ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຫັນສູ່ ການທ່ອງທ່ຽວ ແບບທຳມະຊາດ ເພື່ອສົ່ງເສີມ ການຂະຫຍາຍຕົວ


ພາບຖ່າຍ ແມ່ນ້ຳຂອງຍາມຕາເວັນຕົກ ທີ່ໄຫລຜ່ານນະຄອນຫຼວງວຽງຈັນ ຂອງປະເທດລາວ. (ໂດຍ ທ່ານ R. Corben for VOA)
ພາບຖ່າຍ ແມ່ນ້ຳຂອງຍາມຕາເວັນຕົກ ທີ່ໄຫລຜ່ານນະຄອນຫຼວງວຽງຈັນ ຂອງປະເທດລາວ. (ໂດຍ ທ່ານ R. Corben for VOA)

ລາວ ໄດ້ລົງນາມໃນຂໍ້ຕົກລົງ ການຮ່ວມມື ດ້ານການທ່ອງທ່ຽວຂ້າມຊາຍແດນ ສະບັບ​ໃໝ່ ກັບປະເທດໄທທີ່ເປັນເພື່ອນບ້ານ ຊຶ່ງເປັນສ່ວນໜຶ່ງຂອງຄວາມ ພະຍາຍາມ ເພື່ອເສີມຂະຫຍາຍ ການເຊື່ອມໂຍງໃນດ້ານການຕ້ອນຮັບ ຢູ່ໃນ ຂົງເຂດ ໃຫ້ກວ້າງຂວາງອອກຕື່ມ ໂດຍສະເພາະ​ແລ້ວ ແມ່ນການທ່ອງທ່ຽວ ແບບອະນຸລັກ.

ຂໍ້ຕົກລົງດັ່ງກ່າວ ໄດ້ມີຂຶ້ນ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມປະເທດໄທ ໂດຍ ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ໃນສັບປະດານີ້.

ເຮືອຢູ່ເທິງຕົ້ນໄມ້ ນັ້ນ ແມ່ນສ່ວນນຶ່ງ ຂອງປ່າເຂດຮ້ອນ ດັ່ງທີ່ທະນີ ໄດ້ປະສົບມາ ຢູ່ທີ່ ປ່າສະຫງວນ ນ້ຳຄານ ແຫ່ງຊາດ.
ເຮືອຢູ່ເທິງຕົ້ນໄມ້ ນັ້ນ ແມ່ນສ່ວນນຶ່ງ ຂອງປ່າເຂດຮ້ອນ ດັ່ງທີ່ທະນີ ໄດ້ປະສົບມາ ຢູ່ທີ່ ປ່າສະຫງວນ ນ້ຳຄານ ແຫ່ງຊາດ.

ຂໍ້ຕົກລົງນີ້ສືບສານຕໍ່ການເຄື່ອນໄຫວ ເພື່ອຂະຫຍາຍສາຍສຳພັນ ແລະ ເຄືອຂ່າຍຕ່າງໆຢູ່ໃນຂົງເຂດ ພາຍໃນສະມາຄົມບັນດາປະເທດ​ເຂດເອເຊຍ ຕາເວັນອອກສຽງໃຕ້ ຫຼື ອາຊຽນ. ເລື່ອງນີ້ຍັງເປັນຫົວຂໍ້ສຳຄັນຂອງກອງປະ ຊຸມ ການທ່ອງທ່ຽວ ແບບອະນຸລັກ ອາຊຽນ ທີ່ລາວໄດ້ເປັນເຈົ້າພາບຈັດເປັນ ເທື່ອທຳອິດ ຢູ່ທີ່ເມືອງປາເຊ ເມື່ອທ້າຍເດືອນມິຖຸນາຜ່ານມາ.

ກອງປະຊຸມ ອາຊຽນ ໂດຍມີຄະນະຜູ້ແທນ ຫຼາຍກວ່າ 300 ທ່ານ ເຂົ້າຮ່ວມ ໄດ້ຮຽກຮ້ອງໃຫ້ສ້າງແຜນການ ປະສານງານກັນ ສຳລັບພາກລັດ ແລະ ພາກ ເອກະຊົນ ເພື່ອເຕົ້າໂຮມບຸຄະລາກອນ ແລະຜັນຂະຫຍາຍໂອກາດດ້ານເສດ ຖະກິດ ຢູ່ຕາມ​ເສັ້ນທາງທີ່ສຳຄັນຕ່າງໆ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ ພາກສ່ວນບໍລິການດ້ານການທ່ອງທ່ຽວ ໂດຍສະ​ເພາະ​ແລ້ວ ແມ່ນການທ່ອງທ່ຽວແບບອະນຸລັກ ຈະ​ໃຫ້ຜົນປະໂຫຍດ ທາງດ້ານເສດຖະກິດ ແກ່ປະຊາຄົມຕ່າງໆໃນທ້ອງຖິ່ນ.

