ມູນນິທິມໍລະດົກລາວຈັດງານສະຫຼອງປະຈຳປີຂຶ້ນທຸກໆປີ ຊຶ່ງນຳເອົາເຍົາວະຊົນຫຼືນັກຮຽນຂອງມູນນິທິຈາກທັງສອງ
ສາຂາຄື Seattle ລັດ Washington ໃນພາກຕະເວັນ
ຕົກສຽງເໜືອຂອງສະຫະລັດ ແລະໃນເຂດນະຄອນຫຼວງ
Washington DC ມາຮວມກັນເພື່ອສືບສານສິນລະປະ,
ວັດທະນະທຳຂອງລາວ ຜ່ານທາງການສະແດງຟ້ອນລໍາ
ແລະການດົນຕີ ແລະໃນວັນເສົາທີ່ 18 ກັນຍາ ຜ່ານມານີ້
ກໍໄດ້ມີການນຳສະເໜີການສະຫຼອງດັ່ງກ່າວ ໂດຍໄດ້ນຳ
ເອົາກຸ່ມເຍົາວະຊົນຜູ້ທີ່ເກີດໃນສະຫະລັດ ມາສະແດງໃນ
ຄັ້ງນີ້ ຊຶ່ງມີຫຼາຍກ່ວາສິບຄົນ ແລະຕາງໜ້າໃຫ້ຄະນະກໍມີ
Nathan Noravong, Nacy Bounyavong, Alexis Kongmanivong ແລະ Karissa Vongkhamchanh ນັກສະແດງຈາກຄະນະກິນນະລີ ສາຂາຕາເວັນຕົກສຽງເໜືອ
ແລະຕົວແທນຈາກສະມາຄົມສະຕີລາວອະເມຣິກັນ ຂົງເຂດ Washington DC ກໍແມ່ນ Alison Phanthavong ຊຶ່ງຕ່າງກໍໄດ້ສະແດງຄວາມຮູ້ສຶກແລະຄວາມເຫັນທີ່ແຕກຕ່າງ ກັນ ຊຶ່ງ Nathan Noravong ກ່າວວ່າ:
"ຄໍ່າຄືນນີ້ ຂ້ານ້ອຍຈະຫລິ້ນແຕ່ດົນຕີ ຈະບໍ່ໄດ້ຟ້ອນມື້ນີ້. ການໄດ້ເຂົ້າມາເປັນສ່ວນນຶ່ງ ຂອງມູນນິທິມໍລະດົກລາວນີ້ ສຳລັບຂະນ້ອຍແລ້ວ ຖືວ່າ ເປັນກຽດຢ່າງໃຫ່ຽຫລວງ ມັນເຮັດໃຫ້ ຂະນ້ອຍໄດ້ໃກ້ ຊິດແລະຄຸ້ນເຄີຍກັບຮີດຄອງ ປະເພນີ ແລະວັດທະນະທໍາ ຂອງລາວ ແລະໄດ້ຮູ້ວ່າມີ ປະຊາຄົມລາວ ແລະມີວັດທະນະທຳລາວແທ້ ແທນທີຈະຄິດວ່າມັນສູນຫາຍໄປ
ແລ້ວ. ຂະນ້ອຍມັກໃນຄວາມເປັນຄົນລາວນີ້ ກໍເພາະວ່າລາວມີຫຼາກຫຼາຍຊົນຊາດ
ຊົນເຜົ່າແລະມີຮີດຄອງປະເພນີທີ່ປະສົມປະສານກັນ ແລະຂະນ້ອຍກໍມັກສິນລະປະ ແລະຂະນ້ອຍກໍມັກກຳມະວິທີຕ່າງໆເຊັ່ນ ພິທີບາສີສູ່ຂວັນເປັນຕົ້ນ. ແລະແນ່ນອນ ອາຫານລາວ, ຂະນ້ອຍມັກເຂົ້າປຽກເສັນຫຼາຍທີ່ສຸດ."
