ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໃນຂະນະທີ່ເສດຖະກິດຝືດເຄືອງ ສົ່ງຜົນໃຫ້ແມ່ຍິງລາວ ທັງນ້ອຍແລະໃຫຍ່ ຕົກເປັນເຫຍື່ອຂອງການຄ້າມະນຸດ ເພີ້ມສູງຂຶ້ນ


ເຂດເສດຖະກິດພິເສດ ທີ່ສ້າງໂດຍບໍລິສັດຈີນ ໃນເຂດສາມຫລ່ຽມທອງຄໍາ.
ເຂດເສດຖະກິດພິເສດ ທີ່ສ້າງໂດຍບໍລິສັດຈີນ ໃນເຂດສາມຫລ່ຽມທອງຄໍາ.

ທ່າມກາງການເພີ້ມຂຶ້ນ ຂອງສະພາບເງິນເຟີ້ ແລະ ເສດຖະກິດຝືດ ເຄືອງ ການຄ້າມະນຸດໂດຍສະເພາະແມ່ນການຫລອກລວງເອົາແມ່ຍິງໄປຂາຍບໍລິການທາງເພດ ແລະບັງຄັບໃຊ້ແຮງງານນັ້ນ ມີທ່າອ່ຽງເພີ້ມຂຶ້ນ. ໄຊ​ຈະ​ເລີນສຸກ ມີ​ລາຍ​ງານເລື້ອງນີ້ ຈ​າກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການເອົາແມ່ຍິງລາວໄປຂາຍຢູ່ພາຍໃນປະເທດ ແລະຢູ່ປະເທດເພື່ອນບ້ານຂອງ ລາວ ແມ່ນເປັນບັນຫາທີ່ມີແຕ່ດົນນານແລ້ວ ແຕ່ວ່າ ໃນຊຸມປີມໍ່ໆມານີ້ ຄວາມທຸກຈົນທີ່ເປັນຜົນຕາມມາຈາກການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ບວກໃສ່ກັບສົງຄາມໃນຢູເຄຣນ ຕໍ່ເສດຖະກິດອັນບອບບາງຂອງລາວ ທີ່ເຮັດໃຫ້ສະພາບເງິນເຟີ້ສູງ ແລະຄ່າຄອງຊີບສູງຂຶ້ນນັ້ນ ຍິ່ງເຮັດໃຫ້ບັນຫານີ້ ເພີ້ມຄວາມຮ້າຍແຮງຂຶ້ນ. ຂະນະດຽວກັນການຂະຫຍາຍຕົວໂດຍບໍ່ມີ​ການກວດກາຂອງກຸ່ມທຸລະກິດ ທີ່​ເຮັດແບບ​ຕາມ​ໃຈ ແລະກາຊີໂນ ທັງຢູ່ໃນແລະຢູ່ເຂດອ້ອມແອ້ມລາວ ໄດ້ເປີດທາງເລືອກໃໝ່ໃຫ້ແກ່ເຄືອຂ່າຍກໍ່ອາດ​ຊະຍາກຳ
ທີ່ນຳໃຊ້ປະເທດລາວ ເພື່ອຊຸກຍູ້ໃຫ້ມີການດຶງເອົາເດັກຍິງ ແລະແມ່ຍິງທີ່ຮູ້ເທົ້າບໍ່ເຖິງການຕົກໄປເປັນເຫຍື່ອເພີ້ມຂຶ້ນອີກດ້ວຍ. ສໍາລັບແມ່ຍິງລາວທີ່ຕົກເປັນເຫຍື່ອການຄ້າມະນຸດຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ບ່ອນທີ່ກາສິໂນ Kings Romans ​ເປັນໃຈກາງຂອງວົງການນີ້ ສ່ວນໃຫຍ່ແມ່ນຢູ່ໃນຮູບແບບບັງຄັບໃຊ້ແຮງງານ ແລະການຄ້າປະເວນີ ໂດຍທີ່ພວກຖືກຕົກເປັນເຫຍື່ອຈະຖືກຫລອກລໍ້ຈາກນາຍໜ້າວ່າ ຈະໄດ້ວຽກເຮັດງານທໍາ ທີ່ມີລາຍໄດ້ດີ ແຕ່ວ່າ ເມື່ອຕົກເຂົ້າໄປໃນວົງຈອນຂອງພວກເຂົາແລ້ວ ກໍຖືກບັງຄັບໃຫ້ເຮັດວຽກທີ່ກ່ຽວຂ້ອງກັບການຫລອກລວງທາງອິນເຕີແນັດ ແລະຖືກທຸບຕີທໍລະມານ ຖ້າເຮັດບໍ່ໄດ້ຕາມຄາດໝາຍຂອງເຂົາ ຊຶ່ງເຮັດໃຫ້ບາງກໍລະນີ ກໍຕັດສິນໃຈປິດ ຊີວິດຕົນເອງ ດັ່ງທີ່ແມ່ຍິງຄົນນຶ່ງທີ່ເຄີຍເປັນກໍາມະກອນເຮັດວຽກຢູ່ໃນລາວ, ຢູ່ໃນໄທ ແລະໄດ້ຮູ້ເຫັນເຫດການທີ່ເກີດຂຶ້ນກັບຜູ້ທີ່ນາງຮູ້ຈັກຮັກແພງ ເລົ່າສູ່ພວກເຮົາຟັງວ່າ:

