ການສະຫລອງວັນຄູແຫ່ງຊາດລາວໃນ ຜ່ານມານີ້ ເຕັມໄປດ້ວຍບັນຍາກາດອັນຄຶກຄື້ນ
ຕາມໂຮງຮຽນ ແລະສະຖາບັນຕ່າງໆ ໃນທົ່ວປະເທດ ແຕ່ວ່າ ກໍມີຄູບາງຄົນທີ່ບໍ່ໄດ້ຖືກ
ບັນຈຸເຂົ້າເປັນພະນັກງານ ພາຍຫລັງທີ່ໄດ້ອາສາສະໝັກສອນມາໄດ້ຫລາຍປີ ກັບມີ
ຄວາມຮູ້ສຶກທໍ້ຖອຍ ແລະຜິດຫວັງຫລາຍ. ຕໍ່ສະພາບການນີ້ ເຈົ້າໜ້າທີ່ລາວທີ່ກ່ຽວ
ຂ້ອງໃຫ້ການສັງເກດວ່າ ມີຫລາຍສາເຫດ ທີ່ພາໃຫ້ເປັນເຊັ່ນນັ້ນ ໂດຍສະເພາະແມ່ນ
ຈຳນວນຄູທີ່ຮຽນຈົບມາ ແລະຕ້ອງການຢາກສອນຢູ່ໃນຕົວເມືອງແມ່ນເກີນຄວາມຕ້ອງ
ການ ໃນຂະນະທີ່ເດັກນ້ອຍ ຢູ່ໃນເຂດດັ່ງກ່າວ ມີທ່າອ່ຽງເພີ້ມຂຶ້ນ ຊ້າໆ. ນັກຂ່າວວີໂອ
ເອຂອງພວກເຮົາ ມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ວັນຄູແຫ່ງຊາດລາວຫາກໍຜ່ານໄປໃນວັນທີ 7 ຕຸລາຜ່ານມານີ້, ທ້າມກາງການສະເຫລີມ
ສະຫລອງກັນຢູ່ຕາມໂຮງຮຽນ ແລະສະຖາບັນການສຶກສາຊັ້ນສູງຕ່າງໆ ຢ່າງຄຶກຄື້ນໃນ
ທົ່ວປະເທດຢູ່ນັ້ນ,ທາງວີໂອເອກໍໄດ້ສຳພາດສາວຄູອາສາສະໝັກຄົນນຶ່ງທີ່ຮັບໃຊ້ເປັນຄູ
ສອນມາໄດ້ຫລາຍປີ ພາຍຫລັງທີ່ຮຽນຈົບມາດ້ວຍຄວາມໝາຍໝັ້ນຕັ້ງໃຈວ່າຈະໄດ້ເປັນ
ຄູທີ່ຖືກບັນຈຸເປັນເຂົ້າເປັນພະນັກງານລັດໃນເວລາບໍ່ໄວກໍຊ້າ ແຕ່ກໍປະສົບກັບຄວາມຜິດ
ຫວັງ. ອີງຕາມການໃຫ້ສໍາພາດນາງຄູບິກ ຈາກບ້ານຈອມເພັດ ໃນນະຄອນຫລວງວຽງ
ຈັນເລົ່າເຖິງຄວາມຮູ້ສຶກມັກຮັກອາຊີບຄູຂອງນາງສູ່ຟັງວ່າ:
“ຂ້າພະເຈົ້າກໍ່ແມ່ນຄົນນຶ່ງເນາະມີ ຄວາມໄຝ່ຝັນຢາກເປັນຄູ ແລະກໍໄດ້ໄປຮຽນຄູ
ແລະຈົບຄູມາແຕ່ປີ 2005 ຕອນນັ້ນຍັງບໍ່ໄດ້ເຂົ້າລັດຖະກອນ ໄປສອນຢູ່ໂຮງຮຽນ
ເອກກະຊົນເປັນຈໍານວນຫຼາຍປີເນາະ 8-9 ປີ. ຄືເລີ້ມແຕ່ປີ 2006 ຮອດ 2014 .
