ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ບໍ່ອະນຸຍາດ ໃຫ້ສ້າງຕັ້ງທະນາຄານ ແລະສະຖາບັນ ການເງິນລາຍໃໝ່


ບັນດາພະນັກງານ ຂອງທະນາຄານແຫ່ງໜຶ່ງ ໃນ ສປປ ລາວ ກຳລັງ ປະຕິບັດໜ້າທີ່
ບັນດາພະນັກງານ ຂອງທະນາຄານແຫ່ງໜຶ່ງ ໃນ ສປປ ລາວ ກຳລັງ ປະຕິບັດໜ້າທີ່

ທາງການລາວ ຈະບໍ່ອະນຸຍາດໃຫ້ມີການສ້າງຕັ້ງທະນາຄານ ແລະສະຖາບັນ ການເງິນລາຍໃໝ່ ໃນຕະຫຼອດປີ 2016 ນີ້ ໂດຍຖືເປັນມາດຕະການ ສຳຄັນໜຶ່ງ ໃນແຜນການຕ້ານການຟອກເງິນ ລະຫວ່າງຊາດ.

ທ່ານນາງວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງຊາດລາວ ຖະແຫລງຢືນຢັນວ່າ ການດຳເນີນມາດຕະການ ກ່ຽວກັບການບໍ່ອະນຸຍາດໃຫ້ ມີການສ້າງຕັ້ງທະນາຄານ ແລະສະຖາບັນການເງິນ ທັງສ່ວນບຸກຄົນ ແລະນິຕິ ບຸກຄົນໃນລາວ ໄດ້ເລີ່ມການຈັດຕັ້ງປະຕິບັດ ນັບຕັ້ງແຕ່ ແຜນການປະຈຳປີ 2014-2015 ເປັນຕົ້ນມາແລ້ວ ແລະກໍຈະຍັງສືບຕໍ່ ການຈັດຕັ້ງປະຕິບັດ ໃນ ຕະຫຼອດປີ 2016 ນີ້ ໂດຍຖືເປັນມາດຕະການ ທີ່ສຳຄັນສ່ວນໜຶ່ງ ໃນການ ຕ້ານການຟອກເງິນ ແລະການຕ້ານການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ສາກົນໃນລາວ ແລະພາກພື້ນອາຊຽນ.

ລູກຄ້າຂອງທະນາຄານ ກຳລັງໃຊ້ຕູ້ ATM ຢູ່ໃນລາວ
ລູກຄ້າຂອງທະນາຄານ ກຳລັງໃຊ້ຕູ້ ATM ຢູ່ໃນລາວ

ໂດຍກ່ອນໜ້ານີ້ ກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 20 ແລະກອງ ປະຊຸມຜູ້ວ່າການ ທະນາຄານກາງອາຊຽນ ຄັ້ງທີ 12 ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຮັບຮອງເອົາແຜນການຮ່ວມມື ດ້ານການເງິນ ຂອງອາຊຽນ ທີ່ກວມເອົາ ການເປີດເສລີດ້ານການເງິນ ການບັນຊີ ການພັດທະນາຕະຫຼາດທຶນ ການຊຳ ລະສະສາງ ການເຂົ້າເຖິງການບໍລິຫານດ້ານການເງິນ ແລະ ການເຊື່ອມໂຍງ ລະບົບທະນາຄານເຂົ້າດ້ວຍກັນນັ້ນ ກໍໄດ້ເປັນຜົນເຮັດໃຫ້ທະນາຄານໃນລາວ ຕ້ອງມີການພັດທະນາ ລະບົບຕ້ານການຟອກເງິນ ໃຫ້ມີປະສິດທິພາບສູງຂຶ້ນ ໂດຍສະເພາະ ແມ່ນການຕ້ານການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ສາກົນນັ້ນ.

ແຕ່ຢ່າງໃດກໍຕາມ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສາກົນ ຂອງລັດຖະບານລາວ ກໍຕ້ອງ ການຄວາມຊ່ວຍເຫຼືອ ຈາກຕ່າງປະເທດທັງດ້ານເງິນທຶນ ແລະເທັກນິກ ເພື່ອ ຍົກລະດັບຄວາມສາມາດຂອງການຕໍ່ຕ້ານການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍໃຫ້ມີປະສິດທິພາບ ໃນລະດັບມາດຕະຖານສາກົນ ເນື່ອງຈາກວ່າ ການທີ່ອາຊຽນ ໄດ້ເປັນປະຊາຄົມເສດຖະກິດດຽວກັນ ນັບແຕ່ ວັນທີ 31 ທັນວາ 2015 ເປັນຕົ້ນມາ ກໍໄດ້ເຮັດໃຫ້ຕະຫຼາດທຶນ ຂອງອາຊຽນ ມີຂະໜາດໃຫຍ່ຂຶ້ນ ຈຶ່ງຈະຕ້ອງມີລະບົບການກວດສອບທີ່ທັນສະໄໝ ແລະ ຕ້ອງພັດທະນາລະບົບກົດໝາຍ ທີ່ເສີມສ້າງຄວາມໂປ່ງໃສ ໃນທາງການເງິນ ໃຫ້ໄດ້ຢ່າງແທ້ຈິງດ້ວຍ ຫາກແຕ່ວ່າ ລັດຖະບານລາວ ກໍຍັງຂາດແຄນໃນທັງ 2 ດ້ານດັ່ງກ່າວ.