ສ່ວນນັກຮ້ອງ ນັກແຕ່ງເພງແນວ Pop ຢ່າງເກດສະນາ ວິໄລລັກ ກໍໄດ້ສະແດງເຖິງ
ຄວາມຮູ້ສຶກສາປື້ມໃຈຢ່າງສຸດຊຶ້ງຈົນນຳຕາຊຶມວ່າ ພູມໃຈທີ່ໄດ້ເຫັນເຍົາວະຊົນເສບດົນຕີ
ລາວເດີມໃຫ້ເກດສະນາຮ້ອງເພງລາວເດີມ “ສາຍລົມເຢັນ” ຊຶ່ງເກດສະນາໄດ້ກ່າວຢ່າງ
ຕື້ນຕັນໃຈວ່າ:
“ເຮົາເຫັນ ເຮົາກໍຮູ້ສຶກຂົນ
ໝາກໜາວແຕກ ນໍ້າຕາກໍຕົກ
ອັນນີ້ຫລະ ມັນເປັນເນື້ອໃນ
ແທ້ໆເຫລະ ເຖິງແມ່ນວ່າ
ຊິຢູ່ໄກບ້ານເກີດເມືອງນອນ
ກະຢ່າເຮົາຍັງຮັກສາວັດທະ
ນະທຳລາວ ເພາະສະນັ້ນ
ເຮົາຢາກໃຫ້ຮູ້ວ່າ ອັນນີ້ລູກ
ຫລານເຮົາ ເຮົາຕ້ອງໄດ້
ຊຸກຍູ້ໄປ ໃຫ້ໂອກາດໂລດ ເວທີໃດມີໃຫ້ຂຶ້ນ ຫລິ້ນ ຮັກສາວັດທະນະທຳມ້ຽນ ອັນນີ້ດີທີ່ສຸດ...”
ພ້ອມດຽວກັນນີ້, ກໍຍັງມີແມ່ນັກຮຽນນັກສະແດງຄື ທີ່ເດີນທາງມາຈາກ ນະຄອນ ຊີອາໂຕ
ລັດ ວໍຊິງຕັນເພື່ອມາສົ່ງເສີມການສະອດງຂອງລູກສາວ ທີ່ເປັນລູກເຄິ່ງ ລາວ-ອະເມຣິກັນ
ໃນຄັ້ງນີ້ ກໍໄດ້ສະແດງຄວາມເຫັນໃຫ້ພວກເຮົ້າຟັງວ່າ: “ພາກພູມໃຈຫຼາຍແລະບໍ່ຄິດວ່າ
ຊິມີໂປຣກຣາມແບບນີ້ຢູ່ເມືອງອະເມຣິການີ້ ກໍເລີຍຢ່າກໃຫ້ລູກຮຽນ ຮຽນຮູ້ວັດທະ
ນະທຳລາວ ເພາະມັນແມ່ນ Heritage ຂອງເຮົາ ພໍ່ແມ່ຕ້ອງ support ເຂົາ
ເຈົ້າຄັນເຂົາເຈົ້າຢາກຮຽນ ຄັນເຮົາບໍ່ພາໄປພວກເຂົາເຈົ້າກໍໄປຮຽນບໍ່ໄດ້ ເພາະວ່າ ພວກເຂົາເຈົ້າໄປເອງບໍ່ໄດ້ ພໍ່ແມ່ຕ້ອງພະຍາຍາມເຮັດທຸກສິ່ງທຸກຢ່າງໃຫ້ມັນເກີດ ຂຶ້ນ…”
ສ່ວນອາຈານສອນທ່ານທອງຕັນ ສຸວັນນະພັນ ກໍໄດ້ໃຫ້ຄວາມເຫັນກ່ຽວກັບການສະແດງ
ຂອງເຍົາສະຊົນຮຸ່ນໃໝ່ວ່າ: “ພູມໃຈ ພູມໃຈທີ່ເດັກນ້ອຍລາວຍັງເອົາໃຈໃສ່ ສືບຕໍ່
ຂະນົບປະເພນີ ໂດຍສະເພາະສິນລະປະການດົນຕຣີນີ້ກໍ ອັນນີ້ຂ້າພະເຈົ້າພູມ
ໃຈທີ່ສຸດ ແປວ່າຄວາມພະຍາຍາມບໍ່ແມ່ນໝົດທໍ່ນີ້ ປີໜ້າປີຮືມັນຈະຄັກກ່ວານີ້…”
ຜູ້ທີ່ປຽບສະເໝືອນວ່າເປັນແມ່ຂອງພວກເຍົາສະຊົນພວກນີ້ກໍຄື ປ້ອມ ຫລື ຈິດຕະພອນ
ອຸດຕະມະ ຄຳປຣະດິດ ຊຶ່ງເປັນຄູຝຶກຟ້ອນ, ທັງຍັງສອນແລະຄວບຄຸມມາລະຍາດຕ່າງໆ
ນາໆທັງໄປສົ່ງໄປຮັບແລະບາງຄັ້ງຄາວກໍຍັງຈັດອາຫານລ້ຽວນຳອີກ ຊຶ່ງປ້ອມເອງກໍໄດ້
ແບ່ງປັນຄວາມຮູ້ສຶກ ທີ່ເຫັນໝາກຜົນຂອງຕົນທີ່ໄດ້ກໍ່ສ້າງຈົນມາຮອດມື້ນີ້ ທີ່ຕ້ອງຜ່ານຜ່າ
ອຸບປະສັກຕ່າງໆນາໆ ຈົນວັນນີ້ສາມາດກ່າວຢ່າງເຊີດໜ້າແລະພູມໃຈເປັນທີ່ສຸດ ຊຶ່ງນາງ
ກ່າວສະລຸບວ່າ:
“…ປ້ອມເອງກໍບໍ່ເຄີຍຄິດວ່າ
ມັນຊິໄດ້ກ້ວາງປານນີ້ ເພາະ
ເຮົາກໍຮູ້ວ່າ ເຮົາກໍຄວນມີ ແລະພວກເດັກນ້ອຍກໍຮູ້ວ່າ ສົນໃຈແລະມີຄວາມຕ້ອງການ
ຈາກປະຊາຄົມລາວ ກະບໍ່ຄິດ
ວ່າມັນຊິໄປໄກໄດ້ປານນີ້
ສຳລັບພໍ່ແມ່ທີ່ເຂົາເຈົ້າມາ
ຊ່ອຍມາສົ່ງເສີມລູກເຂົາເຈົ້າ
ຫັ້ນ ເຂົາເຈົ້າເອົາໃຈຊ່ອຍ
ແທ້ໆ ເຫັນແລ້ວກໍພູມໃຈ
ທີ່ວ່າພໍ່ແມ່ຢາກສົ່ງເສີມລູກ
ອີຫຼີ…”
ສິນລະປະການດົນຕີຂອງແຕ່ລະຊາດ ແມ່ນການສະແດງອອກຢ່າງນຶ່ງເຖິງຂະນົບປະເພນີ
ຮີດຄອງແລະວັດທະນະທຳຂອງຊາດນັ້ນ. ພວກເຮົາຂໍສັນລະເສີນ ພວກເຍົາວະຊົນລາວ
ອະເມຣິກັນທີ່ພາກັນຮິບໂຮມແລະສືບສານໃຫ້ປະເພນີແລະວັດທະນະທຳຂອງລາວຢູ່ຄູ່ກັບ
ຄົນລາວຕະລອດໄປ ບໍ່ວ່າຈະຢູ່ທີ່ໃດໆໃນໂລກກໍຕາມ.
ກະລຸນາຕິດຕາມເລື່ອງທີ່ໜ້າສົນໃຈໄດ້ໃໝ່ອີກໃນອາທິດໜ້າ ທາງລາຍການຊີວິດຊາວລາວ
ໃນຕ່າງແດນຂອງວີໂອເອ.