ຂ້າພະເຈົ້າຈົບປີ 2006 ຂ້າພະເຈົ້າກາໄປສອນໂຮງຮຽນເອກ ກະຊົນຈົນຮອດປີ
2014 ກໍໄປອາສາສອນຢູ່ໂຮງຮຽນລັດແຫ່ງນຶ່ງເປັນຈໍານວນ 4 ປີ 5 ປີ ແຕ່ກໍ່ບໍ່
ໄດ້ເຂົ້າເປັນລັດຖະກອນ, ຂ້າພະເຈົ້າກໍເລີຍລາອອກກ່ອນ,ຂໍໂຈະ. ເພາະສະນັ້ນ
ຂ້າພະເຈົ້າຈຶ່ງຢາກຝາກຜູ້ໃດ ນັກຮຽນ ນັກສຶກສາ ທີ່ຈົບສ້າງຄູລົງມາແລ້ວ ທີ່ວ່າ
ເຂົາເຈົ້າບໍ່ຮັບແລ້ວ ກໍຖືວ່າບໍ່ໃຫ້ຮັບເລີຍກະໄດ້ ທີ່ວ່າຄູອາສາ ມີແຕ່ວ່າຕົວເລກ
ບໍ່ມີກະໃຫ້ເຂົາເຈົ້າໄປເສັງເອົາເລີຍ ຄັນໃຜເສັງໄດ້ກະຖືວ່າບໍ່ໄດ້ ຄືວ່າບໍ່ໃຫ້ຮັບ
ເລີຍພວກອາສາ ເພາະວ່າ ຄົນທີ່ໄປອາສາຫຼາຍຄົນຄືຂ້າພະເຈົ້າເສຍກໍາລັງໃຈ
ເພາະອາສາຢູ່ຕັ້ງ 4-5 ປີ ນໍ້າມັນລົດເດືອນລະສອງແສນກີບ ເສຍທັງເວລາ, ເສຍ
ທັງກໍາລັງໃຈ, ເສຍທັງແນວຄິດເນາະ.”
ຕໍ່ສະພາບສິ້ນຫວັງ ຍ້ອນບໍ່ໄດ້ການເຂົ້າເປັນຄູໃນລະບົບໂຮງຮຽນລັດນີ້ ນາງຈຶ່ງໄດ້ຕັດ
ສິນໃຈອອກໄປປະກອບອາຊີບເຮັດທຸລະກິດສ່ວນຕົວກາຍເປັນແມ່ຄ້າຂາຍເຄື່ອງອອນ
ລາຍສົ່ງໃຫ້ລູກຄ້າພາຍໃນທຸກແຂວງທົ່ວປະເທດ, ສ່ວນສາວຄູອາສາສະໝັກບາງຄົນ ກໍເສຍແນວຄິດ ຫລາຍເຖິງຂັ້ນ ເດີນໄປຕາມເສັ້ນທາງຊີວິດ ທີ່ມືດມົວຕໍ່ອະນາຄົດຂອງ
ເຂົາເຈົ້າ ເຊັ່ນຕິດຢາເສບຕິດ ແລະອື່ນໆ ຊຶ່ງນາງຄູບິກໄດ້ໃຫ້ເລົ່າເຖິງເລື້ອງນີ້ວ່າ:
“ສົມມຸດຄືຂ້າພະເຈົ້າຍັງມີສະຕິ ຍັງຕັ້ງຫຼັກບໍ່ໄດ້ໄປຄິດໃນທາງທີ່ລົບ ກະຄືໝູ່ຄູ່ບາງ
ຄົນນີ້ ອາສາມາຫຼາຍປີຄືກັນນໍ ບາງຄົນກໍລາອອກ ກໍເສຍຄວາມຄິດ ບາງຄົນກໍໄປ
