ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບຫວຽດນາມພົວພັນ ກັບການຄ້າໄມ້ເຖື່ອນ ຢູ່ລາວ


ການລັກລອບຕັດໄມ້ ເພື່ອນຳອອກຂາຍຢ່າງຜິດກົດໝາຍ ຢູ່ໃນລາວ
ການລັກລອບຕັດໄມ້ ເພື່ອນຳອອກຂາຍຢ່າງຜິດກົດໝາຍ ຢູ່ໃນລາວ

ກຸ່ມປົກປ້ອງສະພາບແວດລ້ອມກຸ່ມນຶ່ງທີ່ມີສຳນັກງານຢູ່ກຸງລອນດອນປະເທດອັງກິດກ່າວຫາ
ກອງທັບຫວຽດນາມວ່າມີບົດບາດສຳຄັນໃນການລັກລອບຄ້າໄມ້ເຖື່ອນລະຫວ່າງຫວຽດນາມ
ກັບລາວ.

ອົງການສືບສວນດ້ານສະພາບແວດລ້ອມ ທີ່ເອີ້ນຫຍໍ້ວ່າ EIA ກ່າວໃນລາຍງານທີ່ນຳອອກ
ເຜີຍແຜ່ໃນວັນພະຫັດມື້ນີ້ວ່າເຈົ້າໜ້າທີ່ຂອງຕົນໄດ້ປອມໂຕເປັນຄົນຊື້ໄມ້ເຖື່ອນໃນລະຫວ່າງ
ການປະຕິບັດງານລັບໃນປີ 2010 ແລະປີ 2011 ນີ້​ແລະ​ໄດ້ຄົ້ນພົບວ່ານຶ່ງ​ໃນບໍລິສັດຕັດໄມ້
ທີ່ໃຫຍ່ທີ່ສຸດໃນລາວ ຄືບໍລິສັດການຮ່ວມມືທາງດ້ານເສດຖະກິດຂອງຫວຽດນາມນັ້ນ​ແ​ມ່ນຢູ່
ພາຍໃຕ້ການຄວບຄຸມຂອງກອງທັບຫວຽດນາມ.

ລາຍງານຂອງກຸ່ມດັ່ງກ່າວຍັງແຈ້ງໃຫ້ຊາບຕື່ມວ່າບໍລິສັດຫວຽດນາມທີ່ວ່ານີ້ໄດ້ພົວພັນນຳການ
ຕັດໄມ້ຢູ່ລາວ ມາໄດ້ 20 ກວ່າປີແລ້ວແລະໄມ້ທີ່ຕັດສ່ວນໃຫຍ່ເປັນໄມ້ທີ່ມາຈາກບໍລິເວນສ້າງ
ເຂື່ອນ.

ສປປ ລາວເປັນປະເທດທີ່ຍັງມີປ່າຝົນຫຼືປ່າໄມ້ເຂດຮ້ອນເຫຼືອຢູ່ຈຳນວນນຶ່ງໃນເຂດແມ່ນໍ້າຂອງ
ແຕ່ອົງການ EIA ເວົ້າວ່າ ການຫ້າມນຳອອກໄມ້ທີ່ຍັງບໍ່ທັນແປຮູບຂອງລາວແມ່ນບໍ່ໄດ້ມີການ
ປະຕິບັດຕາມຢ່າງເຄັ່ງຄັດແລະມີການລະເມີດໃນຂອບເຂດທີ່ກວ້າງຂວາງ.

XS
SM
MD
LG