ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ມີການລັກລອບ ຄ້າໄມ້ເຖື່ອນ ລວມເກີນກວ່າ 4 ລ້ານແມັດກ້ອນ ໃນແຂວງຄຳມ່ວນ


ໄມ້ທີ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະພະນັກງານລັດ ຈຳນວນໜຶ່ງ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນ ໃຫ້ພາກັນເຂົ້າໄປລັກລອບຕັດ.
ໄມ້ທີ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະພະນັກງານລັດ ຈຳນວນໜຶ່ງ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນ ໃຫ້ພາກັນເຂົ້າໄປລັກລອບຕັດ.

ທາງການລາວກວດພົບ ການລັກລອບຄ້າໄມ້ເຖື່ອນ ຄິດເປັນປະລິມານລວມເກີນກວ່າ
4 ລ້ານແມັດກ້ອນ ໃນແຂວງຄຳມ່ວນ ໃນຂະນະທີ່ລັດຖະບານລາວ ຍັງສືບຕໍ່ໃຊ້ ມາດຕະການຫ້າມສົ່ງອອກໄມ້ທ່ອນ ຢ່າງເດັດຂາດ.

ທ່ານໂອໄດ ສຸດາພອນ ເຈົ້າແຂວງ ແລະເລຂາພັກແຂວງຄຳມ່ວນ ຢືນຢັນວ່າ ການ ກວດກາເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງພາຍໃນແຂວງຄຳມ່ວນ ໃນຊ່ວງປີ 2011-2015 ທີ່ຜ່ານມາ ໄດ້ມີການກວດກາທັງໝົດ 15 ເປົ້າໝາຍ ຊຶ່ງພົບ
ວ່າ ການສໍ້ລາດບັງຫລວງ ໄດ້ເຮັດໃຫ້ເກີດການເສຍຫາຍ ດ້ານລາຍຮັບຂອງພາກລັດ ໄປຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດລາ ທັງຍັງກວດພົບ ການລັກລອບຄ້າໄມ້ ຜິດກົດໝາຍ ຄິດເປັນປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ພວກລົດບັນທຸກໄມ້ທ່ອນທັງຫຼາຍ ກຳລັງຈະຂົນສົ່ງໄມ້ທ່ອນຂອງລາວ ຂ້າມໄປປະເທດຫວຽດນາມ.
ພວກລົດບັນທຸກໄມ້ທ່ອນທັງຫຼາຍ ກຳລັງຈະຂົນສົ່ງໄມ້ທ່ອນຂອງລາວ ຂ້າມໄປປະເທດຫວຽດນາມ.

ທັງນີ້ ໄມ້ສ່ວນໃຫຍ່ ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະພະນັກງານລັດ ຈຳນວນໜຶ່ງ ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລະລັກລອບຂົນສົ່ງ ໃນເວລາກາງຄືນ ເພື່ອນຳໄປຊຸກເຊື່ອງໄວ້ ກ່ອນທີ່ຈະລັກລອບ ຂົນສົ່ງອອກໄປຊາຍແດນດ້ານຫວຽດນາມ ຊຶ່ງຈາກການກວດກາ ໃນລະຍະທີ່ຜ່ານມາ ຍັງພົບວ່າ ມີໂຮງງານແປຮູບໄມ້ຂອງເອກກະຊົນ ເຂົ້າໄປກ່ຽວຂ້ອງ ກັບການລັກລອບ ດັ່ງກ່າວນີ້ດ້ວຍ.

ທາງການລາວໄດ້ຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມ
ທະວີຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໜ່ວຍສະເພາະກິດ ທີ່ລັດຖະບານລາວ ໄດ້ມອບໝາຍໃຫ້ຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ຕາມຄຳສັ່ງ ດັ່ງກ່າວ ໄດ້ສະເໜີຕໍ່ກອງປະຊຸມຄະນະລັດຖະບານລາວ ເພື່ອໃຫ້ມີຄຳສັ່ງປິດໂຮງງານ ແປຮູບໄມ້ ຂອງເອກກະຊົນ 28 ແຫ່ງທີ່ຕັ້ງຢູ່ໃກ້ເຂດປ່າສະຫງວນແຫ່ງຊາດທົ່ວປະເທດ ເມື່ອບໍ່ນານມານີ້ ແຕ່ກໍໄດ້ໃຫ້ໂອກາດແກ່ເຈົ້າຂອງໂຮງງານ ທຳການປິດໂຮງງານດ້ວຍ ຕົນເອງກ່ອນ ແຕ່ຖ້າຫາກວ່າ ຍັງບໍ່ໄດ້ປະຕິບັດຕາມຄຳສັ່ງດັ່ງກ່າວ ທາງການລາວ ຈຶ່ງຈະດຳເນີນມາດຕະການດ້ວຍຕົນເອງຕໍ່ໄປ.

ທາງດ້ານທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກຄະນະລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບ ດັ່ງກ່າວນີ້ ຍັງຈະສືບຕໍ່ມາດຕະການ ຫ້າມສົ່ງອອກໄມ້ທ່ອນທຸກຊະນິດ ຢ່າງເດັດຂາດ ໂດຍຈະອະນຸຍາດສະເພາະໄມ້ ທີ່ແປຮູບເປັນຜະລິດຕະພັນ ທີ່ສຳເລັດຮູບ ທີ່ກະຊວງ ອຸດສາຫະກຳ ແລະການຄ້າ ກຳນົດເທົ່ານັ້ນ ດັ່ງທີ່ທ່ານຈະເລີນ ໄດ້ໃຫ້ການຢືນຢັນວ່າ:

“ເພື່ອຜັນຂະຫຍາຍມະຕິຕົກລົງຂອງນາຍົກລັດຖະມົນຕີດັ່ງກ່າວ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ກໍໄດ້ອອກຂໍ້ຕົກລົງ ສະບັບເລກທີ 1833/ອຄ. ລົງວັນທີ 3 ຕຸລາ 2016 ນີ້ ຊຶ່ງໄດ້ກຳນົດຢ່າງລະອຽດຈະແຈ້ງ ກ່ຽວກັບມາດຕະຖານ ລະດັບ ຂະໜາດ ແລະຮູບແບບ ຂອງຜະລິດຕະພັນໄມ້ແຕ່ລະຊະນິດ ທີ່ອະນຸຍາດ ໃຫ້ສົ່ງອອກໄດ້ ແລະຫ້າມສົ່ງອອກ.”

ທ່ານຈະເລີນ ບອກດ້ວຍວ່າ ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຍຶດໄມ້ໄດ້ 104,230 ແມັດກ້ອນໃນຊ່ວງ 4 ເດືອນທີ່ຜ່ານມາ ໂດຍບໍ່ລວມໄມ້ຜິດກົດໝາຍທີ່ຍຶດໄດ້ ເຖິງ 55,421 ແມັດກ້ອນ ຊຶ່ງໃນນີ້ໄດ້ຂາຍອອກໄປແລ້ວ 7,300 ກວ່າແມັດກ້ອນ ຈຶ່ງຍັງ ເຫຼືອ 48,000 ກວ່າແມັດກ້ອນທີ່ຕ້ອງຂາຍອອກ ເຊັ່ນດຽວກັນກັບໄມ້ 104,230 ແມັດ ກ້ອນນັ້ນ ທັງຍັງມີໄມ້ຄ້າງສະໜາມອີກເຖິງ 270,400 ແມັດກ້ອນ ທີ່ຈະຕ້ອງຈັດເກັບ ພາສີອາກອນຕໍ່ໄປ.

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ ການຢຸດຢັ້ງການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ ໃຫ້ໄດ້ ຢ່າງແທ້ຈິງ ໂດຍໄດ້ກຳນົດໃຫ້ທຸກພາກສ່ວນທັງສູນກາງ ແລະທ້ອງຖິ່ນໃນທົ່ວປະເທດ ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນ ຍ້າຍໄມ້ ທຸລະກິດການຄ້າໄມ້ ແລະການສົ່ງໄມ້ໄປຕ່າງປະເທດອີກດ້ວຍ.

XS
SM
MD
LG