ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ​ຖະ​ບານ​ລາວ​ຈະຍົກ​ເວັ້ນ ​ພາ​ສີ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ ​ໃຫ້​ບໍ​ລິ​ສັດ​ຈີນ ທີ່​ກໍ່​ສ້າງ​ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ເປັນ​ລາຍ​ສຸດ​ທ້າຍ


ລົດ​ຂົນ​ສົ່ງ​ນ້ຳ​ມັນ​ຈີນ ເຂົ້າ​ມາ​ລາວ​ຜ່ານ​ດ່ານກວດ​ກາ​ສິນ​ຄ້າ​ລາວ​ແຫ່ງ​ນຶ່ງ
ລົດ​ຂົນ​ສົ່ງ​ນ້ຳ​ມັນ​ຈີນ ເຂົ້າ​ມາ​ລາວ​ຜ່ານ​ດ່ານກວດ​ກາ​ສິນ​ຄ້າ​ລາວ​ແຫ່ງ​ນຶ່ງ

ລັດ​ຖະ​ບາ​ລາວ ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ບໍ​ລິ​ສັດ​ຈີນ ທີ່​ລົງ​ທຶນກໍ່​ສ້າງ​ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ໂດ​ຍ​ນາ​ຍົກ​ລົດ​ຖະ​ມົນ​ຕີຢືນ​ຢັນ​ວ່າ ຈະ​ເປັນ​ບໍ​ລິ​ສັດ​ສຸດ​ທ້າຍ ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ ຈາກ​ບາງກອກ.

ທ່ານ ທອງ​ລຸນ​ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຖະ​ແຫລງ​ຢືນ​ຢັນ​ວ່າ ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟຂອງບໍ​ລິ​ສັດ​ຈີນ ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ໂຄງ​ການກໍ່​ສ້າງ​ທາງ​ດ່ວນ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ເມືອງວັງ​ວຽງ ຊຶ່ງ​ເປັນ​ໄລ​ຍະ​ທີ 1 ໃນ​ໂຄງ​ການກໍ່​ສ້າງ​ທາງ​ດ່ວນ​ຈາກ ນະ​ຄອນ​ຫລວງວຽງ​ຈັນ ໄປເຖິງ​ດ່ານບໍ່​ເຕັນ ໃນ​ແຂວງ​ຫລວງ​ນ້ຳ​ທາ ນັ້ນ ຖື​ວ່າ​ເປັນ​ພາກ​ສ່ວນ​ນຶ່ງ ທີ່​ໄດ້​ຮັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ລັດ​ຖະ​ບານ​ລາວ ເພາະ​ວ່າ ເປັນ​ໂຄງ​ການທີ່​ຈະ​ສ້າງ​ຜົນ​ປະ​ໂຫຍດ ທາງ​ເສດ​ຖະ​ກິດ ໃຫ້​ແກ່​ລາວ ຢ່າງ​ຫລວງ​ຫລາຍ ສະ​ນັ້ນ ຈຶ່ງ​ໄດ້​ຮັບການ​ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ຈົນ​ກວ່າ​ການກໍ່​ສ້າງ​ຈະ​ສຳ​ເລັດ​ຢ່າງ​ສົມ​ບູນນັ້ນ​ເອງ.

​ພາບເສັ້ນ​ທາງ​ດ່ວນ​ຈາກ​ນະ​ຄອນ​ຫລວງວຽງ​ຈັນ​ໄປ​ຫາເມືອງ​ວັງ​ວຽງ ທີ່​ຢູ່​ໃນ​ແຜນ
​ພາບເສັ້ນ​ທາງ​ດ່ວນ​ຈາກ​ນະ​ຄອນ​ຫລວງວຽງ​ຈັນ​ໄປ​ຫາເມືອງ​ວັງ​ວຽງ ທີ່​ຢູ່​ໃນ​ແຜນ

