ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະຫະພັນ ກຳມະບານລາວ ຍອມຮັບວ່າ ບັນດາຜູ້ອອກແຮງງານ ໃນລາວ ຍັງຖືກເອົາລັດເອົາປຽບ


ທ່ານ​ຄຳ​ຫລ້າ ລໍ​ລອນ​ສີ ປະທານ​ສະຫະພັນ​ກຳມະບານ​ລາວ ໃຫ້ການ​ຍອມຮັບ​ວ່າ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ ​ແລະ ​ເປັນອຸປະສັກ​ຕໍ່​ການ​ພັດທະນາ ກໍ​ແມ່ນ​ບັນຫາ​
ກ່ຽວ​ກັບ​ການ​ເອົາ​ລັດ​ເອົາ​ປຽບ​ແຮງ​ງານລາວ.
ທ່ານ​ຄຳ​ຫລ້າ ລໍ​ລອນ​ສີ ປະທານ​ສະຫະພັນ​ກຳມະບານ​ລາວ ໃຫ້ການ​ຍອມຮັບ​ວ່າ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ ​ແລະ ​ເປັນອຸປະສັກ​ຕໍ່​ການ​ພັດທະນາ ກໍ​ແມ່ນ​ບັນຫາ​ ກ່ຽວ​ກັບ​ການ​ເອົາ​ລັດ​ເອົາ​ປຽບ​ແຮງ​ງານລາວ.

ປະທານສະຫະພັນກຳມະບານລາວ ຍອມຮັບວ່າ ບັນດາຜູ້ອອກ
ແຮງງານໃນລາວ ຍັງຖືກບັນດານາຍຈ້າງເອົາລັດເອົາປຽບ ໃນ
ທຸກໆດ້ານ ໂດຍສະເພາະ ແມ່ນການຈ່າຍຄ່າຈ້າງ ທີ່ຕ່ຳກວ່າ
ກົດໝາຍກຳນົດ.

ທ່ານ​ຄຳ​ຫລ້າ ລໍ​ລອນ​ສີ ປະທານ​ສະຫະພັນ​ກຳມະບານ​ລາວ ​ໃຫ້ການ​ຍອມຮັບ​ວ່າ ບັນຫາ​
ທີ່​ໜ້າ​ເປັນ​ຫ່ວງ ​ແລະ ​ເປັນອຸປະສັກ​ຕໍ່​ການ​ພັດທະນາ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​
ການ​ເປັນ​ຢູ່​ຂອງ​ບັນດາ ຜູ້​ອອກ​ແຮງ​ງານ​ໃນ​ລາວ ​ໃຫ້​ດີ​ຂຶ້ນ​ໃນ​ປັດຈຸບັນ​ນີ້ ກໍ​ແມ່ນ​ບັນຫາ​
ກ່ຽວ​ກັບ​ການ​ເອົາ​ລັດ​ເອົາ​ປຽບ​ແຮງ​ງານ ​ໂດຍ​ບັນດາ​ນາຍ​ຈ້າງ​ທັງ​ທີ່​ເປັນ​ຄົນລາວ ​ແລະ
ຊາວ​ຕ່າງປະ​ເທດ ​ໂດຍເຖິງ​ແມ່ນ​ວ່າ ສະຫະພັນ​ກຳມະບານ​ລາວ ຈະ​ໄດ້​ດຳ​ເນີນ​ມາດ
ຕະການກວດກາ​ ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ຫາກ​ແຕ່​ກໍ​ບໍ່​ສາມາດ​ຮັບປະກັນ​ໄດ້ ຢ່າງ​ທົ່ວ​ເຖິງ​
ດັ່ງ​ທີ່ ທ່ານ​ຄຳ​ຫລ້າ ​ໄດ້​ຢືນຢັນ​ວ່າ:

“ບັນຫາ​ທີ່​ພວກ​ເຮົາ ຈະ​ຕ້ອງ​ໄດ້​ສືບ​ຕໍ່ສູ້​ຊົນ ປະຕິບັດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕໍ່​ອີກ
​ເປັນຕົ້ນ​ແມ່ນ​ກ່ຽວ​ກັບ ສະມາຊິກ​ກຳມະບານ ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ບັນດາ​ເຜົ່າ ຊຶ່ງ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ ​ໃນ​ການ​ທຳ​ການ​ຜະລິດ​ເປັນ​ສິນຄ້າປະກອບ ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ປະ​ເທດ​ຊາດ ​ແລະ ສ້າງສາ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ.”

