ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມູນນິທິມູນມໍລະດົກລາວ ມຸ່ງໝັ້ນຕໍ່ການຮັກສາໄວ້ ຊຶ່ງສິນລະປະ ວັດທະນະທໍາລາວ


ການສະແດງຟ້ອນນາດຕະສິນລາວ ຂອງນັກຮຽນມູນນິທິມູນມໍລະດົກລາວ ໃນຄັ້ງຜ່ານມາ
ການສະແດງຟ້ອນນາດຕະສິນລາວ ຂອງນັກຮຽນມູນນິທິມູນມໍລະດົກລາວ ໃນຄັ້ງຜ່ານມາ

ຢູ່​ໃນ​ສະຫະລັດ​ນີ້ ມີ​ການຈັດ​ຕັ້ງ​ຂອງ​ຄົນ​ລາວຢູ່​ໃນ​ເກືອບ​ວ່າ​ທຸກໆ​ລັດ ​ແລະ​ທຸກໆເມືອງ​ທີ່​ມີ ​ຄົນລາວ​ອາ​ໃສ​ຢູ່ ຊຶ່ງ​ເປົ້າ​ໝາຍ​ຂອງ​​ເຂົາ​ເຈົ້າກໍ​ແມ່ນ​ເຕົ້າ​ໂຮມ​ກັນ ​ເພື່ອພັດທະ​ນາ​ປະຊາ​ຄົມ​ຂອງ​ເຂົາ​ເຈົ້າ​ ພ້ອມ​ກັບ​ສົ່ງ​ເສີມ​ແລະ​ຮັກສາໄວ້ຊຶ່ງ​ວັດທະນະ​ທໍາ​ຂອງ​ຄົນ​ລາວ​ ໂດຍ​ການ ​ເຜີຍແຜ່​ໃຫ້​ຊາວ​ອາ​ເມຣິກັນ​ແລະ​ຊົນ​ຊາດ​ອື່ນ ໄດ້ຮູ້​ເຫັນ​ແລະຮູ້ຈັກ. ສ່ວນ​ໃຫຍ່​ແລ້ວ ພວກ ​ສະມາຄົມ​ຫລື​ອົງການ​ຈັດ​ຕັ້ງເຫລົ່ານັ້ນ​ແມ່ນ​ຈະ​ເປັນ​ກຸ່ມ​ຈັດ​ຕັ້ງ​ໃນ​ລະດັບ​ທ້ອງ​ຖິ່ນ ​ແຕ່ກໍ​ມີ​ຢູ່ ​ອົງການ​ນຶ່ງທີ່​ໄດ້​ຂະຫຍາ​ຍອອກ​ມາ​ເປັນ​ລະດັບ​ຊາດກໍ​ວ່າ​ໄດ້ ໂດຍ​ມີສາຂາ​ແລະ​ຄູ່​ຮ່ວມ​ ງານຢູ່​​ໃນສອງລັດ​ດ້ວຍ​ກັນ.

ອົງການ​ທີ່​ວ່າ​ນີ້ ກໍ​ຄື Lao Heritage Foundation ຫລື​ມູນ​ນິທິ​ມໍລະດົກ​ລາວ ຊຶ່ງ​ມີ​ສໍານັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນ ຫລວງວໍ​ຊິງ​ຕັນ​ດີ​ຊີນີ້​ເອງ ​ແລະມີ​ສາຂາ​ນຶ່ງ​ຢູ່​ນະຄອນ​ ຊີ​ແອດ​ເຕິລ ລັດ​ວໍ​ຊິງ​ຕັນ ​ແລະມີ​ຄູ່​ຮ່ວມ​ງານ​ຢູ່​ໃນ​ລັດ​ໂຣດ ​ໄອ​ແລນ.

ໄຊຊະນະ ສຸ​ພົມ ໜຸ່ມລາວ​ຈາກ​ລັດ​ເວີ​ຈີ​ເນຍ ​ໃກ້ໆນະ​ຄອນ​ຫລວງວໍ​ຊິງ​ຕັນດີ​ຊີນີ້ ກໍ​ເປັນ​ໂຕ​ຕັ້ງ​ໂຕ​ຕີ​ຄົນ​ນຶ່ງ​ໃນ​ການກໍ່ຕັ້ງ ມູນ​ລະ​ນິທິ​ມໍລະດົກ​ລາວຂຶ້ນມາ ຊຶ່ງ​ລາວ​ເວົ້າວ່າ ຈຸດປະສົງ​ ຫລັກ​ກໍ​ແມ່ນ​ເພື່ອ​ເພ່ງ​ເລັງ​ໃສ່​ການ​ສິດສອນສິນລະປະວັດທະ ນາ​ທຳ ​ແລະວັນນະຄະດີ​ໃຫ້​ພວກ​ຄົນ​ລາວລຸ້ນນ້ອຍ​ໃຫ້​ຮຽນຮູ້​ ​ແລະ​ຮັກສາໄວ້ ບໍ່​ໃຫ້​ດັບ​ ສູນ​ໄປ. ໄຊຊະນະ ​ຊຶ່ງ​ມາ​ໃຫຍ່​ຢູ່​ອາ​ເມຣິກາ​ໃນ​ຖານະ​ອົບ​ພະຍົບ ​ໄດ້​ຊ່ວຍ​ວຽກງານ​ຂອງ​ມູນນິທິ​ Lao Heritage ມາຕັ້ງ​ແຕ່​ຕອນ​ເລີ້ມຕົ້ນ ​ໂດຍ​ທີ່​ລາວ​ເອງ​ໄດ້​ເອົາ​ໃຈ​ໃສ່ຮຽນດົນຕີ​ລາວ​ເດີມ ​ຈາກ​ຜູ້​ທີ່​ມີ​ຄວາ​ມຮູ້​ລະດັບ​ອາຈານ​ຫລາຍຄົນ ​ຈົນ​ສາມາດ​ຖ່າຍ​ທອດ​ຄວາມຮູ້​ນັ້ນ​ ໃຫ້ແກ່​ນັກ ຮຽນຂອງ​ມູນ​ນິທິ Lao Heritage​ໄດ້. ໄຊຊະນະກ່າວກັບ VOA ​ໃນ​ຕອນນຶ່ງວ່າ:

“ພວກຂະນ້ອຍກໍໄດ້ຈັດຕັ້ງມາຫົກປີແລ້ວ ​ແລະ Headquarters ກະຢູ່ໃນ Washington D.C. ເນາະ. ແຕ່ວ່າພວກຂະນ້ອຍກໍ່ມີໂຄງການຢູ່ Washington State ແນ່ ກັບຢູ່ Rhode Island ແນ່. ຢູ່ Washington D.C. ປີນີ້ ຊິໄດ້ ເລີ້ມໂຄງການສອນດົນຕີ. ຢູ່ Rhode Island ນີ້ ເປັນແບບ partnership ​ເນ໊າະ ພວກຂະນ້ອຍກະໄດ້ຮ່ວມມືກັບອົງການ Lao Community Center of Rhode Island ແຕ່ວ່າຢູ່ Washington State ນັ້ນ ແມ່ນສາຂາ.”

ໄຊຊະນະກ່າວ​ເຖິງ​ຄວາມ​ເປັນ​ມາ​ໃນ​ການ​ກໍ່​ຕັ້ງ​ມູນ​ນິທິນີ້ ຂຶ້ນ​ມາ​ວ່າ​:

“ພວກຂະນ້ອຍໄດ້ມີໂອກາດຊ່ວຍເຫລືອນັກສີນລະປິນຜູ້ໜຶ່ງ ຊື່ວ່າເຈົ້າສົມສະນິດ ​ເນາະ. ເພິ່ນເປັນນັກ ແຕ້ມ ແລະກໍເປັນນັກແສ່ວ ແລ້ວກະເພິ່ນກະໄດ້ inspire ພວກຂະນ້ອຍ ຄືເພິ່ນໄດ້ອວນຈິດອວນໃຈຂອງພວກຂະນ້ອຍ ໃຫ້ຕັ້ງໂຄງການ ແບບທີ່ວ່າ ຮັກສາວັດທະນາທຳນໍ້ ແລະພວກຂະນ້ອຍກະເລີຍຄິດວ່າ ດຽວນີ້ ຢູ່ໃນສະຫະລັດອະເມຣິການີ້ ກະມີອົງການຫຼາຍໆອົງການ ແຕ່ວ່າບໍ່ມີອົງການໃດ ທີ່ວ່າ focus ​ໃສ່​ເລື້ອງນີ້. ແລ້ວພວກຂະນ້ອຍກໍຄຶດວ່າ ອັນນີ້ກໍ່ເປັນການດີທີ່ວ່າ ຈັດຕັ້ງອົງການ ໃດອົງການໜຶ່ງຂຶ້ນມາ ເພື່ອຈະມາ focus ໃສ່​ເລື້ອງສິນລະປະ ວັດທະນາທຳ​ເນ໊າະ.”

