ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 02 ກຸມພາ 2023

ແຮງງານລາວຢູ່ໄທ ສົ່ງເງິນກັບບ້ານປີລະ 3 ລ້ານກວ່າໂດລາ ແຕ່ຍັງບໍ່ໄດ້ ຮັບຄວາມສະດວກ ຢ່າງພຽງພໍຈາກພາກສ່ວນຕ່າງໆ


ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ສປປ ລາວ

ຄົນລາວຊຶ່ງສ່ວນໃຫຍ່ ແມ່ນແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດເພື່ອນບ້ານເຊັ່ນ ໄທນັ້ນ ໄດ້ສົ່ງເງິນກັບບ້ານທັງໃນລະບົບແບບເປັນທາງການ ແລະບໍ່ເປັນທາງການ ຫລາຍກວ່າ 316 ລ້ານໂດລາຕໍ່ປີ ແຕ່ພວກເຂົາເຈົ້າ ຍັງບໍ່ໄດ້ຮັບຄວາມສະດວກຢ່າງພຽງພໍຈາກພາກສ່ວນທີ່ກ່ຽວຂອງ. ນັກຂ່າວຂອງພວກເຮົາມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ

ການຂະຫຍາຍໂຕທາງເສດຖະກິດຂອງລາວທີ່ໄດ້ຮັບແຮງກະຕຸ້ນຕົ້ນຕໍ ມາຈາກ ການຂຸດຄົ້ນຊັບພະຍາກອນທໍາມະຊາດເຊັ່ນ ນໍ້າ, ບໍ່ແຮ່ ແລະຕັດໄມ້ນັ້ນ ບໍ່ໄດ້ສ້າງວຽກເຮັດງານທໍາໃຫ້ແຮງງານລາວຫລາຍປານໃດ ຈຶ່ງເຮັດຄົນລາວຫລັ່ງໄຫລໄປ ຊອກເຮັດວຽກຢູ່ຕ່າງປະເທດໂດຍສະເພາະແມ່ນໃນໄທ ທີ່ໄດ້ສົ່ງເງິນກັບບ້ານປີ ລະປະມານ 316 ລ້ານໂດລາ ແລະກາຍເປັນແຫລ່ງລາຍຮັບຕົ້ນຕໍຂອງຫລາຍຄອບຄົວຢູ່ທາງບ້ານ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ອີງຕາມການວິໄຈຂອງອົງການສາກົນ ວ່າດ້ວຍການຍົກຍ້າຍຖິ່ນຖານ ຫລື IOM ຂອງສະຫະປະຊາຊາດ ໃນປີ 2021. ແຕ່ວ່າພວກກ່ຽວຍັງບໍ່ໄດ້ຮັບການອໍານວຍຄວາມສະດວກເທົ່າທີ່ຄວນ ໂດຍສະເພາະ ແມ່ນຄ່າທໍານຽມສູງ, ອີງຕາມການບອກເລົ່າຂອງທ້າວສອນ (ນາມສົມມຸດ), ແຮງງານລາວຄົນນຶ່ງທີ່ໄປເຮັດວຽກໃນໂຮງງານເຟີນີເຈີແຫ່ງນຶ່ງ ໃນຊານເມືອງຂອງບາງກອກຜູ້ຊຶ່ງທໍາອິດ ໄປຫາເຮັດວຽກຢູ່ໄທໂດຍບໍ່ໄດ້ຂໍອະນຸຍາດຢ່າງຖືກຕ້ອງກ່ອນ ຈົນກວ່ານາຍຈ້າງຂອງຜູ້ກ່ຽວ ດໍາເນີນເອກະສານຂໍໃຫ້ຊຶ່ງ ຜູ້ກ່ຽວເລົ່າສູ່ວີໂອເອຟັງວ່າ: (ແຮງງານລາວ)

“ເຮັດປັສປອດມາ ກະມາເປັນບັດທ່ອງທ່ຽວ ກົດໝາຍໄທມັນກະບໍ່ຖືກເດ ເພາະບໍ່ມີບັດ MOU ເຮົາຕ້ອງມາເຮັດໄລຍະນຶ່ງກ່ອນ ເຖົ້າແກ່ເຂົາຈຶ່ງໃຫ້ເຮົາເຮັດ ບັດ ບໍ່ແມ່ນມາແລ້ວໄດ້ບັດ MOU ໂລດໄດ໋. ຄັນແມ່ນພວກໄດ້ MOU ໂລດ ແມ່ນພວກໄປນໍາບໍລິສັດຈັດຫາປັສປອດຫັ້ນແຫລະ. ຊ່ວງແລກໆກະມີຄ່າໃຊ້ຈ່າຍຫລາຍເຕີບຢູ່ໄດ ມາກະຖືເງິນມາຕິດໂຕກະສີ່ຫ້າພັນ ມາກະຕ້ອງມາເຊົ່າຫ້ອງເຊົ່າເຮືອນຢູ່ອີກ.”

