ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕົກລົງ ນຳເອົາ ໂຄງການ ກໍ່ສ້າງເຂື່ອນ ດອນ​ສະ​ຫົງ ຫາລື ກັບ ປະເທດສະມາຊິກ


ກອງປະຊຸມລະດັບລັດຖະມົນຕີຂອງ MRC ຄັ້ງທີ 20 ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 26-27 ມິຖຸນານີ້ ຢູ່ບາງກອກ.
ກອງປະຊຸມລະດັບລັດຖະມົນຕີຂອງ MRC ຄັ້ງທີ 20 ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 26-27 ມິຖຸນານີ້ ຢູ່ບາງກອກ.

ທາງການລາວຕົກລົງ ນຳເອົາໂຄງການກໍ່ສ້າງເຂື່ອນດອນສະຫົງ ເຂົ້າສູ່ຂະບວນການປຶກສາຫາລືຮ່ວມກັບປະເທດສະມາຊິກ ໃນຄະນະກຳມາທິການແມ່ນ້ຳຂອງ (MRC) ດ້ວຍກັນ.

ທາງການລາວໄດ້ຕົກລົງ ນຳເອົາໂຄງການກໍ່ສ້າງເຂື່ອນດອນສະຫົງ ໃນແມ່ນ້ຳຂອງ
ຢູ່ໃນເຂດສີ່ພັນດອນ ຄອນພະເພັງ ໃນແຂວງຈຳປາສັກ ເຂົ້າສູ່ຂະບວນການ ປຶກສາ
ຫາລືຮ່ວມກັບ ປະເທດສະມາຊິກ ໃນຄະນະກຳມາທິການແມ່ນ້ຳຂອງ (MRC) ໃນການ
ປະຊຸມລະດັບລັດຖະມົນຕີຂອງ MRC ຄັ້ງທີ 20 ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນລະ
ຫວ່າງວັນທີ 26-27 ມິຖຸນານີ້ ຢູ່ບາງກອກ.

ໂດຍຜູ້ຕາງໜ້າຂອງລັດຖະບານລາວ ທີ່ໄດ້ໃຫ້ການຕົກລົງດັ່ງກ່າວນີ້ ກໍແມ່ນ ທ່ານ
ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງກໍຈະ
ເປັນຜົນ ເຮັດໃຫ້ທາງການລາວ ແລະ ກຸ່ມຜູ້ລົງທຶນ ໃນໂຄງການກໍ່ສ້າງເຂື່ອນ ດອນສະຫົງ
ນັ້ນ ຈະຕ້ອງເປີດເຜີຍຂໍ້ມູນ ແລະ ຕອບຂໍ້ສົງໄສຕ່າງໆ ຂອງປະເທດສະມາຊິກໃນ MRC
ທີ່ມີຕໍ່ໂຄງການເຂື່ອນດອນສະຫົງ ໃຫ້ໄດ້ຢ່າງແຈ້ງຂາວໃນທຸກໆດ້ານ.

ແຜນທີ່ ໂຄງການກໍ່ສ້າງເຂື່ອນດອນສະຫົງ ຢູ່ໃນແຂວງຈຳປາສັກ ປະເທດລາວ.
ແຜນທີ່ ໂຄງການກໍ່ສ້າງເຂື່ອນດອນສະຫົງ ຢູ່ໃນແຂວງຈຳປາສັກ ປະເທດລາວ.

ໂດຍການດຳເນີນຂະບວນການປຶກສາຫາລື ໃນລະຍະຕໍ່ໄປນີ້
ຈະ​ຕ້ອງ​ໃຊ້​ເວລາ 6 ​ເດືອນ​ເປັນ​ຢ່າງ​ຕ່ຳ ຊຶ່ງ​ຖ້າ​ຫາກ​ວ່າ​ທາງ​
ການລາວ​ ສາມາດ​ຕອບຂໍ້​ສົງ​ໄສ​ຕ່າງໆ​ ໄດ້​ຢ່າງ​ຊັດ​ເຈນ ແລະ
​ເຮັດ​ໃຫ້​ປະ​ເທດ​ສະມາຊິກ​ໃນ MRC ດ້ວຍ​ກັນ​ມີ​ຄວາມ​ເຊື່ອ
​ໝັ້ນວ່າ​ ໂຄງການ​ເຂື່ອນ​ດອນ​ສະ​ຫົງ ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່
​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ສັດ​ນ້ຳ ທີ່ຢູ່​ເຂ​ດຕອນ​
ລຸ່ມ​ຂອງ​ແມ່​ນ້ຳຂອງ​ ໄດ້ຢ່າງ​ຄັກ​ແນ່​ແລ້ວນັ້ນ ກໍ​ຄາດໝາຍ​ວ່າ
​ປະ​ເທດ​ສະມາຊິກ​ໃນ MCR ຈະ​ໃຫ້ການ​ເຫັນ​ດີ​ ຕໍ່​ໂຄງການ​
ເຂື່ອນ​ດອນ​ສະ​ຫົງ​ໄດ້ ​ພາຍ​ໃນ​ທ້າຍ​ປີ 2015.

ດັ່ງ​ທີ່ ທ່ານ ​ໂຊຕິ ຕຣາຊູ ຜູ້​ປະຕິບັດ​ການ​ແທນ​ລັດຖະມົນຕີ
​ວ່າການ ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ
​ລ້ອມ​ຂອງ​ໄທ ​ໃນ​ຖານະ​ປະທານ ​ກອງ​ປະຊຸມ​ລັດຖະມົນຕີ MRC ຄັ້ງນີ້ ​ໄດ້​ຊີ້​ແຈງ​ວ່າ:

“​ໂດຍ​ປົກກະຕິ ຂະ​ບວນການ​ດັ່ງກ່າວ​ໃຊ້​ເວລາ​ປະມານ​ບໍ່​ນ້ອຍ​ກວ່າ 6 ​ເດືອນ​
ນະ​ຄັບ ຊ່ວງ​ດັ່ງກ່າວ​ນີ້ ກໍ​ຈະ​ໃຫ້​ແຕ່ລະ​ປະ​ເທດ​ສະມາຊິກ​ ໄປ​ເບິ່ງ​ວ່າ​ມີ​ຂໍ້​ກັງວົນ​
ຫ່ວງ​ໃຍ​ປະ​ເດັນ​ໃດ​ນະ​ຄັບ ​ເຮົາ​ກໍ​ຈະ​ສົ່ງ​ໃຫ້​ທາງ ສ​ປປ.ລາວ​ ນະ​ຄັບ ​ໃນ​ຂະນະ​
ດຽວ​ກັນ ສປປ.ລາວ​ ກໍ​ຈະ​ມີ​ຂໍ້​ມູນ​ບາງ​ຢ່າງ​ ອອກ​ມາ​ໃຫ້​ເຮົາ​ເບິ່ງ​ນະ​ຄັບ ​ແລະ ກໍ​
ຈະ​ໄດ້​ໂອ້​ລົມ​ກັນ​ໃນ​ຂໍ້​ທີ່​ເປັນ​ຂໍ້​ກັງວົນ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ.”

ກ່ອນ​ໜ້າ​ນີ້ ທາງ​ການ​ຫວຽດນາມ ກຳປູ​ເຈຍ ​ແລະ ​ໄທ​ ທີ່​ເປັນ​ປະ​ເທດ​ສະມາຊິກ​ໃນ
MRC ຮ່ວມ​ກັບ​ລາວ​ນັ້ນ ​ໄດ້​ພາກັນ​ສະ​ແດງ​ທ່າ​ທີ​ກົດ​ດັນ ​ແລະ ຮຽກຮ້ອງ​ໃຫ້​ລັດຖະບານ
​ລາວ ທຳ​ການ​ສຶກສາ​ຢ່າງຮອບດ້ານ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ທາງ​ສັງຄົມ ​ແລະ
ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ຈາກ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງ ມາ​ແລ້ວ​ຄັ້ງໜຶ່ງ
​ໃນ​ໂອກ​າດກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ລັດຖະບານ MRC ຄັ້ງທີ 2 ​ເມື່ອ​ຕົ້ນ​ເດືອນ​ເມສາ​
ປີ​ນີ້​ຢູ່​ທີ່​ນະຄອນ​ໂຮ່ຈີ​ມິນຊິ​ຕີ້ ​ຂອງ​ຫວຽດນາມ.

​ໂດຍ​ສະ​ເພາະ​ແມ່ນ ການ​ກົດ​ດັນ ​ແລະ ຮຽກຮ້ອງ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ
​ແລະ ກຳ​ປູ​ເຈຍ​ນັ້ນ ​ເຊື່ອ​ວ່າ​ເປັນສາ​ເຫດ​ສຳຄັນ​ທີ່​ກົດ​ດັນ​ໃຫ້​ທາງ​ການ​ລາວ​ຕ້ອງ​ທົບ​ທວນ
​ແຜນການ​ກໍ່ສ້າງ​ເຂື່ອນດອນ​ສະ​ຫົງ​ອີກ​ເທື່ອ​ໃໝ່ ​ແລະ ຍອມ​ນຳ​ໂຄງການ​ເຂົ້າສູ່​ຂະ​ບວນ
ການ​ພິຈາລະນາ​ຮ່ວມ​ກັນ​ລະຫວ່າງ​ພາຄີ ​ໃນ​ຂໍ້​ຕົກລົງ​ຂອງ MRC ວ່າ​ດ້ວຍ​ການ​ໃຊ້​ປະ​
ໂຫຍ​ດຈາກ​ແມ່​ນ້ຳຂອງ​ ທີ່​ລາວ ຫວຽດນາມ ​ໄທ ​ແລະ ກຳ​ປູ​ເຈ​ຍ ​ໄດ້​ລົງ​ນາມ​ຮ່ວມ​ກັນ​ຢ່າງ
​ເປັນ​ທາງ​ການ​ນັບ​ແຕ່​ປີ 1995 ​ເປັນຕົ້ນມາ​ແລ້ວນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ກໍ​ໄດ້​ຢືນ​ຢັນ​ວ່າ​ໄດ້​ທຳ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​
ກະທົບ​ຕໍ່​ສັງຄົມ ​ແລະ ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ຈາກ​ການ​ກໍ່ສ້າງເຂື່ອນ​ດອນ​ສະ​ຫົງ​
ຢ່າງ​ໄດ້​ມາດຕະຖານ​ສາກົນ​ແລ້ວ ນອກຈາກ​ນີ້ ການ​ທີ່​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ຈະ​ໃຊ້​
ເນື້ອທີ່​ພຽງ 100 ​ແມັດ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ເຂດ​ສີ່​ພັນ​ດອນ ຄອນ​ພະ​ເພັງ​ນັ້ນ ມີ​ພື້ນ​ທີ່​
ກວ້າງ​ກວ່າ 10 ກິໂລແມັດ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ເຫັນ​ວ່າ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເຂົ້າສູ່​
ການ​ພິຈ​າລະ​ນາ​ຮ່ວມ​ກັນ​ໃນ MRC ​ໃນ​ລະຍະ​ກ່ອນ​ໜ້າ​ນີ້.

ໂຄງການ​ເຂື່ອນ​ດອນ​ສະ​ຫົງ​ມີ​ລະຍະ​ເວລາ​ສຳ​ປະທານ 25 ປີ ​ໂດ​ຍຄາດ​ວ່າ​ລັດຖະບານ
​ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຕອບ​ແທນ​ຄິດ​ເປັນ​ມູນ​ຄ່າ​ລວມລະຫວ່າງ 750 ​ເຖິງ 1,000 ລ້ານ​ດອນ​ລາ ທີ່​ລັດຖະບານ​ລາວ​ຈະ​ນຳ​ໄປ​ໃຊ້​ຈ່າຍ ​ໃນ​ໂຄງການ​ພັດທະນາ​ເພື່ອ​ລົບ​ລ້າງ​
ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ຕໍ່​ໄປ.

XS
SM
MD
LG