“ເຂົ້າໄປຕອບແຊດ ແລ້ວເຂົາຕີ ຈັກເຂົາຊ້ອມເລື້ອງຫຍັງກະແລ້ວແຕ່. ຂ້າໂຕຕາຍແນວອອກມາບໍ່ໄດ້ເດ່. ແມ່ນຢູ່ວ່າ ໄດ້ເງິນດີ ຈັກຊິເຈີເລື້ອງຫຍັງແນ່ເຈົ້າຍັງບໍ່ຮູ້ ເຄີຍເຂົ້າໄປຫລາຍຄົນເຂົາວ່າ ບໍ່ລອດ ແມ່ນສ່ວນຫລາຍເຂົາວ່າ ໄປບໍລິການອີ່ຫຍັງ ເອົາແຕ່ເຂົາຊິເອົາໄປແຫລະແນວວ່າ ເຂົ້າໄປໃນຫັ້ນ ອອກມາກະອອກມາບໍ່ໄດ້ ໂທລະສັບຫລາຍເຂົາກະຕິດຕາມ.”

ດັ່ງທີ່ວີໂອເອໄດ້ສະເໜີໄປໃນທ້າຍປີກາຍນີ້ ການກໍ່ອາດຊະຍາກຳ​ຢູ່ໃນເຂດທີ່ຊາຍ​ແດນລາວ, ມຽນມາ ແລະໄທ ມາບັນ​ຈົບຄົບກັນນັ້ນ ເປັນເລື້ອງທີ່ໜ້າເປັນຫ່ວງ. ອີງຕາມລາຍງານຂອງຫ້ອງການ​ຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳ ​ຂອງ​ສະຫະ​ປະຊາຊາດ ຫລື UNODC, ໃນເນື້ອທີ່ 10,000 ເຮັກຕາໃນພາກຕາ ເວັນຕົກສຽງເໜືອຂອງລາວນັ້ນ ການກໍ່ອາຊະະຍາກໍາ, ລວມທັງການຄ້າມະນຸດ ແມ່ນຖືກດໍາເນີນງານຢ່າງມີປະສິດທິຜົນ ໂດຍຄົນ​ສັນ​ຊາດຈີນ, ທ່ານຈາວ ເຫວີຍ (Zhao Wei), ທີ່ເປັນເຈົ້າຂອງກາສິໂນ Kings Romans. ພວກທີ່ຕົກເປັນເຫຍື່ອຂອງຂະບວນການທີ່ວ່ານີ້ ບໍ່ວ່າຍິງແລະຊາຍ ຍັງຖືກຂາຍຕໍ່ໂດຍນາຍໜ້າຫລືແກັ່ງຄ້າມະນຸດ ຂ້າມຊາດອີກດ້ວຍ ດັ່ງທີ່ແມ່ຍິງຄົນທີ່ກ່າວມາຂ້າງເທິງນັ້ນ ເລົ່າຕໍ່ໄປວ່າ:

“ຢູ່ສາມຫລ່ຽມແລ້ວ ສົມມຸດວ່າ ເຂົ້າໄປຕອບແຊດໃຫ້ບໍລິສັດຈັ່ງຊີ້, ເຈົ້າເຂົ້າໄປແລ້ວເຈົ້າເຮັດວຽກໃຫ້ເຂົາບໍ່ໄດ້ ເຂົາກະຂາຍໃຫ້ບໍລິສັດອື່ນຕໍ່ ເຈົ້າກະເປັນໜີ້ ເຂົາ ເອົາເງິນແລ້ວ ເຈົ້າກະເປັນໜີ້ບໍລິສັດນັ້ນຕໍ່ ເຂົາສົ່ງເຂົ້າພະມ້າພຸ້ນແລ້ວເລີຍ ຂະໜາດຜູ້ຊາຍກະຍັງເສຍ, ເຂົາໂອນເງິນໄປ. ແລ້ວເຂົາສານຕໍ່ ກັບຕໍາຫລວດໄທ ຕໍາຫລວດພະມ້າ ຕໍາຫລວດໄທ ໄປເອົາຂ້າມມາເດ ອາທິດແລ້ວນີ້”.

ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ທີ່​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​
ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ທີ່​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​

ບົດລາຍງານການຄ້າມະນຸດປະຈໍາປີ 2022 ຂອງກະຊວງການຕ່າງປະເທດສະ ຫະລັດ ກ່າວວ່າ ສປປ ລາວ ຍັງສືບຕໍ່ ຖືກຈັດຢູ່ໃນປະ​ເພດສອງ ຊຶ່ງໝາຍເຖິງການມີສະພາບການທີ່ໜ້າຕິດຕາມເບິ່ງຢູ່ ເພາະວ່າ ລັດຖະບານ ຍັງບໍ່ທັນປະຕິ ບັດໄດ້ ໃນມາດຕະຖານຕໍ່າສຸດ ໃນເລື້ອງລົບລ້າງການຄ້າມະນຸດ ແຕ່ກໍໄດ້ມີຄວາມພະຍາຍາມຢ່າງຫລວງຫລາຍ. ໃນປີຜ່ານມາ ພວກເຈົ້າໜ້າທີ່ລາວ ລາຍງານວ່າ ໄດ້ໃຫ້ການຊ່ວຍເຫລືອແກ່ແມ່ຍິງ ແລະເດັກຍິງລາວ 220 ຄົນ ທີ່ຖືກຄົນຈີນບັງຄັບຫລືຫລອກໃຫ້ແຕ່ງງານ ແລ້ວເອົາໄປເປັນຂ້າທາດຂາຍປະເວນີ ຫລືອອກແຮງງານແບບຖືກບັງຄັບ. ສ່ວນສະພາບການຄ້າມະນຸດ ທີ່ຍົວະເຍົ້າເອົາແມ່ຍິງໄປຂາຍບໍລິການທາງເພດ ຢູ່ພາຍໃນປະເທດແບບທົ່ວໄປນັ້ນ ກໍຍັງມີຢ່າງແຜ່ຫລາຍ. ເພື່ອເປັນການປິດບັງຫລືຫລົບຫລີກເຈົ້າໜ້າທີ່ປະຕິບັດກົດໝາຍນັ້ນ ພວກແມ່ຍິງນັບອາຍຸແຕ່ 12 ປີ ຫາ 30 ກວ່າປີ ແມ່ນຖືກເອົາໄປໃຫ້ບໍລິການທາງເພດແບບມີການແອບແຝງ ຢູ່ຕາມຮ້ານກິນດື່ມ ແລະສະຖານບັນເທີງຕ່າງໆ ແລ້ວກໍຖືກຍົກຍ້າຍໄປບ່ອນໃໝ່ເລື້ອຍໆ ດັ່ງທີ່ ພະນັກງານອາວຸໂສຂອງລັດທີ່ມີສ່ວນຮ່ວມ ໃນການຮັບເຊີນໄປກວດກາການລົງທຶນທາງບໍ່ແຮ່ ຢູ່ໃນແຂວງຕ່າງໆ ທົ່ວປະເທດໃຫ້ຂໍ້ສັງເກດວ່າ:

“ສ່ວນຫລາຍກະແອບແຝງຫັ້ນແຫລະ ແຕ່ວ່າຂະບວນການມັນຍ້າຍ ຕົວຢ່າງຢູ່ ນໍ້າງື່ມຣີສອດຮອດຫ້າເດືອນຫລືວ່າປີໜຶ່ງປີ ຕໍ່ມາມັນກະຍ້າຍໄປສະຫວັນກາສ ລະກະຍ້າຍໄປຄິງໂຣມັນ ແລ້ວມັນກະຍ້າຍ ໂຍກຍ້າຍກະໂມ໊ບ ໄປທົ່ວທີບນະພວກນີ້ນະ.”

ສ່ວນທາງ​ສະ​ຫະ​ລັດນັ້ນ ໃນປີກາຍນີ້ ໄດ້ມອບອຸປະກອນກວດຈັບ ແລະພາຫະ ນະລາດຕະເວນ ໃຫ້ແກ່ກົມພາສີຂອງລາວ ໃນນັ້ນລວມມີລົດກະບະຈຳນວນ 2 ຄັນ ເຄື່ອງກວດຈັບສິ່ງຜິດກົດໝາຍ ຈຳນວນ 20 ເຄື່ອງ, ເຄື່ອງກວດຈັບແບບວິດີໂອ ຈຳນວນ 2 ເຄື່ອງ ແຫວ່ນ 170 ອັນ ເພື່ອກວດກາຢູ່ກ້ອງລົດ. ທັງນີ້ກໍເພື່ອຊ່ວຍໃຫ້ຍົກລະດັບປະສິດທິພາບ ໃນການສະກັດກັ້ນ ການກໍ່ອາດຊະຍາກຳຂ້າມຊາດ, ລວມທັງການຄ້າມະນຸດອີກດ້ວຍ.

XS
SM
MD
LG