ສ່ວນເຫດຜົນທີ່ພາໃຫ້ເປັນເຊັ່ນນັ້ນ, ຜູ້ກ່ຽວບອກວ່າ: (ແຮງງານລາວ)

“ອັນນີ້ມັນເປັນຈັ່ງຊີ້ ຄັນຖ້າເຮົາເຮັດ MOU ປຶບ ຄ່າໃຊ້ຈ່າຍມັນສູງ ເວລາບໍລິສັດມັນສົ່ງເຮົາປຶບ ມາໃນນາມບໍລິສັດໃດ ສົມມຸດວ່າ ນາຍຊ່າງຄືຂ້ອຍນີ້ກໍານົດມາແຕ່ບໍລິສັດ ມີແຕ່ມື້ລະສີ່ຮ້ອຍ ຫລືມື້ລະຫ້າຮ້ອຍຈັ່ງຊີ້ ຈົນກວ່າ MOU ມັນຊິໝົດ ກະສອງປີຫລືສາມປີ ມັນບໍ່ຄຸ້ມ ສົມມຸດວ່າ ເຮົາມາແບບນີ້ເຮັດປຶບເຈົ້ານາຍເຂົາຮັບປັບ ເຮົາອ່ານວ່າ ເຮົາຈະຢູ່ກັບເຈົ້ານາຍຄົນນີ້ໄດ້ ເຂົາກະໄປຂໍຂຶ້ນ MOU ໃຫ້ເຮົາ ແມ່ນພາຍໃນສອງເດືອນເທົ່ານັ້ນ ແຕ່ຄັນມາໃນນາມບໍລິສັດ ຫ້າຮ້ອຍກະຫ້າຮ້ອຍຢູ່ຫັ້ນແຫລະ ມີຂໍ້ຜູກມັດຢູ່ບ່ອນຫັ້ນເຂົາລະບໍ່ຢາກມາ”.

ຊຶ່ງສະພາບການນີ້ ແມ່ນສອດຄ່ອງກັບການຄົ້ນຄວ້າຂອງ IOM ໃນປີ 2021 ທີ່ພົບວ່າ ຄ່າທໍານຽມທີ່ສູງ ແລະຄວາມສະຫລັບຊັບຊ້ອນຂອງຂັ້ນຕອນໃນການຂໍ ໄປເຮັດວຽກ ໂດຍຜ່ານບົດບັນທຶກຄວາມເຂົ້າໃຈ ຫລື (MOU) ລະຫວ່າງລາວ ແລະໄທນັ້ນ ເປັນສາຍເຫດຫລັກທີ່ເຮັດໃຫ້ແຮງງານລາວສ່ວນໃຫຍ່ລັກລອບໄປ ເຮັດວຽກຢູ່ປະເທດເພື່ອນບ້ານແຫ່ງນັ້ນ ຢ່າງຜິດກົດໝາຍ.

ເພື່ອຈະໄປເຮັດວຽກຢູ່ໄທໂດຍຜ່ານບໍລິສັດຈັດຫາງານນັ້ນ ທາງພະນັກງານທ່ານ ນຶ່ງ ອະທິບາຍກ່ຽວກັບເງິນຄ່າມັດຈໍາ ແລະຂໍ້ກໍານົດຕ່າງໆສູ່ຟັງວ່າ: (ພະນັກງານຝ່າຍຈັດຫາງານ)

“ສັງລວມແລ້ວຖືກຢູ່ໝື່ນແປດຫ້າຮ້ອຍ ແລະລະເຂົາຕັດກະເດືອນຫັ້ນປະມານສາມພັນຕໍ່ຫົກເດືອນນີ້ແຫລະ ໄດ້ຢູ່ປະມານໝື່ນສອງບໍ່ໄດ້ລວມໂອທີ ບໍ່ໄດ້ລວມອີ່ຫຍັງ ລົບຫັ້ນລົບນີ້ ກະຍັງເຫລືອຢູ່ຫັ້ນແຫລະກະໃຊ້ໜີ້ໝົດປະມານຫົກເຈັດເດືອນນີ້ລະ.
ສໍາລັບເອກະສານທີ່ຕ້ອງມີ: ບັດສັກຢາວັກຊິນສອງເຂັມ ລະກະຮູບໂຫລນຶ່ງເນາະ ເງິນມັດຈໍາ ແລ້ວຖ້າວ່າເຈົ້າບໍ່ໄປ ກະຖືວ່າເງິນບໍ່ໄດ້ຄືນ. ”

ເມື່ອຖາມວ່າພວກທີ່ມາເຮັດວຽກໂດຍບໍ່ຜ່ານຂັ້ນຕອນທີ່ຖືກກົດໝາຍ ມີທັງຖືກຈັບ ຫລື ປັບໃໝນັ້ນ ແມ່ນເປັນແນວໃດ? ທ້າວສອນອະທິບາຍສູ່ຟັງວ່າ: (ແຮງງານລາວ)

