ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ ລາວ ເຊື່ອໝັ້ນວ່າ ຈະໄດ້ຮັບຜົນປະໂຫຍດ ຈາກແຜນການ ໜຶ່ງແລວທາງ-ໜຶ່ງເສັ້ນທາງ ຂອງ ຈີນ


ແຜນທີ່ໂຄງການໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງ ຈີນ.
ແຜນທີ່ໂຄງການໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງ ຈີນ.

ທາງການ ລາວ ເຊື່ອໝັ້ນວ່າຈະໄດ້ຮັບຜົນປະໂຫຍດຈາກແຜນການໜຶ່ງແລວທາງ-ໜຶ່ງ
ເສັ້ນທາງທີ່ຜູ້ນຳ ຈີນ ລິເລີ່ມຂຶ້ນໂດຍສະເພາະແມ່ນຜົນປະໂຫຍດທາງການຄ້າ, ການລົງ
ທຶນ ແລະ ການທ້ອງທ່ຽວນັ້ນ.

ທ່ານ ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ
ໄດ້ຖະແຫຼງໃນກອງປະຊຸມຄະກຳມະການຮ່ວມມື ລາວ-ຈີນ ປະຈຳປີ 2017 ທີ່ນະຄອນ
ຫຼວງ ປັກກິ່ງ ເມື່ອບໍ່ນານມານີ້ວ່າ ລັດຖະບານ ລາວ ໃຫ້ການສະໜັບສະໜູນແນວຄິດ
ຂອງທ່ານ ສີ ຈິ່ນຜິງ ປະທານປະເທດ ຈີນ ທີ່ກ່ຽວກັບແຜນການໜຶ່ງແລວທາງ-ໜຶ່ງເສັ້ນ
ທາງ ຫຼື One Belt One Road ຫຼື ທາງສາຍໄໝແຫ່ງສັດຕະວັດທີ 21 ທັງກໍຍັງສອດ
ຄ່ອງກັບຍຸດທະສາດການພັດທະນາ ລາວ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານຄົມມະນາ
ຄົມຂົນສົ່ງໃນລຸ່ມແມ່ນໍ້າຂອງ ອັນຈະເຮັດໃຫ້ ລາວ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ
ທັງໃນດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວອີກດ້ວຍ ດັ່ງທີ່ທ່ານ ຄຳລຽນ
ໄດ້ຖະແຫຼງຢືນຢັນວ່າ.

"ແນວຄວາມຄິດໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງປະທານປະເທດ ສີ ຈິ່ນຜິ່ງ ເປັນການ
ສ້າງກາລະໂອກາດແຫ່ງການຮ່ວມມືກັນຢ່າງຮອບດ້ານ ໂດຍຜ່ານການເຊື່ອມຈອດດ້ານນະໂຍບາຍ ແລະ ເຊື່ອມຈອດດ້ານພື້ນຖານໂຄງລ່າງ ສປປ ລາວ ໃຫ້ການສະໜັບສະ
ໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຕໍ່ແນວຄວາມຄິດລິເລີ່ມດັ່ງກ່າວ ອັນທີ່ພົ້ນເດັ່ນກະແມ່ນໂຄງການທາງລົດໄຟ ລາວ-ຈີນ ຊຶ່ງຄາດວ່າຈະສຳເລັດໃນທ້າຍປີ 2021 ພາຍຫຼັງສຳ
ເລັດຈະສ້າງໂອກາດອັນໃໝ່ໃຫ້ແກ່ການພັດທະນາການຄ້າ, ການລົງທຶນກໍຄືການທ່ອງ
ທ່ຽວຢູ່ ສປປ ລາວ ທັງມີຄວາມສອດຄ່ອງກັບຍຸດທະສາດຂອງລັດຖະບານ ລາວ."

ທັງນີ້ໂດຍການພັດທະນາ ແລະ ປຶກສາຫາລືຢ່າງໃກ້ຊິດລະຫວ່າງຜູ້ນຳ ລາວ ກັບ ຈີນ ຖື
ເປັນປັດໃຈທີ່ສຳຄັນທີ່ເຮັດໃຫ້ການຮ່ວມມືລະຫວ່າງ ລາວ ກັບ ຈີນ ຂະຫຍາຍຕົວເພີ່ມຂື້ນ
ໃນທຸກໆດ້ານ ໂດຍສະເພາະກໍແມ່ນການສະຖາປະນາຄວາມສຳພັນທາງການທູດລະ
ຫວ່າງ ລາວ-ຈີນ ນັບແຕ່ປີ 1961 ເປັນຕົ້ນມາຊຶ່ງການນຳທັງສອງປະເທດໄດ້ສືບຕໍ່ເສີມ
ຂະຫຍາຍສາຍພົວພັນມິດຕະພາບລະຫວ່າງກັນຢ່າງໝັ້ນແກ່ນ ທັງຍັງໄດ້ກຳນົດແນວ
ທາງຂອງການຈັດຕັ້ງປະຕິບັດຮ່ວມກັນມາຢ່າງຕໍ່ເນື່ອງ ແລະ ຍາວນານ.

