ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂ. ​ຜົ້ງສາລີ ກາຍ​ເປັນ​​ເຂດ​ ເຊື່ອມ​ຕໍ່ດ້ານ ທ່ອງທ່ຽວ ລະຫວ່າງ​ ດຽນບຽນຟູ ​ກັບ​ ​ຫຼວງ​ພະ​ບາງ


ໝູ່ບ້ານຊົນເຜົ່າອາຂ່າ ໃນແຂວງຜົ້ງສາລີ
ໝູ່ບ້ານຊົນເຜົ່າອາຂ່າ ໃນແຂວງຜົ້ງສາລີ

ແຂວງ​ຜົ້ງສາລີກາຍ​ເປັນເຂດ​ເຊື່ອມ​ຕໍ່ການທ່ອງທ່ຽວລະຫວ່າງ​ເມືອງ​ດຽນບຽນຟູ ​ໃນ​ຫວຽດນາມກັບ​ແຂວງ​ຫລວງ​ພະ​ບາງ ທີ່​ບັນດາ​ນັກ​ທ່ອງ​ທ່ຽວທັງ​ຈາກ​ຢູ​ໂຣບ ​ແລະ​ຈີນ​ນິຍົມ​ຊົມ​ຊອບ​ຫລາຍ​ຂຶ້ນນັບ​ມື້.

ທ່ານອູ່​ຄໍາ ຕຸລາ​ພັນ ຮອງ​ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ
ແຂວງ​ຜົ້ງສາລີ ​ໃຫ້ການ​ຢືນຢັນ​ວ່າ ບັນດາ​ນັກ​ທ່ອງ​ທ່ຽວຈາກ​ຢູ​ໂຣບ ​ແລະ​ຈີນ​ໄດ້​ເດີນ
ທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນແຂວງຜົ້ງສາລີ ຫລາຍ​ຂຶ້ນນັບ​ມື້ ​ໂດຍ​ການທ່ອງທ່ຽວສ່ວນ​
ຫລາຍ​ຈະ​ເນັ້ນໜັກ​ໄປ​ໃນ​ດ້ານ​ວັດທະນາ​ທໍາ​ບັນດາ​ຊົນ​ເຜົ່າ ຊຶ່ງ​ໃນ​ປີ 2017 ຜ່ານມາ​ກໍ
​ປາກົດ​ວ່າມີ​ນັກ​ທ່ອງ​ທ່ຽວຈາກ​ຢູ​ໂຣບ ​ແລະ​ຈີນ​ຈໍານວນ​ຫລາຍ​ກວ່າ 2 ​ແສນ​ຄົນທີ່ເດີນ
ທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນແຂວງຜົ້ງສາລີ ​ແລະ​ທີ່​ສໍາຄັນ​ກໍ​ຄື ບັນດາ​ນັກ​ທ່ອງ​ທ່ຽວ​ເຫລົ່າ
ນີ້ຍັງ​ພາກັນ​ນໍາ​ໃຊ້ແຂວງຜົ້ງສາລີ ​ເປັນ​ເຂດ​ເຊື່ອມ​ຕໍ່ການ​ເດີນທາງ​ໄປ​ມາ​ລະຫວ່າງ​ເມືອງ​
ດຽນບຽນຟູ​ໃນ​ຫວຽດນາມ ກັບ​ແຂວງ​ຫລວງ​ພະ​ບາງ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ອູ່​ຄໍາ​ຢືນຢັນ​ວ່າ
“ສະຖານ​ທີ່​ທ່ອງ​ທ່ຽວທີ່​ໂດດ​ເດັ່ນ​ກວ່າໝູ່ຢູ່​ໃນແຂວງ​ຜົ້ງສາລີນີ້​ແມ່ນ​ລາຍການ​ຢ້ຽ​ມ
ຢາມ ໝູ່ບ້ານຊົນ​ເຜົ່າ ​ແລ້ວ​ກໍ​ກວມ 69 ໝູ່ບ້ານ ຢູ່​ເມືອງຜົ້ງສາລີ ​ໄປ​ຫາ​ຊົນ​ເຜົ່າ​ອາ​
ຂ່າ ​ແລະ​ວກາ​ເມືອງ​ບຸນ​ເໜືອ ​ເຂົ້າ​ໄປ​ຫາ​ຊົນ​ເຜົ່າ​ພູ​ນ້ອຍອາ​ຂ່າ ​ແລ້ວກໍ​ເມືອງ​ບຸນ​ໃຕ້.
​ແລ້ວ​ກໍ​ອີກ​ດ້ານ​ນຶ່ງ ທີ່​ເປັນ​ແມ່​ແຮງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຫັ້ນ ມັນ​ເປັນ​ທາງ​ຜ່ານ​ລະ
ຫວ່າງດຽນບຽນຟູ​ໄປ​ຫາ​ຫລວງ​ພະ​ບາງ ​ແລ້ວ​ກໍ​ຫລວງ​ພະ​ບາງ​ໄປ​ຫາດຽນບຽນຟູ​.
ນັກ​ທ່ອງ​ທ່ຽວສ່ວນ​ຫລາຍ​ຈະແມ່ນ​ນັກ​ທ່ອງ​ທ່ຽວຊາວ​ຢູ​ໂຣບ ມາ​ລົງ​ຢູ່ດຽນບຽນຟູ​ ​
ແລ້ວ​ຜ່ານເຂົ້າມາ​ດ່ານ​ເຕ່ຍຈາງ ​ແລ້ວ​ກະ​ມາ​ອອກ​ຢູ່​ເມືອງ​ຂວາ​ເນາະ. ນອກຈາກ​
ນັ້ນກໍ​ມີ​ນັກ​ທ່ອງ​ທ່ຽວຈີນ.”