ງານຈັດຫາວຽກເຮັດງານທຳ ໃຫ້ແກ່ ບັນດານັກສຶສາ ທີ່ຮຽນຈົບ ຢູ່ນະຄອນຫລວງວຽງຈັນ.
ງານຈັດຫາວຽກເຮັດງານທຳ ໃຫ້ແກ່ ບັນດານັກສຶສາ ທີ່ຮຽນຈົບ ຢູ່ນະຄອນຫລວງວຽງຈັນ.

ລັດຖະບານ​ລາວ​ໄດ້​ອະນຸມັດ ​ໃຫ້​ປັບ​ຂຶ້ນອັດຕາຄ່າ​ຈ້າງ​ຂັ້ນຕ່ຳ
ສຳ​ຫລັລຜູ້​ອອກ​ແຮງ​ງານ​ໃນ​ລາວ ​ແລະ ​ໃຫ້​ມີ​ຜົນ​ບັງຄັບ​ ຢ່າງ​ເປັນ
​ທາງ​ການ ນັບ​ແຕ່​ວັນ​ທີ 1 ​ເມສາ 2015 ​ເປັນຕົ້ນມາ ຊຶ່ງ​ເຮັດ​ໃຫ້​
ອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ​ປັບ​ຂຶ້ນຈາກ 626,000 ກີບ ​ເປັນ 900,000
ກີບຕໍ່​ເດືອນ ຫາກ​ແຕ່​ອັດຕາຄ່າ​ຈ້າງ​ຂັ້ນຕ່ຳ​ດັ່ງກ່າວນີ້ ກໍ​ບໍ່​ມີ​ຜົນ​
ບັງຄັບ​ໃຊ້ ກັບ​ລູກຈ້າງ​ຂອງ​ພາກສ່ວນ ທີ່​ເປັນ​ຄູ່​ສັນ​ຍາ ກັບ
​ລັດຖະບານ​ລາວ​ແຕ່​ຢ່າງ​ໃດ.

ສ່ວນ​ຜູ້​ອອກ​ແຮງ​ງານ​ໃນ​ພາກ​ທຸລະ​ກິດ ພາກ​ບໍລິການ ​ແລະ ​
ໂຮງງານ​ຕ່າງໆ ທີ່​ໄດ້​ຮັບ​ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ​ນັ້ນ
ກໍ​ມີ​ພັນທະ​ ທີ່​ຈະ​ຕ້ອງ​ອອກ​ແຮງ​ງານ​ເປັນ​ເວລາ 8 ຊົ່ວ​ໂມງ​ຕໍ່​ວັນ ​ແລະ ​ໃນ​ແຕ່ລະ​ເດືອນ
ກໍຈະຕ້ອງ​ອອກ​ແຮງ​ງານ​ ບໍ່​ຕ່ຳ​ກວ່າ 26 ວັນຫຼືອາທິດ​ລະ 6 ວັນ.

