ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດລຸ່ມແມ່ນໍ້າຂອງ ກຳລັງປະເຊີນໜ້າກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໂດຍນັກອະນຸລັກສິ່ງແວດລ້ອມທຳມະຊາດ ກ່າວວ່າ ເປັນຍ້ອນເຂື່ອນໄຟຟ້າ 11 ໂຄງການ ໃນຈີນ


ຄວາມແຫ້ງແລ້ງຂອງແມ່ນໍ້າຂອງ
ຄວາມແຫ້ງແລ້ງຂອງແມ່ນໍ້າຂອງ

ເຂດລຸ່ມແມ່ນໍ້າຂອງກຳລັງປະເຊີນໜ້າກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໂດຍນັກອະນຸລັກສິ່ງແວດລ້ອມທຳມະຊາດ
ຢິືນຢັນວ່າ ເປັນຍ້ອນເຂື່ອນໄຟຟ້າ 11 ໂຄງການໃນຈີນໄດ້ເກັບກັກນໍ້າໄວ້ເປັນສ່ວນຫລາຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ຄະນະກຳມະການແມ່ນໍ້າຂອງແຫ່ງຊາດໄທ ລາຍງານວ່າ ລະດັບແມ່ນໍ້າແມ່ນໍ້າຂອງໄດ້ລົດລົງສູ່ລະດັບຕໍ່າທີ່ສຸດໃນຮອບ 7 ປີເມື່ອວັນທີ 24 ເມສາ ປີ 2023 ທີ່ຜ່ານມາ ໂດຍສະເພາະແມ່ນແມ່ນໍ້າຂອງໃນເຂດເສັ້ນຊາຍແດນ ລະຫວ່າງລາວກັບໄທ ນັບຈາກເມືອງຊະນະຄາມ ແຂວງວຽງຈັນ ກັບອຳເພີຊຽງຄານ ຈັງຫວັດເລີຍ ລົງມາຮອດເຂດນະຄອນຫລວງວຽງຈັນ ກັບຈັງຫວັດໜອງຄາຍນັ້ນ ປາກົດວ່າ ລະດັບນໍ້າທີ່ວັດໄດ້ຢູ່ທີ່ລະດັບສະເລ່ຍພຽງ 86 ຊັງຕີແມັດເທົ່ານັ້ນ ຊຶ່ງຖືເປັນລະດັບນໍ້າ ທີ່ຕໍ່າທີ່ສຸດ ນັບຈາກປີ 2016 ເປັນຕົ້ນມາ ທັງນີ້ໂດຍມີ 2 ປັດໄຈດ້ວຍກັນທີ່ເປັນສາເຫດຕົ້ນຕໍກໍຄືສະພາວະແຫ້ງແລ້ງຕາມລະດູການ ກັບບັນດາເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ ແລະແມ່ນໍ້າສາຂາໄດ້ລົດປະລິມານ ການປ່ອຍນໍ້າລົງມາໃນແມ່ນໍ້າຂອງ ໝາຍຄວາມວ່າ ຈະມີການປ່ອຍນໍ້າຈາກເຂື່ອນ ໃນກໍລະທີ່ມີການຜະລິດໄຟຟ້າເທົ່ານັ້ນ.

ສ່ວນຜູ້ປະສານງານຂອງສະຖາບັນຊຸມຊົນ ໃນລຸ່ມແມ່ນໍ້າຂອງຢືິນຢັນວ່າ ການທີ່ທາງການຈີນ ໄດ້ລົດການປ່ອຍນໍ້າ ອອກຈາກເຂື່ອນເທິງແລວແມ່ນໍ້າຂອງ ໃນເຂດແດນຢຸນນານຂອງຈີນ ທີ່ມີເຖິງ 11 ໂຄງການ ນັບຈາກວັນທີ 1 ມັງກອນ ປີ 2023 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ທັງໃນມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ເພາະການລົດການປ່ອຍນໍ້າອອກຈາກເຂື່ອນທັງ 11 ໂຄງການ ຂອງຈີນດັ່ງກ່າວ ໄດ້ເຮັດໃຫ້ເຂດຕອນລ່າງຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງ ໜັກໜ່ວງ ຊຶ່ງກະທົບທາງໃນດ້ານການປະມົງ ການກະສິກຳ ແລະການເດີນເຮືອ ລວມເຖິງອາດຈະກະທົບຕໍ່ເສັ້ນເຂດແດນ ໃນແມ່ນໍ້າຂອງລະຫວ່າງລາວ ໄທ ທີ່ຍັງບໍ່ໄດ້ຕົກລົງປັກປັນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວ ກໍບໍ່ສາມາດທີ່ຈະກົດດັນ ທາງການຈີນໄດ້ເລີຍ ຍິ່ງໄປກວ່ານັ້ນ ປະເທດທີ່ໄດ້ຮັບຜົນກະທົບດັ່ງກ່່າວຍັງບໍ່ມີເອກກະພາບ ໃນການກຳນົດທ່າທີ ຕໍ່ລັດຖະບານຈີນກ່ຽວກັບການໃຊ້ປະໂຫຍດຈາກແມ່ນໍ້າຂອງຮ່ວມກັນຢ່າງຍືນຍົງອີກດ້ວຍ ໂດຍສະເພາະແມ່ນລັດຖະບານລາວທີ່ເປັນຮຸ້ນສ່ວນຍຸດທະສາດການພັດພັດທະນາຮອບດ້ານ ຮ່ວມກັບຈີນນັ້ນ ຈຶ່ງເຮັດໃຫ້ຈີນສາມາດຈະໃຊ້ປະໂຫຍດຈາກນໍ້າຂອງໄດ້ຕາມຕ້ອງການຝ່າຍດຽວ ດັ່ງທີ່ຮອງສາດສະດາຈານວໍລະສັກ ມະຫັດທະນູພົນ ທີ່ປຶກສາສູນຈີນສຶກສາແຫ່ງຈຸລາລົງກອນ ມະຫາວິທະຍາໄລ ໄດ້ໃຫ້ການຢືນຢັນວ່າ:

“ຈີນໄດ້ສ້າງເຂື່ອນເທີງແມ່ນໍ້າຂອງໄປແລ້ວ ຈີນກໍຍັງມີໂຄງການທີ່ຈະສ້າງເຂື່ອນ ອີກຫລາຍໆເຂື່ອນເທິງແມ່ນໍ້າ
ຂອງ ພໍຈີນສ້າງເຂື່ອນໃສ່ແມ່ນບໍ່ ປັດຈຸບັນນີ້ ລາວກໍາລັງສ້າງ ເພາະວ່າລາວປະກາດວ່າໂຕເອງຈະເປັນແບັດເຕີລີ ຂອງເອເຊຍນັ້ັນ ໃນເລື້ອງທີ່ວ່າສ້າງເຂື່ອນໄດ້ ຫລືບໍ່ໄດ້ຫຍັງ? ໃນຂະນະນີ້ມັນຈຶ່ງບໍ່ຕ້ອງເວົ້າກັນແລ້ວ ເພາະມັນ
ຮູ້ສຶກກວ່າຈະຫ້າມກັນບໍ່ໄດ້ ທັກທ້ວງກັນບໍ່ໄດ້ ມັນກໍຕ້ອງປ່ອຍໄປຢ່າງທີ່ເຮົາເຫັນ.”

ສ່ວນທ່ານທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນ ນໍ້າແຫ່ງຊາດໄທ ຢືນຢັນວ່າ ລັດຖະບານຈີນໄດ້ຕົກລົງກັບຄະນຳກຳມາທິການແມ່ນໍ້າຂອງ (MRC) ກ່ຽວກັບການໃຫ້ຂໍ້ມູນປະລິມານນໍ້າໃນແມ່ນໍ້າຂອງ ທີ່ຢູ່ໃນຈີນນັບແຕ່ເດືອນມັງກອນ ປີ 2021 ເປັນຕົ້ນມາ ຊຶ່ງຖືເປັນຂໍ້ມູນສຳຄັນສຳລັບປະເທດທີ່ຢູ່ເຂດຕອນລ່າງ ເພື່ອຕຽມພ້ອມປ້ອງກັນຜົນກະທົບທີ່ອາຈະເກີດຂຶ້ນໄດ້ຢ່າງທໍ່ທັນ ແຕ່ບັນຫາກໍຄືທາງການຈີນຈະໃຫ້ຂໍ້ມູນພຽງມື້ລະເທື່ອເທົ່ານັ້ນ ດັ່ງທີ່ ທ່ານທົດສະພົນ ໄດ້ຢືນຢັນວ່າ:

“ໃນເລື້ອງຂອງຄວາມຮ່ວມມືທີ່ຂະຫຍາຍໄປເຖິງ 2 ປະເທດຕອນເທິງ ເຮົາພະ ຍາຍາມຊວນມາຕັ້ງນານແລ້ວເດີ້
ທ່ານ ເຮົາສ່ວນມາຮ່ວມກໍເພື່ອໃຫ້ເກີດການບໍລິຫານ ຈັດການໃນພາບລວງຂອງແມ່ນໍ້າຂອງ ທັງລຸ່ມນໍ້າຊຶ່ງກໍຫາ
ເຂົ້າມາຫລັງໝຈາກນີ້ເອງທີ່ມີການໃຫ້ຂໍ້ມູນແຕ່ຂໍ້ມູນກໍເປັນຂໍ້ມູນທ້າຍນໍ້າ ກ່ອນອອກຈາກປະເທດເທົ່ານັ້ນ ຕອນ
ແລກກໍໃຫ້ມາສະເພາະຊ່ວງລະດູຝົນ ຫລັງຈາກທີ່ເວທີການເມືອງລະຫວ່າງປະເທດຮ້ອນແຮງຂຶ້ນກໍຍິນຍອມໃຫ້
ຂໍ້ມູນຫລາຍຂຶ້ນ ແລະເປັນຂໍ້ມູນຕະຫລອດປີ ແຕ່ກໍແຕ່ໃຫ້ວັນລະ 1 ເທື່ອ ຕອນ 8 ໂມງເຊົ້າ.”

ໂດຍປັດຈຸບັນ ຈີນໄດ້ສ້າງເຂື່ອນເທິງແມ່ນໍ້າຂອງເສັດແລ້ວ 11 ໂຄງການ ມີກຳລັງຕິດຕັ້ງຮວມກັນເກີືອບ 30,000
ເມກາວັດ ແລະຕ້ອງການກັກເກັບນໍ້າໄວ້ໃນປະລິມານລວມກັນເຖິງ 49,000 ລ້ານແມັດກ້ອນ.

XS
SM
MD
LG