ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ກໍ່​ສ້າງ​ເຂື່ອນ​ໃນ​ລາວ ຕົກຢູ່​ພາຍ​ໃຕ້​ພື້ນ​ຖານ​ຕ່ຳ ທີ່ເປັນ​ສາ​ເຫດໃຫ້​​ເຂື່ອນ​ແຕກ


ເຂື່ອນ​ເຊ​ປຽນ ໃນ ສ​ປ​ປ ລາວ.
ເຂື່ອນ​ເຊ​ປຽນ ໃນ ສ​ປ​ປ ລາວ.

ການ​ກໍ່​ສ້າງ​ທີ່​ບໍ່​ໄດ້​ມາດ​ຕະ​ຖານ ແລະ​ບໍ່​ເປັນ​ໄປ​ຕາມ​ແບບ​ກໍ່​ສ້າງ ຄື​ສາ​ເຫດ​ສຳ​ຄັນ​ທີ່
​ເຮັດ​ໃຫ້​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຫາກ​ແຕ່​ທາງ​ການ​ລາວ​ກໍ​ຍັງ​ບໍ່​ເປີດ​ເຜີຍ​ຜົນ​
|ການ​ສຶບ​ສວນ​ດັ່ງ​ກ່າວຈົນ​ເຖິງ​ຂະ​ນະ​ນີ້ ຊຶ່ງ​ຊົງ​ລິດ ໂພນ​ເງິນ​ມີ​ລາ​ຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຜູ້​ຊຳ​ນານ​ການ​ໃນ​ຄະ​ນະ​ຜູ້​ຊ່ຽວ​ຊານ​ຂອງ​ຄະ​ນ​ະ​ກົມ​ການ​ສາ​ກົນ​ວ່າດ້ວຍ​|
ເຂື່ອນ​ຂະ​ໜາດ​ໃຫຍ່ (International Commission on Large Damns—
ICOLD) ຊຶ່ງ​ລັດ​ຖະ​ບານ​ລາວ​ເຊີນ​ເພື່ອ​ຂໍ​ໃຫ້​ຊ່ວຍ​ເຫຼືອ​ໃນ​ການ​ສືບ​ສວນ​ຫາ​ສາ​ເຫດ​
ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ ໃນ​ວັນ​ທີ 23 ມັງ​ກອນ 2018 ທີ່​ຜ່ານ​
ມາ​ນັ້ນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ຄະ​ນະ​ຜູ້​ຊ່ຽວ​ຊານ​ຂອງ ICOLD ທີ່​ໄດ້​ເລີ້ມ​ການ​ສຶ​ບ​
ສວນ​ນັບ​ແຕ່​ວັນ​ທີ 19 ສິງ​ຫາ 2018 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັ​ນ​ກໍ​ໄດ້​ດຳ​ເນີນ​ການ​
ສື​ບ​ສວນເສັດ​ແລ້ວ ອີກ​ທັ​ງ​ຍັງ​ໄດ້​ສົ່​ງມອບ​ສະ​ຫລຸບ​ຜົນ​ການ​ສື​ບ​ສວນ​ໃຫ້​ກັບລັດ​ຖະ
​ບານລາວ ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ວັນ​ທີ 26 ມີ​ນາ 2019 ທີ່​ຜ່ານ​ມາ.

ຜູ້​ຊ່ຽວ​ຊານ​ຂອງ ICOLD ຍັງ​ໄດ້​ເປີ​ດ​ເຜີຍດ້ວຍ​ວ່າ​ຜົນ​ຈາກ​ການ​ສືກ​ສາ ແລະ​ວິ​ໃຈ​
ດິນ​ສັນ​ເຂື່ອນ​ທີ່​ແຕກ ໂດຍ​ການ​ຂຸດ​ເຈາະ​ດິນ​ສັນ​ເຂື່ອນ​ຈຳ​ນວນ 12 ຂຸມ​ເພື່ອ​ນຳ​ມາ​
ສຶກ​ສາ​ວິ​ໃຈ ແລະ​ສົ​ມ​ທຽບກັນ​ຢ່າງ​ຮອບ​ດ້ານ ເຮັດ​ໃຫ້​ສາ​ມາດ​ສະ​ຫລຸບ​ໄດ້​ວ່າ​ສາ​ເຫດ​
ທີ່​ເຮັດ​ໃຫ້​ເຂື່ອນ​ແຕກ​ນັ້ນ​ເພາະ​ວ່າ ໂຄງ​ການ​ສ້າງ​ຂອງ​ສັນ​ເຂື່ອນ​ທີ່​ເປັນ​ເຂື່ອນ​ດິນ​ນັ້ນ
ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ການ​ອອກ​ແບບ​ກໍ່​ສ້າງ ໂດຍ​ເມື່ອ​ປະ​ກອບ​ກັບ​ການ​ທີ່​ມີ​ປະ​ລິ​
ມານ​ນ້ຳ​ຢ່າງ​ຫຼວງ​ຫຼາຍ​ຈົນ​ລົ້ນ​ອ່າງ​ນ້ຳ​ໃນ​ເຂື່ອນ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ສັນ​ເຂື່ອນ​ເກີດ
​ການ​ຍຸບ​ໂຕ ແລະ​ພັງ​ລົງ​ມາ​ໃນ​ທີ່​ສຸດ ຫາກ​ແຕ່​ທາງ​ການ​ລາວ​ກໍ​ໄດ້​ສະ​ເໜີ​ລາຍ​ງານ
​ກ່ອນ​ໜ້າ​ນີ້​ວ່າ ສາ​ເຫດ​ທີ່​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ຜົນ​ການ​ສືບ​ສວນ​ດັ່ງ​ກ່າວ​ກໍ​ເພາະ​ວ່າ
ຄະ​ນະ​ຜູ້​ຊ່ຽວ​ຊານ​ຂອງ ICOLD ຍັງ​ບໍ່​ສາ​ມາດ​ສະ​ຫລຸບ​ຜົນ​ການ​ສືບ​ສວນ​ໄດ້​ຢ່າງ​ຄັກ
​ແນ່ ດັ່ງ​ທີ່​ທ່ານບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຖານະ​ປະ​ທານ​ຄະ​ນະ
​ສະ​ເພາະ​ກິດ ​ໃນ​ການ​ສືບ​ສວນດັ່ງ​ກ່າວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ນີ້​ໄດ້​ຈັດ​ຕັ້ງ​ຂະ​ນະ​ຊີ້​ນຳ ໂດຍ​ແມ່ນ​ຂ້າ​ພະເຈົ້າ​ເອງເປັນ
​ຫົວ​ໜ້າ ດຳ​ເນີນ​ການກວດ​ກາ​ກ່ຽວ​ກັບ​ເຫດ​ການ ທີ່​ເຂື່ອນ​ແຕກ​ພັງ​ຫັ້ນແມ່ນ​ຍ້ອນ​ອີ່
​ຫຍັງ ແລ້ວ​ກະ​ຊິ​ປຶກ​ສາ​ຫາ​ລື​ກັນ ເວົ້າ​ແທ້ໆ​ນີ້​ລະ​ແມ່ນ​ວ່າ ເລີ້​ມ​ແຕ່​ການກວດ​ກາ​ຄັ້ງ​
ທຳ​ອິດ​ນີ້ ພວກ​ເຮົາ​ກະ​ເຫັນ​ແລ້ວ​ເລື້ອງ​ຮ້າຍ​ຂອງ​ບັນ​ຫາ ແຕ່​ວ່າ​ຊ່ຽວ​ຊ​ານ​ນີ້​ເພິ່ນ​ບໍ່​
ໃຫ້​ປະ​ກາດ​ ເພາະ​ວ່າ​ມັນ​ຕ້ອງ​ໄດ້​ສຶກ​ສາ​ເບິ່ງ​ໃຫ້​ມັນ​ລະ​ອຽດ​ອີກ​ຂຶ້ນ​ຕື່ມ ໃນ​ແຕ່​ລະ​
ອັນ ແຕ່​ລ​ະ​ອັນ ແຕ່​ລະ​ຂອດ ແຕ່​ລ​ຫະ​ມຸມ​ຕໍ່​ບັນ​ຫາ​ຕ່າງໆ ຄືປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ດຳ​
ເນີນ​ການ​ເຈາະ​ດິນ ວິ​ໃຈ​ດິນ​ຄືນ​ໃໝ່​ໂຕ​ບ່ອນ​ທີ່​ມັນ​ແຕກ​ພັງ​ຫັ້ນ​.”