ແຕ່​ຢ່າງ​ໃດ​ກໍ​ຕາມ ບໍ​ລິ​ສັດ​ຈີນ ຈະ​ເປັນ​ລາຍ​ສຸດ​ທ້າຍ​ທີ່​ໄດ້​ຮັບ​ການ​ຍົ​ກ​ເວັ້ນ​ພາ​ສີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ດັ່ງ​ກ່າວນີ້ ເພາະ​ລັດ​ຖະ​ບານ​ລາວ ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ຢ່າງ​ຄັກ​ແນ່​ແລ້ວ​ວ່າ ຈະ​ຍົກ​ເລີກ ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ລາວ ໃນ​ສ່ວນ​ຂອງ​ການ​ຍົກ​ເວັ້ນ​ພາ​ສີ​ອາ​ກອນ​ນຳ​ເຂົ້າ ນ້ຳ​ມັນ​ເຊື້ອ​ໄຟ ໃຫ້​ກັບ​ບໍ​ລິ​ສັດ​ຕ່າງ​ຊາດ​ທີ່​ລົງ​ທຶນ​ໃນ​ລາວ ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ໄປ ແຕ່​ການ​ຍົກ​ເວັ້ນ ພາ​ສີ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄປ​ໃນ​ຄັ້ງ​ນີ້​ກໍ​ເພາະ​ວ່າ ເປັນ​ໂຄງ​ການ​ທີ່​ໃຊ້​ເງິນ​ທຶນ​ຫລາຍ ທັງ​ຍັງ​ເປັນ​ການ​ສ້າງ​ເສັ້ນ​ທາງ​ໃໝ່ ຕະ​ຫລອດ​ເສັ້ນ​ທາງ ໂດຍ​ຜູ້​ລົງ​ທຶນ​ຮັບ​ຜິດ​ຊອບ​ຄ່າ​ເວນ​ຄືນ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ທັງ​ໝົດ ທັງ​ຍັງ​ໄດ້​ຈັດ​ສັນ​ການ​ຮ່ວມ​ລົງ​ທຶ​ນ 5 ເປີ​ເຊັນ​ໃຫ້​ລັດ​ຖະ​ບານ​ລາວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ຢືນ​ຢັນ​ວ່າ:
“ພວກ​ເຮົາ​ເຫັນ​ວ່າໂຄງ​ການນີ້ ເຂົາ​ເຈົ້າ​ຈັດ​ສັນ​ເຮັດ​ເສັ້ນ​ທາງ​ໃໝ່ ບໍ່​ໄດ້​ເຕັງ​ກັບ​ເສັ້ນ​ທາງ​ທີ່​ມີ​ຢູ່​ແລ້ວ ເຂົາ​ເຈົ້າ​ຊິ​ເຮັດ​ບໍ່​ຄື​ກັບ​ທີ່​ເຮົາ​ເຮັດ​ທີ່​ຜ່ານ​ມາ ງ່າ​ຊັ້ນ​ຊະ ອັນ​ນີ້ໜີ ປະ​ຊາ​ຊົນ​ມີ​ທາງ​ເລືອກ​ໃນ​ເສັ້ນ​ທາງ​ເກົ່າ ທີ່​ປັບ​ປຸງ​ໃໝ່ ອັນ​ທີ​ສອງ ແມ່ນ​ຄ່າ​ຊົ​ດ​ເຊີຍ ທັງ​ໝົດ​ທີ່​ໄປ​ຜ່ານ​ດິນ​ຂອງ​ປະ​ຊາ​ຊົນ​ນີ້ ບໍ​ລິ​ສັດ​ຮັບ​ຜິດ​ຊອບ​ໝົດ. ອັນ​ນຶ່ງ​ອີກ ເຈ​ລະ​ຈາ​ນຳ​ເຂົາ​ເຈົ້າ ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ຈະ​ເອົາ​ຫຸ້​ນ ໃຫ້​ລັດ​ຖະ​ບານ​ລາວ 5 ເປີ​ເຊັນ ໃຫ້​ລ້າໆ ບໍ່​ປະ​ກອບ​ສ່ວນ​ທຶນ​ຫຍັງ​ກະ​ໄດ້.”

ທັງນີ້ ລັດ​ຖະ​ບານ​ລາວ ໄດ້​ຕົກ​ລົງ​ອະ​ນຸ​ມັດ​ສຳ​ປະ​ທານ ໂຄງການກໍ່ສ້າງທາງ​ດ່ວນ ຫຼື
Highway ເຊື່ອມຕໍ່ຈາກນະຄອນວຽງຈັນ ໄປເມືອງວັງວຽງໃຫ້ກຸ່ມບໍລິສັດຢຸນໜານວິສະ ວະກຳແລະ ກໍ່ສ້າງຈາກຈີນ ເມື່ອປີ 2018 ໂດຍເປັນສ່ວນນຶ່ງ ຂອງໂຄງການເຊື່ອມຕໍ່ ທາງຫລວງລະຫວ່າງລາວ-ຈີນ ທີ່ຢູ່ພາຍໃຕ້ແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ ຫຼື One Belt-One Road ທີ່ລິເລີ້ມໂດຍ ທ່ານສີ ຈິ້ນຜິງ, ປະທານປະເທດຈີນ ໂດຍໂຄງ
ການກໍ່ສ້າງງທາງຫລວງວຽງຈັນຫາວັງວຽງຈະມີໄລຍະທາງຍາວ 113.5 ກິໂລແມັດ,
ກວ້າງ 23 ແມັດ ມີ 4 ຊ່ອງທາງ ຈະລາຈອນ ທີ່ຄູ່ ຂະໜານ ໄປກັບຖະໜົນເລກ 13
ເໜືອ ເລີ່ມຈາກ ແຍກສີເກີດ ໃນເຂດເມືອງນາຊາຍທອງ ຜ່ານເມືອງໂພນໂຮງ ຫາ
ຫິນເຫີບ, ບ້ານທ່າເຮືອ ແລະວັງວຽງ ຊຶ່ງຈະໃຫ້ເງິນທຶນໃນມູນຄ່າລວມ 1,300 ລ້ານ
ໂດລາ ທີ່ເປັນການຮ່ວມທຶນ ລະຫວ່າງລັດຖະບານລາວ ກັບກຸ່ມບໍລິສັດຢຸນໜານ ໃນ
ສັດສ່ວນ 5 ເປີເຊັນ ຕໍ່ 95 ເປີເຊັນ ຂອງການລົງທຶນ ໃນຮູບແບບ BOT ກໍຄືບໍລິສັດ
ເປັນຜູ້ລົງທຶນ ແລະເກັບເອົາຜົນປະໂຫຍດ ຈາກຄ່າທຳນຽມທາງ ແລ້ວຈຶ່ງໂອນໃຫ້ກັບ
ລັດຖະບານລາວ ເມື່ອຄົບກຳນົດ ອາຍຸສຳປະທານ 30 ປີ ໂດຍເລີ່ມແຕ່ປີ 2021 ເປັນຕົ້ນໄປ.

