ລິ້ງ ສຳຫລັບເຂົ້າຫາ

logo-print

ລັດຖະບານ ລາວ ປະກາດສ້າງເຂື່ອນ ທີ່ເປັນບັນຫາ ໃນແມ່ນໍ້າຂອງ ອີກແຫ່ງນຶ່ງ


ພາບຕາເວັນຕົກດິນຕອນຄ້າຍຄໍ່າຍາມແລງຢູ່ແມ່ແຄມນໍ້າຂອງ, ນະຄອນຫຼວງ ວຽງຈັນ, ປະເທດ ລາວ. (ພາບຈາກ: R. Corben for VOA)

ລັດຖະບານ ລາວ ໄດ້ປະກາດແຜນການສຳລັບການສ້າງເຂື່ອນໃຫຍ່ ແຫ່ງທີສີ່ໃສ່ແມ່
ນໍ້າຂອງ ພຽງບໍ່ເທົ່າໃດເດືອນຫຼັງຈາກຄວາມເປັນໄປໄດ້ໃນໂຄງການເຂື່ອນໄຟຟ້າອີກ
ແຫ່ງນຶ່ງ ໄດ້ກາຍເປັນບັນຫາ ຍ້ອນຂໍ້ຕົກລົງຊື້ກະແສໄຟຟ້າທີ່ຖືກເລື່ອນເວລາ. ເດວິດ
ບອຍລ໌ ມີລາຍງານ ກ່ຽວກັບ ເລື້ອງນີ້ ເຊິ່ງພຸດທະສອນ ຈະນຳເອົາລາຍລະອຽດ ມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດ ລາວ ໄດ້ແຈ້ງໃຫ້ອົງການແມ່ນໍ້າຂອງສາກົນ ຫຼື MRC ຊາບເມື່ອສັບປະດາ
ກ່ອນນີ້ ກ່ຽວກັບ ຈຸດປະສົງ ທີ່ຈະສ້າງເຂື່ອນທີ່ມີກຳລັງຕິດຕັ້ງ 770 ເມກາວັດ ຢູ່ເມືອງ
ປາກລາຍ ແຂວງໄຊຍະບູລີ, ບ່ອນທີ່ເຂົາເຈົ້າໄດ້ສ້າງເຂື່ອນ ທີ່ເປັນບັນຫາໃນແມ່ນໍ້າ
ແລ້ວ.

ການປະກາດໄດ້ມີຂຶ້ນລຸນຫຼັງການຕັດສິນໃຈຂອງ ໄທ ທີ່ຈະເລື່ອນການເຊັນ ຂໍ້ຕົກລົງ
ຊື້ພະລັງງານ ຈາກເຂື່ອນ ປາກແບງ ທີ່ມີກຳລັງຕິດຕັ້ງ 912 ເມກາວັດຂອງ ລາວ ໃນ
ເດືອນກຸມພາທີ່ຜ່ານມາ. ມີລາຍງານວ່າ ບາງກອກ ກຳລັງທົບທວນຄືນ ແຜນການ
ດ້ານພະລັງງານຂອງເຂົາເຈົ້າ ຍ້ອນມີລາຍງານ ກ່ຽວກັບ ປະລິມານໄຟຟ້າເຫລືອໃຊ້.

ທ່ານນາງ ມໍຣີນ ແຮຣິສ, ຜູ້ອຳນວຍການພະແນກເອເຊຍຕາເວັນອອກ ສຽງໃຕ້ ຈາກ
ອົງການແມ່ນໍ້າສາກົນ ຫຼື International Rivers, ເຊິ່ງແມ່ນກຸ່ມອະນຸລັກສິ່ງແວດ
ລ້ອມ ໄດ້ກ່າວວ່າ ການປະກາດຂອງລັດຖະ ບານ ກ່ຽວກັບ ເຂື່ອນປາກລາຍ ບໍ່ແມ່ນ
ເລື່ອງປົກກະຕິ.

