ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງນາຍົກລາວ ຢືນຢັນວ່າ ຈະກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລາວ ກັບ ຈີນ ແລະ ໄທ


ໂຄງການກໍ່ສ້າງທາງລົດໄຟ ຂອງລັດຖະບານລາວ
ໂຄງການກໍ່ສ້າງທາງລົດໄຟ ຂອງລັດຖະບານລາວ

ຮອງນາຍົກລັດຖະມົນຕີລາວ ຢືນຢັນວ່າ ຈະມີການກໍ່ສ້າງທາງ
ລົດໄຟ ເພື່ອເຊື່ອມຕໍ່ລາວກັບຈີນ ແລະ ໄທ ຢ່າງແນ່ນອນ ຫາກ
ແຕ່ກໍຍັງກຳນົດບໍ່ທັນໄດ້ວ່າ ຈະສາມາດລົງມືດຳເນີນການຕົວຈິງ
ໄດ້ເມື່ອໃດແທ້.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ
ການຜະລິດ ແລະ ຈະລາຈອນ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ
9 ຂອງສະພາແຫ່ງຊາດລາວ ຊຸດທີ 7 ໃນເດືອນກໍລະກົດ ນີ້ວ່າ ລັດຖະບານລາວຍັງຈະ
ເດີນໜ້າຕາມແຜນການກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ລາວກັບຈີນ ແລະ ໄທ ຕໍ່ໄປ
ເຖິງແມ່ນວ່າ ຈະຍັງກຳນົດບໍ່ທັນໄດ້ວ່າ ຈະສາມາດລົງມືດຳເນີນການກໍ່ສ້າງໃນພາກ
ຕົວຈິງໄດ້ເມື່ອໃດແທ້ກໍຕາມ.

ທ່ານສົມສະຫວາດ ບອກວ່າ ການກໍ່ສ້າງທາງລົດໄຟໃນລາວ ຈະສ້າງຜົນປະໂຫຍດ
ທາງເສດຖະກິດຢ່າງຫລວງຫຼາຍໃຫ້ແກ່ລາວໃນໄລຍະບາວ ໂດຍເຖິງແມ່ນວ່າ ຈະຕ້ອງ
ໃຊ້ເງິນລົງທຶນໄປ ຢ່າງຫຼວງຫຼາຍ ສຳຫລັບການກໍ່ສ້າງກໍຕາມ ແຕ່ກໍເປັນໂຄງການທີ່ຄຸ້ມຄ່າ
ທີ່ຈະລົງທຶນດັ່ງທີ່ທ່ານໄດ້ອະທິບາຍວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ ຈະລາຈອນ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ ຈະລາຈອນ

“ປະສິດທິຜົນການລົງທຶນຫັ້ນນະມັນຕ່ຳ ແຕ່ວ່າ ປະສິດທິຜົນ
ເສດຖະກິດນັ້ນສູງ ປະເທດເຮົານີ້ ປະສິດທິຜົນເສດຖະກິດ
ຂອງທາງລົດໄຟນີ້ ແມ່ນ 31 ເປີເຊັນ ພວກເຮົາຫລະບໍ່ຮູ້ວ່າ
ເມື່ອລົດໄຟເສັ້ນນີ້ ເຊື່ອມຕໍ່ກັບປະເທດໄທແລ້ວ ປະເທດໄທ
ມາເລເຊຍ ສິງກະໂປ ຊິມານຳໃຊ້ເທົ່າໃດ ພວກເຮົາກະໄລ່
ບໍ່ໄດ້ເດ້ ອັນນີ້ຄາດຄະເນບໍ່ເປັນ ສະນັ້ນກະຖ້າລອງເບິ່ງ
ຊະກ່ອນ ບໍ່ໃຫ້ມັນມີຊະກ່ອນແມະ ຄັນມີແລ້ວ ຄົນມັນຈັ່ງ
ຊິມາໃຊ້ເວລານັ້ນ ຈັ່ງເວົ້າບໍ່ ອັນແລວທາງຫັ້ນ ແມ່ນບໍ່ໄດ້
ປ່ຽນແລ້ວ ພຽງແຕ່ເວລາມັນຊ້າໜ້ອຍໜຶ່ງ.”

ໂດຍກ່ອນໜ້ານີ້ ທ່ານສົມສະຫວາດໄດ້ໃຫ້ການຄາດໝາຍວ່າ ລັດຖະບານລາວກັບຈີນ
ຈະບັນລຸຂໍ້ຕົກລົງ ກ່ຽວກັບການຮ່ວມມື ໃນການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລະຫວ່າງລາວ
ກັບຈີນ ໃນເດືອນມິຖຸນາ 2015 ແລະຕໍ່ຈາກນັ້ນ ລັດຖະບານລາວ ກໍຈະສະເໜີຂໍ້ຕົກລົງ
ດັ່ງກ່າວ ເພື່ອຂໍການອະນຸມັດຈາກສະພາແຫ່ງຊາດລາວ ໃນໄລຍະທີ່ຕໍ່ເນື່ອງກັນນັ້ນ ແຕ່
ຈົນເຖິງປັດຈຸບັນ ການຄາດໝາຍດັ່ງກ່າວ ກໍຍັງບໍ່ເກີດຂຶ້ນຢ່າງແທ້ຈິງ.

ທ່ານສົມສະຫວາດ ໄດ້ໃຫ້ການຢືນຢັນດ້ວຍວ່າ ຮູບແບບຂອງການຮ່ວມມື ລະຫວ່າງ
ລັດຖະບານລາວກັບຈີນ ໃນການກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະເປັນການຮ່ວມລົງທຶນ
ດ້ວຍການສ້າງຕັ້ງບໍລິສັດຂຶ້ນມາເພື່ອຮັບຜິດຊອບ ການກໍ່ສ້າງ ແລະ ບໍລິຫານໂຄງການ
ໂດຍໃນປັດຈຸບັນຄະນະຮັບຜິດຊອບ ຂອງສອງຝ່າຍຍັງສືບຕໍ່ ການເຈລະຈາເພື່ອກຳນົດ
ສັດສ່ວນ ຂອງການລົງທຶນດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ເລັ່ງປຶກສາຫາລືກັນເຖິງການເຂົ້າຫາ ແຫລ່ງທຶນກັບການລົງທຶນ ເບື້ອງຕົ້ນຂອງ
ບໍລິສັດຮ່ວມ ລາວ-ຈີນ ຫັ້ນນ່າ ເຮົາຊິຄວນເອົາເທົ່າໃດ ຊິເອົາ 30 ເປີເຊັນບໍ່ 40
ເປີເຊັນບໍ່ ກະຍັງຢູ່ໃນຂັ້ນປຶກສາກັນເລື້ອງນີ້ນິແຫລະ.”

ໂດຍຄາດໝາຍວ່າ ລັດຖະບານລາວກັບຈີນ ຈະລົງທຶນຂັ້ນເບື້ອງຕົ້ນ ໃນມູນຄ່າ 840
ລ້ານໂດລາ ຕໍ່ 1,260 ລ້ານໂດລາ ແລະຈະກູ້ຢືມຈາກທະນາຄານການຄ້າ ຂາອອກ-
ຂາເຂົ້າຂອງລັດຖະບານຈີນໃນມູນຄ່າລວມບໍ່ເຖິງ 5,000 ລ້ານໂດລາ.

ກ່ອນໜ້ານີ້ ທ່ານຫຼີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໄດ້ໃຫ້ການຢືນຢັນວ່າ ການເຈລະຈາ
ຮອບໃໝ່ ຈະມີການກຳນົດຮູບແບບ ການຮ່ວມມື ທີ່ມີປະສິດທິພາບ ທີ່ທຸກຝ່າຍໄດ້ຮັບຜົນ
ປະໂຫຍດ ແລະ ສອດຄ້ອງກັບສະພາບຕົວຈິງ ໂດຍທາງການຈີນເຫັນວ່າ ລົດໄຟຄວາມ
ໄວສູງ ອາດຈະບໍ່ເມາະສົມກັບສະພາບພູມິປະເທດ ໃນລາວທີ່ສ່ວນໃຫຍ່ ເປັນເຂດພູດອຍ
ຈຶ່ງສະເໜີໃຫ້ປ່ຽນ ເປັນລົດໄຟຄວາມໄວປານກາງ ລະບົບລາງຄູ່ ທີ່ຂະບວນໂດຍສານ
ແລະ ຂົນສົ່ງສິນຄ້າມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລະດັບ.

ນອກຈາກນັ້ນທາງການໄທກັບຈີນ ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການ
ຮ່ວມມື ໃນການກໍ່ສ້າງທາງລົດໄຟລາງຄູ່ຄວາມໄວປານກາງ ເມື່ອທ້າຍປີ 2014 ຢູ່ບາງກອກ ໂດຍມີທ່ານຫຼີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ກັບ ພົນເອກປຣະຍຸດ ຈັນໂອຊາ ນາຍົກ
ລັດຖະມົນຕີໄທ ເປັນປະທານຮ່ວມກັນ.

ໂດຍການລົງນາມດັ່ງກ່າວ ກໍນັບເປັນການຕົກລົງຮ່ວມມືລະດັບລັດຖະບານ ລະຫວ່າງ
ໄທ ກັບ ຈີນ ທີ່ແນໃສ່ການພັດທະນາທາງລົດໄຟ ເພື່ອເຊື່ອມຕໍ່ກັນໃຫ້ໄດ້ພາຍໃນປີ 2022
ດ້ວຍການຮ່ວມລົງທຶນ ເພື່ອກໍ່ສ້າງທາງລົດໄຟລາງຄູລະດັບຄວາມໄວປານກາງ 2 ເສັ້ນທາງ ຢູ່ໃນໄທ ກໍຄືໜອງຄາຍ-ແກ່ງຄອຍ-ມາບຕາພຸດ ແລະ ແກ້ງຄອຍ-ບາງກອກ ເພື່ອເປັນພື້ນຖານ ໃຫ້ກັບການຂະຫຍາຍການເຊືອມໂຍງໄປລາວ ແລະ ຈີນຕໍ່ໄປ.

ສ່ວນທາງດ້ານພົນອາກາດເອກ ປຮະຈິນ ຈັ້ນຕອງ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ
ຂອງໄທກໍຖະແຫລງຢືນຢັນວ່າ ລັດຖະບານໄທໄດ້ອະນຸມັດ ແຜນການກໍ່ສ້າງທາງລົດໄຟ
ລາງຄູ່ຂະນາດກວ້າງ 1.435 ແມັດ ທີ່ມີຢູ່ 3 ເສັ້ນທາງ ດ້ວຍກັນ ກໍຄືເສັ້ນທາງ ບາງກອກ-
ໂຄຣາດ-ໜອງຄາຍ ຊຶ່ງໝາຍຄວາມວ່າ ການລົງນາມໃນ MOU ລະຫວ່າງ ທາງການໄທ
ກັບຈີນ ໃນຄັ້ງນີ້ ເປັນການຮ່ວມລົງທຶນ ໃນ 2 ເສັ້ນທາງທີ່ນອນຢູ່ໃນ 3 ເສັ້ນທາງ ທີ່ຈະ
ເຊື່ອມຕໍ່ກັບລາວ ແລະ ຈີນ ລວມເຖິງມາເລເຊຍ ສິງກະໂປ ດ້ວຍນັ້ນເອງ.

XS
SM
MD
LG