ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ທາງ​ການ​ ສັ່ງ​ໃຫ້​ຄວບ​ຄຸມ​ ບໍ່​ໃຫ້​​ກັກ​ຕຸນ​ສິນ​ຄ້າ ຫຼັງ​ຈາກ ​ໄພ​ນ້ຳ​ຖ້ວມ


ຕະ​ຫຼາດ​ຂາຍ​ຊິ້ນ​ສົດ
ຕະ​ຫຼາດ​ຂາຍ​ຊິ້ນ​ສົດ

ທາງ​ການ​ລາວ ອອກ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ມີ​ການ​ກັກ​ຕຸນ​ເຂົ້າ​ສານ​ແລະ​ໃຫ້​ດຳ​ເນີນ​ມາດ​ຕະ​ການກວດ​ກາ​ເພື່ອ​ຄວບ​ຄຸມ​ລາ​ຄາ​ສິນ​ຄ້າ​ອຸບ​ປະ​ໂພກ-ບໍ​ລິ​ໂພກ​ຢ່າງ​ເຂັ້ມ​ງວດ​ໃນ​ສະ​ພາ​ວະ​ນ້ຳ​ຖ້ວມ​ໃຫຍ່ ໃນ​ທົ່ວ​ປະ​ເທດ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນາງເຂັມ​ມະ​ນີ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ
ໄດ້​ສັ່ງ​ການ​ໄປ​ເຖິງ​ບັນ​ດາ​ຫົວ​ໜ້າ​ພະແນກ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ໃນ​ເຂດ​ນະ​ຄອນ
​ວຽງ​ຈັນ​ແລະ​ທຸກ​ແຂວງໃນ​ທົ່ວ​ປະ​ເທດ ນັບ​ຕັ້ງ​ແຕ່​ວັນ​ທີ 17 ກັນ​ຍາ 2018 ເປັນ​ຕົ້ນ​ມາ
ເພື່ອ​ໃຫ້​ດຳ​ເນີນ​ມາດ​ຕະ​ການ​ສະ​ກັດ​ກັ້ນ ບໍ່​ໃຫ້​ມີ​ການ​ເກັບ​ຊື້ເຂົ້າ​ຈາກ​ຊາວ​ນາ ໂດຍ​ບໍ່​ໄດ້
​ຮັບ​ອະ​ນຸ​ຍາດ​ໂດຍ​ເດັດ​ຂາດ ເນື່ອງ​ຈາກ​ປາ​ກົດ​ວ່າ ໄດ້​ມີ​ການ​ເກັບ​ຊື້​ເຂົ້າ​ຈາກ​ຊາວ​ນາ
ໂດຍ​ພໍ່​ຄ້າຊາວ​ຕ່າງ​ຊາດ​ເກີດ​ຂຶ້ນ​ຢ່າງກວ້າງຂວາງ ນັບ​ແຕ່​ເກີດ​ໄພນ້ຳ​ຖ້ວມຢ່າງ​ໜັກ​ໜ່ວງ
ໃນ​ທົ່ວ​ປະ​ເທດ​ລາວ ໂດຍ​ສະ​ເພາະ​ແມ່ນ​ພາຍ​ຫຼັງ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ
ໃນ​ຄືນ​ວັນ​ທີ 23 ກໍລະ​ກົດ 2018 ເປັນ​ຕົ້ນ​ມາ​ນັ້ນ.

