ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ອອກໃບຕາດິນ ແກ່ປະຊາຊົນ ກວ່າ 7 ແສນ ຄອບຄົວ ທົ່ວປະເທດ


ທີ່ດິນບ້ານຢູ່ອາໄສແຫ່ງນຶ່ງ ໃນຫຼາຍໆແຫ່ງໃນລາວ ທີ່ບໍ່ມີໃບຕາ
ດິນ
ທີ່ດິນບ້ານຢູ່ອາໄສແຫ່ງນຶ່ງ ໃນຫຼາຍໆແຫ່ງໃນລາວ ທີ່ບໍ່ມີໃບຕາ ດິນ
ລັດຖະບານ​ລາວ​ອອກໃບ​ຕາດິນ​ໃຫ້​ກັບ​ປະຊາຊົນ​ລາວ​ໄດ້​ຫຼາຍ​
ກວ່າ 7 ​ແສນ​ຄອບຄົວ ​ໃນ​ທົ່ວ​ປະ​ເທດ ຫາ​ກ​ແຕ່​ກໍ​ຍັງ​ຄິດ​ເປັນ​
ພຽງ 30% ຂອງ​ຈໍານວນ​ຄອບຄົວ​ທັງ​ໝົດຂອງ​ປະຊາຊົນ​ລາວ​
ເທົ່າ​ນັ້ນ.

please wait

No media source currently available

0:00 0:03:56 0:00
ລິງໂດຍກົງ

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້​ເປີດ​ເຜີຍ​ວ່າ ການ​ອອກ​ໃບ​ຕາດິນ​ ໃຫ້​ປະ ຊາ​ຊົນ​ລາວ​ທີ່​ໄດ້​ເລີ່​ມລົງມື​ດໍາ​ເນີນ​ການ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້​ກໍນັບ​ເປັນ​ເວລາ​ເຖິງ 16 ປີ​ແລ້ວ ຫາກ​ແຕ່​ຄະນະ​ຮັບຜິ​ດຊອບ​ກໍ​ສາມາດ​ອອກ​ໃບ​ຕາ ດິນ​ ໃຫ້​ກັບປະຊາ​ຊົນ​ລາວ​ໄດ້​ພຽງ​ແຕ່ 705,000 ​ແປງ ຫຼື​ຄິດ​ເປັນ 30% ຂອງ​ຈໍານວນ​ແປງ​ທີ່​ດິນ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ຖືເປັນ​ການດໍາ​ເນີນ​ງານ​ທີ່​ຊັກ​ຊ້າ​ທີ່​ສຸດ ​ເມື່ອ​ທຽບກັບ​ແຜນການ​ທີ່​ລັດຖະ ບານລາວ​ໄດ້​ວາ​ງ​ເປົ້າໝາຍ​ທີ່​ຈະ​ອອກ​ໃບ​ຕາດິນ​ໃຫ້​ກັບ​ປະຊາຊົນ​ລາວ ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 1 ລ້ານ​ຄອບຄົວ​ໃນ​ທົ່ວ​ປະ​ເທດ​ ພາຍ​ໃນ​ປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ຊັກ​ຊ້າ​ໃນ​ການອອກ​ໃບ​ຕາດິນ ກໍ​ຍັງ​ເຮັດ​ໃຫ້​ເກີດ​ບັນຫາ​ການ​ຍາດ​ແຍ່ງເອົາ​ທີ່​ດິນ​ຂອງ​ປະຊາຊົນ​ລາວ​ຢ່າງກວ້າງຂວາງ​ອີກ​ດ້ວຍ ​ໂດຍ​ເຖິງ​ແມ່ນ​ວ່າ​ປະຊາ ຊົນ​ຈະ​ເປັນ​ເຈົ້າຂອງ​ທ່ີ​ດິນ​ດ້ວຍ​ການ​ສືບ​ມໍ​ລະດົກ​ຈາ​ກພໍ່​ແມ່​ກໍ​ຕາມ ຫາກ​ແຕ່​ການ​ທີ່​ບໍ່​ມີ​ໃບ​ຕາດິນ ທີ່​ສະ​ແດງ​ເຂດ​ຂອງ​ທີ່​ດິນ​ຢ່າງ​ຄັກ​ແນ່ ກໍໄດ້ເປັນ​ຊ່ອງ​ທາງ​ສວຍ​ໂອກາດ​ໂດຍ​ພະນັກງານລັດ​ທີ່​ສະ​ແຫວ​ງຫາ​ປະ​ໂຫຍ​ດ ຈາກ​ການ​ຍຶດ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ໄປ​ສົ່ງ​ມອບ​ໃຫ້​ກັບ​ນາຍທຶນ​ລາວ ​ແລະ​ຕ່າງປະ​ຊາດ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ບັນດາ​ພະນັກງງານ​ລັດ​ດັ່ງກ່າວ ຈະ​ໃຊ້​ກົດ​ໝາຍ​ໄປ​ຂົ່ມຂູ່​ໃຫ້​ປະຊາຊົນ​ຢ້ານ​ກົວວ່າ​ຈະ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ບຸກລຸກ​ທີ່​ດິນ​ຂອງ​ສ່ວນ​ລວມ ​ແລ​ະ​ເມື່ອ​ປະຊາ​ຊົນ​ໄດ້​ພາກັນ​ຍົກຍ້າຍ​ອອກໄປ​ແລ້ວນັ້ນ ບັນດາ​ພະນັກງານ​ລັດ​ເຫຼົ່າ​ນີ້ ກໍ​ຈະ​ຈັດການ​ສົ່ງ​ມອບ​ທີ່​ດິນ​ດັ່ງກ່າວ​ ​ໃຫ້​ແກ່​ນາຍທຶນ​ໃນ​ທັນທີ ຫາກ​ແຕ່​ສໍາລັບປະຊາຊົນ​ລາວ​ທີ່​ຮູ້​ເທົ່າ​ທັນ​ການ​ກະທໍາ​ຂອງ​ພະນັກງານ​ລັດ​ນັ້ນ ກໍ​ໄດ້​ມີ​ການ​ຟ້ອງ​ຮ້ອງ​ສານ​ເປັນ​ຄະດີ​ຄວາມ​ທີ່​ຂັດ​ແຍ່ງ​ກັນ​ຢ່າງ​ກວ້າງຂວາງ ທັງຍັງ ປາກົດ​ດ້ວຍ​ວ່າ ​ໄດ້​ມີ​ການ​ບຸກລຸກ​ເຂົ້າ​ໄປ​ໃນ​ເຂດ​ປ່າ​ສະ​ຫງວນຕ່າງໆ ​ໃນ​ທົ່ວ​ປະ​ເທດ​ອີກດ້ວຍ ດັ່ງ​ທີ່ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ໄດ້​ໃຫ້ການ​ຢືນ ຢັນ​ວ່າ:

“​ເລຶ່ອງບັນຫາ​ທີ່​ດິນ​ນີ້​ກະ​ຍັງ​ເປັນ​ບັນຫາ​ທີ່​ວ່າ​ມີ​ຄວາມ​ສົນ​ໃຈ ​ແລະ​ເປັນ​ຫ່ວງ​ເປັນໃຍ​ຂອງ​ສັງຄົມ​ ​ເວົ້າ​ເຖິງ​ທີ່​ດິນ​ມັນ​ຕ້ອງ ​ເວົ້າ​ເຖິງ​ການ​ພົວພັນ​ເຖິງ​ປ່າ ​ແລ້ວ​ກະ​ພົວພັນ​ເຖິງ​ບ່ອນ​ວ່າການ​ຈັບຈອງ​ນັບ​ແຕ່​ພວກ​ເຮົາ​ນີ້​ ການຈັດ​ສັນ​ແບ່ງ​ດິນ​ແບ່ງ​ປ່າ​ໃຫ້​ພໍ່​ແມ່ປະຊາຊົນ​ໄດ້​ຄຸ້ມ​ຄອງ​ນໍາ​ໃຊ້​ນັ້ນ ​ແລະ​ພ້ອມ​ດຽວ​ກັນ​ນັ້ນ ບັນຫາ​ດັ່ງກ່າວ​ກະຍັງ​ເປັນ​ຊ່ອງ​ວ່າງ​ເກີດ​ມີ​ການ​ຊື້​ສິດທິ​ນໍາ​ໃຊ້​ທີ່​ດິນ​ຈາກ​ປະຊາຊົນ ​ແລ້ວກະ ລາມ​ໄປ​ຮອດ​ບ່ອນ​ປ່າ​ສະຫງວນ.”

ນອກຈາກ​ນີ້ ການ​ທີ່ທາງ​ການ​ລາວ​ໄດ້​ອະນຸ​ມັດ​ສໍາ​ປະທານ​ທີ່​ດິນ​ ໃຫ້​ແກ່​ພາກ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໂດຍ​ບໍ່​ຕ້ອງ​ລົງ​ໄປ​ກວດ​ສອບ​ພື້ນ​ທີ່​ຕົວ​ຈິງ​ນັ້ນ ກໍ​ຍັງ​ເປັນ​ອີກ​ປັດ​ໄຈ​ນຶ່ງ ທີ່​ເຮັດໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງທີ່​ກ່ຽວ​ກັບ​ສິດທິ​ ໃນ​ການ​ຖື​ຄອງ​ທີ່​ດິນ​ ລະຫວ່າງ​ປະຊາຊົນ​ລາວ​ກັບ​ບໍລິສັດ​ເອກ​ກະ​ຊົນ ​ເນື່ອງ​ຈາກ​ປາກົດ​ວ່າ​ເຂດ​ສໍາ​ປະທານ​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ ດ້ວຍ​ນັ້ນ​ເອງ. ​

ທີ່ດິນສໍາປະທານ ແຫ່ງນຶ່ງ
ທີ່ດິນສໍາປະທານ ແຫ່ງນຶ່ງ
ໂດຍ​ໃນ​ປັດຈຸບັນ ທາງ​ການ​ລາວ​ ໄດ້​ອະນຸຍາດ​ສໍາ​ປະທານທີ່​
ດິນ​ໃຫ້​ແກ່​ພາກ​ເອກ​ກະຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ​ເຖິງ
2,135 ສັນຍາ​ ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ສໍາ​ປະທານ​ທີ່​ດິນ​ຂອງ​ເອກ​
ກະ​ຊົນ​ລາວ 1,440 ສັນຍາ ​ແລະ​ຂອງ​ຕ່າງ​ຊາດ 540 ສັນຍາ
ສ່ວນ 155 ສັນຍາ​ເປັນ ການ​ຮ່ວມ​ທຶນ​ລະຫວ່າງ​ເອກ​ກະ​ຊົນ​
ລາວ​ກັບ​ຕ່າງ​ຊາດ.

ຊຶ່ງ​ຈາກ​ສະຖິຕິ​ດັ່ງກ່າວ ຈະ​ເຫັນ​ໄດ້ວ່າ ​ເອກ​ກະ​ຊົນ​ລາວ​ຖື​ຄອງ​ສັນຍາ​ສໍາ​ປະທານ​ຫຼາຍ​ກວ່າ​ຕ່າງ​ຊາດ ​ແຕ່​ເມື່ອ​ພິດ​ຈາລະ​ນາ​ຈາກເນື້ອ​ທີ່​ສໍາ​ປະທານ​ຕົວ​ຈິງ​ນັ້ນ ກໍ​ພົບ​ວ່າ​ຕ່າງ​ຊາດ​ຖື​ຄອງ​ພື້ນ​ທີ່​ສໍາ​ປະທານ​ຫຼາຍກວ່າ​ເອກ​ກະ​ຊົນ​ລາວ ກໍ​ຄື​ໃນ​ຂະນະ​ທີ່​ເອກ​ກະ​ຊົນ​ລາວ​ມີ​ພື້ນ​ທີ່ສໍາປະ ທານ​ລວມກັນ 1 ​ແສນ​ກວ່າ​ເຮັກ​ຕ້າ​ນັ້ນ ກໍ​ປາກົດ​ວ່າຕ່າງ​ຊາດ​ມີ​ເນື້ອ​ທີ່​ສໍາ​ປະທານລວມກັນ​ກວ້າງ​ກວ່າ 3 ​ແສນ​ເຮັກ​ຕ້າ​ນັ້ນ​ເອງ.

ທັງ​ນີ້​ໂດຍ​ບັນດາ​ເອກ​ກະ​ຊົນ​ຈາກ​ຫວຽດນາມ ຈີນ ​ແລະ​ໄທ​ຄື​ກຸ່ມ​ທຸລະ​ກິດ​ທີ່​ມີ​ເນື້ອ​ທີ່​ສໍາ ປະທານ​ຫຼາຍທີ່​ສຸດ ຊຶ່ງ​ແບ່ງ​ເປັນ​ເຂດສໍາ​ປະທານ​ຂອງ​ເອກ​ກະ​ຊົນ​ຈີນ​ໃນ​ເຂດ​ພາກ​ເໜືອ ​ເຂ​ດສໍາ​ປະທານ​ຂອງ​ໄທ​ໃນ​ເຂດ​ແຂວງ​ພາກ​ກາງ ​ແລະ​ເຂດ​ສໍາ​ປະທານ​ຂອງ​ຫວຽດນາມ​ໃນ​ເຂດແຂວງ​ພາກ​ໃຕ້​ຕາມ​ລໍາ​ດັບ.
XS
SM
MD
LG