ທ່ານນາງ ແຮຣິສ ໄດ້ກ່າວວ່າ “ກ່ອນອື່ນໝົດ, ການກໍ່ສ້າງໂຄງການດັ່ງກ່າວ ແມ່ນມີ
ແຜນທີ່ຈະເລີ່ມຂຶ້ນ ໃນປີ 2022, ເຊິ່ງຫ່າງຈາກນີ້ໄປສາມປີ. ສະນັ້ນ ມັນຈິ່ງເປັນການ
ລິເລີ່ມຂະບວນການທີ່ໄວກວ່າກໍລະນີໂຄງການອື່ນໆ ທີ່ໄດ້ຜ່ານຂັ້ນຕອນໃນທຸກມື້ນີ້
ຫຼາຍ.”

ທ່ານນາງໄດ້ກ່າວເພີ່ມວ່າ “ມັນຍັງບໍ່ມີຊື່ຂອງຜູ້ພັດທະນາ ຫຼື ຜູ້ຊື້ພະລັງ ງານຖືກລະບຸ
ໃນການແຈ້ງດັ່ງກ່າວນັ້ນ.”

ທ່ານນາງ ແຮຣິສ ສົງໄສວ່າມັນອາດມີບັນຫາອື່ນໃນ ລາວ ກ່ຽວກັບ ຜົນກະທົບດ້ານ
ສິ່ງແວດລ້ອມຂອງເຂື່ອນນັ້ນ.

ໃນກອງປະຊຸມສຸດຍອດທີ່ສຳຄັນຢູ່ປະເທດ ກຳປູເຈຍ ເມື່ອເດືອນເມສາທີ່ຜ່ານມາ,
ບັນດາຕົວແທນອົງການ MRC ໄດ້ສະເໜີການຄົ້ນພົບຫຼາຍຢ່າງ ກ່ຽວກັບ ການປະ
ເມີນຜົນທາງວິທະຍາສາດ ທີ່ມີມູນຄ່າ 4 ລ້ານ 7 ແສນໂດລາ ຂອງການພັດທະນາທີ່
ໄດ້ວາງແຜນໄວ້ໃນແມ່ນ້ຳຂອງ ສຳລັບຈຳນວນປາ ແລະ ສະບຽງອາຫານອື່ນໆໃນທົ່ວ
ພາກພື້ນເອເຊຍຕາເວັນອອກສຽງໃຕ້.

ການສຶກສາໄດ້ຄົ້ນພົບວ່າ ຖ້າແຜນການພັດທະນາໃນປັດຈຸບັນຫາກດຳເນີນໄປໜ້າ,
39 ຫາ 40 ເປີເຊັນຂອງປາທັງໝົດ ເຊິ່ງມີມູນຄ່າປະມານ 4 ພັນ 3 ຮ້ອຍລ້ານໂດລາ
ນັ້ນ, ຈະຖືກທຳລາຍກ້ຽງໃນລຸ່ມແມ່ນໍ້າຂອງພາຍໃນປີ 2040, ເຊິ່ງເປັນບ່ອນເພິ່ງພາ
ອາໄສຂອງຄົນປະມານ 200 ລ້ານຄົນ.

ທ່ານນາງ ແຮຣິສ ໄດ້ສະເໜີວ່າການແຈ້ງການດັ່ງກ່າວ ເບິ່ງຄືການຕັ້ງໃຈຫຼີກລ່ຽງ
ຄວາມສົນໃຈຈາກຄຳຖາມທີ່ບໍ່ໄດ້ຖືກຕອບ ກ່ຽວກັບ ເຂື່ອນທີ່ມີຢູ່ຂອງລາວ, ວິທີທີ່ຈະ
ນຳໃຊ້ການຄົ້ນພົບຂອງການສຶກສາໂດຍສະພາອົງການ MRC ແລະ ການປະຕິຮູບ
ທີ່ຖືກສະເໜີຕໍ່ການແຈ້ງການ ກ່ຽວກັບ ຂະບວນການກ່ອນໜ້ານີ້ຂອງເຂົາເຈົ້າເອງ.

