ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທຸກ​ເຂື່ອນ​ຢູ່​ໃນ​ນ້ຳ​ງື່ມ ຫລຸດ​ການຜະ​ລິດ​ໄຟ​ຟ້າ​ລົງ ຈົນ​ຮອດ​ລະ​ດູ​ຝົນ​ປີ​ໜ້າ ຍ້ອນ​​ນ້ຳບົກ​ຫລາຍ


ເຂື່ອນນໍ້າງື່ມ 5
ເຂື່ອນນໍ້າງື່ມ 5

ທຸກໆໂຄງການເຂື່ອນໄຟຟ້າເທິງແມ່ນໍ້າງື່ມຫຼຸດການຜະລິດໄຟຟ້າລົງເພື່ອເກັບນໍ້າໃນອ່າງໄວ້ຈົນຮອດລະດູຝົນໃນປີ 2020, ຈຶ່ງເຮັດ​ໃຫ້ ເກີດມີບັນຫາການຂາດແຄນນໍ້າຢ່າງໜັກ ໜ່ວງຢູ່ລາວໃນປັດ​ຈຸ​ບັນນີ້. ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ເປີດເຜີຍວ່າເຂື່ອນໄຟຟ້າເທິງ​ແມ່​ນ້ຳ
​ຂອງທັງ 5 ໂຄງການ ແລະເຂື່ອນໄຟຟ້າທີ່ຕັ້ງຢູ່ເທິງແມ່ນໍ້າລີກ 2 ໂຄງກງານທີ່ ເປັນສາຂາ ຂອງແມ່ນໍ້າງື່ມນັ້ນ ກໍາລັງປະເຊີນກັບບັນຫາຂາດແຄນນໍ້າຢ່າງໜັກໜ່ວງ ຈຶ່ງ​ເຮັດ​ໃຫ້ຈໍາ ເປັນຕ້ອງຫຼຸດຜ່ອນການຜະລິດກະແສໄຟຟ້າລົງ ເພື່ອວ່າ ຈະໄດ້ເກັບກັກ ນໍ້າໄວ້ໃນ ອ່າງ ໂຕ່ງໃຫ້ຈົນເຖິງລະດູຝົນໃນປີ 2020​. ສະນັ້ນ​ຈຶ່ງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ປະ ຊາຊົນລາວໃນເຂດລຸ່ມແມ່ນນໍ້າງື່ມ ຕ້ອງປະເຊີນກັບບັນຫາຂາດແຄນນໍ້າໃຊ້ ໃນຊີວິດ ປະຈໍາວັນຢ່າງຫຼີກລ້ຽງບໍ່ໄດ້ໃນຊ່ວງຕະຫຼອດລະດູການແລ້ງນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ ກະຊວງພະລັງງານໄດ້ຢືນ​ຢັນວ່າ:
“ເຂື່ອນແຫ່ງນີ້ຢູ່ໃນອ່າງ ໂຕ່ງນໍ້າງື່ມປັດຈຸບັນ ນໍ້າບໍ່ເຕັມອ່າງຈັກເຂື່ອນ ເນື່ອງ​ຈາກວ່າ ໃນຂົງເຂດນີ້ມັນເປັນໄພແລ້ງ ທຸກເຂື່ອນໄດ້ຮັບຜົນກະທົບຄືກັນໝົດ ພວກເຮົາ ຕ້ອງ ໄດ້ລົດການຜະລິດລົງ ​ຄັນຊັ້ນ ຜົນກະທົບຕໍ່ພໍ່ແມ່ປະຊາຊົນທີ່ອາ​ໄສ ຢູ່ທ້າຍນໍ້າ ຈຳ​ພວກທີ່ລ້ຽງປາກະຊັງ, ນໍ້າປະປາ, ກິດຈະກຳ ຕ່າງໆ ທີ່​ຢູ່​ໃນສາຍແມ່ນໍ້າງື່ມທີ່ວ່າໃນ
ປັ​ດຈຸບັນນີ້ ພວກເຮົາໄດ້ປ່ອຍນໍ້າໄປປະມານ 47 ຫາ 50 ແມັດກ້ອນ ຕໍ່ວິນາທີ ແຕ່
ລະມື້ເນາະ ພວກເຮົາຈະດໍາເນີນການແນວນີ້ໄປຈົນຮອດທ້າຍປີ."

​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 1 ໃນ​ ແຂວງວຽງ​ຈັນ
​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 1 ໃນ​ ແຂວງວຽງ​ຈັນ

ທາງດ້ານກົມອຸຕຸນິຍົມ ແລະອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດແລະສິ່ງ
ແວດລ້ອມ ສະເໜີລາຍງານການວິເຄາະສະຖານະການ ແລະຢັ້ງຢືນຄວາມເປັນຈິງຂອງ
ປະລິມານນ້ຳທີ່ບົກແຫ້ງ ຜິດປົກກະຕິໃນນ້ຳງື່ມແລະນໍ້າຂອງ ໃນໄລຍະນີ້ວ່າ ເປັນຍ້ອນ
ປະລິມານນ້ຳຝົນຫລຸດລົງຫຼາຍຊຶ່ງຈາກການວັດແທກ ນັບຕັ້ງແຕ່ເດືອນມິຖຸນນາ-ກັນຍາ
2019 ພົບວ່າ ປະລິມານນ້ຳຝົນໄດ້ຫລຸດລົງຈາກຊ່ວງ ດຽວກັນໃນປີຜ່ານມາຄິດເປັນອັດ
ຕາສະເລ່ຍເກີນກວ່າ 75 ເປີເຊັນ ຈຶ່ງເຮັດໃຫ້ລະດັບນ້ຳງື່ມແລະນ້ຳ ຂອງບົກແຫ້ງໃນທຸກ
ພື້ນທີ່ ນັບແຕ່ຫຼວງພະບາງລົງໄປຈົນເຖິງເຂດສີພັນດອນ-ຄອນພະເພັງ.

ລາຍງານຂອງກົມອຸຕຸນິຍົມ ແລະອຸທົກກສາດ ລະບຸອີກດ້ວຍວ່າສະພາວະໂລກຮ້ອນທີ່
ເອີ້ນວ່າ El Nino ຄືສາເຫດສຳຄັນທີ່ເຮັດໃຫ້ເກີດໄພແຫ້ງແລ້ງ ໂດຍສະເພາະແມ່ນເຂດ ແຂວງພາກເໜືອດ້ານຕາເວັນຕົກຂອງລາວນັ້ນ ເປັນເຂດທີ່ມີຝົນຕົກໜ້ອຍທີ່ສຸດຊຶ່ງຈາກ ການວັດແທກໃນເດືອນກໍລະກົດ 2019 ພົບວ່າ ແຂວງບໍ່ແກ້ວມີປະລິມານນ້ຳຝົນພຽງ 3
ເປີເຊັນ, ໄຊຍະບູລີ ແລະຫຼວງນ້ຳທາ ກໍມີປະລິມານນໍ້າຝົນພຽງ 15 ເປີເຊັນ ແລະ 19 ເປີ
ເຊັນ ທຽບໃສ່ປະລິມານນ້ຳຝົນໃນເດືອນກໍລະກົດ 2018.

ທາງດ້ານເຈົ້າໜ້າທີ່ໃນຄະນະກຳມາທິການແມ່ນ້ຳຂອງ (Mekong River-
Commission -MRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນລາວ ຊຶ່ງໃນປັດຈຸບັນ
ມີຢູ່ເຖິງ 54 ໂຄງການທີີ່ຜະລິດໄຟຟ້າແລ້ວນັ້ນຖືເປັນປັດໄຈນຶ່ງ ທີ່ເຮັດໃຫ້ນ້ຳຂອງບົກ
ແຫ້ງ ເນື່ອງຈາກວ່າ ເຂື່ອນໄຟຟ້າໃນລາວ ກໍຕ້ອງກັກເກັບນ້ຳໄວ້ ໃນອ່າງໂຕ່ງທີ່ມີປະລິ
ມານຮວມກັນເຖິງ 38,000 ລ້ານແມັດກ້ອນ ແລະເມື່ອສົມທົບ ກັບປະລິມານນ້ຳຝົນຕົກ
ລົງມາໜ້ອຍ ຈຶ່ງບໍ່ມີໂຄງການໃດທີ່ປ່ອຍນ້ຳອອກຈາ ອ່າງໂຕ່ງລົງສູ່ແມ່ນ້ຳຂອງດັ່ງທີ່ ທ່ານ ໄຊນະຣົງ ເສດເຊື້ອ, ນັກວິຊາການດ້ານສິ່ງແວດລ້ອມທໍາມະຊາດມະຫາວິທະຍາໄລສາ
ຣະຄາມ ໄດ້ຍົກຕົວຢ່າງເຖິງກໍລະນີ ເຂື່ອນໄຊຍະບູລີ ທີ່ໄດ້ແຈ້ງການໃຫ້ປະຊາຊົນລາວ
ໄດ້ຊາບລ່ວງໜ້າ ເມື່ອມີການທົດລອງຜະລິດກະແສໄຟຟ້າແລະປ່ອຍນໍ້າອອກຈາກເຂື່ອນ ໃນຂະນະທີ່ທາງການໄທ ແລະຈີນແມ່ນບໍ່ໄດ້ແຈ້ງເຕືອນແຕ່ຢ່າງໃດ.
“ຢ່າງໜ້ອຍທີ່ສຸດນີ້ເຂົາຕ້ອງມີຂໍ້ມູນຈາກທາງເຂື່ອນ ຈະປ່ອຍນໍ້າເມື່ອໃດຈະເກັບນໍ້າ
ເມື່ອໃດ ນີ້ ຈະຕ້ອງໃຫ້ແຈ້ງຂໍ້ມູນເຫລົ່ານີ້ກັບຊຸມຊຸນນະທ່ານ ເຣົາຈະເຫັນໃນລາວນີ້ ແຂວງໄຊຍະບູລີນີ້ ເຂົາປະກາດຕະຫລອດ ນະທ່ານ ບອກວ່າ ເຂົາຈະເດີນເຄື່ອງນະ ຂໍໃຫ້ປະຊາຊົນໃນເມືອງຕ່າງໆ ທີ່ຢູ່ແຄມແມ່ນໍ້າຂອງໃນແຂວງໄຊຍະບູລີນີ້ ໃຫ້ຕຽມ
ຮັບມື ແຕ່ຂອງເຣົາບໍ່ມີເລີຍ”

ຍິ່ງໄປກວ່ານັ້ນ ການທີ່ຈີນ ໄດ້ກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງສຳເລັດແລ້ວ
11 ໂຄງການ ທີ່ມີຄວາມອາດສາມາດເກັບກັກນ້ຳໄດ້ໃນປະລິມານລວມກັນຫຼາຍກວ່າ
49,000 ລ້ານເມັດກ້ອນໃນປັດຈຸບັນ ກໍຄືສາເຫດສຳຄັນອີກປະການນຶ່ງທີ່ເຮັດໃຫ້ນ້ຳ ຂອງບົກແຫ້ງໃນເວລ ານີ້ ເພາະຈີນໄດ້ຫລຸດການປ່ອຍນ້ຳອອກຈາກເຂື່ອນຊຽງຮຸ່ງ
ລົງ 50 ເປີເຊັນ ຈາກລະດັບປົກກະຕິ ນັບແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ ທັງຍັງ
ບໍ່ມີການໃຫ້ຂໍ້ມູນກ່ຽວກັບຊ່ວງເວລາໃນການປ່ອຍນໍ້າ ເພື່ອໃຫ້ປະເທດທີ່ຢູ່ເຂດລຸ່ມໄດ້
ຮັບຊາບ ເປັນການລ່ວງໜ້າອີກດ້ວຍແລ້ວ ຈຶ່ງເຮັດໃຫ້ບໍ່ສາມາດຕຽມການເພື່ອຮັບມືກັບ ບັນຫາຜົນກະທົບ ໄດ້ເທົ່າທັນກັບສະພາບການທີ່ເກີດຂຶ້ນດັ່ງກ່າວ.

XS
SM
MD
LG