ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຸລະກິດຂົນສົ່ງທາງບົກຂອງລາວ ນັບມື້ນັບປະເຊີນກັບການແຂ່ງຂັນສູງ ຈາກບໍລິສັດ ທັງພາຍໃນແລະຕ່າງປະເທດ


ລົດຂົນສົ່ງຜູ້ໂດຍສານ ຂອງບໍລິສັດ ຈິນປະສົງ ຈອດຢູ່ສະຖານີລົດເມ ໃນນະຄອນຫຼວງວຽງຈັນ
ລົດຂົນສົ່ງຜູ້ໂດຍສານ ຂອງບໍລິສັດ ຈິນປະສົງ ຈອດຢູ່ສະຖານີລົດເມ ໃນນະຄອນຫຼວງວຽງຈັນ

ຂະນະທີ່ລັດຖະບານລາວມີແຜນການ ທີ່ຈະເຮັດ​ໃຫ້​ລາວຫັນໄປເປັນ ປະເທດເຊື່ອມຕໍ່ລະບົບ Logistic ເຂົ້າກັນກັບປະເທດເພື່ອນບ້ານເພື່ອພັດທະນາໃຫ້ເປັນສູນກາງການຂົນສົ່ງສິນຄ້າແລະໂດຍສານທາງລົດໄຟກັບຈີນ ແລະອາຊຽນຢູ່ນີ້ ທຸລະກິດຂົນສົ່ງທາງບົກຂອງລາວກໍນັບມື້ນັບປະເຊີນກັບການແຂ່ງຂັນສູງຈາກບໍລິສັດທັງພາຍໃນແລະຕ່າງປະເທດ ຊຶ່ງໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາທ່ານຫລາຍຄົນ ຄົງຮູ້ແລ້ວວ່າ ລັດຖະບານລາວມີຄວາມມຸ້ງຫວັງອັນສູງ ໃນການຫັນປ່ຽນສະຖານະພາບຂອງປະເທດຈາກການເປັນປະເທດບໍ່ມີທາງອອກສູ່ທະເລ ໄປເປັນປະເທດທີ່ມີການເຊື່ອມຕໍ່ກັບປະເທດອື່ນໃນຂົງເຂດ. ໃນການດໍາເນີນຄວາມພະຍາຍາມນັ້ນ ລັດຖະບານໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ
ໃນການພັດທະນາດ້ານຄົມມະນາຄົມຂົນສົ່ງ ແລະ Logistics ເພື່ອເຊື່ອມຕໍ່ກັບຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນ. ແຕ່ວ່າບັນດາທຸລະກິດຂົນສົ່ງຂະໜາດນ້ອຍ ພາຍໃນປະເທດກໍາລັງປະເຊີນກັບຄວາມແກ້ງແຍ້ງແຂ່ງຂັນຫລາຍຂຶ້ນ ເມື່ອມີທາງລົດໄຟຄວາມໄວສູງແລະດ້ານອື່ນໆ ດັ່ງທີ່ເຈົ້າຂອງບໍລິສັດຂົນສົ່ງໃຊ້ລົດຕູ້ເພື່ອຂົນສົ່ງຄົນໂດຍສານ ຈາກນະຄອນຫລວງວຽງຈັນ ໄປເມືອງກາສີ, ວັງວຽງ ແລະຫລວງພະບາງນັ້ນ ເລົ່າສູ່ຟັງວ່າ.

(ເຈົ້າຂອງລົດຕູ້ປະຈໍາເສັ້ນທາງວຽງຈັນ-ກາສີ)

“ມັນວ່າຖ້ຽວບໍ່ໄດ້ນະ ມັນມີຫລາຍທາງເລືອກນະ ມັນໂທມາ ກະໄດ້ໄປໂລດນະ ກະມີໝູນກັນຫັ້ນລະ ຄົນກະເຮັດເປັນຖ້ຽວໄລ່ກັນ ຄົນມັນກະຫາກມີຢູ່ຄົນຫັ້ນນະ ຄົນກະມີຢູ່ມື້ນຶ່ງສອງສາມຖ້ຽວ ຄົນນ້ອຍເຂົາຈະໝູນໆກັນໄປ ກະຍ້ອນວ່ານໍ້າມັນມັນແພງຫັ້ນນະ”.

ກະຊວງໂຍທາທິການແລະຂົນສົ່ງ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
ກະຊວງໂຍທາທິການແລະຂົນສົ່ງ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.

ພ້ອມກັນນັ້ນ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງໃນກົມຂົນສົ່ງຂອງກະຊວງໂຍທາ ແລະຂົນສົ່ງ ກ່າວວ່າ ການຂົນສົ່ງຂອງບໍລິສັດລາວ ຜ່ານແດນອອກໄປຕ່າງປະເທດນັ້ນ ກໍຂ້ອນຂ້າງວ່າ ປະສົບຄວາມຫຍຸ້ງຍາກ ໃນການແຂ່ງຂັນ ກັບບໍລິສັດຂອງຕ່າງປະເທດ ເຊັ່ນຫວຽດນາມ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

(ພະນັກງານອະວຸໂສ ກົມໂຍທາທີ່ກ່ຽວຂ້ອງ)

“ມີມັນກະບໍ່ຫລາຍ ເຂົາຂົນສົ່ງເປັນທອງແດງ ເປັນເຫລັກອີ່ຫຍັງ ເປັນຫີນລະ ເບີດ ຫີນຫຍັງນີ້ແຫລະ ເຂົາເອີ້ນວ່າຫີນ ພວກຢູ່ທ່າແຂກເຂົາຂົນສົ່ງຫີນກາວ ກະນໍາໃຊ້ລົດຝ່າຍລາວ ແຕ່ເຈົ້າຂອງມັນກະບໍ່ແມ່ນລາວນະ ແມ່ນຫວຽດ”.

