ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

EIA ວ່າ ຫວຽດນາມພົວພັນ ກັບການລັກລອບ ຂົນໄມ້ເຖື່ອນຈາກລາວ (ເບິ່ງວີດີໂອຂອງ EIA)


ປ່າທີ່ທໍາລາຍ ໃນລາວ
ປ່າທີ່ທໍາລາຍ ໃນລາວ

ກຸ່ມເຄຶ່ອນໄຫວທີ່ຊື່ວ່າ ອົງການສືບສວນສະພາບແວດລ້ອມ ຫລື EIA ກ່າວວ່າ ກອງທັບ ຫວຽດນາມມີສ່ວນພົວພັນກັບການລັກລອບຂົນໄມ້ເຖື່ອນອອກຈາກລາວ ເຖິງແມ່ນກົດໝາຍ ສັ່ງຫ້າມການສົ່ງອອກສິນຄ້າປະເພດໄມ້ທ່ອນກໍຕາມ. ນາຍ Ron Corben ຜູ້ສື່ຂ່າວວີໂອເອ ທີ່ບາງກອກ ລາຍງານມາວ່າ ຫວຽດນາມປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວແລະເວົ້າວ່າ ຕົນເອງ ກໍກໍາລັງປະຕິບັດງານກັບລັດຖະບານລາວ ເພື່ອປ້ອງກັນການລັກລອບຄ້າໄມ້ເຖື່ອນນັ້ນຢູ່ເຊັ່ນ ກັນ. ວັນນະສອນມີລາຍລະອຽດມາສະເໜີທ່ານ.

ລາຍ​ງານ​ຂອງ​ອົງການ​ສືບສວນ​ສະພາບ​ແວດ​ລ້ອມ the Environmental Investigation Agency ຫລື EIA ເວົ້າວ່າ ຮູບ​ວີ​ດີ​ໂອ​ທີ່​ພວກນັກ​ເຄື່ອນ​ໄຫວຂອງ​ຕົນໄດ້​ລັກລອບຖ່າຍ​ເອົາ​ໃນ​ໄລຍະສອງປີ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນວ່າ ​ໄມ້ທ່ອນຈາກລາວ​ນັ້ນໄດ້​ຖືກລັກລອບ​ເອົາໄປ​ຍັງ​ໂຮງງານ​ຜະລິດ​ເຄຶ່ອງ​ເຟີ​ນິ​ເຈີຫລື​ເຄື່ອງ​ເຮືອ​ນ ຢູ່​ໃນ​ຫວຽດນາມໄດ້ ໂດຍ​ວິທີ​ໃດ.

ຄໍາ​ບັນ​ລະ​ຍາຍ​ໃນ​ຮູບ​ເງົາ​ວີ​ດີ​ໂອ​ເວົ້າ​ວ່າ: “ກອງ​ໄມ້​ໃຫຍ່​ໆທີ່​ເຫັນ​ຢູ່​ນີ້ ​ແມ່ນກໍາລັງ​ລໍຖ້າ​
ການ​ລໍາລຽງ​ໄປ​ຍັງ​ປະ​ເທດ ເພື່ອນ​ບ້ານ​ຫວຽດນາມ ​ຜ່ານ​ດ່ານ​ຂ້າມຊາຍ​ແດນ ທີ່​
ໃຊ້​ເວລາ​ຂັບ​ລົດ​ໄປ ພຽງນຶ່ງ​ຊົ່ວ​ໂມງ​ເທົ່າ​ນັ້ນ​ ຈາກ​ບ່ອນ​ນີ້. ກອງທ່ອນ​ໄມ້ນີ້ແມ່ນ​
ກອງທັບຫວຽດນາມ​ເປັນ​ເຈົ້າຂອງ ​ແລະ​ຈະ​ຖືກ​ລໍາລຽງ​ຂ້າມ​ຊາຍ​ແດນ​ໄປ ຊຶ່ງ​ເປັນ​
ການຝ່າຝືນ​ກົດໝາຍ​ຫ້າມ​ສົ່ງ​ໄມ້​ທ່ອນອອກ​ຂອງ​ລາວ.”

ລາຍ​ງານ​ດັ່ງກ່າວທີ່​ຖືກ​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ອາທິດແລ້ວນີ້ ​ເວົ້າວ່າ ອຸດສາຫະກໍາ​ໄມ້​ທີ່​
ກໍາລັງ​ຈະ​ເຣີນ​ເຕີບ​ໂຕ​ຂອງ​ຫວຽດນາມ ທີ່​ມີ​ມູນ​ຄ່າສົ່ງ​ອອກ 4 ພັນ​ລ້ານ​ໂດ​ລາຕໍ່​ປີ​ນັ້ນ
ແມ່ນ​ເປັນ​ໂຕ​ຊຸກຍູ້​ການ​ຄ້າ​ໄມ້ເຖື່ອນ​ໃນ​ລາວ ຊຶ່ງລາວເປັນປະ​ເທດ​ທີ່​ຍັງມີ​ປ່າ​ຝົ​ນດົງ​ດິບ
ທີ່​ຮວມຢູ່​ໃນ​ພວກປ່າ​ໄມ້​ເຂດ​ຮ້ອນ​ທີ່​ບໍ່​ໄດ້​ຖືກ​ບຸກ​ເບີກ ທີ່ຫລົງ​ເຫລືອ​ຢູ່ສຸດ​ທ້າຍ ​ໃນ​ເຂດ
ແມ່ນໍ້າຂອງນັ້ນ.

