ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຍັງບໍ່ສາມາດກວດສອບ1,796 ໂຄງການຂອງລັດ ທີ່ຖືກສົງໄສວ່າ ມີການສໍ້ລາດບັງຫຼວງເກີດຂຶ້ນ


ໂຄງການກໍ່ສ້າງເຮືອນໃຫ້ແກ່ຜູ້ຖືກຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ແຂວງອັດຕະປື.
ໂຄງການກໍ່ສ້າງເຮືອນໃຫ້ແກ່ຜູ້ຖືກຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ແຂວງອັດຕະປື.

ທາງການລາວ ຍັງບໍ່ສາມາດກວດສອບໃນ 1,796 ໂຄງການຂອງລັດ ທີ່ຖືກສົງ ໄສວ່າ ມີການສໍ້ລາດບັງຫຼວງເກີດຂຶ້ນ ເພາະວ່າ ທຸກພາກສ່ວນທີ່ກ່ຽວຂ້ອງໃນໂຄງການທີ່ທຸຈະລິດນັ້ນ ບໍ່ໃຫ້ການຮ່ວມມືເລີຍ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ກວດກາພັກ-ລັດ ຢືນຢັນວ່າ ການທຸຈະລິດໄດ້ເກີດຂຶ້ນ ໃນທຸກວົງການແລະທຸກລະດັບຊັ້ນພາຍໃນວົງການພັກແລະລັດ ໂດຍສະເພາະແມ່ນບັນດາໂຄງ ການພັດທະນາຕ່າງໆ ທີ່ລັດຖະບານລົງທຶນນັ້ນ ກໍຄືພາກສ່ວນທີ່ມີການທຸຈະລິດແລະສ້າງຄວາມເສຍຫາຍໃຫ້ກັບປະເທດຊາດຫຼາຍທີ່ສຸດ ເນື່ອງຈາກວ່າການຈັດ ຕັ້ງປະຕິບັດໂຄງການ ບໍ່ສຳເລັດ ຕາມແຜນການທີ່ວາງໄວ້ ແຕ່ກໍໄດ້ມີການໃຊ້ຈ່າຍງົບປະມານໄປທັງໝົດແລ້ວ ຈຳນວນເຖິງ 2,295 ໂຄງການ ໃນນີ້ກວດສອບແລ້ວ 499 ໂຄງການ ຈຶ່ງເຫຼືອອີກ 1,796 ໂຄງການ ທີ່ຍັງບໍ່ສາມາດດຳເນີນການກວດສອບໄດ້ເລີຍ ເພາະວ່າບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງໃນໂຄງການ ທີ່ຖືກສົງໄສວ່າ ມີການທຸຈະລິດເກີດຂຶ້ນນັ້ນ ໃນຂະນະທີ່ພາກສ່ວນທີ່ຮັບຜິດຊອບການປ້ອງກັນແລະປາບປາມການສໍ້ລາດບັງຫຼວງນັ້ນ ກໍມີອຳນາດຢ່າງຈຳກັດ ໃນການປະຕິບັດມາດຕະການລົງໂທດຕໍ່ຜູ້ທີ່ທຸຈະລິດດ້ວຍແລ້ວ ຍິ່ງເຮັດໃຫ້ບໍ່ຢ້ານກົວຕໍ່ການກະທຳຄວາມຜິດອີກດ້ວຍ ຊຶ່ງເຫັນໄດ້ຈາກການທຸຈະລິດໃນໂຄງການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ມີການຍັກຍອກເອົາເງິນຊົດເຊີຍ ຂອງຜູ້ປະສົບໄພນັ້ນ ດັ່ງເຈົ້າໜ້າທີ່ກວດກາພັກ-ລັດ ໄດ້ໃຫ້ການຢືນຢັນວ່າ:

“ບັນດາໂຄງການທີ່ຍັງບໍ່ທັນໄດ້ກວດກາ ກະມີເຖິງ 1,796 ໂຄງການ ແລ້ວກະຍັງເປັນບັນຫາທີ່ຄົງຄ້າງທີ່ເຮັດໃຫ້ເປັນວຽກທີ່ຕ້ອງສືບຕໍ່ ການກວດກາ-ກວດສອບຊິ ຢາກໃຫ້ເນັ້ນເຖິງແກ້ໄຂໃຫ້ມັນໄດ້ ຈຶ່ງຈະເຫັນໄດ້ວ່າ ຈຳນວນທີ່ສະເໜີຂຶນມານີ້ ບາງອັນນີ້ ກະມັນມີການລະເມີດແທ້ເດ້ ຕົວຢ່າງຄືໂຄງການແກ້ໄຂຜົນກະທົບຂອງເຂື່ອນໄຟຟ້າແຂວງອັດຕະປື ເງິນນີ້ໄປຈ່າຍບໍ່ຖືກເປົ້າໝາຍ ຜູ້ຖືກຜົນກະທົບແທນທີ່ຈະໄດ້ຮັບ ສຸດທ້າຍແລ້ວ ໄປໃຫ້ບໍລິສັດອີຫຍັງກູ້ຢືມເງິນໄປ ອັນນີ້ ແມ່ນການສວຍໃຊ້ຕຳແໜ່ງ ຫຼືອຳນາດຂອງຜູ້ທີ່ມີສິດຢູ່ແຖວນັ້ນບໍ່.”

ນອກຈາກນີ້ ບັນຫາດ້ານບຸກຄະລາກອນທີ່ບໍ່ມີຄວາມຮູ້-ຄວາມສາມາດ ກໍເປັນອີກສາເຫດນຶ່ງ ເພາະການຄັດເລືອກບຸກຄະລາກອນທີ່ບໍ່ໄດ້ມາດຕະຖານ ຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນເຄືອຍາດ ແລະມຸ້ງສະແຫວງຫາຜົນປະໂຫຍດສ່ວນຕົວເປັນຫລັກ ທັງຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ຜູ້ປະຕິບັດໜ້າທີ່ໂດຍທຸຈະລິດ ແລະເປັນການຍາກທີ່ຈະປົດອອກຈາກຕຳແໜ່ງ ເພາະວ່າ ພວກເຂົາເຈົ້າມີເຄືອຍາດທີ່ພ້ອມຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາ ເຊັ່ນ ການບໍ່ຮ່ວມມືໃນການກວດກາໂຄງການຕ່າງໆທີ່ຖືກສົງໄສວ່າ ມີການທຸຈະລິດນັ້ນ ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ບັນດາປະເທດ ທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໄດ້ພາກັນທົບທວນຄືນແຜນການທີ່ຈະໃຫ້ການຊ່ວຍເຫຼືອແກ່ລາວອີກດ້ວຍ ເພາະກວດພົບວ່າ ມີການນຳໃຊ້ເງິນຊ່ວຍເຫຼືອໂດຍບໍ່ໂປ່ງໃສ ດັ່ງທີ່ທ່ານຄຳພັນ ພົມມະທັດ ປະທານຄະນະກວດກາພັກ-ລັດ ຖະແຫລງຢືນຢັນວ່າ:

“ການກໍ່ສ້າງໂຄງການຈຳນວນຫຼາຍ ບໍ່ສຳເລັດຕາມສັນຍາທີ່ກຳນົດໄວ້ ການຊຳລະສະສາງສຳລັບໜ້າວຽກທີ່ໄດ້ສຳເລັດ ກໍບໍ່ໄດ້ໄປຕາມສັນຍາ ແລ້ວກະແກ່ຍາວຢ່າງບໍ່ມີີກຳນົດ ການສຳຫຼວດ-ອອກແບບ ກຳນົດມາດຕະຖານດ້ານເທັກນິກ ຍັງບໍ່ທັນລະອຽດ-ຊັດເຈນ ມີການດັດແກ້ແບບຫຼາຍຄັ້ງ ເຮັດໃຫ້ມູນຄ່າໂຄງການເພີ້ມຂຶ້ນ ມີຫຼາຍໂຄງການຢັ້ງຢືນປະລິມາດສຳເລັດ ບໍ່ຖືກກັບໜ້າວຽກທີ່ໄດ້ກໍ່ສ້າງສຳເລັດຕົວຈິງ ການປະມູນເອົາບໍລິສັດຜູ້ຮັບເໝົາຈຳນວນຫຼາຍ ບໍ່ທັນແມ່ນການປະມູນແບບໂປ່ງໃສແທ້.”

ທັງນີ້ ໃນໄລຍະ 2 ປີທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະ ຫວ່າງສະມາຊິກພັກກັບບຸກຄົນພາຍນອກເຖິງ 749 ຄົນ ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ ແຕ່ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະກວ່າ 10,000 ໂດລາ.

ສ່ວນການກວດກາ 4,185 ເປົ້າໝາຍ ໃນຊ່ວງປີ 2016-2022 ຍັງພົບດ້ວຍວ່າ ການທຸຈະລິດໄດ້ເຮັດໃຫ້ລັດຖະບານເສຍຫາຍເກີນກວ່າ 8,370 ກີບ ກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດ ໂດຍມີສະມາຊິກພັກເຖິງ 3,690 ຄົນ ພົວ ພັນກັບການທຸຈະລິດດັ່ງກ່າວ ໂດຍສະເພາະ ແມ່ນໃນພາກການຂຸດຄົ້ນຊັບພະຍາ ກອນທຳມະຊາດແລະການຄ້າຂາອອກ-ຂາເຂົ້ານັ້ນ ກໍຄືພາກສ່ວນທີ່ມີການທຸຈະລິດຫຼາຍທີ່ສຸດ ຊຶ່ງເຫັນໄດ້ຈາກການອະນຸມັດສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນຈຳນວນ 93 ໂຄງການ ນັບຕັ້ງແຕ່ປີ 2021 ເປັນຕົ້ນມານັ້ນ ລັດຖະບານລາວ ໄດ້ຮັບຜົນປະໂຫຍດພຽງ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ທາດ 1 ໂຕນເພື່ອສົ່ງອອກໄປຕ່າງປະເທດ ຊຶ່ງໃນນີ້ ກໍລວມເຖິງແຮ່ທາດຫາຍາກ ຫຼື Rare-Earth ທີ່ຂຸດຄົ້ນໂດຍບໍລິສັດຈາກຈີນດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG