ລິ້ງ ສຳຫລັບເຂົ້າຫາ

logo-print

ລາວ ຖືກກ່າວຫາວ່າ ກ່າຍເອົາຂໍ້ຄວາມ ຈາກ ບົດສຶກສາຄົ້ນຄວ້າ ຂອງເຂື່ອນ ທີ່ໄດ້ເຮັດ ຜ່ານມາ


ເຮືອຫາປາລຳນຶ່ງ ແລ່ນຜ່ານໃກ້ໆບໍລິເວນກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ຕັ້ງຢູ່ໃກ້ກັບເຂດຊາຍແດນ ລະຫວ່າງ ກຳປູເຈຍ ແລະ ລາວ, ວັນທີ 20 ມີຖຸນາ 2016.

ໃນຂະນະທີ່ບັນດາປະເທດສະມາຊິກຂອງອົງການແມ່ນ້ຳຂອງ ຫຼື MRC ກຳລັງພົບປະ
ກັນ ຢູ່ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວ​ກັບ ໂຄງການກໍ່ສ້າງເຂື່ອນແຫ່ງໃໝ່
ໃນແມ່ນ້ຳຂອງ ຢູ່ນັ້ນ ບັນດາກຸ່ມສັງຄົມພົນລະເຮືອນ ແລະກຸ່ມອະນຸລັກສິ່ງແວດລ້ອມ
ທຳມະຊາດ ພະຍາຍາມຍົກບັນຫາ ຜົນກະທົບຕໍ່ສະພາບແວດລ້ອມ ແລະສັງຄົມ ຂ້າມ
ຊາຍແດນ ລະຫວ່າງປະເທດ ຂຶ້ນມາເປັນຫົວຂໍ້ຂອງການຄັດຄ້ານ ຕໍ່ໂຄງການກໍ່ສ້າງ
ເຂື່ອນໃສ່ແມ່ນ້ຳຂອງ ຂອງລາວ ໂດຍສະເພາະ ກໍແມ່ນ ອົງການ Save the Mekong
ທີ່ໄດ້ ກ່າວຫາ ສປປ ລາວ ວ່າ ເຮັດບົດສຶກສາຄົ້ນຄວ້າ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ທຳມະຊາດແລະສັງຄົມ ແລະຜົນກະທົບຂ້າມຊາຍແດນລະຫວ່າງ ປະເທດ ຂອງເຂື່ອນ
ປາກລາຍ ແບບບໍ່ໂປ່ງໃສ ຊຶ່ງ ໄຊຈະເລີນສຸກ ມີລາຍ ງານກ່ຽວກັບເລື້ອງນີ້ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ບົດປະເມີນຜົນກະທົບທີ່ເປັນທາງການ ສຳລັບ ໂຄງການກໍ່ສ້າງເຂື່ອນ ໄຟຟ້າແຫ່ງໃໝ່
ໃນແມ່ນ້ຳຂອງ ຂອງລາວ ທີ່ເປັນເລື້ອງຖົກຖຽງກັນນັ້ນ ເຊິ່ງ ບາງຕອນຂອງບົດລາຍງານ
ແມ່ນໄດ້ຖືກກ່າຍເອົາອອກມາຈາກໂຄງການກ່ອນໆ ໂດຍກົງ ແລ້ວນຳເອົາມາຕັດຕໍ່ໃສ່
ອີງຕາມການກ່າວອ້າງ ຂອງກຸ່ມພັນທະມິດ ຕ່າງໆ ທີ່ກຳລັງຕໍ່ສູ້ເພື່ອປົກປ້ອງແມ່ນ້ຳ
ແຫ່ງນີ້.

ການກ່າວຫາດັ່ງກ່າວ ໄດ້ມີຂຶ້ນ ໃນຂະນະທີ່ ບັນດາປະເທດທີ່ເປັນສະມາຊິກ ຂອງຄະນະ
ກຳມາທິການແມ່ນ້ຳຂອງສາ​ກົນ ຫຼື MRC ໄດ້ພົບປະກັນ ໃນວັນ ພະຫັດວານນີ້ ຢູ່ໃນນະ
ຄອນ ຫຼວງວຽງຈັນ ຂອງ ສປປ ລາວ ເພື່ອປຶກສາຫາລື ເລື້ອງການສຶກສາຄົ້ນຄວ້າ ທີ່ມີຂໍ້
ສົງໄສກັນນັ້ນ ກໍຄື ບົດປະເມີນຜົນກະທົບຕໍ່ ສິ່ງແວດລ້ອມທຳມະຊາດ ແລະສັງຄົມ ແລະ
ຜົນກະທົບສະສົມຕໍ່ເນື່ອງ ຂ້າມ ຊາຍແດນລະຫວ່າງປະເທດ ຂອງເຂື່ອນປາກລາຍ.

