ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ອະນຸມັດ ສໍາປະທານ ຂຸດຄົ້ນ ແຮ່ທາດ 470 ໂຄງການ


ບໍ່ຄໍາ ພູຄໍາ
ບໍ່ຄໍາ ພູຄໍາ
ທາງ​ການ​ລາວ​ອະນຸຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​
ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງປະ​ເທດ​ແລ້ວ ​ເຖິງ 47​0 ​ໂຄງ
ການ ​ໂດຍ​ມີ​ພື້ນ​ທີ່​ສໍາປະທານ​ລວມກັນ​ກວ້າງ​ກວ່າ 36,300 ກິ
ໂລ​ແມັດ​ມົນທົນ.


ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ແລະ​
ການ​ລົງທຶນໄດ້​ຖະແຫຼ​ງຢືນຢັນ​ວ່າ​ທາງ​ການ​ລາວ ທັງ​ໃນ​ຂັ້ນ​ສູນ​
ກາງ ​ແລະ​ລະດັບທ້ອງຖິ່ນ ​ໄດ້​ອະນຸຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ໂດຍ​ຄິດ​ເປັນ​ພື້ນ​ທີ່​ຂຸດ​ຄົ້ນ​ລວມກວ້າງກວ່າ 36,300 ກິ​ໂລ​ແມັດ​ມົນທົນ ​ໃນ​ທົ່ວ ປະ​ເທດ ​ແລະ​ມີ​ມູນ​ຄ່າ​ການ​ລົງ ທຶນ​ລວມກັນ​ເຖິງ 5,900 ລ້ານ​ໂດ​ລ່າ.

ທັງ​ນີ້​ໂດຍ​ເຂດ​ທີ່​ໄດ້​ມີ​ການ​ອະນຸຍາດ​ສໍາ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຫຼາຍ​ທີ່​ສຸດ ກໍ​ຄື​ເຂດ ​ແຂວງ​ພາກ​ເໜືອ ທີ່​ມີ​ຈໍານວນ​ເຖິງ 249 ​ໂຄງການ ທີ່​ກວມ​ເອົາ​ພື້ນ​ທີ່​ກວ້າງ​ກວ່າ 21,442 ກິ​ໂລ​ແມັດ​ມົນທົນ ສ່ວນ​ທີ່​ເຂດ​ແຂວງ​ພາກ​ກາງ​ກໍ​ໄດ້​ອະນຸຍາດ​ສໍາ​ປະທານ​ໄປ​ທັງ​ໝົດ 167 ​ໂຄງການ ​ໂດຍ​ກວມ​ເອົາ​ພື້ນ​ທີ່​ກວ້າງ​ກວ່າ 7,580 ກິ​ໂລ​ແມັດ​ມົນທົນ ​ແລະ​ຢູ່​ເຂດ​ພາກ​ໃຕ້ ກໍ​ໄດ້​ອະນຸຍາດ​ສໍາ​ປະທານ​ໄປ​ແລ້ວ 54 ​ໂຄງການ ທີ່​ກວມ​ເອົາ​ພື້ນ​ທີ່​ກວ້າງ​ກວ່າ 7,297 ກິ ​ໂລ​ແມັດ​ມົນທົນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ດີ ດວງ​ດີ ກໍ​ຍອມຮັບ​ວ່າ​ມີ​ຫຼາຍ​ໂຄງການ​ທີ່ ອາດ​ຈະ​ຕ້ອງ​ຖືກ​ຍົກ​ເລີກ ​ເພາະວ່າ​ຜູ້​ລົງທຶນ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕາມ​ເງື່ອນ​ໄຂ​ທີ່​ກໍາໜົດ​ໄວ້​ໃນ​ສັນຍາ​ການ​ລົງທຶນ ທັງ​ນີ້​ໂດຍ​ອິງ​ຕາມ​ການ​ກວດກາ​ຂອງ​ຄະນະ​ສະ​ເພາະ​ກິດ ທີ່ລັດ ຖະບານ​ລາວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ໃຫ້​ດໍາ​ເນີນ​ການກວດ​ສອບ​ທັງ​ໃນ​ດ້ານ​ເອກ​ກະສາ​ນ ​ແລະ​ການ​ລົງ​ໄປ​ກວດ​ສະພາບ​ຕົວ​ຈິງ​ໃນ​ປີ​ທີ່​ຜ່ານ​ມາ​ນັ້ນ ພົບ​ວ່າ​ມີ​ພຽງ 14 ​ໂຄງການ​ເທົ່າ​ນັ້ນ ທີ່​ຈັດ​ຕັ້ງ​ປະຕິ ບັດ​ໄດ້​ຕາມ​ມາດຕະຖານ​ທີ່​ກໍາໜົດ​ໄວ້​ໃນ​ສັນຍາ​ການ​ລົງທຶນ ສ່ວນ​ໂຄງການ​ທີ່​ເຫຼືອ ກໍ​ຍັງ​ຈະ ຕ້ອງ​ມີ​ການ​ພັດທະນາ​ປັບປຸງ​ໃຫ້​ໄດ້​ມາດຕະຖານ​ຕາມ​ສັນຍາ​ການລົງທຶນ​ຕໍ່​ໄປ.

ນອກຈາກ​ນີ້ ຄະນະ​ສະ​ເພາະ​ກິດດັ່ງກ່າວ​ກໍໄດ້​ສະ​ເໜີ​ໃຫ້​ລັດຖະບານ​ລາວ​ພິຈາລະນາ​ເພື່ອ​ຍົກ​ເລີກ​ສໍາປະທານຈໍານວນ 8 ​ໂຄງການ ​ແລະ​ຜູ້​ລົງທຶນ​ສົ່ງ​ຄືນ​ໃຫ້​ລັດຖະບານ​ລາວ 3 ​ໂຄງການ ທັງ​ຍັງ​ມີ​ອີກ 88ໂຄງການ​ທີ່​ອາດ​ຈະ​ຕ້ອງ​ຖືກ​ຍົກ​ເລີກ​ສໍາ​ປະທານ​ໃນ​ລະຍະ​ຕໍ່​ໄປ ​ເພາະ​ການກວດ​ສອບ​ພົບ​ວ່າ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ແບ່ງ​ເປັນ 56 ​ໂຄງ ການ ທີ່​ມີ​ປະສິດທິ ພາບ​ຕໍ່າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ ສ່ວນ​ທີ່​ເຫຼືອ​ອີກ 32 ​ໂຄງ​ນັ້ນ ກໍ​ມີ​ປະສິດທິພາບຕໍ່າ​ຫຼາຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ຍັງຖື​ສໍາຄັນ​ວ່າການ​ອະນຸຍາດ​ສໍາ​ປະທານ ການ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ ກໍ​ຄື​ແຫຼ່ງລາຍ​ຮັບ​ທີ່​ສໍາຄັນ​ທີ່​ລັດຖະບານ​ສາມາດ​ນໍາ​ໄປ​ໃຊ້​ຈ່າຍ​ໃນ ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ຕ່າງໆ ທີ່​ມີ​ເປົ້າໝາຍ​ເພື່ອ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາ ຊົນ​ລາວ ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2015 ກໍ​ຄື​ການ​ເຮັດ​ໃຫ້​ອັດຕາ​ສະ​ເລ່ຍ ຄວາມທຸກ​ຍາກ ຂອງ​ປະຊາຊົນ​ລາວ​ລົດ​ລົງ​ເຫຼືອ​ບໍ່​ເຖິງ 10% ຂອງ​ຄົວ​ເຮືອນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ພາຍ​ໃນປີ 2015 ດັ່ງກ່າວ. ​

ໂດຍ​ມາດ​ຕະການ​ນຶ່ງ ທີ່​ລັດຖະບານລາວ​ຈະ​ນໍາ​ໃຊ້​ເພື່ອແກ້​ໄຂ​ບັນຫາ​ສໍາ​ປະທານ​ໃນ​ການ​ຂຸດ​ຄົ້ນ​ແຮ່​ທາດ​ດັ່ງກ່າວ ທັງ​ກໍ​ຍັງ​ຖື​ເປັນ​ການ​ຫຼຸດ​ຜ່ອນ​ບັນຫາ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ດ້ວຍ​ນັ້ນ ກໍ​ຄື​ການ​ສົ່ງ​ເສີມ​ການ​ລົງທຶນ​ທີ່​ເປັນ​ໂຄງການ ຂະໜາດ​ໃຫຍ່ ດັ່ງ​ທີ່​ທ່ານ ວີລະ​ພົນ ວິລະ​ວົງ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່ ​ໄດ້ໃຫ້ການ​ຢືນຢັນ​ກັບ​ວີ​ໂອ​ເອ ວ່າ:

ທ່ານ ວີລະ​ພົນ ວິລະ​ວົງ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່
ທ່ານ ວີລະ​ພົນ ວິລະ​ວົງ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່

“ນະ​ໂຍບາຍ​ຂອງ​ເຮົາ​ນີ້ ​ເຮົາ​ຢາກ​ເຮັດ​ໃຫ້ການ​ຂຸດ​ຄົ້ນ​ບໍ່​
ແຮ່​ໃນລາວ​ນີ້ ​ເປັນ​ໂຄງການ​ຂະ ໜາດ​ໃຫຍ່ ອັນ​ນີ້​ແມ່ນ​
ການ​ແນະ​ນໍາ​ຂອງ​ຊ່ຽວຊານ​ຕ່າງປະເທດ ​ເພາະວ່າ​ການ​
ຂຸດ​ຄົ້ນ​ ຂະໜາດ​ໃຫຍ່​ ມັນ​ສິມີ​ການວາງ​ແຜນ​ລະອຽດ
ການ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ ​ເພາະວ່າ​ເຂົາເອງຈະ​ຕ້ອງ​
ຮັບຜິດຊອບ​ມີ​ຊື່​ມີ​ສຽງ ​ແລ້ວ​ກະກາ​ນ​ເກັບ​ຄ່າ​ສໍາ​ປະທານ
ຄ່າ
Royalty ຄ່າ ຫຍັງ​ມັນ​ກະ​ງ່າຍ​ຂຶ້ນ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທະນາຄານໂລກ ກໍ​ໄດ້​ເຕືອນ​ລັດຖະບານ​ລາວ​ວ່າ ການ​ຂຸດ​ຄົ້ນ​ແຮ່​ທາດ ຢ່າງ​ກວ້າງຂວາງ​ຈະ​ບໍ່​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ລາວ​ໃນ​ລະຍະ​ຍາວ ​ເພາະ​ບໍ່​ມີ ພຽງ​ແຕ່​ຈະ​ເຮັດ​ໃຫ້​ຊັບ​ພະຍາກອນ​ແຮ່​ທາດ​ລົດ​ນ້ອຍ​ຖອຍ​ລົງໄປ​ເລື້ອຍໆເທົ່ານັ້ນ ຫາກ​ແຕ່​ກໍ​ຍັງຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລາວ​ຢ່າງ​ໜັກໜ່ວງ​ຫຼາຍ​ຂຶ້ນນັບ​ມື້​ອີກດ້ວຍ.
XS
SM
MD
LG