸດຄົ້ນບໍ່ແຮ່ ແລະ ການປູກພືດ
ອຸດສາຫະກຳຕ່າງໆ ເຊັ່ນ ຢາງພາລາ ໄມ້ວິກ ອ້ອຍ ສາລີ ແລະ
ມັນຕົ້ນ ທີ່ລັດຖະບານໄດ້ອະນຸມັດສຳປະທານ ໃຫ້ແກ່ບໍລິສັດ
ເອກະຊົນລາວ ແລະ ຕ່າງຊາດໄປແລ້ວນັ້ນ ຈົນກວ່າ ການ
ກວດກາ ຈະແລ້ວສຳເລັດສົມບູນ ຕາມເປົ້າໝາຍທີ່ວາງເອົາໄວ້.

ໂດຍການກວດກາດັ່ງກ່າວນີ້ ຖືເປັນການຈັດຕັ້ງປະຕິບັດ ຕາມ
ຄຳສັ່ງ ເລກທີ 13 ຂອງນາຍົກລັດຖະມົນຕີ ລົງວັນທີ 11 ມິຖຸນາ
2012 ຊຶ່ງ ໄດ້ມອບໝາຍໃຫ້ກະຊວງການເງິນ ກະຊວງພະລັງງານ
ແລະ ບໍ່ແຮ່ ກະຊວງແຜນການ ແລະ ການລົງທຶນ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແລະ ກະຊວງກະສິກຳປ່າໄມ້ ເພື່ອໃຫ້ຮັບຜິດຊອບຮ່ວມກັນ ໃນການກວດກາ
ໂຄງການສຳປະທານຕ່າງໆ ໃນທົ່ວປະເທດໃຫ້ແລ້ວ ສຳເລັດພາຍໃນປີ 2015.

ຍິ່ງໄປກວ່ານັ້ນ ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ກໍຍັງໄດ້ຫ້າມ ທຸກພາກສ່ວນ
ຂອງລັດຖະບານ ບໍ່ໃຫ້ມີການອະນຸຍາດ ສຳປະທານ ທີ່ດິນເພື່ອປູກພືດຕ່າງໆ ເພີ້ມຂຶ້ນ
ໃນຕະຫລອດ ລະຍະຂອງການກວດກາ ກໍຄືຈົນເຖິງທ້າຍປີ 2015 ອີກດ້ວຍ.

XS
SM
MD
LG