ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ລາວ ໃຫ້ສຳ​ປະທານ​ທີ່​ດິນ ​ກວ້າງ​ 3 ​ແສນກວ່າ​ເຮັກຕາ​ ແກ່​ເອກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ


ເຈົ້າໜ້າ​ທີ່ຂັ້ນສູງ ​ຢືນຢັນວ່າ "ເລື່ອງ​ບັນຫາ​ທີ່​ດິນ​ນີ້ ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າ ມີ​ຄວາມ​ສົນ​ໃຈ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ ຂອງ​ສັງຄົມ ​ເວົ້າ​ເຖິງ​ທີ່​ດິນ ມັນ​ຕ້ອງ​ເວົ້າ​ເຖິງການ​ພົວພັນ​ເຖິງ​ປ່າ"
ເຈົ້າໜ້າ​ທີ່ຂັ້ນສູງ ​ຢືນຢັນວ່າ "ເລື່ອງ​ບັນຫາ​ທີ່​ດິນ​ນີ້ ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າ ມີ​ຄວາມ​ສົນ​ໃຈ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ ຂອງ​ສັງຄົມ ​ເວົ້າ​ເຖິງ​ທີ່​ດິນ ມັນ​ຕ້ອງ​ເວົ້າ​ເຖິງການ​ພົວພັນ​ເຖິງ​ປ່າ"

ທາງ​ການ​ລາວ​ທັງ​ໃນ​ຂັ້ນສູນ​ກາງແລະ​ທ້ອງ​ຖິ່ນ​ໄດ້​ອະນຸຍາດ​
ສຳ​ປະທານ​ທີ່​ດິນ​ໃຫ້​ເອກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ
1,281 ສັນຍາ ​ໂດຍ​ມີ​ເນື້ອ​ທີ່​ລວມກັນ​ກວ້າງ​ກວ່າ 3 ​ແສນ​
ເຮັກຕາ​ໃນ​ທົ່ວ​ປະ​ເທດ.

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ ລາຍ​ງານ​ວ່າ​ສະພາບ​ການ​ເຊົ່າຫຼື
ສຳ​ປະທານ​ທີ່​ດິນ​ລັດ​ເພື່ອ​ດຳ​ເນີນ​ກິດຈະການ​ຕ່າງໆ​ຢູ່​ໃນ​ລາວ ​ເຊັ່ນ​ໂຄງການ​ດ້ານ​ກະສິກຳ
ແລະ​ປ່າ​ໄມ້ ​ໂຄງການ​ກໍ່ສ້າງ​ເຂື່ອນໄຟຟ້າ​ນ້ຳຕົກ ​ໂຮງງານ​ອຸດສາຫະກຳ ການ​ບໍລິການ​ທ່ອງ​ທ່ຽວ​ໄດ້​ຂະຫຍາຍຕົວ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ.

​ໂດຍ​ໃນ​ປັດຈຸ​ບັນນີ້ ທາງ​ການ​ລາວ​ທັງ​ໃນ​ຂັ້ນສູນ​ກາງ ​ແລະ​ລະດັບ​ທ້ອງ​ຖິ່ນ​ໄດ້​ອະນຸຍາດ​ສຳ​ປະທານ​ທີ່​ດິນ ​ໃຫ້​ແກ່​ເອກະ​ຊົນ​ລາວ​ແລະ​ຕ່າງຊາດ​ໄປ​ແລ້ວ 1,281 ສັນຍາ ຊຶ່ງ​ແບ່ງ​ເປັນ​ການ​ອະນຸຍາດ​ຈາກ​ລະດັບ​ສູນ​ກາງ​ຈຳນວນ 45 ສັນຍາ​ໃນ​ເນື້ອ​ທີ່ 113,281 ເຮັກຕາ ສ່ວນ​ຂັ້ນ​ແຂວງ​ອະນຸຍາດ 1,213 ສັນຍາ ​ໃນ​ເນື້ອ​ທີ່ 158,813 ​ເຮັກ​ຕາ ​ແລະ ອີກ 2​3 ສັນ
ຍາ​ເປັນ​ການ​ສຳ​ຫລວດ ​ເພື່ອ​ພິຈາລະນາ​ອອກ​ໃບອະນຸ​ຍາດ ​ໃນ​ເນື້ອ​ທີ່​ກວ້າງ​ກວ່າ 3 ໝື່ນ
ເຮັກຕາ​ໃນ​ທົ່ວ​ປະ​ເທດ.