ທີວທັດເມືອງດຽນບຽນຟູຂອງຫວຽດນາມ
ທີວທັດເມືອງດຽນບຽນຟູຂອງຫວຽດນາມ

ຕະຫລອດປີ 2017 ຜ່ານມານີ້ ນັກທ່ອງທ່ຽວຕ່າງ​ຊາ​ດເດີນທາງ​ເຂົ້າມາ​ທ່ອງ​ທ່ຽວໃນ
ແຂວງຫຼວງພະບາງທັງໝົດ 472,942 ຄົນ ກໍໄດ້ເປັນຜົນເຮັດໃຫ້ພາກທຸລະກິດ ບໍລິ
ການແລະທ່ອງທ່ຽວ ໃນແຂວງຫຼວງພະບາງ ມີລາຍຮັບຮວມ ຫຼາຍກວ່າ 170 ລ້ານໂດລາ
ຊຶ່ງ​ກໍ​ມີ​ສ່ວນ​ຢ່າງ​ສໍາຄັນ ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ຂອງ​ແຂວງ​ຫລວງ​ພະ​ບາງ​ເພີ້ມຂຶ້ນ
​ໃນ​ລະດັບ 8.4 ​ເປີ​ເຊັນ ​ແລະລາຍຮັບສະເລ່ຍຂອງປະຊາ​ເພີ້ມສູງຂຶ້ນ​ເປັນ 1,740 ​ໂດ​ລາ
ຕໍ່ຄົນ​ໃນ​ປີ 2017 ທັງ​ຍັງ​ປາ​ກົດ​ວ່າປະຊາຊົນທີ່ຢູ່ ໃນເຂດບ້ານພັດທະນາຫຼືທີ່ມີການພັດ
ທະນາລະບົບພື້ນຖານໂຄງລ່າງຢ່າງດີແລ້ວນັ້ນກໍມີສະເລ່ຍໄດ້ສະເລ່ຍສູງເຖິງ 4 ພັນ ໂດ
ລາ ຕໍ່ຄົນ ໃນປີດຽວກັນ ອີກ​ດ້ວຍ.

