ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຍິງສາວລາວຜູ້ນຶ່ງ ຮູ້ສຶກໂລ່ງໃຈ ເມື່ອສານຕັດສິນວ່າ ລັດຖະບານ ບໍ່ສາມາດ ເນລະເທດພວກທີ່ຢູ່ ສຫລ ພາຍໃຕ້ໂຄງການ ດາກາໄດ້


ທ້າວ Javier Hernandez Kistte ຜູ້ໄດ້ຮັບອະຍຸຍາດເຮັດວຽກພາຍໃຕ້ໂຄງການ DACA ກໍາລັງເຮັດວຽກໃນບໍລິສັດເທັກໂນໂລຈີແຫ່ງນຶ່ງ ໃນນະຄອນລອສ ແອນເຈີແລສ, ວັນທີ 24 ມັງກອນ, 2018
ທ້າວ Javier Hernandez Kistte ຜູ້ໄດ້ຮັບອະຍຸຍາດເຮັດວຽກພາຍໃຕ້ໂຄງການ DACA ກໍາລັງເຮັດວຽກໃນບໍລິສັດເທັກໂນໂລຈີແຫ່ງນຶ່ງ ໃນນະຄອນລອສ ແອນເຈີແລສ, ວັນທີ 24 ມັງກອນ, 2018

ຍິງສາວລາວຜູ້ນຶ່ງ ທີ່ພໍ່ແມ່ພານາງມາຢູ່ສະຫະລັດ ແຕ່ຕອນອາຍຸ 10 ປີ ທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ບໍລິສັດເທັກໂນໂລຈີໃນການສະໜອງການບໍລິການເກັບກໍາຂໍ້ມູນທາງການແພດແຫ່ງນຶ່ງຂອງ ສະຫະລັດພາຍໃຕ້ໂຄງການທີ່ເອີ້ນວ່າ “ການຕໍ່ເວລາໃນການເອົາມາດຕະການສຳລັບພວກທີ່ມາເຖິງໃນຂະນະທີ່ຍັງເປັນເດັກນ້ອຍຢູ່” ຫຼື DACA ມາໄດ້ຫຼາຍ ປີແລ້ວນັ້ນ ເປີດເຜີຍຕໍ່ວີໂອເອວ່າ ນາງມີຄວາມດີໃຈຫລາຍ ທີ່ເຫັນວ່າທີ່ມີ ຄໍາຕັດສິນອອກມາໃນວັນພະຫັດແລ້ວນີ້ ຊຶ່ງໃນນັ້ນສານສູງສຸດຂອງສະຫະລັດໄດ້ຂັດຂວາງການດຳເນີນຄວາມພະຍາຍາມ ຂອງລັດຖະບານປະທານາທິບໍດີ ທຣຳ ເພື່ອຍຸຕິໂຄງການທີ່ໃຫ້ການຄອງຄຸ້ມຄອງ ພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານທີ່ຖືກນຳເຂົ້າມາໃນສະຫະລັດໃນຕອນ ທີ່ພວກເຂົາເຈົ້າຍັງນ້ອຍຢູ່ນັ້ນບໍ່ໃຫ້ຖືກເນລະເທດ.

ຄໍາຕັດສິນດັ່ງກ່າວນັ້ນ ໝາຍຄວາມວ່າ ພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານປະມານ 700,000 ຄົນທີ່ຢູ່ພາຍໃຕ້ໂຄງການນີ້ ຍັງຈະສາມາດໄດ້ຮັບອະນຸຍາດໃຫ້ອາໄສຢູ່ແລະເຮັດວຽກຢູ່ໃນສະຫະລັດອີກຕໍ່ໄປໄດ້ຢ່າງໜ້ອຍກໍຊົ່ວໄລຍະໃດນຶ່ງ. ຍິງສາວທີ່ບໍ່ປະສົງອອກນາມຄົນນີ້ໄດ້ເຂົ້າມາສະຫະລັດພ້ອມກັບພໍ່ແມ່ ໃນຊາວປີກ່ອນ. ຫລັງຈາກໄດ້ຮັບປະລິນຍາຕີແລ້ວ ນາງກໍມີວຽກເຮັດງານທໍາທີ່ດີ ເພາະນາງມີຄວາມຊ່ຽວຊານໃນດ້ານການອອກແບບແອັປພລີເຄຊັນດ້ານການບໍລິການ ທາງຂໍ້ມູນການແພດ. ເມື່ອມີຄໍາຕັດສິນດັ່ງກ່າວອອກມາ ນາງກໍໄດ້ບອກເຖິງ ຄວາມຮູ້ສຶກ ຂອງຕົນເອງວ່າ “It’s a relief to know that I still can stay here and work here even for a short while.” “ມັນເຮັດໃຫ້ໂລ່ງໃຈໄດ້ ເມື່ອຮູ້ວ່າຂ້ອຍຍັງສາມາດຢູ່ໜີ້ແລະເຮັດວຽກຢູ່ໃນປະເທດນີ້ຕໍ່ໄປໄດ້ອີກເຖິງແມ່ນ ວ່າຈະຢູ່ໃນຊົ່ວໄລຍະ ສັ້ນໆ ນຶ່ງກໍຕາມ.”

ໂຄງການ DACA ແມ່ນຖືກສ້າງຕັ້ງຂຶ້ນມາ ໂດຍດຳລັດຂອງອະດີດປະທານາທິບໍດີບາຣັກ ໂອບາມາໃນປີ 2012. ພວກທີ່ຢູ່ພາຍໃຕ້ໂຄງການ DACA ນີ້ ຖືກເອີ້ນກັນໃນຊື່ນຶ່ງອີກວ່າ “ພວກທີ່ມີຄວາມຝັນ” ຫລື “Dreamers” ແມ່ນສາ ມາດໄດ້ຮັບຜົນປະໂຫຍດຕ່າງໆເຊັ່ນປະກັນໄພສຸຂະພາບແລະມີໃບຂັບຂີ່ໄດ້ຈົນຮອດເທົ້່າທຸກມື້ນີ້ ແລະໃນທຸກໆສອງປີໃດ ພວກກ່ຽວຕ້ອງໄດ້ຂໍຕໍ່ໃບອະນຸຍາດ ເຮັດວຽກ ແລະດໍາລົງຊີວິດຢູ່ສະຫະລັດຕໍ່ໄປ. ແຕ່ປະທານາທິບໍດີດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະຍຸຕິໂຄງການ DACA ແລະການເຂົ້າມາໃນສະຫະລັດຢ່າງຜິດກົດໝາຍນັ້ນ ໃນປີ 2017 ໂດຍໄດ້ສັ່ງໃຫ້ກະຊວງຮັກສາຄວາມປອດໄພພາຍໃນ ຢຸດເຊົາໂຄງການນີ້ ເພາະທ່ານຄິດວ່າ ມັນບໍ່ຖືກຕ້ອງຕາມກົດໝາຍ. ການຟ້ອງຮ້ອງກ່ຽວກັບການຕັດສິນໃຈ ທີ່ຈະຍຸຕິໂຄງການ DACA ແມ່ນໄດ້ມີການຕັດສິນເຫັນພ້ອມ ໂດຍສານລັດຖະບານກາງຢູ່ໃນຫຼາຍໆລັດ ຈຶ່ງພາໃຫ້ລັດ ຖະບານທ່ານທຣຳ ຂໍອຸທອນໄປຍັງສານສູງສຸດ.

ສານສູງສຸດໄດ້ຕັດສິນວ່າ ຝ່າຍລັດຖະບານບໍ່ໄດ້ໃຫ້ເຫດຜົນພຽງພໍກ່ຽວກັບທີ່ຈະ ເຮັດໃຫ້ໂຄງການດັ່ງກ່າວ ສິ້ນສຸດລົງ ຊຶ່ງກໍໝາຍຄວາມວ່າ ບັນຫານີ້ຈະຖືກສົ່ງກັບຄືນໄປກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ຊຶ່ງຈະກະຊວງ ດັ່ງກ່າວຕ້ອງໄດ້ໃຫ້ເຫດຜົນຢ່າງອື່ນອີກ ຖ້າຫາກຢາກເອົາບາດກ້າວ ເພື່ອຍຸຕິໂຄງການນີ້ອີກໃໝ່. ການເຮັດເຊັ່ນນັ້ນຈະໃຊ້ເວລາແກ່ຍາວໄປອີກດົນ ພາຍໃຕ້ ສະພາບ ທີ່ວ່າ ທົ່ວປະເທດກໍາລັງກະກຽມໃສ່ການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນ ເດືອນພະຈິກ ຈະມາເຖິງນີ້ ເພື່ອຈະເລືອກເອົາປະທານາທິບໍດີທຣໍາທີ່ມາຈາກ ພັກຣີພັບບລີກັນ ໃຫ້ດໍາລົງຕໍາແໜ່ງເປັນສະໄໝທີສອງບໍ ຫລືຈະເລືອກເອົາຜູ້ ສະໝັກເລືອກຕັ້ງ ທີ່ມາຈາກພັກເດໂມ ແຄຣັດມາ ດໍາລົງຕໍາແໜ່ງແທນທ່ານ.

XS
SM
MD
LG