ປະຊາຊົນລາວ ໄດ້ຮັບໃບຕາດິນ ຢັ້ງຢືນກຳມະສິດ ຢ່າງຖືກຕ້ອງຕາມກົດໝາຍ ຈາກທາງການລາວ.
ປະຊາຊົນລາວ ໄດ້ຮັບໃບຕາດິນ ຢັ້ງຢືນກຳມະສິດ ຢ່າງຖືກຕ້ອງຕາມກົດໝາຍ ຈາກທາງການລາວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຫ້ອງການ​ສະພາ​ແຫ່ງ​ຊາດ​ລາວ ລາຍ​ງານ
​ວ່າ​ໃນ​ລະຍະ​ກວ່າ 3 ປີ​ມາ​ນີ້ ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ຮ້ອງ​
ຮຽນ​ຈາກ​ປະຊາຊົນ​ລາວ​ຈຳນວນຫຼາຍກວ່າ 5,000 ກໍລະນີ​ຊຶ່ງ​
ສ່ວນ​ໃຫຍ່​ເປັນ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ສິດ​ໃນ​ການ​ຖື​ຄອງ​ທີ່​ດິນ
​ແລະ​ທີ່​ຢູ່​ອາ​ໄສ ​ໂດຍ​ມີ​ທັງ​ຄວາມ​ຂັດ​ແຍ້​ງລະຫວ່າງ​ພາກ ປະຊາ
ຊົນ​ດ້ວຍ​ກັນ ຄວາມ​ຂັດ​ແຍ້​ງລະຫວ່າງ​ປະຊາຊົນ​ກັບ​ບໍລິສັດ
​ເອກະ​ຊົນ​ລາວ ​ແລະ​ບໍລິສັດ​ຕ່າງ​ຊາດ ຕະຫລອດ​ຈົນ​ຂໍ້​ຂັດ​ແຍ້​ງ
ລະຫວ່າງ​ປະຊາຊົນ​ກັບ​ລັດຖະບານ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ໃນ
2 ກໍລະນີຫຼັງນີ້ ກໍ​ຍັງ​ເປັນ​ບັນຫາ​ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ​ທີ່​ສຸດ
​ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ​ທັງ​ໃນ​ຂັ້ນສູນ​ກາງ​ ແລະທ້ອງ​ຖິ່ນ​ໄດ້​ມີ​ການ​ໃຫ້​ສຳ​ປະ
ທານ​ສິດ​ ໃນ​ການ​ເຊົ່າ​ທີ່​ດິນ​ລະຍະ​ຍາວ ​ແກ່​ບັນດາ​ ບໍລິສັດ​ເອກະ​ຊົນລາວ ​ແລະບໍລິສັດ​
ຕ່າງຊາດຢ່າງ​ກວ້າງຂວາງ​ນັ້ນ ​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ທຳ​ກິນ ​ແລະ​ທີ່​ຢູ່​ອາ​ໄສ​ຂອງ​ປະຊາ
ຊົນ​ລາວ​ດ້ວຍ ​ເມື່ອ​ປະກອບ​ກັບ​ການ​ທີ່​ປະຊາຊົນ​ລາວສ່ວນ​ໃຫຍ່ ​ກໍ​ຍັງ​ຄົງ​ບໍ່​ມີ​ໃບ​ຕາດິນ
​ເພື່ອ​ຢັ້ງຢືນ​ສິດ​ໃນ​ທີ່​ດິນ​ຂອງ​ພວກ​ຕົນ​ດ້ວຍ​ແລ້ວ ກໍ​ກາຍ​ເປັນຊ່ອງຫວ່າງ​ໃຫ້​ເກີດການ
​ຍາດ​ແຍ່ງ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ ໄປ​ສົ່ງ​ມອບ​ໃຫ້​ບໍລິສັດ​ເອກະ​ຊົນ​ລາວ ​ແລະ​ຕ່າງຊາດ
​ຢ່າງ​ເປັນ​ຂະ​ບວນ ຈົນ​ມີ​ການ​ຟ້ອງ​ຮ້ອງ​ເປັນ​ຄະດີ​ຄວາມ​ກັນຢ່າງກວ້າງຂວາງ ດັ່ງ​ເຈົ້າໜ້າ​ທີ່
ຂັ້ນສູງ ​ໃນ​ກະຊວງ​ກະສິກຳປ່າ​ໄມ້ ​ໄດ້​ໃຫ້ການ​ຢືນຢັນວ່າ:

“ເລື່ອງ​ບັນຫາ​ທີ່​ດິນ​ນີ້ ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າ ມີ​ຄວາມ​ສົນ​ໃຈ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ ຂອງ​ສັງຄົມ ​ເວົ້າ​ເຖິງ​ທີ່​ດິນ ມັນ​ຕ້ອງ​ເວົ້າ​ເຖິງການ​ພົວພັນ​ເຖິງ​ປ່າ ​ແລ້ວ​ກະ​ພົວພັນ​ເຖິງ​ບ່ອນ​ວ່າການ​ຈັບຈອງ​ ນັບ​ແຕ່​ພວກ​ເຮົາ​ໄດ້​ມີ​ການຈັດ​ສັນ​ແບ່ງ​ດິນ​ແບ່ງປ່າ​ໃຫ້​ພໍ່​ແມ່​ປະຊາຊົນ​ໄດ້​ຄຸ້ມ​ຄອງ​ນຳ​ໃຊ້​ນັ້ນ ​ແລະ​ພ້ອມ​ດຽວ​ກັນນັ້ນ ບັນຫາ​ດັ່ງກ່າວ​ກະ​ຍັງ​ເປັນ​ຊ່ອງຫວ່າງ​ເກີດ​ມີ​ການຂຶ້ນສິດ​ ນຳ​ໃຊ້​ທີ່​ດິນ​ຈາກ​ປະຊາຊົນ ກະລາ​ມ​ໄປ​ຮອດ​ບ່ອນ​ປ່າ​
ສະ​ຫງວນ.”

ພ້ອມ​ກັນ​ນີ້​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ກະສິກຳ ປ່າ​ໄມ້​ກໍ​ເປີດ​ເຜີຍ​ວ່າການ​ອອກ​ໃບ​ຕາດິນ​ໃຫ້​ປະຊາຊົນ​ລາວ​ທີ່​ໄດ້​ເລີ້ມ​ລົງມື​ດຳ​ເນີນ​ການ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນຕົ້ນມາ​ຈົນ​ເຖິງ​ປັດຈຸບັນ​ນີ້​ນັບ ​ເປັນ​ເວລາ​ເຖິງ 16 ປີ​ແລ້ວ ຫາກ​ແຕ່​ຄະນະ​ຮັບຜິດຊອບ​ກໍ​ສາມາດ​ອອກ​ໃບ​ຕາດິນ​ໃຫ້​ກັບປະ​ຊາ​ຊົນ​ໄດ້​ພຽງ 705,000 ​ຕອນ ຊຶ່ງ​ຄິດ​ເປັນ 30 ​ເປີ​ເຊັນ​ຂອງ​ຈຳນວນ​ຕອນ​ທີ່​ດິນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ຖື​ເປັນ​ການ​ດຳ​ເນີນ​ງານ​ທີ່​ຊັກ​ຊ້າ​ຢ່າງ​ຍິ່ງ ​ເມື່ອ​ທຽບ​ກັບ​ແຜນການ​ທີ່​ລັດຖະ
ບາ​ນລາວ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ອອກ​ໃບ​ຕາດິນ​ໃຫ້​ກັບ​ປະຊາຊົນ​ລາວ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ປີ 2020 ອີກ​ດ້ວຍ.

XS
SM
MD
LG