ກ່ອນໜ້ານີ້ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະການ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍສາກົນ ໄດ້ພົບປະກັບຄະນະທູດທັງຈາກ ສະຫະລັດອາເມຣິກາ ອອສເຕຣເລຍ ຝຣັ່ງເສດ ຍີ່ປຸ່ນ ເກົາຫຼີໃຕ້ ຟີລິບປິນ ອິນເດຍ ອັງກິດ ຜູ້ຕາງໜ້າອົງການຄວບຄຸມຢາເສບຕິດ ແລະອາຊະຍາກຳ ແຫ່ງສະຫະປະຊາຊາດ ທະນາຄານໂລກ ແລະທະນາຄານພັດທະນາເອເຊຍ (ADB) ຢູ່ນະຄອນຫຼວງວຽງຈັນ.

ໂດຍຈຸດປະສົງ ສຳຄັນຂອງການພົບປະ ກໍຄື ເພື່ອເຜີຍແຜ່ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ດ້ານການຕໍ່ຕ້ານການຟອກເງິນ ແລະການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ ທີ່ລັດຖະບານລາວ ໄດ້ເຂົ້າຮ່ວມເປັນສະມາຊິກ ໃນກຸ່ມ ເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG) ເປັນອັນດັບທີ 36 ນັບແຕ່ ປີ 2007 ເປັນຕົ້ນມາ ແລະລັດຖະບານລາວ ໄດ້ມອບໝາຍໃຫ້ທະນາຄານ ແຫ່ງຊາດລາວ ຮັບຜິດຊອບວຽກງານດັ່ງກາວ ດ້ວຍການສ້າງຕັ້ງໜ່ວຍງານ ຂໍ້ມູນຕ້ານການຟອກເງິນ ຂຶ້ນໃນປີ 2007 ຊຶ່ງກໍໄດ້ມີການກວດພົບ ການຟອກ ເງິນຜ່ານລະບົບທະນາຄານໃນລາວ ເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳ ໂດຍກົງ ຂອງທະນາຄານແຫ່ງ ສປປ ລາວ ສາມາດເກັບກຳຂໍ້ມູນ ກ່ຽວກັບການ ເຄື່ອນໄຫວທຸລະກິດ ທີ່ສົງໄສວ່າ ເປັນການຟອກເງິນໄດ້ 104 ກໍລະນີ.”

ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງໄດ້ດຳເນີນການພັດທະນານິຕິກຳ ກ່ຽວ ກັບການຕໍ່ຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນັບແຕ່ປີ 2005 ເປັນຕົ້ນມາ ໂດຍຈະເຫັນໄດ້ຈາກການບັນຍັດໄວ້ໃນມາດຕາ 64 ຂອງກົດໝາຍອາຍາ ເພື່ອຕ້ານການຟອກເງິນ ຕາມດ້ວຍດຳລັດ ວ່າດ້ວຍ ການຕ້ານການຟອກເງິນເລກທີ 55/ນຍ ເມື່ອປີ 2006 ແລະໃນປີ 2010 ກໍ ເປັນຄັ້ງທຳອິດ ທີ່ກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ ໄດ້ມີການ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນໃນລາວ ຕາມ ຫລັກມາດຕະຖານສາກົນ ໂດຍສະພາແຫ່ງຊາດລາວ ກໍໄດ້ຮັບຮອງເອົາກົດ ໝາຍວ່າດ້ວຍການຕ້ານ ແລະການສະກັດກັ້ນການຟອກເງິນໃນປີ 2014 ສ່ວນທາງການສະຫະລັດ ກໍຊ່ວຍເຫຼືອ ໃນການພັດທະນາການບັງຄັບໃຊ້ກົດ ໝາຍຕໍ່ຜູ້ທຳຄວາມຜິດ ກ່ຽວກັບຢາເສບຕິດໃນລາວ ນັບແຕ່ປີ 2014 ເປັນຕົ້ນມາ.

XS
SM
MD
LG