ລັດຖະບານລາວ ໄດ້ປະກາດ ແຜນການສ້າງເຂື່ອນທີ່ສຳຄັນ ໃສ່ແມ່ນ້ຳຂອງແຫ່ງທີ 4
ພຽງບໍ່ເທົ່າໃດເດືອນ ຫຼັງຈາກທີ່ໄດ້ສຶກສາເບິ່ງຄວາມເປັນໄປໄດ້ຂອງໂຄງການເຂື່ອນ
ພະລັງໄຟຟ້າອັນອື່ນ ທີ່ໄດ້ພາໃຫ້ມີຄຳຖາມ ກ່ຽວກັບການຊັກຊ້າ ໃນຂໍ້ຕົກລົງຊື້ພະລັງ
ງານນັ້ນ.
ປະເທດລາວ ໄດ້ແຈ້ງໃຫ້ຄະນະກຳມາທິການແມ່ຂອງສາກົນ ຫຼື MRC ໃນສັບປະດາ
ແລ້ວນີ້ ກ່ຽວກັບຈຸດປະສົງຂອງຕົນ ທີ່ຈະສ້າງເຂື່ອນພະລັງງານໄຟຟ້າ ທີ່ມີຄວາມແຮງ
770 ເມກາວັດ ທີ່ເມືອງປາກລາຍ, ແຂວງ ໄຊຍະບູລີ ບ່ອນທີ່ ໄດ້ມີການສ້າງເຂື່ອນທີ່
ເປັນເລື້ອງນອງນັນມາແລ້ວຢູ່ທີ່ນັ້ນ.
ການແຈ້ງດັ່ງກ່າວ ແມ່ນມີຂຶ້ນ ຫຼັງຈາກການຕັດສິນໃຈຂອງໄທ ໃນເດືອນກຸມພາຜ່ານ
ມານີ້ ທີ່ໄດ້ໂຈະການລົງນາມ ໃນຂໍ້ຕົກລົງ ທີ່ຈະຊື້ກະແສໄຟຈາກເຂື່ອນໄຟຟ້າປາກແບງ
ທີ່ຜະລິດ ກະແສໄຟຟ້າໄດ້ 912 ເມກາວັດ ນັ້ນ. ບາງກອກໄດ້ກ່າວວ່າ ຕົນໄດ້ພິຈາລະນາຄືນໃໝ່ໃນຍຸດທະສາດການນຳໃຊ້ພະລັງງານໄຟຟ້າຂອງຕົນຫລັງຈາກທີ່ມີລາຍງານ
ກ່ຽວກັບການມີພະ ລັງງານເຫຼືອໃຊ້.
ທ່ານນາງມໍຣີນ ແຮຣິສ (Maureen Harris) ຜູ້ອຳນວຍການໂຄງການແມ່ນ້ຳນາໆຊາດ
ໃນ ພາກເອເຊຍອາຄະເນ ຊຶ່ງແມ່ນອົງການຕິດຕາມຊິ້ງຊອມດ້ານສະພາບແວດລ້ອມ,
ໄດ້ກ່າວວ່າ ການແຈ້ງການຂອງລັດຖະບານ ກ່ຽວກັບເຂື່ອນປາກລາຍນັ້ນ ແມ່ນເປັນ
ເລື່ອງທີ່ບໍ່ປົກ ກະຕິ.
ທ່ານນາງແຮຣິສ ໄດ້ກ່າວວ່າ “ກ່ອນອື່ນໝົດ ການກໍ່ສ້າງຂອງເຂື່ອນ ແມ່ນມີກຳໜົດການ
ທີ່ຈະເລີ້ມ ໃນປີ 2022 ຊຶ່ງແມ່ນຍັງອີກ 3 ປີ ຂ້າງໜ້າພຸ້ນ. ສະນັ້ນ ມັນຈຶ່ງເປັນຂັ້ນຕອນ
ທີ່ສຳຄັນ ກ່ອນໜ້າໂຄງການອື່ນໆ ທີ່ໄດ້ຮັບການດຳເນີນງານ ກ່ອນວັນເວລາ.”
ທ່ານນາງກ່າວຕື່ມວ່າ “ມັນບໍ່ມີພວກພັດທະນາ ຫຼືບໍ່ ກໍພວກຜູ້ຊື້ໄຟຟ້າ ທີ່ບົ່ງໄວ້ ໃນແຈ້ງ
ການດັ່ງກ່າວ.”
ທ່ານນາງແຮຣິສ ສົງໄສວ່າ ມັນອາດຈະມີບັນຫາບາງຢ່າງ ໃນລາວ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມຈາກການສ້າງເຂື່ອນ.
ໃນການກອງປະຊຸມສຳຄັນທີ່ປະເທດກຳປູເຈຍ ໃນເດືອນເມສາ ຜ່ານມານີ້ ຕົວແທນ
ຄະນະກຳມາທິການແມ່ຂອງສາກົນ ໄດ້ພົບເຫັນວ່າ ໂຄງການເຂື່ອນທີ່ສຳຄັນ ໃນມູນຄ່າ
4 ພັນ 7 ຮ້ອຍລ້ານໂດລາ ທີ່ພວກນັກວິທະຍາສາດວິເຄາະການສຶກສາຄົ້ນຄ້ວາ
ໃນແມ່ນ້ຳ ທີ່ເປັນບັນຫາໜັກ ຕໍ່ພວກປາທັງຫຼາຍ ແລະອາຫານການກິນ ໃນທົ່ວເອເຊຍ
ອາຄະເນ.
ການສຶກສາດັ່ງກ່າວ ໄດ້ພົບເຫັນວ່າ ຖ້າແຜນພັດທະນາໃນປັດຈຸບັນນີ້ ຈະດຳເນີນສືບ
ຕໍ່ໄປນັ້ນ, 39 ຫາ 40 ເປີເຊັນຂອງພວກປາທັງໝົດ ຊຶ່ງປະເມີນຄ່າໄດ້ປະມານ 4 ພັນ
3 ຮ້ອຍລ້ານໂດລາ ຈະໄດ້ຮັບຄວາມເສຍຫາຍ ພາຍໃນປີ 2040 ໃນເຂດລຸ່ມແມ່ນ້ຳ
ຂອງ ບ່ອນທີ່ ຜູ້ຄົນ 200 ລ້ານຄົນ ກາງຕໍ່ໃສ່ແມ່ນ້ຳຂອງນີ້.