ໂດຍໃນປັດຈຸບັນ ບັນດາບໍລິສັດຈາກ ຈີນ ນັບເປັນຜູ້ລົງທຶນໃນ ລາວ ເປັນອັນດັບທີ 1
ຈາກທັງໝົດ 53 ປະເທດທີ່ມີມູນຄ່າການລົງທຶນໃນ ລາວ ລວມກັນຫຼາຍກວ່າ 28,000
ລ້ານໂດລາ ທັງນີ້ສາເຫດສຳຄັນທີ່ເຮັດໃຫ້ການລົງທຶນຂອງ ຈີນ ໃນ ລາວ ເພີ່ມຂຶ້ນຢ່າງຕໍ່
ເນື່ອງ ກໍເພາະວ່າທາງການທັງ 2 ຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມືທາງເສດຖະ
ກິດ ລະຫວ່າງ ກັນຢ່າງຮອບດ້ານ ແລະ ໄດ້ຮ່ວມກັນສ້າງແຜນແມ່ບົດຮ່ວມມືທາງເສດຖະ
ກິດ ແລະ ເທກນິກເພື່ອຈັດຕັ້ງປະຕິບັດຮ່ວມກັນນັບຈາກປີ 2016 ເປັນຕົ້ນມາ ແລະ ຍັງ
ຈະດຳເນີນການຈັດຕັ້ງປະຕິບັດຮ່ວມກັນຕໍ່ໄປຈົນເຖິງປີ 2020 ອີກດ້ວຍ.

ໂດຍການລົງທຶນຂອງບັນດາບໍລິສັດເອກະຊົນ ຈີນ ໃນ ລາວ ທັງໃນສ່ວນທີ່ເປັນການລົງ
ທຶນຂອງ ຈີນ ທັງ 100 ເປີເຊັນ ແລະ ຮ່ວມທຶນກັບເອກະຊົນ ລາວ ນັ້ນກໍມີຢູ່ເຖິງ 767
ໂຄງການ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາໃນປັດຈຸບັນ
ແລະ ການລົງທຶນຂອງບັນດາບໍລິສັດຈາກ ຈີນ ຢູ່ໃນ ລາວ ກໍໄດ້ເນັ້ນໜັກທັງການຜະລິດ
ໃນພາກກະສິກຳ ແລະ ປ່າໄມ້, ພາກພະລັງງານໂດຍສະເພາະແມ່ນການກໍ່ສ້າງເຂື່ອນຜະ
ລິດໄຟຟ້າ ແລະ ການຂຸດຄົ້ນແຮ່ທາດເປັນດ້ານຫຼັກ.

ກ່ອນໜ້ານີ້ ທາງການ ລາວ-ຈີນ ກໍໄດ້ລົງນາມໃນເອກະສານສຳຄັນຈຳນວນ 16 ສະບັບທີ່ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງກັນ ຊຶ່ງໃນນີ້ລວມເຖິງການລົງນາມໃນສັນຍາ
ເງິນກູ້ໃນໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ-ຈີນ ການສະໜອງເງິນກູ້ດອກເບ້ຍ
ຕໍ່າເພື່ອປັບປຸງສາຍສົ່ງກະແສໄຟຟ້າໃນນະຄອນຫຼວງວຽງຈັນ ຮ່າງແຜນແມ່ນບົດວ່າດ້ວຍ
ການຮ່ວມມືໃນໂຄງຂ່າຍໜຶ່ງແລວງທາງ-ໜຶ່ງເສັ້ນທາງ, ການພັດທະນາຄວາມສາມາດ
ຂອງການຜະລິດສິນຄ້າ, ການຮ່ວມມືໃນການສ້າງແຜນພັດທະນາແບບກວມລວມໃນຂົງ
ເຂດໄຟຟ້າ, ການທ່ອງທ່ຽວ ແລະ ວັດທະນະທຳ, ບັນທຶກການອຳນວຍຄວາມສະດວກ
ດ້ານພາສີ, ສັນຍາເງິນກູ້ສຳລັບເຂດພັດທະນາກວມລວມເມືອງໄຊເສດຖາ, ສັນຍາເງິນກູ້
ຢືມເພື່ອກໍ່ສ້າງເຂື່ອນນໍ້າງື່ມ 4, ເຂື່ອນນໍ້າອູໄລຍະທີ 2 ແລະ ການຮ່ວມທຶນກໍ່ສ້າງເຂື່ອນຢູ່
ແຂວງຫົວພັນ, ສ່ວນການຄ້າ ລາວ-ຈີນ ໃນປີ 2016 ມີມູນຄ່າ 2,400 ລ້ານໂດລາ ແລະ
ຄາດວ່າຈະເພີ່ມຂຶ້ນເປັນເກີນກວ່າ 2,700 ລ້ານໂດລາໃນປີ 2017 ນີ້.

XS
SM
MD
LG