ເມື່ອ​ເວົ້າ​ເຖິງຜົນງານຜ່ານມາໃນໄລຍະຫົກປີນັ້ນ ວຽກງານຫຼັກໆ​ໃນ​ການຮັກສາໄວ້ຊຶ່ງວັດທະ ນາທຳ ຫຼືວ່າ ສົ່ງເສີມວັດທະນາທຳລາວນັ້ນ ໄຊຊະນະເວົ້າ​ວ່າ ໂຄງການໃຫ່ຍໆທີ່ມູນນິທິ ເນັ້ນຫຼາຍທີ່ສຸດ ກະແມ່ນການຟ້ອນກັບການຫຼິ້ນດົນຕີພື້ນເມືອງ ເປັນຕົ້ນວ່າ ແຄນ, ຊໍ, ຂິມ, ລະນາດ. ສ່ວນ​ເລື້ອງຄູ​ສອນ​ນັ້ນ ແມ່ນຕ້ອງ​ຊອກ​ຫາ​ມາຈາກ​ຫລາຍ​ລັດ ​ເຊັ່ນ ອາ​ຈານ ສອນ​ແຄນ​ແມ່ນ ອາຈານ ບຸນຊື້ງ ສີນານົນຢູ່ California, ອາຈານສອນ​ສີຊໍ ແມ່ນອາຈານທອງ ຕັນ ສຸວັນນະພັນ ຢູ່ Virginia, ແລະລະນາດແມ່ນອາຈານ ຊະນະໄຊ ຢູ່ Colorado. ສຳລັບອາຈານ​ນາດຕະສິນ ແມ່ນຢູ່ລັດ Washington ແລະຄະນະກິນນະລີ ຊຶ່ງແມ່ນທ່ານ ນາງ ປ້ອມ ຄຳປະດິດ​ເປັນຜູ້ຈັດຕັ້ງຂຶ້ນ.

ໃນການສົ່ງເສີມວັດທະນາ​ທຳນັ້ນ ທາງ​ມູນ​ນິທິ​ກໍ​ໄດ້ຈັດງານຕ່າງໆ ຂຶ້ນເພື່ອສະແດງໃຫ້ຜູ້ຄົນ ໄດ້ຊົມໄດ້ເຫັນ. ສ່ວນ​ການຮັກສາວັດທະນາ​ທຳ ຫລືປູກຝັງໃຫ້ຄົນລຸ້ນຕໍ່ໄປ ທີ່ວ່າເກີດມາ​ໄໝ່​ໃຫຍ່ລຸນຢູ່ອາເມຣິການັ້ນ ​ໄຊ​ຊະນະ​ໃຫ້​ຄວາມ​ເຫັນ​ວ່າ ​ເນື່ອງ​ຈາ​ກວ່າຜູ້ທີ່ເກີດແລະໃຫຍ່ຢູ່ນີ້ ເວົ້າພາສາລາວ​ໄດ້ໜ້ອຍ ມັນ​ຈຶ່ງເປັນສິ່ງທ້າທາຍອັນໜຶ່ງຕໍ່​ທາງມູນ​ນິທິ. ​ແຕ່ທາງຄະນະ​ກໍ​ໄດ້​ ໃຊ້​ຄວາມພະຍາຍາມໃນການ​ສອນພວກ​ເຂົາ​ເຈົ້າ ໂດຍການຂຽນໂນ໊ດ​ເປັນ​ໂຕ​ໜັງສື​ສາກົນໃຫ້ ເຂົາ​ເຈົ້າ ເພື່ອຊ່ວຍ​ໃຫ້​ຈື່ງ່າຍແລະຊ້ອມ​ງ່າຍ ​ແລະສາມາດຫລິ້ນດົນຕີ​ໃຫ້​ມີ​ຈັງຫວະເຂົ້າກັນ​ໄດ້.

ຈະ​ມີງານສະຫລອງຄົບຮອບຫົກປີຂອງມູນນິທິ Lao Heritage ສຳລັບເຂດ Washington D.C. ໃນຄໍ່າຄືນຂອງວັນທີ 18 ເດືອນນີ້ທີ່ເມືອງ Arlington ລັດ Virginia ຊຶ່ງໃນນັ້ນ ກໍ ຈະມີການສະແດງດົນຕີພື້ນເມືອງ ແລະຟ້ອນນາດຕະສິນຂອງພວກນັກຮຽນຂອງມູນນິທິເອງ ໂດຍຈະມີສິນລະປິນອາເມຣິກັນເຊື້ອສາຍລາວຊື່ດັງ ເກດສະໜາ ວິໄລລັກ ຈາກລັດ Ten- nessee ມາຊ່ວຍເປັນພິທີກອນ. ນອກຈາກນີ້ແລ້ວ ທາງມູນນິທິຍັງໄດ້ກຽມອາຫານລາວໄວ້ ບໍລິການບັນດາທ່ານທີ່ໄປຮ່ວມສະໜັບສະໜູນແລະໃຫ້ກຳລັງໃຈນຳອີກດ້ວຍ ຕະຫຼອດທັງ ລາງວັນ ຫຼາຍອັນຫຼາຍຢ່າງອີກ. ອາສາສະໝັກຄົນໜຶ່ງ ທີ່ເປັນແມ່ແຮງໃນການຈັດງານສະ ແດງສິນລະປະແລະຫາລາຍໄດ້ ໃຫ້ມູນນິທິ Lao Heritage ກໍຄື ມາລີ ພົນປະດິດ ຈາກລັດ Maryland ທີ່ອະທິບາຍສູ່ VOA ຟັງວ່າ:

“ຂະນ້ອຍມາຊ່ອຍ Lao Heritage Foundation ມາຮອດຫົກປີແລ້ວ ຫາກປີ ທີ່ັງກັບປີນີ້ ຂະນ້ອຍເປັນ Chairperson ເພາະຕ້ອງການເຮັດ fundraising ຫາເງິນເພື່ອສິຕັ້ງ Music Program ຢູ່ໃນ Washington D.C. ປີນີ້ ແລະຕ້ອງ ຫາບ່ອນໃຫ້ລູກສິດໄປຮຽນຫຼາຍໆ ​ເພື່ອ​ໃຫ້ມີບ່ອນສໍາລັບວັນເສົາ ວັນອາທິດ ໃຫ້ຂະເຈົ້າມາໂຮມກັນ...”

ໄຊ​ຊະນະ​ກ່າວ​ວ່າ ທາງ​ມູນ​ນິທິ​ໄດ້​ເງິນ​ຊ່ວຍ​ເຫລືອ​ອຸບປະຖໍາ​ສ່ວນ​ໃຫຍ່ ມາ​ຈາກ​ການ​ບໍລິຈາກ​ຂອງ​ເອກ​ກະ​ຊົນ ທີ່​ສົ່ງ​ເງິນ​ມາ​ໃຫ້​ຄົນ​ລະ 10 ລະ 20. ຜູ້​ລະ 50 ກໍ​ມີ ​ແລະ​ກໍ​ມີ​ຈຳນວນ​ນຶ່ງ ທີ່​ໃຫ້​ຫລາຍ​ກ່ວາ​ນັ້ນ​ກໍ​ມີ ຊຶ່ງ​ທັງ​ໝົດ ​ແມ່ນ​ເປັນ​ທຶນ​ເອກ​ກະ​ຊົນ ບໍ່​ມີ​ທຶນ​ຂອງ​ລັດຖະບານ. ສໍາລັບແຜນການໃນອານາຄົດນັ້ນ ໄຊ​ຊະນະ​ກ່າວວ່າ:

“ອານາຄົດໃກ້ໆ​ ປະມານສາມປີເຖິງຫ້າປີນີ້ ກໍຢາກຂະຫຍາຍໂຄງການດົນຕີ... ເພາະວ່າພວກຂະນ້ອຍ ກໍ່ມີ ຄວາມຮູ້ສຶກວ່າ ຄົນຕ້ອງການຢາກຮຽນກະມີຫຼາຍຢູ່ ແຕ່ວ່າຕອນນີ້ ສາມາດເຮັດເຕັມທີ່ບໍ່ໄດ້ ເພາະວ່າເຮົາກະຂາດບຸກຄົນ, ນຶ່ງຂາດ ອາຈານ, ສອງຂາດຜູ້ສອນ ຜູ້ທີ່ວ່າຄືຂະນ້ອຍ ທີ່ວ່າຮຽນຈາກອາຈານໃຫຍ່ ແລ້ວ ມາສອນຕໍ່ ສາມແມ່ນເຮົາກະຂາດທຶນຫຼາຍ ແລ້ວຖ້າວ່າ ຊິເວົ້າໄປເຖິງອະນາຄົດ ຫ່າງໄກຈັ່ງຊີ້ ມັນ​ກໍຍາກ​ແດ່. ​ແລະພວກຂະນ້ອຍກະຄຶດວ່າ ເຮົາກະຄວນສົ່ງເສີມ ສິນລະປະແບບອື່ນໆນໍາເນ໊າະ ຍົກໂຕຢ່າງ ຟິມເນາະ ຟິມນິກະແມ່ນ ການເຮັດ ໜັງ ຫຼືວ່າ literature ແລະການຂວັດໝາກໄມ້ ການແສ່ວ ແລະກະມີຫຼາຍໆ ຢ່າງ ແຕ່ວ່າເຮົາກະຕ້ອງໄດ້ຄ່ອຍໆເປັນຄ່ອຍໆໄປ. ເລື້ອງອຸບປະຖໍານິ່ ພວກຂະ ນ້ອຍກະຢາກຂໍຮ້ອງທ່ານຜູ້ຟັງ ຖ້າວ່າຜູ້ໃດຢາກຊ່ອຍເຫຼືອອຸບປະຖຳ ຊື້ປີ້ຍົນ ໃຫ້ເດັກນ້ອຍມາ​ເນ໊າະ ກະຂໍເຊີນເລີຍ ໃຫ້ໄປເວັບໄຊ໌ ພວກຂະນ້ອຍ www. laoheritagefoundation.org ຂໍເຊີນຊວນພໍ່ແມ່ພີ່ນ້ອງທຸກໆຄົນ ທີ່ໄດ້ຟັງ ບໍ່ວ່າຢູ່ Washington State ຫຼືວ່າ Rhode Island ບໍ ຫຼືວ່າຢູ່ Washington D.C. ບໍ ຫຼືວ່າລັດອື່ນໆ. ຖ້າວ່າມາໄດ້ ກະຂໍເຊີນພວກທ່ານມາ ຊົມ ແລະມາສະໜັບສະໜູນພວກຂະນ້ອຍ ແລະພວກລູກໆຫລານໆ​ເນ໊າະ ແລະ ສຳລັບທ່ານທີ່ມາບໍ່ໄດ້ ກະຂໍເຊີນສົ່ງຈິດສົ່ງໃຈ ມາຊ່ອຍກັນ.”

ທາງ ວີ​ໂອ​ເອຂໍ​ເອົາ​ໃຈ​ຊ່ວຍ ​ແລະເປັນ​ກຳລັງ​ໃຈ​ໃຫ້​ມູນນິທິ Lao Heritage Foundation ຈົ່ງ​ປະສົບ​ຄວາມ ສຳ​ເລັດ​ໃນ​ການຈັດ​ງານ​ຫາ​ລາຍ​ໄດ້ ​ເພື່ອ​ຈະ​ໄວ້​ໃຊ້​ເປັນ​ທຶນ​ສືບຕໍ່ກ້າວ​ເດີນ ໄປ​ ຈົນ​ບັນລຸ​ເປົ້າໝາຍທີ່​ໄດ້​ຕັ້ງ​ໄວ້ ​ຊຶ່ງກໍ​ຄືຮັກສາ​ສິລປະວັດທະນາ​ທຳ​ລາວ​ໄວ້​ໃຫ້​ດຳລົງ​ຄົງ​ຢູ່​ຄຽງຂ້າງ​ຄົນ​ລາວຕາບ​ເທົ່າການ​ລະ​ນານ ຕາບ​ໃດ​ທີ່​ຍັງ​ມີ​ຄົນ​ລາວ ຫລື​ເຊື້ອສາຍ​ລາວ ​ດຳລົງ​ຄົງ​ຢູ່​ໃນ​ໂລກ​ນີ້.

XS
SM
MD
LG