ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປປ ລາວ ​ເພີ້ມສາຍການບິນ 2 ​ເສັ້ນ ​ລະຫວ່າງ​ລາວ​ກັບ​ມຽນມາ


ສາຍການບິນລາວ
ສາຍການບິນລາວ

ທາງ​ການ​ລາວ​ແລະ​ມຽນມາ ຕົກລົງ​ເຊື່ອມ​ຕໍ່​ການບິນ​ໃນ 2 ​ເສັ້ນທາງ​ເພື່ອ​ເສີມ​ຂະຫຍາຍ ການ ທ່ອງທ່ຽວ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ກັບ​ນະຄອນ​ຢ່າງ​ກຸ້ງ ​ແລະ​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ​ກັບ​ເມືອງ​ພູ​ກາມ. ຊົງຣິດ ໂພນເງິນ ນັກຂ່າວ VOA ມີຣາຍງານ​ຈາກ​ບາງ​ກອກ ມາສະເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ຕົກລົງ​ເຊື່ອ​ຕໍ່​ການບິນ​ລະ​ຫວ່າງ​ ສປປ ລາວ ກັບ ມຽນມາ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ການ​ເດີນ ທາງ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໂດຍ ທ່ານ ຖິ່ນ ຈໍ ປະທານາທິບໍດີ ສາທາ​ລະ ນະ​ລັດ​ແຫ່ງ​ສະຫະພາບ​ມຽນມາ ຕາມ​ການ​ເຊີນ​ຂອງ​ທ່ານ​ບຸນ​ຍັງ ​ວໍຣະຈິດ ປະທານ​ປະ​ເທດ​ລາວ ​ເມື​່ອຕົ້ນ​ເດ​ືອນ ພຶດສະພາ​ນີ້ ພາຍໃຕ້​ເປົ້າ​ໝາຍ​ເພື່ອ​ເຊື່ອມ​ໂຍງ​ການທ່ອງທ່ຽວລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ​ກັບ​ນະຄອນ​ຢ້າງ​ກຸ້ງ ​ແລະ​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ ກັບ​ເມືອງ ​ພູ​ກາມ.

