ລາວ-ຫວຽດນາມ ຕົກລົງຈັດທຳຮ່າງແຜນຍຸດທະສາດການຮ່ວມມືຮອບດ້ານນັບຈາກປີ 2021-2030 ທີ່ຮວມເຖິງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ເສລີພາບໃນການບິນ
ແລະ ການເດີນເຮືອໃນທະເລຈີນໃຕ້.
ອີງຕາມຖະແຫຼງການຮ່ວມລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ທີ່ໄດ້ຈັດທຳຂຶ້ນ
ໃນໂອກາດທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເດີນທາງໄປຢ້ຽມຢາມ ຫວຽດ
ນາມ ຢ່າງເປັນທາງການໃນວັນທີ 1-3 ຕຸລາ 2019 ຕາມການເຊີນຂອງທ່ານ ຫງວຽນ
ຊວນ ຟຸກ ນາຍົກລັດຖະມົນຕີ ຫວຽດນາມ ນັ້ນ ໄດ້ລະບຸຄວາມສຳຄັນໃນຕອນນຶ່ງວ່າ
ລັດຖະບານ ລາວ ແລະ ຫວຽດນາມ ຈະສືບຕໍ່ເພີ່ມທະວີສາຍພົນພັນມິດຕະພາບທີ່ຍິ່ງ
ໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໂດຍຈະສະໜັບສະໜູນຊ່ວຍ
ເຫຼືອກັນໃນການປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ທັງໃນຂອບສອງຝ່າຍ
ແລະ ໃນພາກພື້ນ ກໍຄືເວທີສາກົນ ໂດຍສະເພາະແມ່ນການຊຸກຍູ້ເພື່ອໃຫ້ມີການຕົກລົງ
ເປັນຫຸ້ນສ່ວນທາງເສດຖະກິດຢ່າງຮອບດ້ານໃນພາກພື້ນ (RCEP) ແລະ ການຕົກລົງ
ໃນຂໍ້ປະຕິບັດວ່າດ້ວຍການຮັກສາສັນຕິພາບ, ຄວາມໝັ້ນຄົງ, ເສລີພາບໃນການບິນ
ແລະ ການເດີນເຮືອໃນທະເລ ຈີນໃຕ້ ລະຫວ່າງ ອາຊຽນ ກັບ ຈີນ ໃຫ້ສຳເລັດໂດຍພື້ນ
ຖານໃຫ້ໄດ້ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ໃນວັນທີ 31 ຕຸລາ-4
ພະຈິກ 2019 ນີ້ທີ່ ບາງກອກ ປະເທດ ໄທ ກໍຄືກ່ອນທີ່ລັດຖະບານ ຫວຽດນາມ ຈະເປັນ
ປະທານຂອງ ອາຊຽນ ໃນປີ 2020 ນັ້ນເອງ.
ພ້ອມກັນນັ້ນ ນາຍົກລັດຖະມົນຕີທັງສອງ ກໍໄດ້ຮ່ວມກັນເປັນສັກຂີພິຍານ ໃນພິທີການ
ລົງນາມຂໍ້ຕົກລົງ ແລະ ບັນທຶກຄວາມເຂົ້າໃຈຮ່ວມລະຫວ່າງກັນ ເຖິງ 8 ສະບັບທີ່ສຳຄັນ
ກໍຄື ການມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນຂອງທັງສອງປະເທດ
ເພື່ອໃຫ້ຮ່ວມກັນຈັດທຳຮ່າງແຜນຍຸດທະສາດການຮ່ວມມືຮອບດ້ານໃນໄລຍະໃໝ່ນັບ
ຈາກປີ 2021-2030 ເພື່ອໃຊ້ແທນແຜນຍຸດທະສາດສະບັບປັດຈຸບັນທີ່ຈະສິ້ນສຸດລົງ
ໃນປີ 2020 ແລະ ເພື່ອຮັບປະກັນວ່າການຮ່ວມມືລະຫວ່າງ ລາວ-ຫວຽດນາມ ຈະສາ
ມາດບັນລຸເປົ້າໝາຍທີ່ວາງໄວ້ໃນທຸກດ້ານຢ່າງແທ້ຈິງ ກະຊວງແຜນການທັງສອງກໍຈະ
ຮ່ວມກັນຈັດທຳສັນຍາວ່າດ້ວຍແຜນຈັດຕັ້ງປະຕິບັດການຮ່ວມມືຮອບດ້ານໃນຊ່ວງປີ 2021-2025 ອີກດ້ວຍ.
ສ່ວນເອກະສານສຳຄັນອີກ 6 ສະບັບທີ່ທາງການ ລາວ-ຫວຽດນາມ ໄດ້ລົງນາມຮ່ວມ
ກັນໃນໂອກາດດຽວກັນນີ້ ກໍຄືບັນທຶກຄວາມເຂົ້າໃຈ ກ່ຽວກັບ ການສະໜອງເງິນກູ້ໃຫ້
ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກພູທິດເຜິ້ງ ແຂວງຫຼວງພະບາງ ໃນເມືອງ ດຽນ
ບຽນດົງ ແຂວງ ດຽນບຽນ ທີ່ລົງທຶນກໍ່ສ້າງໂດຍບໍລິສັດຂອງ ຫວຽດນາມ. ບັນທຶກຄວາມ
ເຂົ້າໃຈວ່າດ້ວຍການຮ່ວມມືດ້ານທະນາຄານ (ປີ 2019-2024) ການວາງແຜນການ
ຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ (ປີ 2021-2030) ບັນທຶກຄວາມ
ເຂົ້າໃຈວ່າດ້ວຍການຊື້-ຂາຍໄຟຟ້າພະລັງງານລົມ, ສັນຍາຊື້-ຂາຍໄຟຟ້າຈາກເຂື່ອນ
ນ້ຳກົງ 2, 3, ເຂື່ອນນ້ຳອີ່ມູນ, ເຂື່ອນນ້ຳອ່າງ ແລະ ບັນທຶກຄວາມເຂົ້າໃຈວ່າດ້ວຍການ
ຮ່ວມມືພັດທະນາການບິນພົນລະເຮືອນທີ່ຈະໃຫ້ການສົ່ງເສີມທຸລະກິດການບິນຂອງບໍ
ລິສັດຫຸ້ນສ່ວນເດີນອາກາດ Viet Jet ໃນ ລາວ.
ພ້ອມກັນນີ້ກໍມີລາຍງານວ່າ ບໍລິສັດ ຫວງ ແອ່ງ ເຈຍ ລ່າຍ ຍັງຈະສືບຕໍ່ການລົງທຶນເພື່ອ
ກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ພາຍຫຼັງທີ່ເກີດບັນຫາຊັກ
ຊ້າ ນັບຈາກປີ 2014 ເປັນຕົ້ນມາ ເພາະມີບັນຫາດ້ານເງິນທຶນທີ່ມີມູນຄ່າການກໍ່ສ້າງ
ລວມເກືອບ 75 ລ້ານໂດລານັ້ນ ຫາກແຕ່ບໍລິສັດ ຫວຽດນາມ ກໍຢືນຢັນວ່າ ໄດ້ແກ້ໄຂ
ບັນຫາດັ່ງກ່າວແລ້ວ ຈຶ່ງຍັງຈະລົງທຶນກໍ່ສ້າງຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍ
ທາທະການ ແລະ ຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ
"ສະໜາມບິນໜອງຄ້າງນີ້ໄດ້ກວດກາ ແລະ ກະສົມທົບກັບຜູ້ລົງທຶນບໍລິສັດ ຫວງ ແອ່ງ
ຍ້ອນວ່າເພິ່ນມີບັນຫາທາງດ້ານການເງິນ ກະມີຄວາມຊັກຊ້າໃນການຈັດຕັ້ງປະຕິບັດ
ແລະ ກະໄດ້ປຶກສາກັນໃໝ່ ແລະ ບໍລິສັດ ຫວງ ແອ່ງ ເພິ່ນກະວ່າຍັງຈະສືບຕໍ່ເຮັດໃຫ້
ສຳເລັດ ປັດຈຸບັນເພິ່ນໄດ້ສະເໜີນຳກະຊວງໂຍທາແລ້ວ ກ່ຽວກັບ ການນຳກົນຈັກ ນຳ
ວັດຖຸເຂົ້າມາ ກະຄືສິສືບຕໍ່ໃນຍາມແລ້ວງນີ້ແຫຼະ."
ແຕ່ຢ່າງໃດກໍຕາມ ການລົງທຶນຂອງ ຫວຽດນາມ ໃນ ລາວ ຍັງມີທ່າອຽງຫຼຸດລົງເລື້ອຍໆ
ຊຶ່ງເຫັນໄດ້ຈາກການລົງທຶນສະສົມໃນມູນຄ່າ 5,100 ລ້ານໂດລາເມື່ອປີ 2017 ຫຼຸດລົງ
ເຫຼືອພຽງ 4,100 ລ້ານໂດລາໃນປີ 2019 ໂດຍຈັດເປັນອັນດັບທີ 3 ຮອງຈາກ ຈີນ ແລະ
ໄທ ທີ່ລົງທຶນໃນ ລາວ ເປັນອັນດັບທີ 1 ແລະ 2 ຕາມລຳດັບ.