ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຫວຽດນາມ ທີ່ດຳເນີນທຸລະກິດ ຜິດກົດໝາຍຢູ່ໃນລາວ ຢູ່ຕໍ່ໄດ້ຖ້າຫາກມີເງິນລົງທຶນ 250 ລ້ານກີບຂຶ້ນໄປ


ກອງປະຊຸມຖະແຫລງຂ່າວ ຂອງປະທານປະເທດລາວ ແລະ ປະທານປະເທດຫວຽດນາມ
ກອງປະຊຸມຖະແຫລງຂ່າວ ຂອງປະທານປະເທດລາວ ແລະ ປະທານປະເທດຫວຽດນາມ

ທາງການລາວອະນຸຍາດໃຫ້ຊາວຫວຽດນາມ 200 ກວ່າລາຍ
ທີ່ດຳເນີນທຸລະກິດ ບໍ່ຖືກກົດໝາຍສາມາດທີ່ຈະດຳເນີນກິດ
ຈະການໃນແຂວງຈຳປາສັກ ໄດ້ຕໍ່ໄປ ຖ້າຫາກມີເງິນລົງທຶນ
ຕັ້ງແຕ່ 250 ລ້ານກີບຂຶ້ນໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະການຄ້າ ໃຫ້ການຍອມຮັບວ່າ ການທີ່ລາວ ມີຄວາມສຳພັນ ແລະຮ່ວມມືແບບພິເສດ ກັບຫວຽດນາມ ຖືເປັນເງື່ອນໄຂສຳຄັນທີ່ເຮັດໃຫ້

ການແກ້ໄຂບັນຫາກ່ຽວກັບການເຂົ້າມາໃນລາວ ໂດຍຜິດກົດໝາຍ ຂອງຊາວຫວຽດນາມ
ມີຄວາມຫຍຸ້ງຍາກນັບມື້ ໂດຍສະເພາະແມ່ນການແກ້ໄຂບັນຫາ ທີ່ຊາວຫວຽດນາມ ໄດ້ພາ
ກັນເຂົ້າມາດຳເນີນທຸລະກິດຕ່າງໆ ຢ່າງບໍ່ຖືກກົດໝາຍ ຢູ່ໃນແຂວງພາກໃຕ້ນັ້ນ ຖືເປັນ
ບັນຫາທີ່ຍາກທີ່ສຸດ ທັງຍັງບໍ່ສາມາດແກ້ໄຂໄດ້ເລີຍໃນຕະຫລອດລະຍະ 10 ກວ່າປີມານີ້.

ແຕ່ຢ່າງໃດກໍຕາມເພື່ອເປັນການປ້ອງກັນບໍ່ໃຫ້ຊາວຫວຽດນາມພາກັນເຂົ້າມາໃນລາວ
ເພີ້ມຫຼາຍຂຶ້ນຈົນເກີນໄປ ທາງການລາວກໍມີມາດຕະການ ບັງຄັບໃຫ້ທຸລະກິດ ຂອງຊາວ
ຫວຽດນາມ ທີ່ເຂົ້າມາດຳເນີນກິດຈະການຢ່າງບໍ່ຖືກຕ້ອງດັ່ງກ່າວ ຈະຕ້ອງມີເງິນທຶນຕັ້ງແຕ່ 250 ລ້ານກີບຂຶ້ນໄປ ຈຶ່ງຈະອະນຸຍາດໃຫ້ຢູ່ໃນລາວຕໍ່ໄປ ໂດຍໄດ້ມີການເລີ້ມດຳເນີນມາດ ຕະການດັ່ງກ່າວ ໃນເຂດແຂວງຈຳປາສັກ ເປັນແຂວງທຳອິດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຈຳປາສັກ ໄດ້ໃຫ້ການຢືນຢັນວ່າ:

“ນັກທຸລະກິດຜູ້ທີ່ມາທຳການຄ້າຂາຍຢູ່ແຂວງຈຳປາສັກນີ້ ໃຜມີທຶນແຕ່ 250 ລ້ານ
ກີບຂຶ້ນໄປ ລ່ະມາຮອດປັດຈຸບັນນີ້ ພວກເຮົາກໍເຮັດໄດ້ປະມານ 200 ກວ່າກິດຈະການ
ແລະ ເຫັນວ່າມີປະມານ 40 ກວ່າພາກສ່ວນນີ້ສາມາດຢູ່ໄດ້ ແຕ່ວ່າພາກສ່ວນດັ່ງ
ກ່າວນີ້ ຈະຕ້ອງໄດ້ປະກອບສຳນວນຕ່າງໆ ໃຫ້ຖືກຕ້ອງຕາມລະບຽບກົດໝາຍໝົດ.”

ບັນດາຄົນງານຊາວຫວຽດນາມ ກຳລັງພາກັນຍື່ນເອກະສານເພື່ອເຂົ້າໄປ ໃນລາວ ຢູ່ທີ່ດ່ານກວດຄົນເຂົ້າເມືອງຊາຍແດນລາວ-ຫວຽດນາມ.
ບັນດາຄົນງານຊາວຫວຽດນາມ ກຳລັງພາກັນຍື່ນເອກະສານເພື່ອເຂົ້າໄປ ໃນລາວ ຢູ່ທີ່ດ່ານກວດຄົນເຂົ້າເມືອງຊາຍແດນລາວ-ຫວຽດນາມ.