ກຸ່ມສັງຄົມພົນລະເຮືອນຕ່າງໆ ຢູ່ໃນປະເທດໄທ ພາກັນອອກມາປະທ້ວງ ຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ໃນແມ່ນ້ຳຂອງ.
ກຸ່ມສັງຄົມພົນລະເຮືອນຕ່າງໆ ຢູ່ໃນປະເທດໄທ ພາກັນອອກມາປະທ້ວງ ຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ໃນແມ່ນ້ຳຂອງ.

ອົງການ Save the Mekong ໄດ້ກ່າວອ້າງໃນຖະແຫລງການສະບັບນຶ່ງວ່າ ບົດຄວາມ
ສ່ວນໃຫຍ່ຈຳນວນນຶ່ງ ຂອງການສຶກສາຄົ້ນຄວ້າດັ່ງກ່າວ “ແມ່ນວ່າ ງ່າຍໆເລີຍ ເປັນ
ການກ່າຍເອົາມາໂດຍກົງຈາກບົດລາຍງານ ຂອງເຂື່ອນປາກ ແບງ”
ເຊິ່ງເປັນບົດ
ປະເມີນຜົນ ປີ 2015 ສຳລັບອີກໂຄງການນຶ່ງ ທີ່ອົງການ MRC ໄດ້ທົບທວນຄືນ ແລ້ວ
ພົບເຫັນວ່າ ບໍ່ຖືກຕ້ອງ.

ຖະແຫລງການຂອງອົງການ Save the Mekong ໄດ້ກ່າວວ່າ “ຢ່າງໜ້ອຍ 90 ເປີເຊັນ
ຂອງບົດລາຍງານພື້ນຖານສະພາບການຂອງສັງຄົມ ຂອງເຂື່ອນ ປາກລາຍ ແມ່ນໄດ້
ຖືກກ່າຍອອກມາໂດຍກົງຈາກການປະເມີນຜົນຂອງເຂື່ອນ ປາກແບງ ລວມທັງຮູບ
ພາບ ຕາຕະລາງ ແລະ ຂໍ້ຄວາມຕ່າງໆ ນຳດ້ວຍ.”

ໃນສ່ວນນຶ່ງ ຂອງບົດທີ່ລັກກ່າຍເອົາມານັ້ນ ຜູ້ຂຽນທັງຫຼາຍ ປ່ຽນແຕ່ຊື່ຂອງໂຄງການ
ຈາກບົດລາຍງານເກົ່ານັ້ນ ແຕ່ພວກເພິ່ນໄດ້ລືມ ທີ່ຈະດັດແປງບັນຊີຂອງ ຜູ້ພັດທະນາ
ໃຫ້ຖືກຕ້ອງອີງຕາມການກ່າວຂອງອົງການ Save the Mekong.

ອົງການນີ້ ກ່າວອ້າງຕື່ມວ່າ “ບົດລາຍງານ ພົນກະທົບທາງດ້ານສິ່ງແວດລ້ອມທຳມະ
ຊາດ ແລະການຫລຸດຜ່ອນຜົນກະທົບ ຊີ້ໃຫ້ເຫັນພາຍຫລັງການຫລຸດ ຜ່ອນແລ້ວ
ຜົນກະທົບທັງໝົດ ຈາກເຂື່ອນປາກລາຍ ຈະມີຜົນກະທົບ ບໍ່ຫຼາຍ ປານໃດ ຫຼື ໃນ
ທາງບວກ. ວັກ​ຕອນນີ້ ແມ່ນບໍ່ໄດ້ຮັບການສະໜັບສະໜູນໂດຍ ຫລັກຖານ. ຫາກ
ແຕ່ ມັນໄດ້ຖືກກ່າຍອອກມາຈາກ ການປະເມີນຜົນຂອງເຂື່ອນ ປາກແບງ.”

ຕາເວັນພວມຕົກ ຢູ່ແມ່ນ້ຳຂອງ ເມື່ອວັນທີ 16 ເດືອນຕຸລາ 2009, ໃກ້ໆກັບ ເມືອງປາກແບງ ຢູ່ພາກເໜືອ ຂອງລາວ ຕິດກັບຊາຍແດນ ຂອງໄທ.
ຕາເວັນພວມຕົກ ຢູ່ແມ່ນ້ຳຂອງ ເມື່ອວັນທີ 16 ເດືອນຕຸລາ 2009, ໃກ້ໆກັບ ເມືອງປາກແບງ ຢູ່ພາກເໜືອ ຂອງລາວ ຕິດກັບຊາຍແດນ ຂອງໄທ.


ພາຍໃຕ້ກົດລະບຽບຂອງອົງການ MRC ແລ້ວ ສປປ ລາວ ແມ່ນມີພັນທະ ໃນການຍື່ນ
ບົດສຶກສາຄົ້ນຄວ້າຜົນກະທົບຂ້າມຊາຍແດນລະຫວ່າງປະເທດ ອັນເປັນ ພາກສ່ວນນຶ່ງ
ຂອງຂັ້ນຕອນການປຶກສາຫາລືກັນ ກັບບັນດາປະເທດສະມາຊິກ ທີ່​ປະ​ກອບ​ດ້ວຍ ໄທ
ກຳປູເຈຍ ແລະຫວຽດນາມໃນເລື້ອງໂຄງການກໍ່ສ້າງເຂື່ອນ ໃໝ່ໃດໆ ຢູ່ໃນແມ່ນ້ຳຂອງ.

ກຸ່ມຕ່າງໆຂອງອົງການ Save the Mekong ຮຽກຮ້ອງໃຫ້ເອົາບົດລາຍງານສຶກສາ
ຄົ້ນຄວ້າສະບັບປັດຈຸບັນນີ້ ຖິ້ມເສຍ ແລະໃຫ້ຍຸຕິຂັ້ນຕອນການປຶກສາຫາລືຄັ້ງກ່ອນ
ຈົນກວ່າວ່າ ການປະເມີນຜົນທີ່ມີຄວາມໝາຍນັ້ນ ໄດ້ເຮັດອອກມາ.

ໃນເວລາຖືກຖາມກ່ຽວກັບ ການກ່າຍເອົາບາງສ່ວນຂອງບົດສຶກສາຄົ້ນຄວ້ານັ້ນ ຜູ້ຕາງ
ໜ້າ ຂອງບໍລິສັດພັດທະນາເຂື່ອນປາກລາຍ ກໍຄື ບໍລິສັດ Powerchina Resources
Ltd. ຜູ້ທີ່ຂໍສະຫງວນຊື່ ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າ ພວກ ເຂົາເຈົ້າລັກກ່າຍເອົາ
ບົດລາຍງານຈາກເຂື່ອນປາກແບງ.

ຜູ້ຕາງໜ້າທ່ານນີ້ ໄດ້ກ່າວວ່າ “ລັດຖະບານລາວ ຮູ້ດີສຳລັບຂັ້ນຕອນຕ່າງໆ. ພວກເຮົາ
ກໍໄດ້ປະຕິບັດເກືອບທຸກຂັ້ນຕອນຄືກັນ ເພາະວ່າ ລັດຖະບານລາວ ມີລຳດັບທີ່ຈະເຮັດ
ເຂື່ອນປາກແບງໃຫ້ໄວຂຶ້ນຈັກໜ້ອຍນຶ່ງກວ່າຂອງພວກເຮົາ ແຕ່ເອກກະສານທັງໝົດ
ແມ່ນໄດ້ເຮັດໂດຍພວກເຮົາເອງ.”

ໃນລະຫວ່າງກອງປະຊຸມສົນທະນາ ທີ່ເຂົ້າຮ່ວມໂດຍວີໂອເອ ແລະ ບັນດາເຈົ້າໜ້າທີ່
ຂອງລັດຖະບານລາວ ບໍ່ມີຜູ້ໃດຍົກເອົາເລື້ອງຂອງການລັກກ່າຍເອົາບົດ ​ລາຍ​ງານນັ້ນ
ຂຶ້ນມາ ແລະບໍ່ມີເຈົ້າໜ້າທີ່ຄົນໃດ ຢາກຫາລືໃນເລື້ອງນີ້ເລີຍ.

ຫົວໜ້າດ້ານຍຸດທະສາດ ຂອງອົງການ MRC ທ່ານ ອານຸລັກ ກິຕິກູນ ໄດ້ ກ່າວວ່າ ທ່ານ
ບໍ່ສາມາດເວົ້າໄດ້ວ່າ ຖ້າຫາກລະບຸໄດ້ວ່າ ມີການລັກກ່າຍເອົາ ບົດລາຍ​ງານ ແລ້ວຈະ
ປະເມີນໄດ້ບໍ່ວ່າ ເປັນບັນຫາໃຫຍ່ ຫຼືບໍ່.

ທ່ານອາ​ນຸລັກ ໄດ້ກ່າວຕື່ມວ່າ “ຖ້າມັນມີຜົນກະທົບໃນຂັ້ນຕ່ຳ ກໍຖືວ່າ ກໍບໍ່ເປັນຫຍັງ
ແຕ່ຖ້າຫາກມັນເຮັດໃຫ້ພວກເຮົາບໍ່ສາມາດປະເມີນຜົນໄດ້ ຢ່າງສົມເຫດ ສົມຜົນ ແລະ
ສົມບູນ ສະນັ້ນ ພວກເຮົາກໍຈະຊີ້ໃຫ້ເຫັນຈຸດນັ້ນ ຢູ່ໃນບົດລາຍ ງານການທົບທວນຄືນ
ໃນດ້ານຫລັກການຂອງພວກເຮົາ. ເພາະວ່າ ເຈົ້າຕ້ອງ ເຂົ້າໃຈວ່າ ໂຄງການທັງຫຼາຍ
ແມ່ນຢູ່ໃກ້ໆກັນ ສະນັ້ນແລ້ວ ຂໍມູນບາງອັນ ເຖິງແມ່ນວ່າ ມັນປາກົດຢູ່ໃນເຂື່ອນ
ປາກແບງນັ້ນ ກໍອາດຈະກ່ຽວຂ້ອງກັບ ເຂື່ອນປາກລາຍກໍເປັນໄດ້ ສະນັ້ນ ພວກເຮົາ
ກໍຕ້ອງໄດ້ປະເມີນແບບນັ້ນ. ດັ່ງນັ້ນ ພວກເຮົາບໍ່ສາມາດເວົ້າໄດ້ວ່າ ຖ້າມັນເປັນການ
ກ່າຍເອົາມາ ອັນນັ້ນມັນກໍບໍ່ຖືກຕ້ອງ.”

ໂຄງການເຂື່ອນປາກລາຍ ແມ່ນຕັ້ງຢູ່ລຸ່ມແມ່ນ້ຳຂອງ ຫ່າງຈາກເຂື່ອນປາແບງ ເກືອບ
400 ກິໂລແມັດ ແລະຕັ້ງຢູ່ເທິງໜ້າດິນ ປະມານ 190 ກິໂລແມັດ.

ຈາກເຂດຊາຍແດນລະຫວ່າງປະເທດ ແລະໃນດ້ານທັດສະນະຂອງຜົນກະທົບສະສົມ
ຕໍ່ເນື່ອງແລ້ວ ພວກເຂື່ອນເຫຼົ່ານັ້ນແມ່ນຢູ່ໃນຂົງເຂດແມ່​ນ້ຳສາຍດຽວກັນ ໄລຍະຍາວ
ກວ່າ 4,000 ກິໂລແມັດ.

ທ່ານນາງ ມໍຣີນ ແຮຣິສ ຜູ້ອຳນວຍການໂຄງການຂອງອົງການແມ່ນ້ຳສາກົນ ປະຈຳພາກ
ພື້ນເອເຊຍຕາເວັນອອກສຽງໃຕ້ ແລະເປັນສະມາຊິກຜູ້ນຶ່ງຂອງກຸ່ມ ພັນທະມິດ ອົງການ
Save the Mekong ໄດ້ກ່າວວ່າ ມັນເປັນການເຮັດ ໃຫ້ເຂົ້າໃຈຜິດແທ້ໆ ທີ່ຈະຖືວ່າ
ຂໍ້ມູນແບບດຽວກັນສ່ວນໃຫຍ່ ອາດນຳມາໃຊ້ ໃນທາງທີ່ສົມເຫດສົມຜົນ ເພື່ອທີ່ຈະແກ້ໄຂ
ຜົນກະທົບຕ່າງໆ ຂອງທັງສອງໂຄງ ການນີ້.

ທ່ານນາງ ເວົ້າວ່າ “ມັນເຮັດໃຫ້ພວກເຮົາເບິ່ງຄືວ່າ ມີທັດສະນະທີ່ບໍ່ດີ ຕໍ່ມາດຕະຖານ
ຂອງຂໍ້ມູນ ທີ່ໄດ້ຖືກນຳມາສະໜອງໃຫ້ແກ່ ພວກທີ່ມີສ່ວນໄດ້ສ່ວນເສຍ ໃນຂັ້ນຕອນ
ຂອງການປຶກສາຫາລື ກ່ອນໜ້ານີ້. ແລະມັນກໍໄດ້ສະໜັບສະໜູນພາບລວມແທ້ໆເລີຍ
ຂອງບັນດາຊຸມຊົນ ແລະ ກຸ່ມສັງຄົມພົນລະເຮືອນຕ່າງໆ ແລະພວກທີ່ມີສ່ວນໄດ້ສ່ວນ
ເສຍອື່ນໆ ທີ່ວ່າ ການປຶກສາຫາລືກັນ ກ່ອນໜ້ານີ້ ເປັນພຽງແຕ່ໄດ້ເຫັນການຮັບຮອງ
ຮັບເອົາ ຢ່າງບໍ່ຖືກຕ້ອງແທ້ໆເລີຍ.”

ສປປ ລາວ ໄດ້ເລີ້ມຂັ້ນຕອນການປຶກສາຫາລື ໃນເມື່ອກ່ອນ ກັບບັນດາປະເທດເພື່ອນ
ບ້ານ ຂອງຕົນ ກ່ຽວກັບເຂື່ອນປາກລາຍ ໃນມື້ຫຼັງຈາກຕົນໄດ້ກ່າວວ່າ ຕົນ ໄດ້ໂຈະຮັບ
ພິຈາລະນາໂຄງການເຂື່ອນໄຟຟ້າພະລັງນ້ຳແຫ່ງໃໝ່ທັງໝົດ ໄວ້ຊົ່ວຄາວ ໃນການມີ
ປະຕິກິລິຍາ ຕໍ່ໄພພິບັດ ຂອງເຂື່ອນໂຕ່ງສຳຮອງແຕກຢູ່ໃນເຂດ ພາກໃຕ້ຂອງປະເທດ
ເມື່ອເດືອນກໍລະກົດຜ່ານມາ.

ປະຊາຊົນຫຼາຍໆຄົນໄດ້ເສຍຊີວິດ ແລະຫຼາຍພັນຄົນ ໄດ້ຖືກຍົກຍ້າຍຍ້ອນເຂື່ອນອານມ້າ
ດີ ເຊປຽນ-ເຊນ້ຳນ້ອຍ ແຕກ ເຊິ່ງລັດຖະບານ ໃນທີ່ສຸດກໍໄດ້ອອກມາຍອມຮັບວ່າ ເປັນໄປ
ໄດ້ສູງທີ່ສາເຫດເກີດຍ້ອນ ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ. ມັນເປັນຄັ້ງທີສອງແລ້ວ ທີ່
ເຂື່ອນແຕກຢູ່ໃນລາວ ພາຍໃນນຶ່ງປີ.

ໃນເດືອນເມສາ ສຳນັກເລຂາທິການ ຂອງອົງການ MRC ໄດ້ນຳສະເໜີ ການພົບເຫັນ
ຂອງບົດສຶກສາຄົ້ນຄວ້າ ໄລຍະ 6 ປີ ທີ່ສຳຄັນ ມູນຄ່າ 4 ລ້ານ 7 ແສນໂດລາ ທີ່ໄດ້ເຕືອນ
ເຖິງຜົນກະທົບ ທີ່​ເປັນໄພພິບັດ​ຕໍ່ສິ່ງແວດລ້ອມທຳມະຊາດ ຖ້າຫາກແຜນການພັດທະນາ
ເຂື່ອນ ໄຟຟ້າພະລັງນ້ຳ ໃນແມ່ນ້ຳຂອງຍັງ​ດຳເນີນຕໍ່ໄປ ໂດຍບໍ່ມີການດັດແປງ ໂດຍ
ສະເພາະ ແມ່ນຈາກພວກເຂື່ອນ ຢູ່ໃນ ແມ່ນ້ຳສາຍຫຼັກນີ້.

ສປປ ລາວ ວາງແຜນທີ່ຈະກໍ່ສ້າງເຂື່ອນ ຫຼາຍກວ່າ 140 ເຂື່ອນ ໃນແມ່ນ້ຳ ຂອງ ແລະ
ແມ່​ນ້ຳສາຂາອື່ນໆ ຂອງປະເທດ ຮວມ​ທັງ 5 ເຂື່ອນ ຢູ່ໃນແມ່ນ້ຳສາຍ​ຫຼັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG