ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາສັງຄົມໄທ ຍິນດີຮັບການສະໜັບສະໜູນ ຈາກອົງການພັດທະນາສາກົນ ຂອງລັດຖະບານສະຫະລັດ (USAID) ເພື່ອການປົກປ້ອງແມ່ນໍ້າຂອງ


ການປະກອບສ່ວນຂອງສະຫະລັດ ໃນການປົກປ້ອງແມ່ນໍ້າຂອງ
ການປະກອບສ່ວນຂອງສະຫະລັດ ໃນການປົກປ້ອງແມ່ນໍ້າຂອງ

ເຄືອຂ່າຍປະຊາສັງຄົມໄທ ຢືນຢັນວ່າ ການສະໜັບສະໜູນຈາກ ອົງການເພື່ອການພັດທະນາສາກົນຂອງລັດຖະບານສະຫະລັດ (USAID) ເພື່ອການປົກປ້ອງແມ່ນໍ້າຂອງຈະສົ່ງຜົນດີຕໍ່ປະຊາຊົນ ໃນລຸ່ມນໍ້າຂອງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ປະສານງານເຄືອຂ່າຍພາກປະຊາສັງຄົມໄທ ແລະ ແມ່ນໍ້າ ເພື່ອຊີວິດເປີດເຜີຍວ່າ ອົງການເພື່ອການພັດທະນາສາກົນຂອງ ລັດຖະບານສະຫະລັດ ອາເມຣິກາ ຫຼື USAID ໄດ້ຕົກລົງໃຫ້ ການສະໜັບສະໜູນເງິນທຶນ ຄິດເປັນມູນຄ່າ 10.6 ລ້ານໂດລາ ສຳລັບໂຄງການປົກປ້ອງແມ່ນໍ້າຂອງ ຫຼື Mekong Safeguards ຢູ່ໃນເຂດພາກເໜືອຂອງປະເທດໄທ ໃນທ້າຍ ເດືອນພຶດສະພາ 2023 ໂດຍມີ ທ່ານ. Steve Olive ຜູ້ອຳນວຍການອົງການ USAID ກັບທ່ານນາງ ພັດທະຣາວະດີ ສິດທິທະນະກຸນ ຮອງຜູ້ວ່າລາດຊະການຈັງຫວັດ ຊຽງຣາຍ ເປັນ ປະທານໃນພິທິເປີດການດຳເນີນໂຄງການຮ່ວມ ກັນນັ້ນ ຖືເປັນບາດກ້າວສຳຄັນທີ່ຈະສົ່ງຜົນດີຕໍ່ປະຊາຊົນໃນລຸ່ມແມ່ນໍ້າຂອງ ເພາະວ່າໂຄງການດັ່ງກ່າວນີ້ໄດ້ໃຫ້ຄວາມສຳຄັນໃນການເສີມສ້າງບົດບາດ ແລະ ການມີສ່ວນຮ່ວມຂອງພາກປະຊາສັງຄົມເພື່ອ ການອະນຸລັກສິ່ງແວດລ້ອມທຳ ມະຊາດໃນລຸ່ມແມ່ນໍ້າຂອງເປັນດ້ານຫຼັກ ເຊັ່ນການສົ່ງເສີມບົດບາດສະຕີເພື່ອການອະນຸລັກ ແລະໃຊ້ປະໂຫຍດ ຈາກແມ່ນໍ້າຂອງຢ່າງຍືນຍົງ ໃນຂະນະທີ່ໂຄງການພັດທະນາຕ່າງໆ ໃນໄລຍະທີ່ຜ່ານມາ ເປັນການຮ່ວມມືລະ ຫວ່າງພາກລັດເທົ່ານັ້ນ ແຕ່ໄດ້ສ້າງບັນຫາຜົນກະທົບຢ່າງກວ້າງ ຂວາງ ດັ່ງທີ່ຜູ້ປະສານງານເຄືອຂ່າຍພາກປະຊາສັງຄົມໄທ ໃຫ້ການຢືນຢັນວ່າ:

ຊັບພະຍາກອນທຳມະຊາດໃນແມ່ນໍ້າຂອງນີ້ ເກີດການປ່ຽນ ແປງຢ່າງຮຸນແຮງ ແລະຂ້າມພົມແດນ ຊຶ່ງກໍ່ສົ່ງຜົນກະທົບຕໍ່ລະບົບນິເວດແລ້ວກໍ່ຊຸມຊົນລຸ່ມແມ່ນໍ້າຂອງ ໂດຍສະເພາະຜູ້ຍິງເອງ ກໍ່ເປັນກຸ່ມຄົນທີ່ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ສະຖາບັນຊຸມ ຊົນລຸ່ມນໍ້າຂອງນັ້ນ ກໍ່ເຫັນຄວາມສຳຄັນຂອງຜູ້ຍິງຈຶ່ງໄດ້ມີໂຄງການທີ່ຈະສົ່ງເສີມບົດບາດຜູ້ຍິງລຸ່ມນໍ້າຂອງໃນຈັງຫວັດຊຽງຣາຍໃຫ້ມີບົດບາດໃນການແກ້ໄຂບັນຫາ ໂດຍທີ່ເຮົາຈະທຳການວິໄຈ ຊາວບ້ານ ຢ່າງທີ 2 ຄືເລື້ອງຂອງການອົບຮົມພັດທະນາສັກກະຍະພາບ ກິດຈະກຳທີ 3 ກໍ່ເປັນເລື້ອງການເສີມສ້າງເຄືອຂ່າຍ ຂອງແມ່ຍິງລຸ່ມນໍ້າຂອງ

ສ່ວນຜູ້ປະສານງານເຄືອຂ່າຍແມ່ຍິງໃນພາກເໜືອຂອງໄທຢືນຢັນວ່າຜົນກະທົບທີ່ເກີດຂຶ້ນຈາກການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງໃນປັດຈຸບັນນີ້ມີເຖິງ 8 ດ້ານດ້ວຍກັນ ທັງຍັງມີທ່າອ່ຽງຮຸນແຮງ ຫຼາຍຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນຜົນກະທົບຈາກການ ເປີດ-ປິດການລະບາຍນໍ້າຂອງເຂື່ອນທີ່ຢູ່ເທິງແມ່ນໍ້າຂອງໃນເຂດ ປະເທດຈີນນັ້ນ ດັ່ງທີ່ຜູ້ປະສານງານເຄືອຂ່າຍແມ່ຍິງ ໃນ​ພາກ​ເໜືອ​ຂອງ​ໄທໃຫ້ການຢືນຢັນວ່າ:

1) ກໍ່ຈະມີກະເສດແຄມຂອງເນາະ 2) ການຫາປາ 3) ການໃຊ້ນໍ້າ 4) ການຈົກໄຄ 5) ການຂຶງຄຳ 6) ການຫາຜັກ 7) ການໄປມາຫາສູ່ 8) ປະເພນີ ການເດືອດຮ້ອນແມ່ຍິງຂອງເຮົາ ແຕ່ກ່ອນນີ້ການຢູ່ກິນກໍງ່າຍເນາະ ມີພືດຜັກປູກຕາມແຄມນໍ້າ ກໍ່ໄປເກັບມາກິນ ບໍ່ຕ້ອງໄດ້ໄປຊື້ເພິ່ນເນາະ ຕອນນີ້ນິ ມັນເຮັດ ບໍ່ໄດ້ແລ້ວ ໄຄ-ສາລ່າຍນໍ້າຈືດ ກໍ່ບໍ່ມີແລ້ວ ບາງຄັ້ງເຮົາປູກຜັກ ໄວ້ເນາະ ນໍ້າມັນກໍ່ຈະຖ້ວມມາບາດດຽວກໍ່ຈະບໍ່ໄດ້ກິນ ເຂົາຈະ ປະກາດວ່າຈີນປ່ອຍນໍ້າເນາະ

ກ່ອນໜ້ານີ້ ຄະນະຊ່ຽວຊານຈາກ ສູນວິທະຍາສາດການປັບຕົວ ຕໍ່ສະພາບອາກາດ ສຳນັກງານສຳຫຼວດທໍລະນີວິທະ ຍາແຫ່ງ ສະຫະລັດ ແລະ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນເຂດ ລຸ່ມນໍ້າຂອງ ກໍ່ໄດ້ຮ່ວມກັນເກັບຂໍ້ມູນພາກສະ ໜາມ ເພື່ອການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງໃນລາວ ແລະຈີນ ໃນຊ່ວງເດືອນກັນຍາ - ຕຸລາ 2022 ໂດຍເປັນການເກັບຂໍ້ມູນສະພາບການຕົວຈິງຢູ່ກຸ່ມບ້ານທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງໃນເຂດອຳເພີສັງຄົມ ຈັງຫວັດໜອງຄາຍ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເທິງແມ່ນໍ້າຂອງ ຊຶ່ງເຮັດໃຫ້ສິ່ງ ແວດລ້ອມທຳມະຊາດປ່ຽນໄປຢ່າງສິ້ນເຊິງ.

ໂດຍການສຶກສາວິໄຈໃນຄັ້ງນີ້ ພົບວ່າຜົນກະທົບທີ່ເກີດຂຶ້ນຢ່າງຊັດເຈນ ກໍ່ຄືການປ່ຽນແປງຂອງລະບົບນິເວດ ໂດຍເຫັນໄດ້ ຈາກການຕາຍຂອງໄຄນໍ້າ ຊາວປະມົງຈັບປາໄດ້ນ້ອຍລົງກວ່າ 50% ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນ ພ້ອມກັນນີ້ ກໍ່ຍັງພົບການປ່ຽນແປງໃນ ການໄຫຼຂອງນໍ້າທີ່ບໍ່ສາມາດຄາດການໄດ້ເລີຍ ເພາະມີເງື່ອນໄຂ ຂື້ນຢູ່ກັບການປ່ອຍນໍ້າຈາກເຂື່ອນໄຊຍະບູລີເປັນຫຼັກ ທັງຍັງພົບ ບັນຫາການກັກເຊາະຕາຝັ່ງ ທີ່ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະ ທ​ທີ່ດິນທຳກິນຂອງປະຊາຊົນລາວ ແລະ ໄທ 2 ຝັ່ງແມ່ນໍ້າຂອງ ທີ່ຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນຜົນກະທົບຈາກເຂື່ອນ ໄຊຍະບູລີ ແລະ 11 ເຂື່ອນເທິງແລວແມ່ນໍ້າຂອງໃນປະເທດ ຈີນ ນັ້ນ.

XS
SM
MD
LG