ເສເພເກເມົາໄປເຮັດໃນທາງທີ່ບໍ່ດີ ໂຕນໄປຫາເງິນທາງອື່ນບໍ່ ໄປໃຊ້ບໍລິການໃນ
ສິ່ງທີ່ບໍ່ດີຊັກຊວນໄປເຮັດໃນສິ່ງບໍ່ດີກະມີ, ຄັນຊັ້ນກະຝາກນໍ ໃຫ້ເບິ່ງຄືນບັນດາຄູ
ອາສາ ຫຼື ພະນັກງານພັກລັດສາຂາອື່ນທີ່ເຂົາເຈົ້າອາສາແນ່ນໍ ”
ກ່ຽວກັບເລື້ອງນີ້ທາງວີໂອເອກໍໄດ້ສໍາພາດທ່ານ ສົມບູນ ມາສຸວັນ ຈາກຫ້ອງການເລ
ຂາຄະນະກຳມາທິການແຫ່ງຊາດເພື່ອ ຢູແນັສໂກ ແລະອະດີດພະນັກງານໃນກົມ
ສາມັນສຶກສາຂອງກະຊວງສຶກສາ ແລະກິລາຂອງລາວ ຊຶ່ງທ່ານໃຫ້ຄຳເຫັນວ່າ :
“ດຽວນີ້ຄົນຢາກເປັນຄູຫຼາຍແລ້ວ ແຕ່ບັນຫາຢູ່ບ່ອນວ່າຄົນຢາກເປັນຄູຫຼາຍແລ້ວ. ແຕ່ວ່າມັນມີບັນຫາຢູ່ວ່າ ຄົນຢາກມາເປັນຄູແລ້ວ ເຮົາກໍສາມາດຄັດເອົາຜູ້ທີ່ເກັ່ງ
ມາຮຽນຄູໄດ້ຫຼາຍຂຶ້ນ, ອັນນີ້ ອັນໜຶ່ງ. ແຕ່ວ່າບັນຫາມັນຢູ່ບ່ອນວ່າ ຖ້າພວກນີ້
ຮຽນຈົບໄປແລ້ວຈະບໍ່ສາມາດບັນຈຸເຂົ້າເປັນລັດຖະກອນໄດ້ຫັ້ນນະ, ຍັງເຫຼືອແຕ່
ພວກເກົ່າທີ່ຍັງບໍ່ທັນໄດ້ບໍານານຫັ້ນ, ບັນຫາຢູ່ຫັ້ນແຫຼະ.”
ນອກຈາກນັ້ນແລ້ວ ກໍຍັງບໍ່ມີຄວາມສອດຄ່ອງກັນໃນດ້ານການຝຶກອົບຮົມໃຫ້ ສອນ
ວິຊາຕ່າງໆ ກັບສະພາບຄວາມຕ້ອງການຕົວຈິງຂອງການຮຽນການສອນ ໃນໂຮງຮຽນ
ຫລາຍແຫ່ງ ຊຶ່ງທ່ານສົມບູນໃຫ້ເຫດຜົນຕໍ່ໄປວ່າ:
“ດຽວນີ້ບັນຫາຂອງເຮົາຄືຄູເຫຼືອບໍ່ພໍ ໝາຍຄວາມວ່າ ເຫຼືອວິຊາທີ່ບໍ່ຕ້ອງການຍົກຕົວ
ຢ່າງ ວິຊາຄະນິດສາດ ທີ່ເຮົາຕ້ອງການແຕ່ມີບາງຄົນຜັດຈົບພາສາອັງກິດຫຼາຍກວ່າ
ມັນກະສອນບໍ່ໄດ້, ຈົບວິຊາພາສາລາວ ພັດສອນວິຊາເລກຄະນິດສາດ ແລະຟີຊິກ
ສາດ ຜັດບໍ່ໄດ້ ອັນນີ້ແມ່ນອັນນຶ່ງ.”