​ໂດຍ​ການ​ອະ​ນຸມັດ​ດັ່ງ​ກ່າວ​ນີ້ ​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ສະພາວະ ຄ່າ​ຄອງ​ຊີບ​ທີ່​ສູງ​ຂຶ້ນ ​ແລະ ​ເພື່ອ​ດຶງ​ດູດ​ເອົາ​ແຮງ​ງານ​ລາວ ທີ່​ເດີນທາງ​ໄປ​ທຳ​ງານ​ຢູ່​ທີ່​ປະ​ເທດ​ເພື່ອນ​ບ້ານ ​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ​ໃຫ້​ກັບ​ຄືນ​ມາ​ໃນ​ຕະຫລາດ​ແຮງ​ງານ​ຂອງ​ລາວ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ ທີ່​ເພີ້​ມຂຶ້ນນັບ​ມື້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກົມ​ພັດທະນາ​ຝີ​ມື​ແຮງ​ງານ ​ແລະ ຈັດ​ຫາ​ງານ ກໍ​ຍອມຮັບ​ວ່າ ນັກ​ສຶກສາ ທີ່​ຈົບ​ການ​ສຶກສາ ​ແຕ່​ລະດັບ​ວິຊາ​ຊີບ​ຊັ້ນສູງ​ຂຶ້ນ​ໄປ ທີ່​ມີ​ຈຳນວນ​ເຖິງ 115,523 ຄົນ​ ​ໃນ​ປີ 2014 ມີ​ໂອກາດ​ຕ່ຳຫຼາຍທີ່​ຈະ​ຖືກ​ວ່າ​ຈ້າງ​ຈາກ​ບັນດາ​ບໍລິສັດ​ຕ່າງຊາດ ທີ່​ມີ​ຕໍ່​ຄຸນ​ນະພາ​ບ ຂອງ​ນັກ​ສຶກສາລາ​ວນັ້ນ ພົບ​ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນ ຫຼື 15 ​ເປີ​ເຊັນ ​ເທົ່າ​ນັ້ນ ຈາກ​ຈຳນວນ​ທັງ​ໝົດ ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ.

ທັງ​ນີ້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ນິຍົມ​ດ້ານ​ການ​ສຶກສາ ​ໃນ​ລາວ ທີ່​ບໍ່​ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ​ ກໍ​ຄື​ໃນ​ຂະນະ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ວ່າ​ຈ້າງແຮງງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ​ແລະ ຊ່າງ​ເທັກ​ນິກ ຫາກ​ແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່ ​ໃນ​ລາວ​ກັບ​ນິຍົມ​ສຶກສາ ​ແລະ ຈົບ​ດ້ານ​ບໍລິຫານ​ທຸລະ​ກິດ ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັນສູງ ສ່ວນ​ໃຫຍ່​ກໍ​ບໍ່​ມີ​ຄຸນ​ນະພາ​ບ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນສູງ ຫຼື ມະຫາວິທະຍາ​ໄລ​ນັ້ນ ນັກຮຽນ ​ແລະ​ນັກ​ສຶກສາມາ​ຮຽນ​ບໍ່​ໄດ້​ຕາມ​ຄາດໝາຍ ການ​ສ້າງ​ຝີ​ມື​ແຮງ​ງານ​ກະ​ຍັງ​ບໍ່​ສາມາດ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ​ຜູ້​ທີ່​ຮຽນ​ຈົບາ​ຊີວະ​ສຶກສາລະ​ດັບ​ຊັ້ນສູງ ຈຳນວນ​ບໍ່​ນ້ອຍ​ຊອກ​ວຽກ​ເຮັດ​ງານ​ທຳ​ບໍ່​ໄດ້.”

ໂດຍ​ໃນລະຍະ​ທີ່​ຜ່ານ​ມາ ບໍລິສັດ​ຕ່າງ​ຊາດໃນ​ລາວ ​ໄດ້​ນຳ​ເຂົ້​າ​ແຮງ​ງານ​ມີ​ຝີ​ມື ຈາກ​ຕ່າງປະ​ເທດ​ແລ້ວ 3 ໝື່ນ​ກວ່າ​ຄົນ ​ແລະ​ຍັງ​ຕ້ອງການ​ທີ່​ຈະ​ນຳ​ເຂົ້າມາ​ເພີ້​ມຂຶ້ນອີກ 7 ໝື່ນ​ກວ່າຄົນ​ຈົນ​ເຖິງ​ທ້າຍ​ປີ 2015 ນີ້.

XS
SM
MD
LG