ເສັ້ນທາງເຊື່ອມຕໍ່ລະຫວ່າງ ດຽນບຽນຟູຂອງຫວຽດນາມ ກັບຫລວງພະບາງ ໂດຍຜ່ານແຂວງຜົ້ງສາລີ
ເສັ້ນທາງເຊື່ອມຕໍ່ລະຫວ່າງ ດຽນບຽນຟູຂອງຫວຽດນາມ ກັບຫລວງພະບາງ ໂດຍຜ່ານແຂວງຜົ້ງສາລີ

ສໍາລັບໃນປີ 2018 ນີ້ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງ
ຫຼວງພະບາງ ກໍໄດ້ວາງເປົ້າໝາຍໄວ້ວ່າຈະດຶງ​ດູດ​ເອົານັກທ່ອງທ່ຽວ 785 ພັນຄົນ
ໃນນີ້​ແບ່ງເປັນນັກທ່ອງທ່ຽວຕ່າງຊາດ 550 ພັນກວ່າຄົນ ແລະນັກທ່ອງທ່ຽວພາຍໃນ
ຫຼາຍກວ່າ235 ພັນຄົນໂດຍເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍເກີນກວ່າ
20 ເປີເຊັນ ອັນຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນແຂວງຫຼວງພະບາງມີລາຍ
ຮັບຫຼາຍກວ່າ 205 ລ້ານໂດລາ.

ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກ
ຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າຊາວຫຼວງພະບາງ ຍັງຮັກສາໄດ້ທັງ
ວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະຫວັດສາດ ແລະທຳມະຊາດ
ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາທີ່ຕົກລົງໄວ້ກັບອົງການ
UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ.

ສຳລັບ ໃນປີ 2018 ອັນເປັນປີທ່ອງທ່ຽວຂອງລາວ ດ້ວຍນັ້ນ ທາງການແຂວງ
ຫຼວງພະບາງ ໄດ້ວາງແຜນສົ່ງເສີມການທ່ອງທ່ຽວດ້ວຍ 7 ກິດຈະກຳຫຼັກຄືງານ
ປະກວດຂັບລຳພື້ນເມືອງ ຫຼວງພະບາງ ງານສະຫຼອງປີທ່ອງທ່ຽວລາວ 2018
ງານບຸນສົງການປີໃໝ່ລາວ ກິດຈະກຳຂີ່ລົດຖີບ ງານມະໂຫລານຮູບເງົາ ງານທີ່ສະ
ທ້ອນໃຫ້ເຫັນເຖິງຄວາມເປັນຫຼວງພະບາງ ແລະງານສຳມະນາວ່າດ້ວຍການທ່ອງ
ທ່ຽວແບບຍືນຍົງ ທັງຍັງຈະະມີງານບຸນປະເພນີ ຢູ່ເມືອງຕ່າງໆອີກເຖິງ 30 ກິດຈະ
ກຳອີກດ້ວຍ.

ໂດຍໃນປັດຈຸບັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ-ຣີສອຣ໌ຕ 76 ແຫ່ງ, ບ້ານ
ພັກ 327 ແຫ່ງ ແລະຮ້ານອາຫານ 286 ແຫ່ງ ທີ່ຖືວ່າເປັນສ່ວນປະກອບສຳຄັນ ໃນ
ແຜນການ ພັດທະນາການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານ
ລາວ ໄດ້ວາງເປົ້າໝາຍທີ່ຈະສ້າງລາຍຮັບໃນພາກບໍລິການແລະທ່ອງທ່ຽວ ໃຫ້ໄດ້
ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020 ດ້ວຍການດຶງດູດນັກທ່ອງທ່ຽວຊາວຕ່າງ
ຊາດໃຫ້ໄດ້ເຖິງ 6 ລ້ານຄົນ ແລະ​ສະ​ເພາະ​ໃນ​ປີນີ້ ທາງ​ການ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ
​ທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານຄົນ ເພື່ອເຮັດໃຫ້ພາກບໍລິ
ການຂອງລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ປີ 2017
ຜ່ານ​ມາ ກໍ​ມີ​ຊາວ​ຕ່າງ​ຊາດ​ເດີນທາງເຂົ້າມາ​ໃນລາວ 308 ລ້ານ​ກວ່າ​ຄົນ ຊຶ່ງ​ຫລຸດ​ລົງ
​ເຖິງ 8.73 ​ເປີ​ເຊັນ ທຽບ​ໃສ່​ປີ 2016.

XS
SM
MD
LG