ລາຍ​ງານ​ຂອງອົງການ EIA ກ່າວ​ຫາກ​ອງທັບ​ຫວຽດນາມ​ວ່າ ໃຫ້​ສິນ​ບົນ​ແກ່​ພວກ​ເຈົ້າ
ໜ້າ​ທີ່​ລາວ ​ແລ້ວ​ກໍ​ລັກລອບ​ຂົນສົ່ງ​ໄມ້​ໄປ​ຍັງ​ໂຮງງານຜະລິດ​ເຟີ​ນິ​ເຈີ ​ໃນ​ຫວຽດນາມ.

ອົງການ EIA ​ລະບຸ​ຊື່ ບໍລິສັດຮ່ວມ​ມືດ້ານ​ເສດຖະກິດຂອງຫວຽດນາມ​ ວ່າ​ເປັນ​ຕົວ​ການ
ໃຫຍ່​ໃນ​ການຄ້າ​ຜິດ​ກົດໝາຍ​ນີ້ ​ແລະ​ກ່າວ​ວ່າບໍລິສັດ​ນີ້​ແມ່ນຢູ່ ໃຕ້ການ​ກໍາກັບ​ດູ​ແລ​ຂອງ
ໜ່ວຍນຶ່ງ​ຂອງ​ກອງທັບ​ຫວຽດນາມ ທີ່ເມືອງວິນ.

ທ່ານ ຈູ​ລຽນ ນິວ​ແມນ (Julian Newman) ນັກ​ຄົ້ນ​ຄ້ວາ​ຂອງ​ອົງການສືບສວນ EIA
ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ຫລື​ຄໍ​ຣັບຊັ່ນ ​ໄດ້​ເອື້ອ​ອໍານວຍ​ໃຫ້ການ​ຄ້າ​ເຖື່ອນ​ທີ່​ວ່າ​ນີ້
ດໍາ​ເນີນ​ຕໍ່​ມາໄດ້​ເລື້ອຍໆ ​ໂດຍ​ທີ່​ສ້າງ​ປະໂຫຍ​ດ​ໃຫ້​ພວກ​ປະຊາ​ຄົມ​ທ້ອງ​ຖີ່​ນໜ້ອຍ​ທີ່​ສຸດ.
ທ່ານ ນີວ​ແມນ ເວົ້າວ່າ

“ທີ່​ເຮົາ​ເຫັນ​ກັນ​ຢູ່​ໃນ​ເວລານີ້ ​ແມ່ນ​ສະ​ແດງ​ໃຫ້​ເຫັນ ເຖິງ​ຄວາມ​ລົ້ມ​ແຫລວ​ຢ່າງ​ສິ້ນ
ເຊີງຂອງ​ການ​ຄວບ​ຄຸມໃນ​ລາວ ກໍ​ຄື​ລາວເປັນ​ປະ​ເທດ​ທີ່ພວກນັກທຸລະກິດ​ທີ່​ມີ​ອິດ​
ທິພົນ​ເຫລົ່າ​ນີ້​ ສາມາດ​ຝ່າ​ຝືນ​ກົດໝາຍ​ຢ່າງ​ເປີດ​ແປນ​ໄດ້. ແລະ​ມັນຍາກ​ຫລາຍທີ່
ພວກເຮົາ​ຈະ​ເຫັນ​ຜົນ​ປະ​ໂຫຍດ​ທີ່ແທ້​ຈິງໃດໆ ສໍາລັບ​ປະຊາຊົນ​ລາວ​ຈາກວົງ​ການ​
ອຸດສາຫະກໍາ​ນີ້. ໂຮງງານ​ຂອງ​ພວກ​ເຂົາ​ເຈົ້າ​ເອງແມ່ນບໍ່​ສາມາດເອົາໄມ້ນີ້​ໄດ້​ແລະ
ການ​ດໍາລົງ​ຊີວິດ​ຫາ​ຢູ່​ຫາ​ກິນຂອງປະຊາຊົນ​ຕາມ​ທ້ອງ​ຖິ່ນນັ້ນກໍ​ໄດ້​ຖືກ​ລົບ​ກວນ.”

ໃນ​ການສະ​ແດງ​ຄວາມ​ເຫັນ​ຕໍ່​ວິທະຍຸ​ວີ​ໂອ​ເອ ​ໂຄສົກ​ຍິງຄົນ​ນຶ່ງ​ຂອງ​ກະ​ຊວງ​ການຕ່າງປະ​ເທດ
ຫວຽດນາມ ​ປະຕິ​ເສດ​ວ່າ ກອງທັບຫວຽດນາມບໍ່​ໄດ້ມີການ​ພົວພັນ​ ໃນ​ການ​ລັບ​ລອບ​ຂົນ​ສົ່ງ
ໄມ້​ທ່ອນໄປ​ຈາກ​ລາວນັ້ນ. ​ໂຄສົກ​ ເວົ້າວ່າ ຫວຽດນາມ​ແມ່ນ​ມີ​ກົດ​ຫ້າມ​ການ​ລັກລອບ​ຂົນ​ສົ່ງ
ໄມ້ເຖື່ອນ​ ​ແລະ​ຕັດ​ໄມ້​ເຖື່ອນ ຢ່າງ​ເຂັ້ມ​ງວດ.

