ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນກາງຊາວໜຸ່ມປະຕິວັດລາວ ດຳເນີນໂຄງການສຶກສາອົບຮົມ ເພື່ອຄວບຄຸມພຶດຕິກຳແລະກໍ່ສ້າງຄວາມຈົງຮັກພັກດີ ຂອງຊາວໜຸ່ມ


ຊາວໜຸ່ມລາວ ໄດ້ຮັບການຝຶກອົບຮົມໃນດ້ານອາວຸດປືນ AK-47
ຊາວໜຸ່ມລາວ ໄດ້ຮັບການຝຶກອົບຮົມໃນດ້ານອາວຸດປືນ AK-47

ສູນກາງຊາວໜຸ່ມປະຕິວັດລາວດຳເນີນໂຄງການສຶກສາອົບຮົມ ເພື່ອຄວບຄຸມພຶດຕິກຳແລະກໍ່ສ້າງຄວາມຈົງຮັກພັກດີຂອງຊາວໜຸ່ມໃຫ້ມີຕໍ່ຄຸນງາມຄວາມດີຂອງບັນດາຜູ້ນຳພັກ-ລັດໃນລາວ.

ທ່ານອະລຸນໄຊ ສູນນະລາດ ເລຂາທິກາານສູນກາງຊາວໜຸ່ມປະຕິວັດລາວ ຢືນຢັນວ່່າ ການກໍ່ສ້າງຮາກຖານແນວຄິດທາງການເມືອງໃຫ້ກັບຊາວໜຸ່ມລາວ ໄດ້ສືບຕໍ່ການຈັດຕັ້ງປະຕິບັດາມາຢ່າງຕໍ່ເນື່ອງດ້ວຍເປົ້າໝາຍເພື່ອເສີມສ້າງໃຫ້ຊາວໜຸ່ມລາວ ມີຄວາມຈົງຮັກພັກດີ ແລະສຳນຶກເຖິງຄຸນງາມຄວາມດີຂອງບັນດາຜູ້ນຳພັກ-ລັດໃນລາວ ທັງໃນອະດີດແລະໃນປັດຈຸບັນ ຮວມທັງຍັງແນໃສ່ການຫລໍ່ຫລອມໃຫ້ຊາວໜຸ່ມເປັນຜູ້ສືບທອດພາລະກິດໃນການກໍ່ສ້າງພັກ-ລັດໃຫ້ໝັ້ນຄົງ-ແຂງແກ່ນ-ມີສະຖຽນລະພາບໃນທ່າມກາງສະພາບການໃໝ່ໃນໂລກທີ່ກຳລັງປະເຊີນກັບການລະບາດຂອງໄວຣັສ Covid-19 ຢ່າງກວ້າງຂວາງໃນປັດຈຸບັນນີ້ ດັ່ງທີ່ ທ່ານອະລຸນໄຊ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາຍັງເອົາໃຈໃສ່ໃນການນໍາພາສ້າງຂະບວນການສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ຄົນລຸ້ນໜຸ່ມໃຫ້ຍາມໃດກໍໃຫ້ມີຄວາມຈົງຮັກພັກດີຕໍ່ພັກ ຕ້ອງມີຄວາມຊື່ສັດ-ບໍລິສຸດຕໍ່ຊາດ ຕໍ່ປະຊາຊົນ ໂດຍສະເພາະແມ່ນສຶກສາອົບຮົມກ່ຽວກັບມູນເຊື້ອຄຸນງາມຄວາມດີຂອງຜູ້ນຳພັກ-ລັດ ໃຫ້ເຫັນໄດ້ໃສຫແຈ້ງກ່ຽວກັບວັດທະນະທຳອັນດີງາມຂອງຊາດ ນອກຈາກນັ້ນ ໄດ້ມີການສຶກສາອົບຮົມໃຫ້ເຂົາເຈົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຜູ້ສືບທອດຂອງພັກທີ່ມອບໝາຍໃຫ້ ກໍຄືສະພາບການໃໝ່ທີ່ຮຽກຮ້ອງຕໍ່ຄົນລຸ້ນໜຸ່ມຂອງພວກເຮົາ.”

ທັງນີ້ໂດຍສູນກາງຊາວໜຸ່ມປະຕິວັດລາວ ໄດ້ຈັດການຮ່າງກົດໝາຍສະບັບໃໝ່ວ່າດ້ວຍຊາວໜຸ່ມສຳເລັດແລ້ວ ເມື່ອບໍ່ດົນມານີ້ ໂດຍຈະສະເໜີເຂົ້າສູ່ການພິຈາລະນາ-ຮັດຮອງໃນກອງປະຊຸມສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດລາວໃນທ້າຍປີ 2020 ໂດຍຮ່າງກົດໝາຍສະບັບດັ່ງກ່າວນີ້ ໄດ້ແນໃສ່ໃຫ້ຄວາມສຳຄັນເປັນພິເສດຕໍ່ການຄວບຄຸມບົດບາດ-ໜ້າທີ່ຂອງຊາວໜຸ່ມລາວໃນໄລຍະໃໝ່ທີ່ແນໃສ່ການສົ່ງເສີມໃຫ້ຊາວໜຸ່ມປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາຊາດລາວ.

ທາງດ້ານເຈົ້າໜ້າທີ່ໃນອົງການພັດທະມິດສື່ມວນຊົນໃນເອເຊຍຕາເວັນອອກສຽງໃຕ້ ຫຼື SEAPA ໄດ້ໃຫ້ຂໍ້ສັງເກດວ່າ ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ກໍຄືກົດໝາຍທີ່ເປັນສ່ວນປະກອບຂອງກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຕິວັດລາວ (ສະບັບປັບປຸງ) ທີ່ປະກາດບັງຄັບໃຊ້ຢ່າງເປັນທາງການໃນວັນທີ 14 ມິຖຸນາ 2017 ເປັນຕົ້ນມານັ້ນ ເພາະເຫັນວ່າ ການທີ່ຊາວໜຸ່ມລາວ ໄດ້ຕິດຕໍ່ພົວພັນ ແລະແລກປ່ຽນຂໍ້ມູນຂ່າວສານກັບພາຍນອກດ້ວຍລະບົບສື່ສັງຄົມ online ຫຼາຍຂຶ້ນນັ້ນຍ່ອມຈະສົ່ງຜົນກະທົບຕໍ່ແນວຄວາມຄິດ-ຄວາມເຊື່ອຂອງຊາວໜຸ່ມລາວ ທີ່ມີຕໍ່ການນຳຂອງພັກ-ລັດຖະບານລາວຢ່າງຫລີກລ່ຽງບໍ່ໄດ້້ ໂດຍສະເພາະແມ່ນການວິພາວິພິຈານການຈັດຕັ້ງປະຕິບັດແຜນການພັດທະນາຕ່າງໆຂອງລັດຖະບານລາວ ທີ່ບໍ່ເປັນໄປຕາມແຜນການແລະເປົ້າໝາຍທີ່ວາງໄວ້ນັ້ນຖືເປັນກໍລະນີບັນຫາທີ່ພັກ-ລັດຖະບານລາວໄດ້ດຳເນີນມາດຕະການຄວບຄຸມແລະກວດກາຢ່າງໃກ້ຊິດ ທັງຍັງໄດ້ດຳເນີນຄະດີແລະລົງໂທດຜູ້ທີ່ວິພາກວິຈານພັກ-ລັດຖະບານລາວຢ່າງເດັດຂາດອີກດ້ວຍ.

ກຸ່ມຂະບວນການຊາວໜຸ່ມລາວເພື່ອສິດທິມະນຸດ ບາງສ່ວນກໍຖືກຈັບ ຫຼືຖືກບັງຄັບໃຫ້ຫາຍສາບສູນ
ກຸ່ມຂະບວນການຊາວໜຸ່ມລາວເພື່ອສິດທິມະນຸດ ບາງສ່ວນກໍຖືກຈັບ ຫຼືຖືກບັງຄັບໃຫ້ຫາຍສາບສູນ

ໂດຍເຫັນໄດ້ຈາກກໍລະນີສານປະຊາຊົນແຂວງຈຳປາສັກ ໄດ້ພິພາກສາຕັດສິນລົງໂທດຈຳຄຸກ 5 ປີແລະປັບໃໝ 20 ລ້ານກີບ ນາງຮວຍເຮືອງ ໄຊຍະບຸລີ ຫຼືນາງໝວຍ ອາຍຸ 30 ປີ ມີອາຊີບຄ້າຂາດຢູ່ທີ່ເມືອງໂພນທອງ ແຂວງຈຳປາສັກ ຜູ້ທີ່ມີຊື່ສຽງໃນສື່ສັງຄົມ online ໃນລາວທີ່ຖືກຈັບກຸມ ເມື່ອວັນທີ 12 ກັນຍາ 2019 ໂດຍຜູ້ກ່ຽວຖືກກ່າວຫາວ່າ ໄດ້ທໍາຄວາມຜິດດ້ວຍການໂຄສະນາຕ້ານພັກ-ລັດ ທີ່ເປັນຄວາມຜິດຕາມກົດໝາຍອາຍາ ມາດຕາ 117 ໂດຍສຳລັບພັກ-ລັດຖະບານລາວແລ້ວ ຖືວ່າເປັນມາດຕະການທີ່ຈຳເປັນຕໍ່ການຮັກສາຄວາມສະຫງົບໃນສັງຄົມລາວເປັນສຳຄັນ ແລະເປັນຄວາມຮັບຜິດຊອບທີ່ປະຊາຊົນລາວຈະປະກອບສ່ວນດ້ວຍການເປັນຫູ-ເປັນຕາໃຫ້ພັກ-ລັດຖະບານລາວ ນັ້ນເອງ.

ທັງນີ້ເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ ນາງຮວຍເຮືອງ ຮັບສາລະພາບວ່າ ໄດ້ທຳຄວາມຜິດຕາມທີ່ຖືກກ່າວຫາຈິງ ອີກທັງຍັງໃຫ້ຂໍ້ມູນສຳຄັນທີ່ກ່ຽວກັບການພົວພັນກັບກຸ່ມຄົນບໍ່ດີໃນຕ່າງປະເທດດ້ວຍ ປັດຈຸບັນ ນາງໝວຍ ຖືກກັກຂັງຢູ່ທີ່ສະຖານຄຸມຂັງແຂວງຈຳປາສັກ.

XS
SM
MD
LG