ທາງ​ດ້ານ​ທ່ານ​ວິ​ທູນ​ ເພີ້ມ​ພົງ​ສາ​ຈະ​ເລີນ ຜູ້​ອຳ​ນວຍ​ການ​ຂອງ​ເຄື່ອຂ່າຍພະ​ລັງ​ງານ
ເພື່ອ​ນິ​ເວດທຳ​ມະ​ຊາດ​ໃນ​ລູ່ມ​ແມ່​ນ້ຳ​ຂອງ​ໃຫ້​ການ​ຢືນ​ຢັນ​ວ່າ ບັນ​ດາອົງ​ກອນ​ອະ​ນຸ​ລັກ
​ສິ່ງ​ແວດ​ລ້​ອມທຳ​ມະ​ຊາດ​ໃນ​ລຸ່​ມ​ແມ່​ນ້ຳ​ຂອງ ແລະ​ສາ​ກົນ​ຍັງ​ຄົງ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​
ເພື່ອ​ກົດ​ດັນ​ໃຫ້​ລັດ​ຖະ​ບານ​ລາວ ພິ​ຈາ​ລະ​ນາ​ຍົກ​ເລີກ​ໂຄງ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ
​ນ້ອຍ ເພາະ​ວ່າ​ເປັນ​ໂຄງ​ການ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ທັງ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ
​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ແຂວງ​ອັ​ດຕະ​ປືຢ່າງກວ້າງ​ຂວາງ ທັງ​ຍັງ​ມີ​ຄວາມ​
ສ່ຽງ​ສູງ​ທີ່​ຈະ​ເກີດ​ໄພ​ພິ​ລັດ​ໃນ​ຂະ​ນະ​ດຽວ​ກັນ​ນີ້ໃນ​ຕໍ່​ໜ້າ ຖ້າ​ຫາກ​ລັດ​ຖະ​ບານ​ລາວ​ຍັງ​
ຈະ​ອະ​ນຸ​ຍາດ​ໃຫ້​ສືບ​ຕໍ່​ດຳ​ເນີນ​ການ​ກໍ່​ສ້າງ​ເຂື່ອນ​ໃຫ້​ແລ້ວ​ເສັດ​ຕາມ​ແຜນ​ການ​ເດີມ​ໃນ​
ປີ 2019 ນີ້.

ທັງ​ນີ້​ໂດຍ​ທ່ານ​ວິ​ທູນ ໃຫ້​ການ​ອະ​ທິ​ບາຍ​ວ່າ ໂຄ​ງ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຈະ
​ພະ​ລິດ​ໄຟ​ຟ້າ​ດ້ວຍ​ການ​ຜັນ​ນ້ຳ​ຈາກ​ເຊ​ປຽນ​ລົງ​ໄປ​ຍັງ​ເຊ​ນ້ຳ​ນ້ອຍ ແລ້ວ​ກະ​ປ່ອຍ​ລົງເຊ
ກອງໄປ​ສູ່​ແມ່​ນ້ຳ​ຂອງຕາມ​ລຳ​ດັບ​ນັ້ນເປັນ​ການ​ເພີ້ມ​ປະ​ລິ​ມານ​ນ້ຳ​ໃນ​ແມ່​ນ້ຳ​ແຕ່​ລະ​ສ​າຍ
ໃຫ້​ສູງ​ຂຶ້ນກວ່າ​ປົກ​ກະ​ຕິ ໂດຍ​ເມື່ອ​ປະ​ກອບ​ກັບ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ກໍ​ຕັ້ງ​ຢູ່​ເທິ່ງ​ເຂດ​ທີ່​
ຮາບ​ສູງ​ບໍ​ລິ​ເວັນ ແລະ​ການ​ກໍ່ສ້າງ​ທີ່​ບໍ່​ໄດ້​ມາດ​ຕະ​ຖານ​ດ້ວ​ຍ​ນັ້ນ ຈຶ່ງ​ບໍ່​ສ​າ​ມາດ​ທີ່​ຈະ​ຮັບ​
ປະ​ກັນ​ໄດ້​ເລີຍ​ວ່າ ຈະ​ບໍ່​ມີ​ເຫດ​ເຂື່ອນ​ແຕກ​ເກີດ​ຂຶ້ນ​ອີກ.