ທ່ານບໍ່ແສງຄຳ ເວົ້າວ່າ “ລາວໄດ້ເອົາໃຈໃສ່ ເນັ້ນໜັກຕໍ່ການທ່ອງທ່ຽວແບບ ອະນຸລັກ ໃຫ້ຫຼາຍຂຶ້ນ ຕັ້ງແຕ່ປີ 2009 ເປັນຕົ້ນມາ. ໃນຂະນະທີ່ຜົນ ຂອງ ການພັດທະນາ ຄຸ້ມບ້ານຕ່າງໆ ຂອງການທ່ອງທ່ຽວແບບອະນຸລັກ ໄດ້ສ້າງ ລາຍໄດ້ ຈາກການທ່ອງທ່ຽວໂດຍກົງ ຈາກພວກນັກທ່ອງທ່ຽວຫຼາຍຂຶ້ນ ດ້ວຍການຂາຍອາຫານການກິນ ແລະ ຜະລິດຕະພັນ ທີ່ຜະລິດໃນທ້ອງ ຖິ່ນ ພ້ອມກັນນັ້ນ ຍັງສະໜອງການທ່ອງທ່ຽວ ທີ່ກ່ຽວພັນກັບດ້ານບໍລິການ ຕ່າງໆ ນຳດ້ວຍ.”

ການທ່ອງທ່ຽວ ແມ່ນມີຄວາມສຳຄັນ ໃນການຂັບດັນເສດຖະກິດ ຂອງປະເທດ ລາວ. ອີງຕາມລາຍງານການທ່ອງທ່ຽວໂລກ ແລະ ສະພາການທ່ອງທ່ຽວ ປີ 2015 ແລ້ວ ການ​ປະກອບສ່ວນດ້ານເສດຖະກິດ ຈາກການທ່ອງທ່ຽວຢູ່ໃນ ລາວ ແມ່ນປະມານ 15 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ຊຶ່ງຖືເປັນການສ້າງວຽກເຮັດງານທຳທັງໝົດ ຄິດໄລ່ເປັນ 13 ເປີເຊັນ ຂອງປະເທດ.

ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜຸນ ​ຈາກພວກນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຢາມ ຈາກຈີນ ຍີ່ປຸ່ນ ແລະ ເກົາຫຼີ ພ້ອມດ້ວຍ ນັກທ່ອງທ່ຽວ ຈາກຫວຽດນາມ​ແລ້ວ ຈຳນວນ​ພວກ​ນັກ​ທ່ອງ​ທ່ຽວທັງ​ໝົດ​ໄດ້ເພີ້ມຂຶ້ນ 13 ເປີເຊັນ ເປັນ 4 ລ້ານ 6 ແສນ ຄົນ ໃນປີ 2015.

ທ່ານ Pino Peruzzi ເຈົ້າຂອງ ຮ້ານອາຫານ ອີຕາລີ La Opera ຊຶ່ງໄດ້ເປີດ ທຸລະກິດມາໄດ້ 25 ປີ ແລ້ວ ຢູ່ໃນນະຄອນຫຼວງວຽງຈັນ ໄດ້ກ່າວວ່າ ການຂະ ຫຍາຍຕົວ ຂອງການທ່ອງທ່ຽວ ແມ່ນຢູ່ໃນລະດັບທີ່ສະໝ່ຳສະເໝີ ​ເມື່ອ​ບໍ່​ດົນ ​ຜ່ານ​ມານີ້.

ທ່ານ Peruzzi ເວົ້າວ່າ “ມັນໄດ້ເພີ້ມຂຶ້ນທຸກໆປີ. ມີນັກທ່ອງທ່ຽວຫຼາຍ ແລະ ຫຼາຍຂຶ້ນທຸກໆປີ. ໃນຂະນະທີ່ ສາຍການບິນຕ່າງໆ ເລີ້ມບິນໄປປະເທດ ຕ່າງໆ ຫຼາຍຂຶ້ນ ສະນັ້ນ ຈຶ່ງ​ມີ​ຊາວ​ຕ່າງປະ​ເທດມາຢ້ຽມຢາມ ລາວຫຼາຍຂຶ້ນ. ແລະ ທຸກສິ່ງຢ່າງ ໄດ້ຮັບ​ການປັບປຸງ​ໃຫ້ດີຂຶ້ນຫຼາຍ ຂ້າພະເຈົ້າກ່າວໄດ້ວ່າ ໃນໄລຍະສອງສາມປີຜ່ານມາ. ຫຼາຍໆພື້ນຖານໂຄງລ່າງ ໄດ້ເຂົ້າທີ່ເຂົ້າທາງ ແລ້ວ.”

ພື້ນຖານໂຄງລ່າງໃໝ່ ປະກອບດ້ວຍ ການຂະຫຍາຍ ເດີ່ນເຮືອບິນນານາຊາດ ວັດໄຕ ຢູ່ໃນນະຄອນຫຼວງວຽງຈັນ ມູນຄ່າ 61 ລ້ານໂດລາ ຊຶ່ງຈະສຳເລັດໃນປີ 2018. ນອກ​ນັ້ນ ຍັງມີການຮຽກຮ້ອງໃຫ້ຍົກລະດັບເດີ່ນເຮືອບິນພາຍ ໃນ ປະເທດອີກດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG