ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນ ກຳມະບານລາວ ຕ້ອງການ ຂຶ້ນອັດຕາ ຄ່າຈ້າງຂັ້ນຕໍ່າ


ພວກພະນັກງານລາວ ຢູ່ໂຮງງານແຫ່ງນຶ່ງ.
ພວກພະນັກງານລາວ ຢູ່ໂຮງງານແຫ່ງນຶ່ງ.

ສະຫະພັນກຳມະບານລາວຕ້ອງການໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 9 ແສນກີບ
ເປັນ 1 ລ້ານ 2 ແສນກີບ ຕໍ່ເດືອນ ສ່ວນນາຍຈ້າງ ຕ້ອງການປັບຂຶ້ນ ເປັນ 1 ລ້ານກີບ ລັດຖະບານຈຶ່ງໄດ້ອະນຸມັດ 1 ລ້ານ 1 ແສນກີບ.

ລິງໂດຍກົງ

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະສະວັດ ດີການ
ສັງຄົມ ຢືນຢັນວ່າ ຄະນະລັດຖະບານລາວໄດ້ອະນຸມັດການປັບຂຶ້ນອັດ ຕາຄ່າຈ້າງຂັ້ນ
ຕໍ່າສຳລັບແຮງງານຈາກ 9 ແສນກີບເປັນ 1 ລ້ານ 1 ແສນກີບ ຫຼືປະມານ 133 ໂດລາ
ສະຫະລັດ ຕໍ່ເດືອນ ແລະໃຫ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ພຶດສະ
ພາປີ 2018 ເປັນຕົ້ນມານັ້ນໄດ້ເກີດຂຶ້ນພາຍຫຼັງຈາກ ຄະນະກຳມະການ 3 ຝ່າຍ ທີ່ປະ
ກອບດ້ວຍຜູ້ຕາງໜ້າຂອງກະຊວງແຮງງານ ສະພາການຄ້າ ແລະອຸດສາຫະກຳແຫ່ງ
ຊາດ ແລະສະຫະພັນກຳມະບານລາວ ໄດ້ພົບປະເຈລະຈາຕໍ່ລອງກັນນັບເປັນໄລຍະ
ເວລາເຖິງ14 ເດືອນ.

ທັ້ງນີ້ໂດຍກອງປະຊຸມຄະນະກຳມະການ 3 ຝ່າຍດັ່ງກ່າວ ໄດ້ເລີ້ມການພິຈາ ລະນາ
ກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ນັບແຕ່ເດືອນກຸມພາ 2017 ເປັນຕົ້ນ ມາ ໂດຍສະ
ຫະພັນກຳມະບານລາວ ສະເໜີໃຫ້ປັບຂຶ້ນ​ໃນອັດຕາຄ່າຈ້າງຂັ້ນຕໍ່າຈາກ 9 ແສນກີບ
ເປັນ 1 ລ້ານ2 ແສນກີບຕໍ່ເດືອນ ຫາກແຕ່ທາງ​ຝ່າຍສະພາການຄ້າ ແລະອຸດ ສາຫະກຳ
ແຫ່ງຊາດເຫັນວ່າຄວນປັບຂຶ້ນເປັນ 1 ລ້ານກີບຕໍ່ເດືອນ ແລະສາມາດ ຕົກລົງກັນໄດ້ທີ່
1 ລ້ານ 1 ແສນກີບຕໍ່ເດືອນຕາມໜັງສືແຈ້ງການສຳນັກງານ ນາຍົກລັດຖະມົນຕີ ສະບັບ
ເລກທີ 560/ສນຍ ລົງວັນທີ 20 ເມສາ 2018 ທີ່ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະ
ພາປີ 2018 ເປັນຕົ້ນມາ.

ໂດຍສຳລັບຄ່າຈ້າງຂັ້ນຕໍ່າໃນອັດຕາ 9 ແສນກີບຕໍ່ເດືອນນັ້ນ ໄດ້ຈັດຕັ້ງປະຕິ ບັດນັບ
​ຕັ້ງແຕ່ປີ 2015 ເປັນຕົ້ນມາ ຫາກແຕ່ຈາກ​ການເກັບກໍາຂໍ້ມູນກ່ຽວກັບການປະຕິບັດຄ່າ
ຈ້າງແຮງງານຂັ້ນຕໍ່າຢູ່ໃນ 3,053 ຫົວໜ່ວຍທຸລະກິດທົ່ວປະເທດ ໂດຍການສຳພາດ
ແຮງງານທັງໝົດ 85,056 ຄົນ ໃນນີ້ເປັນແຮງງານລາວ 67,524 ຄົນ ທີ່ດຳເນີນການ ໂດຍກະຊວງແຮງງານເມື່ອບໍ່ນານມານີ້ ພົບວ່າຄ່າຈ້າງແຮງງານໃນຂະແໜງກະສິກຳຢູ່
ທີ່ລະດັບ 1 ລ້ານ 1 ແສນກີບ ຂະແໜງອຸດສາຫະກຳ 1 ລ້ານ 2 ກີບ ແລະຂະແໜງບໍລິ
ການ 2 ລ້ານ 5 ແສນກີບຕໍ່ເດືອນຈຶ່ງຈະເຮັດໃຫ້ຜູ້ອອກແຮງງານເຫລົ່ານັ້ນ ສາມາດດຳ
ລົງຊີວິດຢູ່ໄດ້ໃນສະພາວະຄ່າຄອງຊີບໂຕຈິງໃນປັດຈຸບັນ.

ທາງດ້ານທ່ານໄຊພອນ ພົມປະດິດ ປະທານສະຫະພັນກຳມະບານ ແຂວງບໍ່ແກ້ວກໍ ຢືນຢັນວ່າການປັບຂຶ້ນອດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວ ຖືວ່າມີຄວາມເໝາະສົມ ເພາະ
ເປັນການເກື້ອກູນກັນລະຫວ່າງ ຜູ້ໃຊ້ແຮງງານກັບຜູ້ອອກແຮງງານ ເພື່ອໃຫ້ຕ່າງຝ່າຍ
ຕ່າງສາມາດທີ່ຈະຢູ່ລອດໄດ້ ໃນສະພາວະປັດຈຸບັນ ດັ່ງທີ່ທ່ານໄຊພອນ ຢືນຢັນວ່າ:

“ການນຳໃຊ້ຄ່າແຮງງານຂັ້ນຕໍ່າຈາກ 9 ແສນເປັນ 1 ລ້ານ 1 ແສນກີບ ກະຖືວ່າ
ເປັນພື້ນຖານອັນນຶ່ງ ເພື່ອເປັນການກະຕຸກຊຸກຍູ້ໃຫ້ແກ່ກຳມະກອນໄດ້ມີຄວາມ
ຕັ້ງໜ້າຕໍ່ໜ້າທີ່ວຽກງງານ ແລະມາເບິ່ງແລ້ວຄັນວ່າພວກເຮົາຫາກຂຶ້ນເກີນໃນລະ
ດັບ 1 ລ້ານ 1 ແສນກີບ ມັນກໍຈະມີຜົນສະທ້ອນຫຼາຍອັນຕໍ່ພາກສ່ວນບໍລິສັດ ຕ່າງໆ ສະນັ້ນຢູ່ໃນລະດັບ 1 ລ້ານ 1 ແສນກີບ ກະ​ຖື​ວ່າ​ໃນ​ປັດຈຸບັນ​ນີ້ ມັນກໍຈະມີຜົນສະ
ທ້ອນຫຼາຍ ອັນ ຕໍ່ພາກສ່ວນບໍລິສັດຕ່າງໆ ສະນັ້ນຢູ່ໃນລະດັບ 1 ລ້ານ 1 ແສນກີບ
ກະຖືວ່າ ຢູ່ໃນປັດຈຸບັນນີ້ ຖ້າວ່າທຽບໃສ່ຄ່າຄອງຊີບກະຖືວ່າ ພວກເຮົາກະສາ
ມາດ
ຢູ່ລອດໄດ້.”

ແຕ່ຢ່າງໃດກໍຕາມການທີ່ແຮງງານລາວສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຝີມືຊາວ ຕ່າງປະ​ເທດທີ່ໄດ້ຂຶ້ນທະບຽນໄວ້ກັບກະຊວງແຮງງານຈຳນວນ 22,766 ຄົນ ແລະເຊື່ອວ່າມີອີກ
ວ່າ 30,000 ຄົນ ທີ່ຍັງບໍ່ຂຶ້ນທະບຽນຢ່າງຖືກຕ້ອງ.

ນອກຈາກນີ້ການທີ່ລາວບໍ່ສາມາດຕອບສະໜອງແຮງງານມີຝີມື ໃຫ້ກັບບໍລິສັດຕ່າງຊາດ
ໃນລາວໄດ້ຢ່າງພຽງພໍນັ້ນຍັງເຮັດໃຫ້ລັດຖະບານລາວຕ້ອງໃຫ້ຈ້າງແຮງງານຕ່າງຊາດ
ໄດ້ຫຼາຍໝື່ນຄົນ ໃນຂະນະທີ່ແຮງງານລາວສ່ວນຫຼາຍພາກັນເດີນທາງໄປເຮັດວຽກຢູ່ໃນ
ໄທ ເພາະໄດ້ຄ່າຈ້າງສູງກວ່າໃນລາວກໍຍັງເຮັດໃຫ້ເກີດບັນຫາຂາດແຄນແຮງງານໃນ
ລາວເພີ້ມຂຶ້ນນັບ​ມື້ອີກດ້ວຍ ໂດຍກະຊວງແຮງງານໄທອະນຸຍາດໃຫ້ແຮງງານລາວເຮັດ
ວຽກໃນໄທຢ່າງຖືກຕ້ອງ 158,000 ກວ່າຄົນໃນປັດຈຸບັນ.

XS
SM
MD
LG