ໂດຍຈາກການກວດກາສະເພາະໃນເຂດເມືອງປາກເຊພົບວ່າ
ມີທຸລະກິດຂອງຊາວຫວຽດນາມ 282 ກິດຈະການ ແລະໄດ້ນຳ
ແຮງງານເຂົ້າມາໃນລາວ ໂດຍບໍ່ໄດ້ຮັບອະນຸຍາດຫຼາຍກວ່າ
10,000 ຄົນແລ້ວ ໃນປັດຈຸບັນນີ້.

ທັງນີ້ ໂດຍທາງການລາວຄາດໝາຍວ່າ ໃນຊ່ວງປີ 2011-2015 ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຕ້ອງການແຮງງານມີ
ຝີມືຈຳນວນຫຼາຍກວ່າ 9 ໝື່ນຄົນ ຊຶ່ງໃນລະຍະ 4 ປີ ທີ່ຜ່ານມາ
ກໍໄດ້ມີການນຳເຂົ້າແຮງງານມີຝີມື ຈາກຕ່າງປະເທດແລ້ວ 2 ໝື່ນ
ກວ່າຄົນ ຈຶ່ງຍັງເຫຼືອອີກ 7 ໝື່ນກວ່າຄົນ ທີ່ຈະຕ້ອງນຳເຂົ້າມາ
ເພີ້ມຂຶ້ນອີກ ນັບຈາກ ປັດຈຸບັນໄປຈົນເຖິງປີ 2015 ດັ່ງທີ່ທ່ານນາງອ່ອນຈັນ ທຳມະວົງ
ລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຖະແຫລງຢືນຢັນວ່າ:

“ແຕ່ປີ 2011 ຫາ 2015 ນີ້ແຮງງານລາວເຮົາຈະຂາດທາງດ້ານຈຳນວນນີ້ ແມ່ນ
ເກົ້າໝື່ນ ເອີ້ນວ່າເກົ້າສິບພັນຄົນ ສະນັ້ນຜ່ານມາລັດຖະບານ ກໍຄືຂະແໜງແຮງ
ງານນີ້ ໄດ້ພ້ອມກັນປະຕິບັດແລ້ວ ເອີ້ນວ່າປີຜ່ານມາພວກເຮົາໄດ້ດູດເຂົ້າ ນຳເຂົ້າ
ແຮງງານຕ່າງປະເທດນີ້ ເອີ້ນວ່າຊາວປາຍພັນຄົນ ສຳຫລັບປີຕໍ່ໜ້ານີ້ ກະຄາດຄະ
ເນວ່າພວກເຮົາຈະຕ້ອງດູດແຮງງານຕ່າງປະເທດຫັ້ນ ນຳເຂົ້າແຮງງານຕ່າງປະເທດ ນີ້ອີກ ປະມານເຈັດໝື່ນຄົນ.”

ທັງນີ້ໂດຍເຖິງແມ່ນວ່າ ໃນສົກຮຽນ 2013-2014 ທີ່ຜ່ານມາຈະມີນັກສຶກສາ ທີ່ຈົບຊັ້ນ
ປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດລາວ ຈຳນວນທັງໝົດເຖິງ 8,550 ຄົນ ແລະ
ໃນນີ້ກໍມີນັກສຶກສາ ທີ່ຈົບຈາກຄະນະວິສະວະກຳສາດ ວິທະຍາສາດ ກະສິກຳ ເສດຖະສາດ ແລະພາສາຕ່າງປະເທດລວມກັນຫຼາຍກວ່າ 4,500 ຄົນກໍຕາມ ແຕ່ສ່ວນໃຫຍ່ ກໍຍັງບໍ່ໄດ້
ມາດຕະຖານຕາມຄວາມຕ້ອງການ ຂອງບໍລິສັດຕ່າງຊາດ.

ແຕ່ຢ່າງໃດກໍຕາມລັດຖະບານລາວກໍໄດ້ວາງເປົ້າໝາຍ ທີ່ຈະພັດທະນາເພື່ອຍົກລະດັບ
ຝີມືແຮງງານຂອງລາວໃຫ້ໄດ້ເຖິງ 240,000 ຄົນພາຍໃນປີ 2020 ເພື່ອຕອບສະໜອງ
ແຮງງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວໃຫ້ໄດ້ຢ່າງພຽງພໍ
ທັງນີ້ດ້ວຍການປັບປຸງກົດໝາຍແຮງງານ ໃຫ້ມີຄວາມສອດຄ້ອງ ກັບການພັດທະນາ
ເສດຖະກິດ-ສັງຄົມ ແລະເຮັດໃຫ້ແຮງງານລາວມີຄຸນນະພາບ ທີ່ສາມາດເຊື່ອມໂຍງ
ເສດຖະກິດອາຊ່ຽນໃຫ້ໄດ້ ຢ່າງແທ້ຈິງ ຫາກແຕ່ວ່າບັນຫາກໍຄື ການທີ່ມີສູນພັດທະນາ
ຝີມືແຮງງານ ຢູ່ຢ່າງຈຳກັດ ແລະຄ່າຈ້າງແຮງງານ ຕ່ຳກວ່າລະດັບຄ່າຄອງຊີບທີ່ເປັນຈິງ.

XS
SM
MD
LG