ເລຂາທິການອົງການແມ່ນໍ້າຂອງໄດ້ຂຽນອີແມລຕອບວີໂອເອວ່າ ເລື່ອງທີ່ລາວໄດ້ພົວ
ພັນໃນການແຈ້ງການ ແລະ ການປຶກສາຫາລື ກ່ຽວກັບ ທຸກໆໂຄງການໃນແມ່ນ້ຳ
ສາຍຫຼັກນັ້ນ ໄດ້ສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ໄດ້ລະເລີຍບັນຫາດັ່ງກ່າວ.

ເລຂາທິການໄດ້ຂຽນ, ໂດຍອ້າງເຖິງຂໍ້ສົມມຸດຖານວ່າ “ທຸກຄົນຄວນຮັບຮູ້ຈຸດປະສົງ
ຂອງ ລາວ ໃນການສະເໜີໂຄງການ ຕໍ່ການປຶກສາຫາລືກ່ອນໜ້ານີ້ ແທນທີ່ຈະເຮັດ
ໃຫ້ມັນກາຍເປັນຄວາມເຄັ່ງຕຶງ, ເປັນສັກຂີພິຍານໃນຍຸກສະໄໝໃໝ່ ເມື່ອປະເທດນຶ່ງ
ຂົ່ມຂູ່ທີ່ຈະລະເບີດເຂື່ອນທີ່ຖືກສ້າງໃນຂົງເຂດຕົ້ນແມ່ນໍ້າ.”

ເຂົາເຈົ້າໄດ້ຂຽນວ່າ “ການສະເໜີແມ່ນເພື່ອປ້ອງກັນຄວາມຂັດແຍ້ງທີ່ໂຫດຮ້າຍປ່າ
ເຖື່ອນ ທີ່ມະນຸດຊາດເຄີຍປະສົບໃນເມື່ອກ່ອນ.

ທ່ານ ຕີ ນະວຸດ, ເລຂາທິການໃຫຍ່ຂອງຄະນະກຳມະການແມ່ຂອງແຫ່ງຊາດ ກຳປູ
ເຈຍ, ໄດ້ກ່າວຢໍ້າເຖິງຄວາມຮູ້ສຶກທີ່ວ່ານັ້ນ, ໂດຍເວົ້າວ່າ ເຖິງແມ່ນເຂື່ອນໃນແມ່ນໍ້າ
ຂອງ ຂອງລາວທຸກແຫ່ງ ຈະພາໃຫ້ມີຄວາມເປັນຫ່ວງ ທີ່ຮ້າຍແຮງຕ່າງໆກໍຕາມ, ແຕ່
ບັນຫາພວກນັ້ນ ກໍໄດ້ຖືກຮັບມືຜ່ານກົນໄກທີ່ມີການຈັດຕັ້ງໄວ້ນັ້ນໂດຍອົງການ
MRC.

ທ່ານໄດ້ກ່າວວ່າ “ເຂື່ອນແຫ່ງທຳອິດໄດ້ເປັນກໍລະນີທີ່ຮ້າຍແຮງຢູ່ແລ້ວ. ສະນັ້ນຄວາມ
ເປັນຫ່ວງຂອງພວກເຮົາກໍແມ່ນບັນຫາໂດຍລວມ ກ່ຽວກັບ ການຂຶ້ນລົງຂອງປາ, ກ່ຽວ
ກັບຕະກອນ ຫຼື ດິນຝຸ່ນໃນນໍ້າ, ການຕັນກະ ແສນໍ້າ, ການປ່ຽນແປງລະບົບແລວນໍ້າ,
ພວກນີ້ແມ່ນບັນຫາທີ່ມີໂດຍທົ່ວໄປຫຼາຍກວ່າ.

ທ່ານໄດ້ເວົ້າວ່າ “ພວກເຮົາບໍ່ສາມາດເວົ້າວ່າ ໄດ້ ຫຼື ບໍ່ໄດ້ ໂດຍກົງຕໍ່ໂຄງການດັ່ງກ່າວ,
ສະນັ້ນກ່ອນອື່ນໝົດພວກເຮົາຕ້ອງລົມກັນ ໂດຍໃຊ້ການຄົ້ນພົບຈາກການສຶກສາຂອງ
ສະພາ, ຈາກແຫຼ່ງຂໍ້ມູນອື່ນໆທີ່ພວກເຮົາມີ.”

ທ່ານນາງ ນວນລະອໍ ວົງພິນິດວະໂຣດົມ, ຜູ້ອຳນວຍການສຳນັກງານການບໍລິຫານ
ແມ່ນໍ້ຂອງຂອງ ໄທ, ໄດ້ກ່າວວ່າ ເພິ່ນບໍ່ສາມາດໃຫ້ຄຳເຫັນຈົນກວ່າໄດ້ເຫັນຂໍ້ສະເໜີ
ຂອງລັດຖະບານ ໃນຂະນະທີ່ຕົວແທນຕ່າງໆຂອງຄະນະກຳມະການແມ່ນ້ຳຂອງແຫ່ງ
ຊາດຂອງ ຫວຽດນາມ ແມ່ນບໍ່ໄດ້ຕອບຄຳຖາມຂອງວີໂອເອ.

ສີ່ປະເທດສະມາຊິກຂອງອົງການແມ່ນໍ້າຂອງ ໄດ້ແກ່ ກຳປູເຈຍ, ໄທ, ຫວຽດນາມ ແລະ
ລາວ ຕອນນີ້ມີເວລາຫົກເດືອນທີ່ຈະທົບທວນຂໍ້ສະ ເໜີຂອງລັດຖະບານລາວ ກ່ຽວກັບ
ເຂື່ອນປາກລາຍ ແລະ ພັດທະນາແຜນຍຸດທະສາດຕ່າງໆ ເພື່ອຫຼຸດຜ່ອນຜົນກະທົບ
ທັງຫຼາຍຂອງມັນ ແຕ່ບໍ່ມີອຳນາດທີ່ຈະຢຸດການກໍ່ສ້າງເຂື່ອນດັ່ງກ່າວ.

ບັນດານັກອະນຸລັກທຳມະຊາດ ແລະ ພະລັງງານທົດແທນ ຜູ້ທີ່ໄດ້ສະເໜີຂໍ້ຄິດເຫັນຢູ່
ກອງປະຊຸມສຸດຍອດ MRC ຈັດຂຶ້ນເມື່ອເດືອນເມສາທີ່ຜ່ານມາ ໄດ້ປະກາດວ່າ ການ
ເລື່ອນຂໍ້ຕົກລົງ ຊື້ພະລັງງານເຂື່ອນປາກແບ່ງ ແມ່ນ “ຈຸດທີ່ສຳຄັນ” ໃນການຫັນປ່ຽນ
ເຂື່ອນໄຟຟ້າໄປເປັນພະ ລັງງານທົດແທນເຊັ່ນແສງຕາເວັນ ແລະ ລົມ.

ມັນໄດ້ມີຂຶ້ນຫຼັງຈາກລາຍງານ ໃນເດືອນມັງກອນທີ່ຜ່ານມາ ຈາກອົງ ການພະລັງງານ
ທົດແທນສາກົນ ໄດ້ຄົ້ນພົບອັນທີ່ເອີ້ນວ່າ “ມູນຄ່າໃຊ້ຈ່າຍ” ຂອງໄຟຟ້າທີ່ຖືກຜະລິດ
ຈາກແສງຕາເວັນ ໄດ້ຫລຸດລົງເຖິງ 73 ເປີເຊັນຈາກປີ 2010 ຫາ 2017, ໂດຍຄາດວ່າ
ຄ່າໃຊ້ຈ່າຍຈະຫຼຸດລົງອີກເຄິ່ງນຶ່ງ ໃນປີ 2020 ແລະ ມີລາຄາຖືກກວ່າຄູ່ແຂ່ງໄຟຟ້າ
ນໍ້າຕົກ.

ເຂື່ອນປາກລາຍ ຈະບໍ່ໄດ້ມີການປະຕິບັດການຈົນຮອດປີ 2029, ແລະ ມູນຄ່າໂຄງ
ການຂອງເຂື່ອນ ກໍຍັງບໍ່ເປັນທີ່ຮູ້ຈັກເທື່ອ.

ທ່ານ ຫານ ພູມິນ, ນັກເສດຖະສາດອາວຸໂສ ທີ່ສະຖາບັນຄົ້ນຄວ້າເສດຖະກິດສຳລັບ
ພາກພື້ນ ອາຊຽນ ແລະ ເອເຊຍຕາເວັນອອກໃນນະຄອນຫຼວງ ຈາກາຕ້າ ປະເທດ
ອິນໂດເນເຊຍ ໄດ້ກ່າວວ່າ, ສຳລັບຕອນນີ້, ພະລັງງານໄຟຟ້ານໍ້າຕົກຍັງຄົງເປັນທາງ
ເລືອກ ທີ່ມີລາຄາຖືກກວ່າ, ໂດຍສະເພາະຄວາມສາມາດຂອງມັນທີ່ຈະສະໜອງຈຳ
ນວນພະລັງ ແລະ ຄວາມເທົ່າທຽມຂອງປະສິດທິພາບດ້ານຕົ້ນທຶນ ກັບໂຄງລ່າງພື້ນ
ຖານທີ່ມີຢູ່.

ທ່ານ ພູມິນ ໄດ້ກ່າວວ່າ “ແຕ່ຖ້າແຜນການແມ່ນຮອດປີ 2029 ນັ້ນ, ຂ້າພະເຈົ້າຄິດວ່າ
ການພັດທະນາຂອງການຕິດຕັ້ງພະລັງງານແສງອາທິດ ແລະ ລົມກໍອາດຈະປະຕິບັດ
ໄດ້. ໃນກໍລະນີນັ້ນ, ຂ້າພະເຈົ້າຄິດວ່າ ມັນຈະສະໜອງບົດບາດທີ່ສຳຄັນຫຼາຍ ໃນຖາ
ນະເປັນຜູ້ຜະລິດໄຟຟ້າ. ໃນກໍລະນີນັ້ນ, ຂ້າພະເຈົ້າຄິດວ່າເຂົາເຈົ້າສາມາດ, ໃນຈຸດ
ໃດນຶ່ງ, ເອົາຊະນະໄຟຟ້ານໍ້າຕົກໄດ້.”

ທ່ານໄດ້ກ່າວວ່າ ການຂາຍພະລັງງານທີ່ຜະລິດໂດຍເຂື່ອນປາກລາຍ ຈະບໍ່ເປັນບັນ
ຫາຫຍັງ, ຍ້ອນຄວາມຕ້ອງການພະລັງງານໃນພາກພື້ນແມ່ນຄາດວ່າ ຈະເພີ່ມຂຶ້ນປະ
ມານສອງເທົ່າຫາສາມເທົ່າ ໃນໄລຍະເວລານັ້ນ ໃນຂະນະທີ່ການເຊື່ອມຕໍ່ສາຍໄຟຟ້າ
ຂ້າມ ອາຊຽນ ກໍຈະສືບຕໍ່ຂະຫຍາຍໄປຫາຕະຫຼາດທີ່ມີຢູ່.

ການຮັກສາການລົງທຶນລ່ວງໜ້າໄວ້ກ່ອນ ອາດແມ່ນອີກເລື່ອງນຶ່ງຕ່າງຫາກ.

ທ່ານໄດ້ເວົ້າວ່າ “ນັກລົງທຶນຕ້ອງມີສິ່ງໜູນຫຼັງທີ່ເຂັ້ມແຂງ, ບາງເທື່ອພວກເຮົາຕ້ອງທຳ
ການຄົ້ນຄວ້າ ເພາະວ່າໂຄງການຈະດຳເນີນໄປໜ້າບໍ່ໄດ້ຖ້າບໍ່ມີຂໍ້ຕົກລົງການຊື້ພະລັງ
ງານ ຫຼື ຂໍ້ຕົກລົງຊື້ຂາຍຊະນິດທີ່ເຂັ້ມແຂງກ່ອນ.”


The Laos government has announced plans for a fourth major dam on the Mekong mainstream just months after the feasibility of another of its hydroelectric projects was thrown into question by a delayed power deal.