ຄຳສັ່ງ​ຂອງ​ລັດ​ຖະ​ມົນ​ຕີ​ ວ່າ​ການກະ​ຊວງ​ອຸດ​ສາ​ຫະ​ກຳແລະ​ການ​ຄ້າ ດັ່ງ​ກ່າວ​ນີ້ ຍັງ​ໄດ້
​ເນັ້ນ​ໜັກ​ໃຫ້​ດຳ​ເນີນ​ການກວດ​ກາ​ການ​ເກັບ​ຊື້​ເຂົ້າໂດຍ​ບັນ​ດາ​ໂຮງ​ສີ​ເຂົ້າ​ແລະ​ວິ​ສາ​ຫະ​ກິດ
​ເອກ​ກະ​ຊົນທີ່​ໄດ້​ຮັບ​ອະ​ນຸ​ຍາດໃຫ້​ດຳ​ເນີນທຸ​ລະ​ກິດ​ຄ້າ​ຂາຍ​ເຂົ້າ​ ໃນ​ລາວ​ດ້ວຍ​ວ່າ ໄດ້​ມີ​
ການ​ເກັບ​ຊື້​ເຂົ້າ​ຈາກ​ຊາວ​ນາ ໃນ​ລັ​ກ​ສະ​ນະ​ທີ່​ເປັນ​ຕົວແທນ​ໃຫ້​ກັບ​ພໍ່​ຄ້າ​ຊາວ​ຕ່າງ​ຊາດ
ຫຼື​ບໍ່ໂດຍ​ຖ້າ​ຫາກກວດພົບ​ວ່າ ມີ​ພຶດ​ຕິ​ກຳດັ່ງ​ກ່າວ ກໍ​ໃຫ້​ດຳ​ເນີນ ການ​ຍຶດ​ເຂົ້າທີ່​ເກັບ​ຊື້​
ຢ່າງ​ບໍ່​ຖືກ​ຕ້ອງ​ນັ້ນແລະ​ໃຫ້​ປັບ​ໃໝຕາມ​ລະ​ບຽບ​ກົດ​ໝາຍ​ໄດ້​ທັນ​ທີ ທັງ​ນີ້​ໂດຍ​ຫົວ​ໜ້າ
​ພະແນກ​ອຸດ​ສະ​ຫະ​ກຳ​ແລະ​ການ​ຄ້າ​ໃນ​ເຂດ​ນະ​ຄອນ​ວຽງ​ຈັນ​ແລະ​ທຸກ​ແຂວງ​ຈະ​ຕ້ອງ​
ຊີ້​ນຳ ຫ້ອງ​ການອຸດ​ສະ​ຫະ​ກຳ​ແລະ​ການ​ຄ້າ​ເມືອງ​ຫຼື​ເທດ​ສະ​ບານ ໃນ​ທົ່ວ​ປະ​ເທດ​ຢ່າງ
​ໃກ້​ຊິດ ເພື່ອ​ຮັບ​ປະ​ກັນ​ການ​ດຸ່ນ​ດ່ຽງ​ເຂົ້າ​ກິນ ໃນ​ທ້ອງ​ຖິ່ນ​ຂອງ​ຕົນ ໃຫ້​ພຽງ​ພໍ​ກັບ​ຄວາມ
ຕ້ອງ​ການ​ຕົວ​ຈິງ​ອີກ​ດ້ວຍ

ທາງດ້ານ​ຜູ້​ບໍ​ລິ​ຫານ​ຕະ​ຫຼາດ​ສົດ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ວຽງ​ຈັນ ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ​
ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ດັ່ງ​ກ່າວ ​ໃຫ້​ໄດ້​ຢ່າງ​ມີ​ປະ​ສິດ​ຕິ​ພາບ​ນັ້ນ​ຖື​ເປັນ​ເລື້ອງ​ທີ່​ຍາກ​ທີ່​ສຸດ
ເພາະ​ວ່າ​ພະ​ນັກ​ງານ​ຂອງ​ລັດ ບໍ່​ສາ​ມາດ​ທີ່​ຈະ​ກວດ​ກາ ໄດ້​ຢ່າງ​ທົ່ວ​ເຖິງ​ຢູ່​ແລ້ວ ສະ​ນັ້ນ
ຈຶ່ງ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ຜູ້​ຊື້​ສິນ​ຄ້າ​ດ້ວຍ​ການ​ແຈ້ງ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​
ໄດ້​ຮັບ​ຮູ້ ຖ້າ​ຫາກວ່າຜູ້​ຊື້​ສິນ​ຄ້າ ຮູ້​ສຶກວ່າ​ຕົນ​ຖືກ​ເອົາ​ປຽບ ໂດຍ​ຜູ້​ຈຳ​ໜ່າຍ​ສິນ​ຄ້າ​ນັ້ນ
ແຕ່​ທີ່​ຜ່ານ​ມາ ກໍ​ປາ​ກົດ​ວ່າ ມີ​ການ​ຮ້ອງ​ຮຽນ​ຈາກ​ຜູ້​ຊື້​ສິນ​ຄ້າ​ພຽງ​ຈຳ​ນວນ​ນ້ອຍ
ໂດຍ​ສະ​ເພາະ ແມ່ນ​ບັນ​ຫາ​ກ່ຽວ​ກັບ​ນ້ຳ​ໜັກ​ຂອງ​ສິນ​ຄ້າ​ທີ່​ຊື້​ຂາຍ​ກັນ​ນັ້ນຍັງ​ຖື​ເປັນ​
ບັນ​ຫາ​ທີ່ກວດ​ກາ​ແລະ​ຄວບ​ຄຸມ​ໄດ້​ຍາກ​ທີ່​ສຸດ ທັງ​ຍັງ​ມີ​ໂທດ​ປັບໃໝທີ່​ບໍ່​ສູງ​ອີກ​ດ້ວຍ
ຖ້າ​ຫາກກວດ​ພົບ​ວ່າ ຜູ້​ຂາຍ​ໄດ້​ເອົາ​ປຽບ​ຜູ້​ຊື້​ສິນ​ຄ້າ​ເກີດ​ຂຶ້ນ​ຈິງ ດັ່ງທີ່​ຜູ້​ບໍ​ລິ​ຫານ​ຕະ​ຫຼາດ​
ສົດ​ໃນ​ນະ​ຄອນ​ວຽງ​ຈັນ ຢືນ​ຢັນ​ວ່າ “ຖ້າ​ຫາກວ່າ ລູກ​ຄ້າ ຫາກ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ
ຫຼື​ວ່າຊິງ​ທີ່​ວ່າ ​ບໍ່​ຖືກ​ຕ້ອງ​ຫາກ​ມີ​ລູກ​ຄ້າ​ສະ​ເໜີມາ ພວກ​ເຮົາ​ຈະ​ໄດ້​ນຳລົງໄປ​ຫາ​ຜູ້​ຂາຍ
ແລະ​ພວກ​ເຮົາ​ຈະ​ໄດ້​ເອີ້ນ​ຜູ້​ຂາຍ​ຂຶ້ນ​ມາ ເພື່ອ​ສຶກ​ສາ​ອົບ​ຮົມ ເຮັດ​ບົດ​ບັນ​ທຶກຖ້າ​ຫາກວ່າ
ຍັງ​ກ່າວ​ເຕືອນ ຍັງ​ບໍ່​ຟັງ ພວກ​ເຮົາກະ​ມີ​ການ​ປັບ​ໃໝ ຈາກ 1 ແສນ​ກີບ ຫາ 5 ແສນ​ກີບ
ຫຼື​ນອກ​ຈາກ​ນັ້ນ ພວກ​ເຮົາ ກະ​ໃຫ້​ຍຸ​ຕິ​ຊົ່ວ​ຄາວ​ເໜາະ ອັນ​ນີ້ພວກ​ເຮົາ​ວາງ​ລະ​ບຽບ​ກັບ​
ແມ່​ຄ້າ​ຊາວ​ຂາຍ ພວກ​ເຮົາ​ໄວ້​ຢູ່ເພາະ​ວ່າ ພວກ​ເຮົາ​ໄດ້​ຕິດ​ຊິງ​ກາງ​ແລະ​ປະ​ຊາ​ສຳ​ພັນ​
ເລື້ອງ​ຊິງ​ກາງ​ຢູ່​ແລ້ວ.”

ຍິ່ງ​ໄປ​ກວ່າ​ນັ້ນ ການ​ດຳ​ເນີນ​ມາດ​ຕະ​ການ​ຄວບ​ຄຸມ​ລາ​ຄາ​ສິ້ນ​ຄ້າ​ໃນ​ຫຼາຍ​ລາຍ​ການ​ແລະ​
ບໍ​ລິ​ການ​ຕ່າງໆ​ໃນ​ລາວ ກໍ​ຍັງ​ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະ
ກໍ​ແມ່ນ​ສິນ​ຄ້າ​ໃນ​ບັນ​ຊີ​ຄວບ​ຄຸມ​ແລະ​ສິນ​ຄ້າ​ທີ່​ຢູ່​ໃນ​ບັນ​ຊີເຝົ້າ​ລະ​ວັງ ​ເຊັ່ນ​ອາ​ຫານ
ເຄື່ອງ​ດື່ມ ຄ່າ​ຮັກ​ສາ​ສຸ​ຂະ​ພາບ ຄ່າ​ຫ້ອງ​ພັກຢູ່​ທີ່​ໂຮງ​ໝໍ ຄ່າ​ເສີມ​ສວຍ ຄ່າ​ບໍ​ລິ​ການ
​ຕັດ​ເຄື່ອງແລະ​ຄ່າ​ຊ້ອມ​ແປງ​ລົດ​ຍົນ​ຕ່າງໆນັ້ນ ​ຖື​ເປັນ​ພາກ​ສ່ວນ​ທີ່​ຄວບ​ຄຸມ​ໄດ້​ຍາກ​ທີ່​ສຸດ.

ທັງນີ້ ລາ​ຄາ​ສິນ​ຄ້າ​ອຸບ​ປະ​ໂພກ-ບໍ​ລິ​ໂພກ​ໃນ​ລາວ ໄດ້​ປັບ​ຕົວ​ເພີ່ມ​ຂຶ້ນເກີນກວ່າ 30
ເປີ​ເຊັນໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ວຽງ​ຈັນ ຖື​ເປັນ​ເຂດ​ທີ່​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ
ເຊັ່ນ​ເຂົ້າ​ໜຽວ​ປະ​ເພດ​ທີ 1 ໄດ້ເພີ້ມ​ຂຶ້ນ​ຈາກ 8,500 ເປັນ 12,000 ກີບ ຕໍ່​ກິ​ໂລກ​ຣາມ
ຊີ້ນ​ງົວ 85,000 ກີບ ຕໍ່​ກິ​ໂລກ​ຣາມ ຊີ້ນ​ໄກ່, 60,000 ກີບ ຕໍ່​ກິ​ໂລກ​ຣາມແລະຜັກ​ຫອມ
​ລາບ ລາ​ຄາ​ເພີ້ມ​ຂຶ້ນ​ຈາກ 2 ແສ​ນ​ກີບ ເປັນ 5 ແ​ສນ​ກີບ ຕໍ່ 15 ​ກິ​ໂລກ​ຣາມ ເປັນ​ຕົ້ນ.

XS
SM
MD
LG