ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຂວງຈໍາປາສັກຍຶດໄມ້ເຖື່ອນໄດ້ ເກືອບຮອດ 8 ແສນ 50 ພັນແມັດກ້ອນ


ສ່ວນນຶ່ງຂອງໄມ້ເຖື່ອນ ທີ່ຖືກລັດຖະບານຢຶດໄດ້ ຫວ່າງໝໍ່ໆ ມານີ້
ສ່ວນນຶ່ງຂອງໄມ້ເຖື່ອນ ທີ່ຖືກລັດຖະບານຢຶດໄດ້ ຫວ່າງໝໍ່ໆ ມານີ້

ທາງການລາວຢຶດໄມ້ເຖື່ອນໄດ້ຫຼາຍກວ່າ 840,000 ເມັດກ້ອນ ແລະຈັບກຸມຜູ້ກະທໍາຜິດ ໄດ້ເຖິງ 106 ຄົນ ເຊິ່ງມີຄົນຫວຽດນາມແລະຄົນຈີນລວມຢູ່ນໍາ ໂດຍທັງໝົດກະທໍາຜິດ ຢູ່ໃນແຂວງຈໍາປາສັກ.

ເຈົ້າໜ້າທີ່ຂັ້ນສູງໃນຄະນະກວດກາພັກ-ລັດປະຈໍາແຂວງຈໍາປາສັກ ໄດ້ໃຫ້ການຢືນຢັນ
ວ່າ ການຈັບກຸມ ແລະຢຶດຂອງກາງຈາກກຸ່ມລັກລອບຕັດໄມ້ເທື່ອສຸດທ້າຍນີ້ ຖືເປັນຄັ້ງ
ໃຫຍ່ທີ່ສຸດໃນແຂວງຈໍາປາສັກ, ເນື່ອງຈາກທາງການລາວສາມາດຢຶດໄມ້ຂອງກາງໄດ້ ໃນປະລິມານລວມຫຼາຍກວ່າ 840,000 ເມັດກ້ອນ ແລະຈັບກຸມຜູ້ເຮັດຜິດໄດ້ເຖິງ
106 ຄົນ ເຊິ່ງລວມເຖິງຄົນຫວຽດນາມ 4 ຄົນ ແລະຄົນຈີນອີກ 1 ຄົນ. ພ້ອມກັນນັ້ນ ກໍຍັງສາມາດຢຶດລົດບັນທຸກໄດ້ 28 ຄັນ ແລະລົດຈັກອີກ 6 ຄັນອີກດ້ວຍ.

ເຈົ້າໜ້າທີ່ລາວບອກອີກວ່າ ໄມ້ຂອງກາງທີ່ຢຶດໄດ້ໃນຄັ້ງນີ້ເປັນໄມ້ຄະຍຸງທັງໝົດ ເຊິ່ງ ນອກຈາກຈະຖືວ່າເປັນໄມ້ທີ່ມີລາຄາແພງແລ້ວ ກໍຍັງຖືເປັນປະເພດໄມ້ທີ່ໃກ້ຈະສູນພັນ
ອີກດ້ວຍ. ເນື່ອງຈາກການທີ່ມີລາຄາແພງດັ່ງກ່າວ ຈຶ່ງເປັນສາເຫດເຮັດໃຫ້ມີການລັກ
ລອບຕັດໄມ້ຄະຍຸງຫຼາຍ ຂຶ້ນນັບມື້ ແລະ ພື້ນທີ່ ທີ່ມີການລັກລອບຕັດໄມ້ຄະຍຸງຫຼາຍທີ່
ສຸດ ກໍຄືເຂດຕິດຕໍ່ຊາຍແດນລະຫວ່າງລາວກັບກໍາປູເຈຍ ໂດຍສະເພາະແມ່ນແຂວງຈໍາ
ປາສັກນັ້ນ ນັບເປັນເຂດສູນກາງຂອງການລັກລອບຕັດໄມ້ດັ່ງກ່າວ.

ກອງໄມ້ ທີ່ຖືກລັກລອບຕັດ ຢ່າງຜິດກົດໝາຍ ໃນລາວ
ກອງໄມ້ ທີ່ຖືກລັກລອບຕັດ ຢ່າງຜິດກົດໝາຍ ໃນລາວ

ທ່ານ ພູມີ ພູ​ມະນີ​ວົງ, ຫົວໜ້າ​
ກວດກາ​ປ່າ​ໄມ້, ກະຊວງກະສິ
ກໍາ-ປ່າ​ໄມ້​ລາວ​ ໄດ້​ຖະ​ແຫຼ​ງ
ຍອມຮັບວ່າ ການ​ລັກລອບ​ຕັດ
​ໄມ້​ໂດຍ​ບໍ່ຖືກຕ້ອງ​ຕາມກົດ
ໝາຍ​ນັ້ນ ຍັງ​ຄົງ​ເປັນ​ບັນຫາ​
ໃຫຍ່​ທີ່​ຍາກ​ຕໍ່​ການ​ປ້ອງ​ກັນ
ແລະປາບ​ປາມ ​ເນື່ອງ​ຈາກ​ວ່າ
ອໍານາດ​ການ​ປົກຄອງ ​ທັ້ງທີ່ຢູ່​
ໃນ​ສູນ​ກາງ ​ແລະລະດັບ​ທ້ອງ
​ຖິ່ນ​ ໄດ້ອະນຸຍາດ​ໃຫ້​ມີ​ການ
ສ້າງ​ຕັ້ງ​ໂຮງ​ເລື່ອຍ ​ແລະໂຮງງານ​ແປ​ຮູບ​ໄມ້​ຈໍານວນ​ຫຼາຍຈົນເກີນໄປ ​ຈຶ່ງ​ເຮັດ​ໃຫ້​ຍາກ​ຕໍ່​
ການ ທີ່​ຈະ​ຄວບ​ຄຸມ​ແລ​ະກວດກາ​ໄດ້​ຢ່າງ​ທົ່ວ​ເຖິງ.

ຍິ່ງໄປກວ່ານັ້ນ ຜົນ​ຂອງ​ການ​ກວດກາ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ່​ພົບ​ວ່າ ມີ​ເຈົ້າ​ຂອງກິດຈະ
ການ​ຫຼາຍ​ໂຮງງານທີ່​ໄດ້​ລະ​ເມີດ​ກົດໝາຍດ້ວຍ​ການ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ລັກລອບ
​ຕັດ​ໄມ້​ ເພື່ອ​ນໍາເອົາມາ​ປ້ອນໂຮງງານ​ຂອງ​ພວກ​ຕົນຢ່າງຫລວງຫລາຍ​ອີກ​ດ້ວຍ ດັ່ງ​ທີ່​
ທ່ານ ພູມີ ​ໄດ້​ຢືນ​ຢັນວ່າ:

“ມີ​ໂຮງງານ​ຈຳນວນ​ໜຶ່ງ​ທີ່​ຕັ້ງ​ຢູ່​ບໍ່​ເໝາະ​ສົມ ຢູ່​ໃກ້​ປ່າ​ດົງ​ທີ່​ຕຶບໜາ​ເກີນ​ໄປ, ພ້ອມ​
ດຽວ​ກັນ​ນີ້​ທາງ​ດ້ານ​ໜ້າ​ມີ​ຮົ້ວ ​ແຕ່​ກົງກັນຂ້າມ​ ດ້ານ​ຫຼັງ​ພັດ​ມີ​ທາງ​ອອກ​ໄປ​ຫາ​ປ່າ
ໄມ້. ບັນຫາ​ດັ່ງກ່າວ​ນັ້ນ​ມັນ​ແມ່ນ​ການ​ເອື້ອ​ອຳນວຍ​ໃຫ້​ແກ່​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​
ສວຍໂອກາດ​ລັກລອບ​ຕັດ​ໄມ້​ເຂົ້າ​ໄປ​ທຳ​ການ​ຜະລິດ​ຢູ່​ໂຮງງານ​ໂດຍ​ບໍ່​ຖືກຕ້ອງ​
ຕາມກົດໝາຍ”.

ທ່ານ ພູມີ ຍັງ​ໄດ້​ຢືນຢັນອີກດ້ວຍວ່າ​ ໃນ​ຊ່ວງ 6 ເດືອນ​ທີ່​ຜ່ານ​ມາ​ຂອງ​ປີນີ້ ກົມ​ກວດ
ກາ​ປ່າ​ໄມ້​ສາມາດ​ຢຶດຂອງ​ກາງ​ເປັນ​ໄມ້​ທ່ອນໄດ້ ຈໍານວນ 64,000 ກ່ວາ​ທ່ອນ, ພ້ອມ
​ດ້ວຍ​ໄມ້​ແປ​ຮູບ​ຫຼາຍກ່ວາ 324,000 ​ແຜ່ນ, ​ໄມ້​ຄ້ຳ​ແບບ 50 ພັນ​ກວ່າ​ລຳ, ຍານ​ພະຫາ
ນະ 200 ກວ່າຄັນ, ຈັກ​ສຳລັບຕັດ​ໄມ້ 164 ​ເຄື່ອງ ​ແລະມີ​ປ່າ​ໄມ້​ຖືກ​ບຸກລຸກ​ກ້ວາງ​ກວ່າ
7,200 ​ເຮັກຕາ​ໃນ 8 ​ແຂວງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ປະກົດ​ວ່າ​ມີ​ເຈົ້າໜ້າທີ່​ລາວ​ຈໍານວນ​ບໍ່ໜ້ອຍຕ່າງ​ກໍບໍ່​ໄດ້​ໃຫ້ຄວາມ
​ສໍາ​ຄັນ​ໃນ​ການຮັກສາດູ​ແລ​ຂອງ​ກາງ​ທີ່​ຢຶດ​ໄດ້ຈາກ​ຜູ້​ກະທໍາ​ຄວາມ​ຜິດນັ້ນ ​ກໍເປັນ​ຜົນ​ເຮັດ
​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູນ​ເສຍ​ຜົນ​ປະ​ໂຫຍ​ດ ທີ່​ຄວນ​ຈະ​ໄດ້ຮັບຈາ​ກການ​ຂາຍ​ໄມ້ ​ຫຼື
ຂ​ອງກາງ​ເຫຼົ່າ​ນັ້ນ​ ອີກ​ດ້ວຍ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມ
ແມ່ນໍ້າຂອງໄດ້ລາຍງານວ່າ: ເຂດທີ່ມີການລັກລອບຕັດໄມ້ ເພື່ອການຄ້າເຖື່ອນ ໃນລາວ
ຫຼາຍທີ່ສຸດ ກໍຄືເຂດຊາຍແດນຂອງລາວທີ່ຕິດຕໍ່ ກັບຫວຽດນາມ, ຈີນ ແລະ ໄທ, ຊຶ່ງ
ຄາດວ່າ ໄດ້ມີການລັກລອບຕັດໄມ້ແລະຂົນສົ່ງໄມ້ອອກຈາກລາວ ໄປຍັງ 3 ປະເທດດັ່ງ
ກ່າວ ໃນປະລິມານຫລາຍ​ກວ່າ 200,000 ແມັດກ້ອນ ໃນແຕ່ລະປີ.

XS
SM
MD
LG