ພວກ​ເຈົ້າໜ້າ​ທີ່​ຫວຽດນາມຍັງໄດ້​ບອກ​ກັບ​ອົງການ​ສື່​ມວນ​ຊົນ​ອື່ນໆ​ວ່າ ບໍລິສັດ​ຮ່ວມ​ມືເສ​ດຖະ
ກິດ​ ​ມີ​ໃບ​ອະນຸບາດ​ຈາກ​ລັດຖະບານລາວ​ ເພື່ອ​ນໍາ​ເຂົ້າ​ໄມ້ໄປ​ຍັງ​ຫວຽດນາມ.

ໃນ​ປີ 1997 ຫວຽດນາມ​ໄດ້​ສັ່ງ​ຫ້າມ​ການ​ຕັດໄມ້ຢູ່ພາຍ​ໃນ​ປະ​ເທດ​ເປັນສ່ວນ​ໃຫຍ່ ​ແລະເວລາ
ນີ້ ​ຫວຽດນາມ​ແມ່ນ​ນໍ​າ​ເຂົ້າ 80 ​ເປີ​ເຊັນ​ຂອງ​ໄມ້​ທັງ​ໝົດທີ່ຕົນຕ້ອງການ​ໃຊ້.

ລາຍງານຂອງອົງການ EIA ​ເວົ້າວ່າ ມູນ​ຄ່າການນໍາເຂົ້າໄມ້ໄດ້ຖີບຕົວສູງຂຶ້ນຈາກ 123 ລ້ານ
ໂດລາ ໃນປີ 2000 ເປັນ​ຫລາຍ​ກ່ວານຶ່ງພັນລ້ານໂດລາໃນປີ 2008. ອົງການນີ້ເວົ້າຕໍ່ໄປວ່າ
ໄມ້​ເຖື່ອນ​ທີ່​ມາ​ຈາກ ສປປ ລາວ ແມ່ນປະກອບເປັນ 16 ເປີເຊັນ ຂອງຈໍານວນທັງໝົດ.

ໄມ້ເຖອນ ທີ່ລັດຖະບານລາວຢຶດໄດ້
ໄມ້ເຖອນ ທີ່ລັດຖະບານລາວຢຶດໄດ້

ຝ່າຍພວກເຈົ້າໜ້າທີ່ລາວກໍໄດ້
ເວົ້າ ເມື່ອບໍ່ເທົ່າໃດເດືອນຜ່ານ
ມານີ້ວ່າ ພວກຕົນກໍາລັງເພີ່ມ
ທະວີຄວາມພະຍາຍາມເພື່ອ
ຍຸຕິການຄ້າໄມ້ເຖື່ອນ. ໃນ
ເດືອນມິຖຸນາຜ່ານມານີ້ ນາ
ຍົກລັດຖະມົນຕີລາວ ທ່ານ
ທອງສິງ ທໍາມະວົງ ກໍໄດ້
ອອກຄໍາສັ່ງ​ໃຫ້​ຮັດ​ເຄ່ງຂຶ້ນ
ການ​ນໍາ​ໃຊ້ມາດຕະການຕໍ່
ຕ້ານການຕັດໄມ້ເຖື່ອນ​ແລະ
​ລັກລອບ​ຂົນ​ສົ່ງໄມ້​ເຖື່ອນ ອອກ​ນອກ​ປະ​ເທດນັ້ນ.

ຢ່າງ​ໃດ​ກໍ​ຕາມ ອົງການ EIA ກ່າວວ່າ ເຖິງແມ່ນຈະມີ​ການອອກກົດໝາຍຫ້າມດັ່ງກ່າວ ແຕ່
ສະຖານ​ນະ​ການ​ກໍ​ຍັງ​ “ສັບສົນ​ວຸ້ນວາຍ ​ແລະ​ເອື້ອ​ອໍານວຍໃຫ້​ແກ່ການສໍ້ລາດບັງຫລວງ ຢູ່.

ຄວາມໜາແໜ້ນຂອງປ່າໄມ້ລາວ ໄດ້ລົດຕໍ່າລົງຢ່າງວ່ອງໄວໃນໄລຍະ 40–50 ປີຜ່ານມາ ຄື
ຈາກ 60 ເປີເຊັນ ໃນຊຸມປີ 1960 ລົງມາ ເຫລືອຢູ່ປະມານ 40 ເປີເຊັນ ໃນປັດຈຸບັນນີ້.

ເບງວີດີໂອຂອງອົງການ EIAG:

Crossroads from EIA on Vimeo.

XS
SM
MD
LG