ກ່ອນ​ໜ້າ​ນີ້​ອົງ​ການ​ອະ​ນຸ​ລັກສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ໃນແມ່​ນ້ຳ​ຂອງ​ພ້ອມ​ດ້ວຍ​ອົງ​
ການ​ພ​າກ​ປະ​ຊາ​ຊົນ​ໃນ​ເກົາ​ຫຼີ​ໃຕ້ ກໍ​ໄດ້​ຮວມ​ກັນ​ສະ​ແດງ​ການ​ຮ​ຽກ​ຮ້ອງ​ຂໍ​ໃຫ້ 2 ບໍ​ລິ​ສັດ
​ເອກ​ກະ​ຊົນ​ເກົາ​ຫຼີ​ໄຕ້ ທີ່​ຮ່ວມ​ລົງ​ທືນ​ໃນ​ໂຄ​ການ​ເຂື່ອນ​ເຊ​ປຽນເຊ​ນ້ຳ​ນ້ອຍ​ນັ້ນ ຄື​ບໍ​ລິ​ສັດ
SK ວິ​ສະ​ວະ​ກຳ ແລະ​ກໍ່​ສ້າງ​ຈຳ​ກັດ ແລະ​ບໍ​ລິ​ສັດ Western Power ຈຳ​ກັດ ຈະ​ຕ້ອງ​
ຮັບ​ຜິ​ດ​ຊອບ​ຕໍ່​ກໍ​ລະ​ນີທີ່​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ
​ໜ່ວງ​ຕໍ່​ປະ​ຊາ​ຊົນ​ລາວ ທີ່​ເມືອງ​ສະ​ໜາມ​ໄຊ​ໃນ​ແຂວງ​ອັດ​ຕະ​ປື​ນັ້ນ.

ໂດຍກ​ານ​ເຂື່ອນ​ໄຫວ​ດັ່ງ​ກ່າວ​ນີ້ ກໍ​ຍັງນັບ​ເປັນ​ບາດ​ກ້າວ​ທຳ​ອິດ​ທີ່​ຈະ​ຂະ​ຫຍາຍ​ໄປ​ສູ່
​ການ​ກົດ​ດັນ​ໃນ​ລະ​ດັບ​ຊາດ ທັງ​ໃນ​ປະ​ເທ​ດ​ເກົາ​ຫຼີ​ໃຕ້ ໄທ ແລະ​ລາວ ດ້ວຍ​ເປົ້າ​ໝາຍ​ທີ່
​ຈະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ທັງ 3 ປະ​ເທດ​ຫັນ​ມາ​ໃຫ້​ຄວາມ​ສຳ​ຄັນ​ກັບ​ຄວາມ​ຮັບ​ຜິດ​
ຊອບ ຂອງ​ກຸ່ມ​ຜູ້​ລົງ​ທືນ​ພັດ​ທະ​ນາ​ໂຄງ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ເພາະ​ທີ່​ຜ່ານ​
ມາ​ທັງ 2 ບໍ​ລິ​ສັດ​ເອກ​ກະ​ຊົນ​ເກົາ​ຫຼີ​ໄຕ້ ຍັງ​ບໍ່​ທັນ​ໄດ້​ສະ​ແດງ​ຄວາ​ມ​ຮັບ​ຜິດ​ຊອບ​ຕໍ່​ຜົນ
​ກະ​ທົບ​ທີ່​ເກີດ​ຂຶ້ນ​ຢ່າງ​ເໝາະ​ສົມ ​ກັບຜົນ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ລາວ​
ແຕ່​ຢ່າງ​ໃດ.

XS
SM
MD
LG