ນອກຈາກໂຄງການກໍ່ສ້າງທາງດ່ວນວຽງຈັນຫາວັງວຽງ ດັ່ງກ່າວແລ້ວ ທາງການລາວ-
ຈີນ ຍັງຈະເລັ່ງສົ່ງເສີມໃຫ້ບັນດາບໍລິສັດຈາກຈີນ ເຂົ້າມາລົງທຶນກໍ່ສ້າງທາງຫລວງຈາກ
ວັງວຽງໄປດ່ານບໍ່ເຕັນ ໃນແຂວງຫລວງນ້ຳທາ ເພື່ອເຊື່ອມຕໍ່ໄປເຖິງເມືອງຄຸນໝິງ ໃນ
ແຂວງຢຸນໜານຂອງຈີນ ໃຫ້ໄວທີ່ສຸດອີກດ້ວຍ ຊຶ່ງຄາດວ່າ ຈະສາມາດຄັດເລືອກ
ບໍລິສັດຈາກຈີນ ໄດ້ໃນມໍ່ໆນີ້ ເພາະຖືເປັນໂຄງການບູລິມະສິດຂອງການຮ່ວມມືແບບ
ຄູ່ຮ່ວມຍຸດທະສາດຮອບດ້ານລາວ-ຈີນ ທີ່ໄດ້ຜ່ານມະຕິຕົກລົງໃນກອງປະຊຸມໃຫຍ່
ຄັ້ງທີ 19 ຂອງພັກຄອມມິວນິສຈີນຢ່າງເປັນທາງການແລ້ວ ທັງຍັງໄດ້ຜ່ານການເຫັນ
ຊອບຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ເຊື່ອວ່າ ຈະສົ່ງຜົນດີຕໍ່ການພັດ
ທະນາລາວ ໃນໄລຍະໃໝ່ອີກດ້ວຍ.

ທາງດ້ານ ທ່ານ Yasushi Negishi ຜູ້​ອຳ​ນວຍ​ການທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ
(ADB) ປະຈຳ​ລາວ ຢືນ​ຢັນ​ວ່າ ການ​ຊົມ​ໃຊ້​ນ້ຳ​ມັນ​ທີ່​ເພີ້ມ​ຂຶ້ນ ໄດ້​ເຮັດ​ໃຫ້​ລາວ ຕ້ອງ​
ຜະ​ເຊີນກັບ​ ​ການ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ເພີ້ມ​ຂຶ້ນທຸກ​ປີ ໂດຍ​ປີ 2018 ລັດ​ຖະ​
ບານ​ລາວ​ຂາດ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ ໃນ​ອັດ​ຕາ​ສະ​ເລ່ຍ 14.9 ເປີ​ເຊັນ ຂອງຍອດ​
ຜ​ະລິດຕະ​ພັນ​ຮວມ​ພາຍ​ໃນ (GDP)ແລະ​ໄດ້ມີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຖິງ 1,750 ລ້ານ​
ລິດ ເພີ້ມ​ຂຶ້ນ​ເກີນກວ່າ 12 ເປີ​ເຊັນ ທຽບ​ໃສ່​ປີ 2017 ແຕ່​ສຳ​ລັບ​ໃນ​ປີ 2019 ນີ້ ກໍ​ຄາດ​
ວ່າ​ລາວຈະ​ນຳ​ເຂົ້າ​ນ້ຳ​ມັນບໍ່​ເກີນ 1,000 ລ້ານ​ລິດ ເພາະ​ວ່າໂຮງ​ກັ່ນ​ນ້ຳ​ມັນ ແ​ຫ່ງ​ທຳ​ອິດ
ໃນ​ລາວ ທີ່​ລົງ​ທຶນ ໂດຍ​ກຸ່ມ​ເສດ​ຖະ​ກິດ​ຈີນ​ນັ້ນ ຈະ​ເລີ້ມ​ດຳ​ເນີນ​ການ​ກັ່ນ​ນ້ຳ​ມັນ​ໃຫ້​ໄດ້
ໃນ​ປະ​ລິ​ມານ​ຮວມ 950 ລ້ານ​ລິດ ໃນ​ປີ 2019 ນີ້. ​

XS
SM
MD
LG