ເຫດຜົນທ້າຍສຸດ ທ່ານບອກວ່າ ຄູຢູ່ໃນຕົວເມືອງຫລາຍຈົນເຫລືອຄວາມ ຕ້ອງການ ທີ່ຮຽນຈົບມາຕ່າງກໍຢາຊອກສອນຢູ່ໃນຕົວເມືອງ. ທ່ານເວົ້າວ່າ ທັງນີ້ ກໍເພາະວ່າ ມີຄົນ “ຢາກຢູ່ຕົວເມືອງຫຼາຍ. ແຕ່ຈໍານວນນັກຮຽນຜັດມີໜ້ອຍລົງ ຍ້ອນມີການຄວບຄຸມກໍາ
ເນີດ, ຍ້ອນເສດຖະກິດຕ່າງໆຫັ້ນລະ. ບາງຄົນກໍມີລູກໜ້ອຍ ຈໍານວນນັກຮຽນກໍມີ
ໜ້ອຍລົງ, ບາງໂຮງຮຽນກໍມີນັກຮຽນ 8-9 ຄົນ ນາຍຄູມີ 2-3 ຄົນ. ສະນັ້ນຈໍາເປັນ
ຕ້ອງໄດ້ໄປເຂົ້າບ່ອນອື່ນ, ແລ້ວມັນຈະມີຄູເຫລືອ. ບາດຢູ່ຊົນນະນະບົດຫັ້ນຄົນຜັດ
ບໍ່ຢາກໄປ ອີກອັນນຶ່ງເຫຼືອບໍ່ພໍນີ້. ບ່ອນຫຍຸ້ງຍາກຜັດບໍ່ພໍ, ບ່ອນສະດວກຜັດເຫຼືອ
ແລະ ເຫຼືອແງ່ນຶ່ງແມ່ນກ່ຽວກັບວິຊາ ບາງວິຊາທີ່ເວົ້າ. ສະພາບອັນນີ້ກໍຄິດຫາວິທີ
ແກ້ໄຂຢູ່ວ່າຈະເຮັດແນວໃດຊິຕ້ອງບັງຄັບໄປສອນໄດ້ບໍຕ້ອງໄດ້ຄໍານຶງເຖິງຫຼາຍ
ດ້ານເພາະຄອບຄົວຂອງເຂົາເຈົ້າຢູ່ຕົວເມືອງກໍມີ.”
ສະຫລຸບແລ້ວ ການທີ່ລັດຖະບານລາວບໍ່ສາມາດບັນຈຸຄູໃຫ້ເຂົ້າເປັນລັດຖະກອນ ຢູ່ໃນຕົວເມືອງໄດ້ນັ້ນ ມີຜົນກະທົບຕໍ່ພວກຄູໜຸ່ມນ້ອຍທີ່ ຍອມສູ້ ຊົນອົດທົນເປັນ ຄູອາສາສະໝັກໂດຍບໍ່ໄດ້ຮັບຄ່າຕອບແທນຫຍັງ ຕັ້ງຫລາຍປີ ເຮັດໃຫ້ເຂົາເຈົ້າໝົດ
ກໍາລັງໃຈ. ແຕ່ໃນຂະນະດຽວກັນສະພາບ ດັ່ງກ່າວນັ້ນ ກໍສືບເນື່ອງມາຈາກ ຫລາຍ
ບັນຫາ ເຊັ່ນ ຄູເກົ່າຍັງເຫລືອຢູ່ ໃນລະບົບຂອງໂຮງຮຽນລັດນັ້ນຫລາຍຢູ່, ໂດຍ
ສະເພາະຢູ່ໃນເຂດຕົວເມືອງໃຫຍ່ ແລະການຝຶກອົບ ຮົມຄູກໍບໍ່ແທດເໝາະ ກັບຄວາມ
ຕ້ອງການວິຊາການຮຽນ ການສອນຢູ່ໃນ ເຂດຕ່າງໆ ຂອງປະເທດ ຕະຫລອດທັງ
ຍັງຂາດສິ່ງດຶງດູດເອົາຄູໃຫ້ໄປສອນຢູ່ໃນເຂດຊົນນະບົດໃຫ້ ຢູ່ໃນທ້ອງຖິ່ນຕ່າງໆ ທີ່ມີຄວາມຕ້ອງການຄູຫລາຍທີ່ສຸດນັ້ນ ອີກດ້ວຍ.
ອ່ານບົດສະຫລຸດບກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້:
Lao Trained Educators Disappointed and Hopeless in Finding Jobs in Public Schools
Amid the unjoyful celebrations of the National Teachers’ Day in schools and academic institutes across the country last week, many volunteered teachers who worked without any compensation or benefits for several years felt disappointed for being not accepted as civil servant in public school system. According to some officials in Ministry of Education and Sports, this problem stems from many factors, which include over-supply of teachers in the cities, while very few people are willing to go to teach in rural areas, where they are needed the most. Another factor is the fact that many teachers are not trained in the majors that are needed, such as mathematics in the public schools they want to work for.