ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທຸລະກິດ ຄວັດ ແລະ ແກະສະຫຼັກໄມ້ລວດລາຍລາວ


ການຄວັດ ແລະແກະສະຫຼັກ ກ່ຽວກັບສະຖານທີ່ສໍາຄັນທາງປູສະນີຍະສະຖານຂອງລາວ ໂດຍໂຮງຊ້າງກອງແຊງ ຄວັດ ແລະແກະສະຫຼັກໄມ້ລາຍລາວ.
ການຄວັດ ແລະແກະສະຫຼັກ ກ່ຽວກັບສະຖານທີ່ສໍາຄັນທາງປູສະນີຍະສະຖານຂອງລາວ ໂດຍໂຮງຊ້າງກອງແຊງ ຄວັດ ແລະແກະສະຫຼັກໄມ້ລາຍລາວ.

ສິນຄ້າທີ່ມາຈາກຜະລິດຕະພັນໄມ້ ເປັນທີ່ຕ້ອງການຂອງຕະຫຼາດຫຼາຍ ໂດຍສະເພາະແມ່ນການ ຄວັດ ແລະແກະສະຫຼັກລວດລາຍທີ່ມີເອກະລັກແບບດັ້ງເດີມ, ທິບສຸດາ ມີລາຍງານ ກ່ຽວກັບການດໍາເນີນງານຂອງຜູ້ປະກອບການມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປັດຈຸບັນ ການແກະສະຫຼັກໄມ້ ແລະຄວັດລວດລາຍແບບດັ້ງເດີມແມ່ນມີໜ້ອຍ ໂດຍສະເພາະກັບຜລິດຕະພັນທີ່ມາຈາກງານສີມື 100 ເປີເຊັນ. ໃນນັ້ນ ຈະເປັນການຄວັດ ແລະແກະສະຫຼັກຫຼາຍຂະໜາດ ຫຼາຍລວດລາຍແຕກຕ່າງກັນ ໂດຍຜູ້ປະກອບການກ່າວໃຫ້ຟັງວ່າ:

“ມື້ນຶ່ງເຂົາຜະລິດຊ້າງນ້ອຍ ບາງຄົນກໍຜະລິດໄດ້ 3-4 ໂຕພຸ້ນໃດ, ຂຶ້ນກັບສີລະປະ ຄືວ່າຊ່າງນ້ອຍລະດັບ 10 ເຊັນ 15 ເຊັນລົງມານີ້ກະ 2 ໂຕ 3 ໂຕຕໍ່ມື້, 20-30 ເຊັນ ສູງຫັ້ນນະ ມັນກະໂຕລະມື້ໄປແມ່ນຫຍັງຫັ້ນນະ. ຊິ້ນໃຫຍ່ໆນີ້ ຊິ້ນດຽວປີນຶ່ງໃດ ຍ້ອນວ່າໂຕທີ່ມັນຍາກທີ່ສຸດຫັ້ນ ແມ່ນສົມມຸດວ່າຂ້ອຍຊັບໃສ່ຕໍໄມ້ຕໍນຶ່ງເນາະ ເປັນປີກະມີ 8-9 ເດືອນກະມີ, ຊ່າງຜູ້ດຽວເຮັດ ແລະເຮົາຄວັດກ່ຽວກັບວັດທະນະທໍາລາວ ຮີດຄອງປະເພນີລາວ ການດໍາລົງຊີວິດຂອງຄົນລາວ.”

ທ່ານກອງແຊງ ລາດສະມຸນ, ເປັນເຈົ້າຂອງກິດຈະການຜະລິດຕະພັນໄມ້ແກະ ສະຫຼັກ ຢູ່ໂຮງຊ້າງກອງແຊງແກະສະຫຼັກໄມ້ສີມືລາວ, ຕັ້ງຢູ່ບ້ານໜອງທາ, ກໍາແພງນະຄອນຫຼວງວຽງຈັນ ໂດຍໂຮງງານດັ່ງກ່າວນີ້ ກໍ່ຕັ້ງຂຶ້ນມາເມື່ອປີ 2011.

ຊ້າງຄວັດ ແລະແກະສະຫຼັກ ຈາກໂຮງງານແກະສະຫຼັກໄມ້ຂອງ ທ່ານກອງແຊງ.
ຊ້າງຄວັດ ແລະແກະສະຫຼັກ ຈາກໂຮງງານແກະສະຫຼັກໄມ້ຂອງ ທ່ານກອງແຊງ.

ທ່ານກອງແຊງກ່າວວ່າ ລາຄາຂອງຜະລິດຕະພັນ ຈະຂຶ້ນຢູ່ກັບຄວາມຍາກງ່າຍຂອງລວດລາຍ ແລະໄລຍະເວລາຂອງການຄວັດ-ແກະສະຫຼັກ, ເຊິ່ງມີຂະໜາດຕັ້ງແຕ່ 10 ຊັງຕີແມັດຂຶ້ນໄປ ຂາຍໃນລາຄາ 300,000 ໂດຍໃຊ້ເວລາໃນການແກະສະຫຼັກປະມານ 3 ອັນຕໍ່ມື້, ຂະໜາດກາງປະມານ 20 ຊັງຕີແມັດໃນລາ ຄາ 500,000 ໂດຍໃຊ້ເວລາໃນການແກະສະຫຼັກ 1 ອັນຕໍ່ມື້, ແລະຂະໜາດໃຫຍ່ ໜ້າກວ້າງປະມານ 30 ຄູນ 80 ຊັງຕີແມັດ, ຄວາມໜາ 10 ຊັງຕີແມັດ ໃຊ້ເວລາໃນການແກະສະຫຼັກປະມານ 1 ປີ ເຊິ່ງລວດລາຍຈະເປັນແບບລັກສະ ນະສາມມິຕິ ເປັນແຜ່ນຫ້ອຍຕິດຝາເຮືອນ, ສະເລ່ຍລາຄາປະມານ 70 ຫາ 80 ລ້ານ.

ນອກຈາກນັ້ນ, ທາງໂຮງງານຍັງສາມາດຮັບຄວັດຕາມການສັ່ງຈອງຂອງລູກຄ້າ ດ້ວຍຂະໜາດ 30 ຫາ 40 ຊັງຕີແມັດ, ຄວາມໜາຂອງໄມ້ 5 ຊັງຕີແມັດ. ແນວໃດກໍຕາມ ລວດລາຍຂອງການແກະສະຫຼັກ ຈະອອກມາບໍ່ງາມເທົ່າແຜ່ນໄມ້ທີ່ມີໜ້າໜາກວ່າ.

ສ່ວນວັດຖຸດິບທີ່ສະໜອງໃຫ້ໂຮງງານ, ທ່ານກອງແຊງບອກວ່າ ຫາຊື້ໄດ້ທົ່ວໄປ, ເປັນຊິ້ນສ່ວນໄມ້ເຫຼືອໃຊ້ຈາກໂຮງງານເຟີນີເຈີ ຫຼືໄມ້ເສດເຫຼືອຈາກຊາວບ້ານ ແລະອື່ນໆ...ໃນລາຄາ 5,000 ຕໍ່ກິໂລ, ເຊິ່ງເພິ່ນໄດ້ເລົ່າໃຫ້ຟັງວ່າ:

“ເປັນໄມ້ເປັນແຜ່ນ ແລະກະໄມ້ເສດເຫຼືອຫັ້ນນະ ທີ່ວ່າໄມ້ປີດໄມ້ປາຍ ທີ່ວ່າເປັນຕໍເປັນຫຍັງ ທີ່ມັນແຊ່ນໍ້າ ຫຼືວ່າໄມ້ທີ່ມັນເສດເຫຼືອແລ້ວນະ, ຄືສົມມຸດວ່າ ສະໄໝແຕ່ກີ້ລະເຮົາເອົາໄປເຮັດທໍ່ຂວ້າມໄຮ່ນາຕາມທົ່ງໄຮ່ທົ່ງນາ ຄວາມໝາຍວ່າໄມ້ກົມໆຫັ້ນເນາະ ກົມໆແລະເຮົາໄປສະໄລ້ເອົາບ່ອນປີກມັນອອກຫັ້ນນະ ແລ້ວເຮົາກະໄປຊື້ເອົາໂຕນັ້ນມາໃຊ້.”

ການຄວັດ ແລະແກະສະຫຼັກໄມ້ເປັນແຜ່ນ ຢູ່ທີ່ໂຮງຊ້າວກອງແຊງ ແກະສະຫຼັກລາຍລາວ.
ການຄວັດ ແລະແກະສະຫຼັກໄມ້ເປັນແຜ່ນ ຢູ່ທີ່ໂຮງຊ້າວກອງແຊງ ແກະສະຫຼັກລາຍລາວ.

ຊ່າງງານສີມື ຄວັດ ແລະແກະສະຫຼັກຂອງໂຮງງານ ແມ່ນມີທັງໝົດ 16 ຄົນ, ເຊິ່ງແຕ່ລະຄົນກໍເຮັດໜ້າທີ່ແຕກຕ່າງກັນ, ມີຄວາມຊໍານານງານຕ່າງກັນ.

ສໍາລັບຕະຫຼາດຈໍາໜ່າຍ, ເພິ່ນກ່າວວ່າ 80 ເປີເຊັນແມ່ນຈໍາໜ່າຍພາຍໃນປະ ເທດ, ມີຮ້ານຄ້າຂອງໂຮງງານ ທີ່ຕັ້ງຢູ່ຕະຫຼາດຫ້ວຍຫົງ, 20 ເປີເຊັນ ແມ່ນເປັນຜະລິດຕະພັນສົ່ງອອກ. ສ່ວນຫຼາຍ ເຄື່ອງສົ່ງອອກຈະເປັນສິນຄ້າ ປະ ເພດນ້ອຍໆ ເພາະສະດວກໃນການຂົນສົ່ງ ແລະປະເທດທີ່ສົ່ງອອກໄປກໍມີ ໄທ, ຫວຽດນາມ, ເກົາຫຼີໃຕ້, ຈີນ ແລະ ຣັດເຊຍ.

ນອກຈາກນັ້ນ, ການວາງສະແດງສິນຄ້າ ໃນງານວາງສະແດງຕ່າງໆ ກໍເປັນອີກຊ່ອງທາງນຶ່ງໃນການນໍາສະເໜີຜະລິດຕະພັນຂອງຕົນອອກສູ່ຕະຫຼາດໃຫ້ກວ້າງຂຶ້ນ ໂດຍຈະມີຂຶ້ນໃນທຸກໆ 3 ເດືອນ, ເຊິ່ງສິນຄ້າທີ່ນໍາໄປຈັດສະແດງ ຈະມີທຸກໆປະເພດ ລວມທັງ ຊ້າງຄູ່, ລາຊະສິງ, ປາ, ແລະໄມ້ແກະສະຫຼັກສໍາລັບຈັດແຕ່ງເຮືອນຊານອື່ນໆ.

ຮູບພາບການຄວັດ ແບະ ແກະສະຫຼັກໄມ້ ຢູ່ທີ່ໂຮງງານ ແກະສະຫຼັກຂອງ ທ່ານກອງແຊງ.
ຮູບພາບການຄວັດ ແບະ ແກະສະຫຼັກໄມ້ ຢູ່ທີ່ໂຮງງານ ແກະສະຫຼັກຂອງ ທ່ານກອງແຊງ.

ເພິ່ນຍັງກ່າວໃຫ້ຟັງຕື່ມອີກວ່າ ສະເພາະແຕ່ຈໍາໜ່າຍຢູ່ຮ້ານຂອງຕົນເອງ ກໍມີຍາມໄດ້ຂາຍຫຼາຍ ແລະໜ້ອຍແຕກຕ່າງກັນ, ຍາມໄດ້ຂາຍໜ້ອຍ ກໍມີຈໍານວນປະມານ 40 ອັນ, ຍາມໄດ້ຂາຍຫຼາຍ ຈະມີຈໍານວນປະມານ 100 ອັນ, ເຊິ່ງລາຍຮັບຈາກການຂາຍຜະລິດຕະພັນ ກໍມີຫຼາຍສິບລ້ານຕໍ່ເດືອນ.

XS
SM
MD
LG