Laos notified the Mekong River Commission (MRC) last week of its intention to build a 770 megawatt dam at Pak Lay in Xayaburi province, where it has already constructed another highly controversial mainstream dam.

The notification follows Thailand's decision in February to delay signing a power purchase agreement for Laos' 912 megawatt Pak Beng. Bangkok is said to be reconsidering its energy strategy in light of a reported electricity surplus.

Maureen Harris, Southeast Asia director at International Rivers, an environmental watchdog group, said the government's notification on the Pak Lay dam is unusual.

"Firstly, the construction on the project in scheduled to start in 2022, which is over three years away. So that's initiating the process significantly sooner than has been the case for the other projects that have gone through the procedure to date," Harris said.

"There's also no developer or power purchaser who has been identified in the notification," she added.

Impact concerns

Harris suspects there could be some concerns in Laos over the environmental impact of the dams.

At a major summit in Cambodia in April, MRC representatives presented the findings of a landmark $4.7 million, scientific assessment of planned developments on a river crucial to fish stocks and food supplies across Southeast Asia.

That study found that if current development plans went ahead, 39 to 40 percent of the entire fish biomass -- about $4.3 billion worth -- would be wiped out by 2040 in the Lower Mekong Basin, where about 200 million people rely on the river.

Harris suggested the notification looked like a purposeful distraction from unresolved questions over Laos' existing dams, how to apply the MRC Council Study's findings and proposed reforms to the prior notification process itself.

The MRC secretariat wrote in an emailed response to VOA that the fact that Laos had engaged in notification and consultation on all its mainstream projects demonstrates it has not disregarded such concerns.

"One shall recognize Laos' constructive intent in submission of the project to the prior consultation instead of taking it as inflaming tensions, witnessing a case in the modern time when one state threatens to bomb a dam being built in the upstream area," the secretariat wrote, invoking a hypothetical situation.

"The submission is to prevent barbarian conflicts that the [sic] mankind experienced in its past," it wrote.

Te Navuth, secretary general of the Cambodia National Mekong Committee, echoed those sentiments, saying that though all of Laos' mainstream dams raised serious issues, those concerns are being handled through the established MRC mechanisms.

"The first one was a serious case already. So our concern is a concern overall on fish migrations, on sediment, blocking flow, river regime changing, these more common concerns.

"We could not say yes or no to the projects directly, so we have to talk to each other first using the findings from the council study, from any other sources that we have," he said.

Nuanlaor Wongpinitwarodom, director of Thailand's Mekong Management Bureau, said she could not comment until she had seen the Laos government submission while representatives of Vietnam's National Mekong Committee did not respond to VOA inquires.

The four member countries of the MRC -- Cambodia, Thailand, Vietnam and Laos -- will now have six months to review the Laos government proposal for Pak Lay and urge strategies to mitigate its impacts but have no authority to stop it being constructed.

Economically viable?

Conservationists and renewable energy proponents at the April MRC summit heralded the Pak Beng power purchase delay as a "tipping point" in the transition from hydropower to renewables such as solar and wind.

It came after a January report from the International Renewable Energy Agency found the so-called "levelized" price of solar generated electricity had plummeted by 73 percent from 2010 to 2017, predicting the cost would halve again by 2020 to become cheaper than hydropower competitors.

Pak Lay would not come online until 2029, and the projected cost of the dam is thus far not known.

Han Phoumin, a senior energy economist at the Economic Research Institute for ASEAN and East Asia in Jakarta, said for now, hydro remains a more cost-competitive option, especially given its capacity to provide baseload power and comparative ease of integration into existing infrastructure.

"But if the timeline's until 2029, I think the development of storage for solar and wind could be viable. In that case, I think it will provide a very important role as baseload power. In that case, I think they could, to some point, beat the hydro," Phoumin said.

Selling the power generated by Pak Lay would not be a problem, he said, given that energy demand in the region is expected to increase over that timeframe by abouttwo to three times while ASEAN grid interconnectivity will continually expand to available markets.

Securing upfront investment first though might be another story.

"The investor must have very strong backup already, perhaps we need to explore because the project cannot go ahead without a strong kind of PPA (power purchasing agreement) or off-taker agreement," he said.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG