ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວພັດທະນາແຮງງານໃຫ້ມີຝີມື ບໍ່ໄດ້ ຕາມແຜນການ ຊຶ່ງສົ່ງຜົນໃຫ້ຂາດແຮງງານ ທີ່ມີຝີມືສະໜອງໃຫ້ບໍລິສັດຕ່າງປະເທດ


ກໍາມະກອນທີ່ເຮັດວຽກຢູ່ໃນໂຮງງານຜະລິດເຄື່ອງເຟີນີເຈີແຫ່ງນຶ່ງໃນນະຄອນຫລວງວຽງຈັນ
ກໍາມະກອນທີ່ເຮັດວຽກຢູ່ໃນໂຮງງານຜະລິດເຄື່ອງເຟີນີເຈີແຫ່ງນຶ່ງໃນນະຄອນຫລວງວຽງຈັນ

ທາງການລາວພັດທະນາແຮງງານມີຝີມືໄດ້ຕໍ່າກວ່າແຜນການທີ່ວາງໄວ້ໃນປີຜ່ານມາອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການຕອບສະໜອງແຮງງານມີຝີມືໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວ, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານນາງ ລໍາພອຍ ສີອັກຄະຈັນ, ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ, ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ ການພັດທະນາຝີມືແຮງງານລາວໃນສົກປີ 2016-2020 ທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍ ການຕອບສະໜອງແຮງງານທີ່ມີຝີມືໃຫ້ແກ່ບໍລິສັດຕ່າງປະເທດທີ່ລົງທຶນຢູ່ໃນລາວໂດຍກົງ. ທັງຍັງເຮັດໃຫ້ຕ້ອງ ນຳເຂົ້າແຮງງານທີ່ມີຝີມືຈາກປະເທດຢູ່ເລື້ອຍມາ. ສະພາບບັນຫາດັ່ງກ່າວນີ້ ຍັງໄດ້ເກີດຂຶ້ນຢູ່ໃນນະຄອນຫຼວງວຽງຈັນເຊັ່ນກັນ, ເຖິງແມ່ນວ່າ ຢູ່ໃນນະຄອນຫຼວງວຽງຈັນຈະມີສະຖາບັນພັດທະນາອາຊີບ ແລະຝີມືແຮງງານຢ່າງຄົບ ຖ້ວນທີ່ສຸດໃນລາວ ກໍ່ຕາມ ດັ່ງທີ່ ທ່ານນາງ ລໍາພອຍໄດ້ຢືນຢັນວ່າ:
“ໃນການຈັດຕັ້ງປະຕິບັດການຝຶກອົບຮົມວິຊາຊີບ ການພັດທະນາຝີມືແຮງງານ ແລະການສ້າງອາຊີບໃຫ້ ແກ່ຊາວໜຸ່ມ - ໄວໜຸ່ມຜູ້ທີ່ດ້ອຍໂອກາດໄດ້ມີໂອກາດ ໃຫ້ມີວິຊາຊີບ ແລະມີຄວາມຮູ້ ສາມາດສົ່ງເຂົ້າສູ່ຕະຫລາດແຮງງານໄດ້ ໃນ​ໄລຍະທີ່ຜ່ານມາ ພວກເຮົາ ຈັດການຝຶກອົບຮົມວິຊາຊີບ ຕາມຕົວເລກຄາດໝາຍ ທີ່ກະຊວງໄດ້ວາງໃຫ້ແມ່ນ 6.500 ຄົນ ທຽບໃສ່ຕົວເລກຄາດໝາຍຂອງທາງກະຊວງ ແມ່ນພວກເຮົາບັນລຸ 95,86 ເປີເຊັນ. "

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າ ໃນຊ່ວງປີ 2016-2020 ຜ່ານມາ ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານ ລາວ ໄດ້ທັງໝົດ 523,559 ຄົນຄິດເປັນ 73 ເປີເຊັນຂອງແຜນການ 5 ປີ ໃນນີ້ແບ່ງເປັນການສ້າງວຽກເຮັດງານທຳພາຍໃນປະເທດໄດ້ທັງໝົດ 244,055 ຄົນ ກັບ 279,504 ຄົນເປັນແຮງງານ ລາວ ທີ່ສົ່ງອອກໄປປະເທດ ໄທ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ພາຍໃຕ້ສັນຍາການຈ້າງແຮງງານທີ່ລັດຖະບານ ລາວ ໄດ້ຕົກລົງຮ່ວມກັບລັດຖະບານຂອງທັງ 3 ປະເທດດັ່ງກ່າວ ທີ່ໄດ້ວາງແຜນການຈ້າງແຮງງານ ລາວ ລວມກັນເຖິງ 473,150 ຄົນ ແຕ່ດ້ວຍການລະບາດຂອງໄວຣັສ COVID-19 ຈຶ່ງເຮັດໃຫ້ແຮງງານລາວ 193,646 ຄົນທີ່ຍັງບໍ່ສາມາດເດີນທາງໄປ 3 ປະເທດໄດ້ ຈົນເຖິງປັດຈຸບັນ.

ໃນໄລຍະຜ່ານມາ ລັດຖະບານ ລາວ ກໍໄດ້ແກ້ໄຂບັນຫາດັ່ງກ່າວນີ້ດ້ວຍການເຈລະຈາກັບໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ມີການຈ້າງງານໃນ ລາວ ເພີ່ມຂຶ້ນທີ່ລວມເຖິງແຮງງານ ລາວ ທີ່ເດີນທາງກັບຈາກ ໄທ ຍ້ອນການລະບາດຂອງໄວຣັສ COVID-19 ດ້ວຍ ເພາະວ່າເປັນກຸ່ມແຮງງານທີ່ເດີນທາງກັບມາ ລາວ ຫຼາຍທີ່ສຸດ ແລະ ສ່ວນໃຫຍ່ຍັງເປັນແຮງງານລັກລອບທຳງານໂດຍຜິດກົດໝາຍໃນ ໄທ ອີກດ້ວຍ ຈຶ່ງຕ້ອງແກ້ໄຂບັນຫາດ້ວຍການສ້າງວຽກເຮັດງານທຳໃນລາວ ເປັນດ້ານຫຼັກນັ້ນເອງ.

ທ່ານອະດີສອນ ເກີດມົງຄົນ ຜູ້ປະສານງານເຄືອຄ່າຍອົງກອນດ້ານປະຊາກອນຂ້າມ
ຊາດ (MWG) ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້
ເຮັດໃຫ່້ບັນດານາຍຈ້າງໃນປະເທດໄທ ຕ້ອງເລີກຈ້າງແຮງ ງານຈາກມຽນມາ ກຳປູເຈຍ
ແລະລາວ ໄປແລ້ວຄິດເປັນຈຳນວນຮວມກັນເກີນ ກວ່າ 1 ລ້ານຄົນ ໃນນີ້ 80 ເປີເຊັນ
ເປັນການເລີກຈ້າງແຮງງານມຽນມາ ແລະກຳປູເຈຍ ສ່ວນອີກ 20 ເປີເຊັນ ຫຼື 2 ແສນຄົນ
ກໍຄືແຮງງານລາວ ທີ່ສ່ວນ ໃຫຍ່ໄດ້ພາກັນເດີນທາງກັບຄືນໄປລາວໃນປີ 2020 ແລະບໍ່
ສາມາດທີ່ຈະເດີນ ທາງເຂົ້າມາໃນໄທໄດ້ຢ່າງຖືກຕ້ອງຕາມກົດໝາຍ ເພາະການລະບາດ
ຂອງ ພະຍາດ ໄວຣັສ COVID-19 ທີ່ຍັງສືບຕໍ່ໃນໄທ ຈຶ່ງເຮັດໃຫ້ແຮງງານເຫລົ່ານີ້ຕ້ອງ
ພາກັນ ລັກລອບເດີນທາງເຂົ້າມາໃນໄທເພື່ອຫາເຮັດວຽກໂດຍຜິດ ກົດໝາຍໃນເວລານີ້
ດັ່ງທີ່ທ່ານອະດີສອນ ໄດ້ໃຫ້ການອະທິບາຍວ່າ:
ໂຄວິດຊ່ວງທຳອິດ ມີກິດຈະການສ່ວນໃຫຍ່ ມັນປິດເຮັດໃຫ່້ມັນເກີດມີແຮງ ງານຫາຍ
ຈາກລະບົບໃນຊ່ວງນັ້ນ 5 ແສນກວ່າຄົນ ຫຼືເກືອບ 6 ແສນຄົນທີ່ເຮັດ ວຽກຜິດກົດໝາຍ
ອີກອັນນຶ່ງຄືຄົນທີ່ເດີນທາງກັບໄປກ່ອນຈະປິດຊາຍແດນ ກຸ່ມນຶ່ງກໍຄືກຸ່ມຄົນເດີມ ທີ່ເຮັດ
ວຽກຢູ່ແລ້ວໆກໍກັບບ້ານໄປກ່ອນ ບັນຫາຄືພໍປິດຊາຍ ແດນປັບ ມັນກັບເຂົ້າມາບໍ່ໄດ້ຄົນ
ອີກກຸ່ມນຶ່ງກໍຄືຄົນທີ່ຂໍນຳເຂົ້າ ຖືກຕ້ອງໝົດ ແລ້ວລະ ພຽງແຕ່ວ່າຊວງກ່ອນນຳເຂົ້າ
ມາ ມັນ
ເປີດຊາຍແດນ ແລະຄາວນີ້ພໍມັນ ເຂົ້າມາບໍ່ໄດ້ເຮັດໃຫ້ຄົນກຸ່ມນີ້ແອບລັກລອບ ເຂົ້າມາເຖິງ 4 ແສນກວ່າຄົນ.

ໃນ 2020 ເປັນຕົ້ນມາ ມີແຮງງານລາວ ທີ່ເດີນທາງກັບຈາກໄທມາລາວ 3 ແສນກວ່າຄົນ. ສ່ວນກະຊວງແຮງງານໄທ ລາຍງານວ່າໃນປັດຈຸບັນມີແຮງງານລາວເຮັດວຽກໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ໃນຂະນະທີ່ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດ ໃນໄທລະບຸວ່າມີແຮງງານລາວໃນໄທ 6 ແສນກວ່າຄົນ ຊຶ່ງໃນນີ້ເປັນແຮງງານທີ່ຜິດກົດໝາຍກວ່າ 300,000 ກວ່າຄົນ ກໍຄືແຮງງານ ລາວທີ່ກັບຄືນມາລາວ ໃນປີ 2020 ຊຶ່ງທາງການລາວ ຈະຕ້ອງສ້າງວຽກເຮັດງານທໍາ ເພື່ອຮອງຮັບພວກ ເຂົາເຈົ້າໃນເວລານີ້ ອີກດ້ວຍນັ້ນເອງ.

XS
SM
MD
LG