ສ່ວນບໍລິສັດຂົນສົ່ງສິນຄ້າຂອງລາວທີ່ສະໜອງການບໍລິການ ແກ່ໂຄງການຊ່ວຍ ເຫລືອຂອງສາກົນນັ້ນ ກໍຍັງພໍດໍາເນີນກິດຈະການໄປໄດ້ດີຢູ່ ດັ່ງທີ່ເຈົ້າຂອງບໍລິ ສັດຂົນສົ່ງສິນຄ້າທ່ານນຶ່ງ ເລົ່າສູ່ຟັງວ່າ:

(ເຈົ້າຂອງລົດຂົນສົ່ງສິນຄ້າ)

“ເອີກະພໍມີຢູ່ ພາກເໜືອກະມີ ພາກໃຕ້ກະມີ ສິນຄ້າຫຍັງ ເຂົ້າໂຄງການອາຫານໂລກກະເປັນບາງຊ່ວງໄປຕາມອັນນັ້ນຫັ້ນແຫລະ ມັນຂຶ້ນກະຂຶ້ນນໍາເຂົາ ຄ່າຂົນ ສົ່ງຕາມນໍ້າມັນເຣດຂອງນໍ້າມັນເຊື້ອໄຟຂຶ້ນມື້ໃດເຮົາກະປັບຂຶ້ນມື້ນັ້ນແຫລະ”.

ເຖິງຢ່າງໃດກໍຕາມສໍາລັບບໍລິສັດຂົນສົ່ງທີ່ໃຫຍ່ ແລະມີທຶນຫລາຍ ເຊັ່ນບໍລິສັດ Vientiane Logistic Park ບໍລິສັດໂຊກໄຊກຣຸບ ບໍລິສັດຂົນສົ່ງລາວເພຣດ ບໍລິສັດຂົນສົ່ງ ທຽນສື່ຈໍາກັດ ບໍລິສັດອື່ນໆ ເຊິ່ງເປັນບໍລິສັດຂອງລາວ ແລະຕ່າງປະເທດ ແມ່ນໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໂຄງການ Lao Logistic Link ທີ່ເຊື່ອມຕໍ່ ລາວ-ຈີນ-ໄທ-ຫວຽດນາມ ດ້ວຍທາງລົດໄຟ ແລະການພັດທະນາລາວ ເປັນສູນກາງການເຊື່ອມຕໍ່ດ້ານ Logistic ລະຫວ່າງ ປະ ເທດຢ່າງຄົບວົງຈອນ ລາຍງານວ່າ ການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລາວ-ໄທ-ຈີນ ເຊື່ອມຕໍ່ກັນໄດ້ດ້ວຍລະບົບໃຫ້ບໍລິການ ແລະການກວດກາແບບປະຕູດຽວ ຢູ່ທີ່ສູນ Logistic ທ່ານາແລ້ງ ເມື່ອເດືອນກໍລະກົດ ປີ 2022 ທີ່ຜ່ານມາ, ໂດຍເປັນຜົນຈາກການທີ່ທາງການຈີນ ໄດ້ສ້າງຕັ້ງສູນກວດກາສຸຂະອະນາໄມພືດແລະສັດ ຄົບວົງຈອນ ທີ່ທ່ານາແລ້ງ ເພື່ອຮອງຮັບການຂົນສົ່ງສິນຄ້າໂດຍທາງລົດໄຟ ລາວ-ຈີນ ຢ່າງເປັນທາງການແລ້ວ ໃນປັດຈຸບັນນີ້, ອີງຕາມການລາຍງານຂອງ ຊົງລິດ ໂພນເງິນ ນັກຂ່າວຂອງວີໂອເອ ໄດ້ສະເຫນີໄປເມື່ອມໍ່ໆມານີ້.

ສະຫລຸບແລ້ວ ການທີ່ລາວມີການຮ່ວມມືກັບປະເທດເພື່ອນບ້ານ ແລະກໍາລັງເລີ້ມພັດທະນາປະເທດ ເພື່ອແນໃສ່ໃຫ້ກາຍເປັນສູນກາງເຊື່ອມຕໍ່ດ້ານ Logistic ນັ້ນ ແມ່ນໄດ້ເຮັດໃຫ້ທຸລະກິດຂົນສົ່ງຂະໜາດນ້ອຍຂອງລາວປະເຊີນ ກັບການແຂ່ງຂັນສູງ ແລະຍາກທີ່ຈະຂະຫຍາຍຕົວໄດ້.

XS
SM
MD
LG