ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໙ ທັນວາ ໒໐໒໔

ນາຍົກລັດຖະມົນຕີ ຍອມຮັບວ່າ ເສດຖະກິດຂອງລາວ ຕົກຢູ່ໃນສະພາວະວິກິດ ແຕ່ກໍຍັງສາມາດ ຢືນ​ຢູ່ໄດ້


ເງິນກີບລາວ
ເງິນກີບລາວ

ນາຍົກລັດຖະມົນຕີຍອມຮັບວ່າ ເສດຖະກິດຂອງລາວຕົກຢູ່ໃນສະພາວະວິກິດ ແຕ່ກໍຍັງສະມາດຈະຢືນ​ຢູ່ໄດ້ຕໍ່ໄປ ເຖິງແມ່ນວ່າຈະມີໜີ້ຕ່າງປະເທດໃນລະດັບທີ່ສູງກໍຕາມ ແຕ່ກໍຍັງສາມາດຊຳລະຄືນໄດ້ທຸກປີ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ການຍອມຮັບໃນໂອກາດພົບປະກັບນັກທຸລະກິດການຄ້າ ແລະນັກລົງທຶນໃນລາວເມື່ອບໍ່ນານມານີ້ວ່າ ເສດຖະ ກິດລາວຍັງຄົງຕົກຢູ່ພາຍໃຕ້ສະພາວະວິກິດການ ແຕ່ກໍເຊື່ອໝັ້ນວ່າ ຈະບໍ່ກ້າວໄປເຖິງສະພາວະລົ້ມລະລາຍທາງເສດຖະກິດຢ່າງແນ່ນອນ ໂດຍເຖິງແມ່ນວ່າລັດຖະ ບານລາວຈະມີໜີ້ສິນຕ່າງປະເທດໃນລະດັບທີ່ສູງກໍຕາມ ແຕ່ກໍຍັງມີຄວາມສາມາດ ຊໍາລະຄືນໄດ້ທຸກປີ ແລະບໍ່ເຄີຍຜິດນັດການຊຳລະໜີ້ເລີຍຈົນເຖິງປັດຈຸບັນນີ້ ສ່ວນສະພາວະການທີ່ເປັນຢູ່ໃນເວລານີ້ໄດ້ເຮັດໃຫ້ເກີດການວິຕົກກັງວົນເກີນເຫດຂອງປະຊາຊົນລາວບັນດາເຜົ່ານັ້ນ ກໍເພາະກຸ່ມຄົນບໍ່ດີໄດ້ຂະຫຍາຍຜົນດ້ວຍການໃຫ້ຂໍ້ມູນທີ່ເກີນສະພາບການໂຕຈິງຜ່ານສື່ສັງຄົມອອນລາຍນັ້ນເອງ ດັ່ງທີ່ທ່ານສອນໄຊ ໄດ້ຢືນຢັນວ່າ:

“ຫາງສຽງຂອງພວກຄົນບໍ່ດີຕ່່າງໆກະວິຈານຫລາຍ ພວກເຮົາກະຍອມຮັບວ່າພວກເຮົາມີໜີ້ສິນ ແຕ່ວ່າສິໃຫ້ຕົກເຂົ້າເປັນປະເທດບໍ່ສາມາດຊຳລະສະສາງໜີ້ສິນໄດ້ຫັ້ນ ກະບໍທັນເຖິງຂັ້ນນັ້ນ ປີ 2022 ພວກເຮົາກໍມີໜີ້ສິນຫລາຍ ແຕ່ວ່າເຮົາກະຊຳລະໄດ້ປີ 2023 ນີ້ກະຖືວ່າສາມາຮອດປັດຈຸບັນນີ້ເຮົາກະຜ່ານຜ່າໄປໄດ້ສະນັ້ນ ຄາດຄະເນໝົດປີນີ້ ກະຈະສາມາດຜ່ານຜ່າການຊຳລະສະສາງໜີ້ສິນທີ່ເຮົາມີພັນທະຕໍ່ສັນຍາກັບຕ່າງປະເທດ.”

ແຕ່ຢ່າງໃດກໍຕາມການຕົກຕໍ່າລົງຂອງຄ່າເງິນກີບເມື່ອທຽບໃສ່ເງິນໂດລາສະຫະລັດ ນອກຈາກຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື (GDP) ຂອງລາວມີມູນຄ່າລົດລົງເມື່ອຄິດໄລ່ເປັນເງິນໂດລາສະຫະລັດ ກໍຍັງເຮັດໃຫ້ສັດສ່ວນໜີ້ສິນຕ່າງປະເທດຂອງລັດຖະບານລາວເພີ້ມຂຶ້ນຢ່າງກ້າວກະໂດດອີກດ້ວຍ ຄືເພີ້ມຂຶ້ນຈາກ 89 ເປີເຊັນ ຂອງ GDP ໃນປີ 2021 ເປັນ 110 ເປິເຊັນ ຂອງ DGP ໃນປີ 2022 ແລະຄາດວ່າ ຍັງຈະເພີ້ມຂຶ້ນເປັນເກີນກວ່າ 120 ເປີເຊັນ ຂອງ GDP ໃນທ້າຍປີ 2023 ນີ້ ຫລືຄິດເປັນມູນຄ່າໜີ້ສິນຕ່າງປະເທດທັງໝົດເກີນກວ່າ 16,900 ລ້ານໂດລາສະຫະລັດ ໂດຍໃນນີ້ເກີນກວ່າ 50 ເປີເຊັນ ເປັນໜີ້ທີ່ລັດຖະບານລາວກູ້ຢືມຈາກລັດຖະບານຈີນ.

ທັງນີ້ໂດຍທະນາຄານໂລກຄາດໝາຍວ່າ GDP ຂອງລາວໃນປີ 2023 ນີ້ ຈະມີມູນຄ່າລວມ 14,091 ລ້ານໂດລາສະຫະລັດ ຊຶ່ງລົດລົງຈາກ 18,552 ລ້ານໂດລາສະຫະລັດ ໃນປີ 2021 ແລະ 15,304 ລ້ານສະຫະລັດໃນປີ 2022 ຍ້ອນການຕົກຕໍ່າລົງຂອງເງິນກີບ ອັນເປັນຜົນກະທົບໂດຍກົງຈາກການລະບາດໄວຣັສໂຄວິດ-19 ທີ່ສົມທົບດ້ວຍສົງຄາມຣັດເຊຍຢູເຄຣນ ທີ່ເຮັດໃຫ້ລາຄານໍ້າມັນ ແລະສິນຄ້າອຸບປະໂພກບໍລິໂພກສູງຂຶ້ນໃນຂະນະທີ່ເສດຖະກິດຂອງລາວຍັງບໍ່ແຂງແຮງ ທັງຍັງຕ້ອງເພີ່ງພາການລົງທຶນ ແລະການຊ່ວຍເຫລຶືອຈາກຕ່າງປະເທດ ເປັນດ້ານຫລັກ ທີ່ສົມທົບດ້ວຍການຂາດດຸນການຄ້າຕ່າງປະເທດ ຊຶ່ງເຮັດໃຫ້ເກີດບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ໃນຂະນະທີ່ລັດຖະບານລາວ ກໍບໍ່ສາ ມາດຄວບຄຸມການແລກປ່ຽນທາງເສດຖະກິດຕໍ່ໄປ ດັ່ງທີ່ນັກທຸລະກິດໄທໃນລາວ ໄດ້ໃຫ້ທັດສະນະວ່າ:

“ກໍເປັນໄປຕາມວິຖີເສດຖະກິດພາບລວມຂອງໂລກນັ້ນ ເປັນແຕ່ພຽງແຕ່ທາງລາວນັ້ນ ເຂົາເປັນປະເທດຜູ້ນຳເຂົ້າກໍອາດຈະຕ້ອງກະທົບກັບເສດຖະກິດຫລາຍແດ່ ໂດຍສະເພາະວິກິດນໍ້າມັນກໍມີຜົນກະທົບ ຂ້ອນຂ້າງທີ່ຈະຮຸນແຮງຢ່າງເຊັ່ນ ເລື້ອງຂອງເງິນເຟິ້ນັ້ນ ທາງລາວນີ້ກໍມີບັນຫາມາຕັ້ງແຕ່ປີ 2565 ຫລຸດອອກຈາກ​ຂອບທີ່ແບັງຊາດ ຄວບຄຸມຂອບ​ຂອງອັດຕາເງິນເຟິ້ບໍ່ໃຫ້ເກີນ 5 ເປີເຊັນ ຂອງຫລຸດອອກຈາກ​ຂອບກໍເພີ້ມຂຶ້ນເລື້ອຍໆໃນສ່ວນຂອງອັດຕາແລກປ່ຽນ ອັນນີ້ກໍຍັງຄວບຄຸມບໍ່ໄດ້.”

ທັງນີ້ ຜູ້ຊ່ຽວຊານຂອງທະນາຄານພັດທະນາແຫ່ງເອເຊຍ (ADB) ປະຈຳເຂດລຸ່ມແມ່ນໍ້າຂອງ ປະເມີນວ່າ ສະພາວະໜີ້ສິນຕ່າງປະເທດຂອງລັດຖະບານລາວ ທີ່ສືບຕໍ່ເພີ້ມຂຶ້ນຈາກອັດຕາສະເລ່ຍ 110 ເປີເເຊັນ ຂອງ GDP ໃນປີ 2022 ເປັນເກີນກວ່າ 120 ເປີເຊັນ ຂອງ GDP ໃນປີ 2023 ຈະສົ່ງຜົນເຮັດໃຫ້ລັດຖະບານລາວມີພັນທະທີ່ຈະຕ້ອງຊຳລະຄືນໜີ້ສິນຕ່າງປະເທດ ຄຶດເປັນມູນຄ່າສະເລ່ຍ 1,300 ລ້ານສະຫະລັດ ຕໍ່ປີໃນຊ່ວງປີ 2023 ຫາ 2026 ທັງຍັງຈະເພີ້ມຂຶ້ນເປັນເກີນກວ່າ 1,700 ລ້ານໂດລາສະຫະລັດ ຕໍ່ປີ ໃນຊ່ວງປີ 2027 ຫາ 2030 ຊຶ່ງກໍເຮັດໃຫ້ລັດຖະບານລາວຈະຕ້ອງເກັບລາຍຮັບໃຫ້ໄດ້ເຖິງ 19 ເປີເຊັນຂອງ GDP ໃນແຕ່ລະປີຈຶ່ງຈະພຽງພໍກັບລາຍຈ່າຍໂຕຈິງ.

ໂດຍໃນຊ່ວງ 5 ເດືອນຕົ້ນປີ 2023 ລັດຖະບານລາວ ເກັບມູນຄ່າລວມ 15,155 ກວ່າຕື້ກີບຄິດເປັນ 39 ເປີເຊັນ ຂອງແຜນການປີ 2023 ທີ່ລັດຖະບານລາວໄດ້ວາງເປົ້າໜາຍຈະຈັດເກັບລາຍຮັບໃຫ້ໄດ້ບໍ່ນ້ອຍກວ່າ 38,448 ຕື້ກີບ ຄຶດເປັນ 16.42 ເປີເຊັນ ຂອງ GDP.

XS
SM
MD
LG