​ໂດຍ​ໃນ​ປະຈຸ​ບັນ​ນີ້ ລັດ​ວິ​ສາ​ຫະກິດ​ການບິນ​ລາວ (Lao Airlines) ມີ​ທ້ຽວບິນ​ເຊື່ອມ​ຕໍ່​ກັບ 6 ປະ​ເທດ​ໃນ 12 ​ເສັ້ນທາງ​ຈາກ​ນະຄອນຫຼວງ​ວຽງ​ຈັນ ​ໄປ​ບາງກອກ ​ແລະ​ຊຽງ​ໃໝ່​ຂອງໄທ ​ເມືອງ​ຄຸນ​ໝິງ ຊຽງ​ຮຸ່ງ ​ແລະ​ເມືອງ ກວາງ​ໂຈ​ວຂອງ​ຈີນ ນະຄອນຫຼວງ​ໂຊ​ລ ​ແລະ​ເມືອງ​ປູຊາ​ນຂ​ອງ​ເກົາຫຼີ​ໃຕ້ນະຄອນຮາ​ໂນ່ຍ​ແລະ​ໂຮ​ຈິ​ມິນ​ຊີຕີ້​ ຂອງ​ຫວຽດນາມ ນະຄອນຫຼວງ​ພະນົມ​ເປນ ​ແລະ​ເມືອງ​ສຽມຣຽມຂອງ​ກຳປູ​ເຈຍ ​ແລະ​ນະຄອນຫຼວງ​ວຽງ​ຈັນ - ສິງກະ​ໂປ ຫາກ​ແຕ່​ວ່າ ສຳຫຼັບ​ການບິນ​ໃນ 2 ​ເສັ້ນທາງ​ລະຫວ່າງ​ລາວ​ກັບ​ມຽນມາ ດັ່ງ​ກ່າວ​ກໍ​ຍັງ​ບໍ່​ມີ​ກຳໜົດ ທີ່​ຊັດ​ເຈນ​ວ່າ ຈະ​ເຣີ່ມ​ເປີດ​ການບິນ​ໄດ້​ເມື່ອ​ໃດ​ແທ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ເປີດ​ເສັ້ນທາງ​ການບິນ​ເພີ່ມ​ຂຶ້ນ​ດັ່ງກ່າວ​ນີ້ ກໍ​ຈະ​ເຮັດ​ໃຫ້​ສະໜາມ​ບິນ​ນາໆ​ຊາດ​ວຽງ​ຈັນ ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ແອ​ອັດ​ເພີ່​ມຂຶ້ນ ​ໂດຍ​ຈາກ​ການ​ສຶກສາ​ພົບ​ວ່າ​ ສະໜາມ​ບິນ​ທີ່​ລາວ​ມີ​ຢູ່​ໃນ​ປັດຈຸບັນ​ ຈະ​ບໍ່​ສາມາດ​ຮອງ​ຮັບ​ການ​ຂະຫຍາຍຕົວ​ດ້ານ​ການ​ເງິນ​ແລະ​ການທ່ອງທ່ຽວ ​ໄດ້​ໃນ​ອີກ 10 ປີ ຕໍ່ໜ້າ ​ໂດຍ ​ເຖິງ​ແມ່ນ​ວ່າ ສະໜາມ​ບິນ​ວັດ​ໄຕ ​ໃນ​ປະຈຸ​ບັນຈະ​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ 350 ບ່ອນ​ນັ່ງ​ໄດ້ ​ແຕ່​ກໍ​ມີ​ລານ​ຈອດ​ທີ່​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່ ​ໄດ້​ພຽງ 48 ລຳ ​ເທົ່າ​ນັ້ນ ສ່ວນ​ອາຄານ​ທີ່​ພັກ​ຜູ້​ໂດຍສານ ກໍ​ສາ ມາດ​ຮອງ​ຮັບ​ໄດ້​ພຽງ 3 ລ້ານ​ຄົນ ​ໃນ​ແຕ່ລະ​ປີ ທັງ​ຍັງ​ບໍ່​ມີ​ພື້ນຖານ​ທີ່​ພຽງພໍ ສຳ​ຫຼັບ​ການ​ຂະ ຫຍາຍ​ອາຄານ​ຜູ້​ໂດຍສານ​ໄດ້​ອີກ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ກໍ່ສ້າງ​ສະໜາມ​ບິນ​ໃຫຍ່ ​ໃຫ້​ແລ້ວ​ ເສັດ​ໄວ​ທີ່​ສຸດ.

ທັງ​ນີ້​ລັດຖະບານ​ລາວ​ໄດ້​ວາງ​ແຜນການ​ທີ່​ຈະ​ກໍ່ສ້າງ​ສະໜາມ​ບິນ​ໃໝ່​ໃນ​ເຂດ​ຮອບ​ນອກ ນະຄອນຫຼວງ​ວຽງ​ຈັນ​ໃຫ້​ແລ້ວ​ເສັດ​ພາຍ​ໃນ​ປີ 2025 ​ໂດຍ​ກຳມະການ​ບິນ​ພົນລະ​ເຮືອນ ​ກໍໄດ້ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ສຶກສາ ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງ ການ​ກໍ່ສ້າງ​ສະໜາມ​ບິນ​ນາໆ​ຊາດ​ແຫ່ງ​ໃໝ່​ດັ່ງກ່າວ ຮ່ວ​ມກັບ​ກຸ່ມ​ບໍລິສັດ ຈາກ​ຈີນ ​ເມື່ອບໍ່​ນານ​ມາ​ນີ້ ​ໂດຍ​ກຸ່ມ​ບໍລິສັດຈາກ​ຈີນ​ຈະ​ຮັບຜິດຊອບ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການໃຫ້​ແລ້ວ​ເສັດ ພາຍ​ໃນ​ປີ 2018.

ສຳ​ຫຼັບ​ພື້ນທີ່ ທີ່​ຈະ​ທຳ​ການ​ສຶກສາ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ ຢູ່​ທີ່​ຫຼັກ 35 ຖະໜົນ​ເລກ 13 ​ໄດ້ ຊຶ່ງ​ຖ້າ​ຫາກ​ຜົນ​ການ​ສຶກສາ​ພົບ​ວ່າ ມີ​ຄວາມ​ເໝາະ​ສົມ​ແລະ​ຄຸ້ມ​ຄ່າ​ທາງ​ເສດ ຖະກິດ ລັດຖະບານ​ລາວ ກໍ​ຈະ​ໃຫ້ການ​ສົ່ງ​ເສີ​ມການ​ລົງທຶນ ທັງ​ພາຍ​ໃນ​ແລະ​ຈາກ​ຕ່າງປະ​ເທດ​ໃນ​ທັນທີ ດ້ວຍ​ເປົ້າໝ​າຍຈະ​ຊຸກຍູ້​ໃຫ້ການ​ກໍ່ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່​ໃຫ້​ແລ້ວ ​ແລະ​ເປີດ​ໃຊ້​ໃຫ້​ໄດ້​ພາຍ​ໃນ​ປີ 2030 ​ເປັນ​ຢ່າງ​ຊ້າ.

​ແຕ່​ສຳ​ຫຼັບ​ໄລຍະ​ສະ​ເພາະ​ໜ້າ​ນີ້ ທາງ​ການ​ລາວ​ກໍ​ໄດ້​ແກ້​ໄຂ ບັນຫາ​ແອ​ອັດ​ຢູ່​ໃນ​ສະໜາມ​ບິນ​ວັດ​ໄຕອ​ດ້ວຍ​ການ​ພັດທະນາ​ແລະ​ປັບ​ປຸງ ​ເພື່ອ​ຍົກ​ລະດັບ​ສະໜາມ​ບິນ​ວັດ​ໄຕ​ໃຫ້​ໄດ້​ມາດ ຕະຖານ ສາກົນ​ຫຼາຍ​ຂຶ້ນ ດັ່ງ​ທີ່​ເຈົ​້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ໄດ້​ໃຫ້ການ​ຢືນຢັນ​ວ່າ“ລັດຖະບານ​ເນາະ ພວກ​ເຮົາ​ນີ້ ກໍ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາ​ການບິນ​ໃນ​ໄລຍະ​ຜ່ານ​ມາ​ນີ້ ຖື​ວ່າ​ໝາຍ​ຄວາມ​ວ່າ ລານ​ຈອດ​ລົດ​ເຮືອບິນ​ບໍ່ ຫຼື​ວ່າ​ທາງ​ຂຶ້ນ-​ລົງ ລະບົບ​ບັນຊີ​ການບິນ ດຽວ​ນີ້​ບັນຫາ​ທີ່​ວ່າ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປັບປຸງ ກໍ​ຄື ຍົກ​ລະດັບ​ອາຄານ​ຜູ້​ໂດຍສານ​ນີ້.”

ນອກຈາກ​ແຜນການ​ກໍ່ສ້າງ​ສະໜາມ​ບິນ​ໃໝ່​ຢູ່ນະຄອນຫຼວງ​ວຽງ​ຈັນ​ແລ້ວ ລັດຖະບານ​ລາວ ກໍ​ຍັງ​ມີ​ແຜນການ​ກໍ່ສ້າງ​ສະໜາມ​ບິນ​ໃໝ່​ອີກ 3 ​ແຫ່ງ​ທີ່​ຫຼວງ​ພະ​ບາງ ປາກ​ເຊ ​ແລະ​ສະຫວັນ​ນະ​ເຂດ ຫາກ​ແຕ່​ວ່າ ກໍ​ຍັງ​ບໍ່​ມີ​ລາຍ​ລະອຽດ​ຂ​ອງ​ແຜນການ​ແຕ່​ຢ່າງ​ໃດ ​ເພາະວ່າ ​ເປັນ​ໂຄງ ການ ທີ່​ຈະ​ໃຊ້​ຕ້ອງ​ໃຊ້​ເງິນ​ລົງທຶ​ນຢ່າງ​ຫຼວງ​ຫຼາຍ ​ໃນ​ຂະນະ​ທີ່​ລັດຖະບານ​ລາວ ກໍ​ມີຂໍ້​ຈຳກັດ​ທາງ​ດ້ານ​ທາງ​ດ້ານ​ງົບປະມານ​ງົບ​ປະມານ​ດ້ວຍ​ແລ້ວ ຈຶງ​ເຮັດ​ໃຫ້ຕ້ອງ​ເພີ້​ມພາ​ ການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫຼັກ ຮວມ​ເຖິງຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ​ເພື່ອ​ດຳ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ແຜນການ​ກໍ່ສ້າງ​ສະໜາມ​ບິນ​ໃໝ່ ທັງ 3 ​ແຫ່​ດັ່ງກ່າວ​ອີກ​ດ້ວຍ.

XS
SM
MD
LG