ມັນເປັນຈັ່ງຊີ້ພວກຕໍາຫລວດເວລາມັນເຫັນເຮົາທໍາງານ ອັນທີ່ມັນເຫັນຕອນເຮົາຍ່າງຫັ້ນຍ່າງນີ້ບໍ່ເປັນຫຍັງ ເຮົາຂີ່ລົດໄປມັນກະຄືເຮົາທ່ອງທ່ຽວ ຄັນເຫັນໃນໜ້າງານປຶບເປັນເລື້ອງ ຖືປັສປອດມານີ້ ມັນກະບໍ່ຢາກຮັບ ສໍ່າໃດສໍ່ານຶ່ງເຂົາກະບໍ່ຢາກເອົາເຂົາກະຢ້ານ ມີພີ່ນ້ອງມີຄົນລຶ້ງແຮງງ່າຍແຫລະໃຫ້ເຂົາຫາວຽກໃຫ້ກະຈັ່ງມາ”.

ເຖິງແມ່ນວ່າຈະມີຄວາມສ່ຽງຕໍ່ການຖືກປັບໃໝກໍຕາມ ແຮງງານລາວຫລາຍຄົນ ຍັງເຫັນວ່າ ມັນຄຸ້ມຕໍ່ການສ່ຽງເນື່ອງຈາກວ່າ ຄ່າແຮງງານໃນໄທນັ້ນ ສູງກວ່າ ຢູ່ລາວຫລາຍ ດັ່ງທີ່ທ້າວສອນໃຫ້ເຫດຜົນວ່າ: (ແຮງງານລາວ)

“ລາຍໄດ້ນີ້ກະມາທຽບໃສ່ເງິນບ້ານເຮົາມັນກະພໍເຮັດໄດ໋ ເພາະວ່າ ຂ້ອຍມາສົມທຽບໃສ່ອາຊີບທີ່ຂ້ອຍເຮັດຢູ່ພຸ້ນ ມັນໜັກລາຍໄດ໋ ຢູ່ບ້ານເຮົາໝົດຢ່າງກະໄດ້ແຕ່ແສນຫ້າ ແສນຫົກ ບ້ານເຮົາຄ່າແຮງມັນຖືກເດ”

ປ້າຍໂຄສະນາ ຂອງ ບໍລິສັດ ເອັມ ຊີ ບໍລິການຈັດຫາງານ ຈຳກັດຜູ້ດຽວ ທີ່ຊອກວຽກເຮັດງານທຳ ໃຫ້ແກ່ແຮງງານລາວ.
ປ້າຍໂຄສະນາ ຂອງ ບໍລິສັດ ເອັມ ຊີ ບໍລິການຈັດຫາງານ ຈຳກັດຜູ້ດຽວ ທີ່ຊອກວຽກເຮັດງານທຳ ໃຫ້ແກ່ແຮງງານລາວ.

ປະເທດໄທ ມີຄົນລາວໄປອາໄສ ແລະເຮັດວຽກຢູ່ເກືອບຮອດ 935,000 ຄົນ ໃນກາງປີ 2019, ອີງຕາມສະຖິຕິຂອງກົມວ່າດ້ວຍເສດຖະກິດ ແລະສັງຄົມ ຂອງ ສະຫະປະຊາຊາດ ຫລື UN DESA. ສ່ວນທະນາຄານໂລກພົບວ່າ ແມ່ນແຕ່ປີ 2020 ຊຶ່ງເປັນປີທໍາອິດທີ່ຖືກກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຍັງມີ ຄົນລາວຢູ່ຕ່າງປະເທດ ສົ່ງເງິນກັບບ້ານ 232 ກວ່າລ້ານໂດລາ ຊຶ່ງກວມ ເອົາ 1.2 ເປີເຊັນ ຂອງຍອດລວມຜະລິດຕະພັນພາຍໃນ ຫລື GDP. ທະນາຄານໂລກ ຍັງລາຍງານອີກວ່າ ປະຊາຊົນລາວ ປະມານ 8 ເປີເຊັນ ແມ່ນໄດ້ຮັບເງິນທີ່ຍາດພີ່ນ້ອງ ຫລືຄົນໃກ້ຊິດສົ່ງມາໃຫ້ແຕ່ຕ່າງປະເທດ.

ສະນັ້ນ ສະຫລຸບແລ້ວແຮງງານລາວຢູ່ນອກປະເທດ ໄດ້ເປັນແຫລ່ງລາຍຮັບເງິນ ຕາຕ່າງປະເທດທີ່ແນ່ນອນອັນນຶ່ງໃຫ້ແກ່ເສດຖະກິດລາວ ແຕ່ວ່າເຂົາເຈົ້າຍັງບໍ່ໄດ້ຮັບຄວາມສະດວກຈາກພາກສ່ວນກ່ຽວຂ້ອງທັງຈາກພາກລັດ ແລະເອກະຊົນ ຢ່າງພຽງພໍເທື່ອ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG