ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວ ສົ່ງເສີມໃຫ້ຊາວກະສິກອນ ປູກເຂົ້າຄຸນນະພາບສູງ ເພື່ອສົ່ງອອກໄປຕ່າງປະເທດເພີ້ມຂຶ້ນ ແຕ່ບໍ່ໄດ້ໃຫ້ການຊ່ວຍເຫຼືອເລີຍ


ການສົ່ງອອກຜະລິດຕະພັນປະເພດເຂົ້າ
ການສົ່ງອອກຜະລິດຕະພັນປະເພດເຂົ້າ

ທາງການລາວສົ່ງເສີມໃຫ້ຊາວກະສິກອນປູກເຂົ້າຄຸນນະພາບສູງ ເພື່ອສົ່ງອອກໄປຕ່າງປະເທດເພີ້ມຂຶ້ນ, ໃນຂະນະທີ່ຊາວກະສິກອນຍັງປະເຊີນກັບບັນຫາຕົ້ນທຶນການຜະລິດສູງ ໂດຍລັດບໍ່ໄດ້ໃຫ້ການຊ່ວຍເຫຼືອເລີຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກະແຫ່ງຊາດລາວ ເປີດເຜີຍວ່າ ການຜະລິດດ້ານກະສິກຳເປັນສິນຄ້າເພື່ອສົ່ງອອກໄປຕ່າງປະເທດໃນໄລຍະຕໍ່ໄປນີ້ ຈະເນັ້ນໜັກການຜະລິດສິນຄ້າຄຸນນະພາບສູງ ເປັນດ້ານຫຼັກ ເພາະວ່າການຜະລິດກະສິກຳຂອງລາວ ຍັງບໍ່ສາມາດທີ່ຈະແຂ່ງຂັ້ນດ້ານປະລິມານໃນຕະຫຼາດສາກົນໄດ້ຢູ່ແລ້ວ ແຕ່ວ່າກໍ່ມີພຽງການພັດທະນາເພື່ອຍົກລະດັບການຜະລິດສິນຄ້າໃຫ້ມີຄຸນນະພາບ ສູງເທົ່ານັ້ນ ຈຶ່ງຈະເຮັດໃຫ້ສິນຄ້າກະສິກຳລາວສາມາດຈະແຂ່ງຂັນໃນຕະຫຼາດສາກົນໄດ້ຢ່າງແທ້ຈິງ ໂດຍເຫັນໄດ້ຈາກຜົນຜະລິດເຂົ້າຈ້າວຫອມສະຫວັນ ແລະ ເຂົ້າໜຽວທ່າດອກຄຳ ທີ່ສົ່ງອອກຕ່າງປະເທດທັງໝົດ ທັງຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງອີກດ້ວຍ ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ:

“ສົມທຽບໃສ່ຕ່າງປະເທດນີ້ເຮົາກໍ່ຍັງເປັນຕົວເລກນ້ອຍ ແຕ່ວ່າເຮົາສົ່ງອອກເປັນເຂົ້າທີ່ດີ ເຂົ້າສະອາດ ເຂົ້າທີ່ມີລາຄາສູງກວ່າບັນດາປະເທດອ້ອມຂ້າງ ອັນນີ້ ຈຸດດີຂອງເຂົ້າລາວ ຄວາມຈິງລັດຖະບານກະໄດ້ກຳນົດພວກເຮົາຈະບໍ່ແຂ່ງປະລິ ມານ ພວກເຮົາຢືນຢູ່ຈຸດເຮົາ ຄື ເອົາຄຸນນະພາບ ເອົາສະອາດ ນ້ອຍແຕ່ດີ ມີລາຄາ ເພາະສະນັ້ນ ໃນປັດຈຸບັນ ການສົນ ໃຈຂອງປະເທດຄູ່ຄ້າ ຈີນກະດີ ຢູໂຣບກະດີ ອອສເຕຣເລຍກະດີ ຖືວ່າເພິ່ນຈອງ ຫຼືສັ່ງຊື້ນຳຜູ້ຜະລິດ ຫຼືຜູ້ປະກອບການເຮົາຫຼາຍທີ່ສຸດໃນປັດຈຸບັນ ກໍ່ແມ່ນເຂົ້າທີ່ສະອາດນີ້ແຫຼະ

ແຕ່ຢ່າງໃດກໍ່ຕາມ ການສົ່ງອອກເຂົ້າຄຸນນະພາບສູງຂອງລາວກໍ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງໃນຊ່ວງ 4 ປີທີ່ຜ່ານມານີ້ ກໍ່ຄືຫຼຸດຈາກ 33,900 ໂຕນໃນປີ 2019 ລົງມາເປັນ 23,900 ໂຕນ ໃນປີ 2022 ເຊ່ິງດ້ານນຶ່ງກໍ່ເປັນຍ້ອນການລະບາດໄວຣັສໂຄວິດ-19 ແຕ່ອີກດ້ານນຶ່ງນັ້ນ ກໍ່ເປັນຍ້ອນການຜະລິດສິນຄ້າກະສິກຳຂອງລາວ ເພື່ອສົ່ງອອກໄປຕ່າງປະເທດ ຍັງຕ້ອງປະເຊີນກັບບັນຫາຕົ້ນທຶນການຜະລິດສູງຂຶ້ນນັບມື້ ເຊິ່ງນອກຈາກຈະມີສາເຫດມາຈາກລາຄາພະລັງງານໄຟຟ້າ ນໍ້າມັນ ແລະ ປຸ໋ຍເຄມີ ທີ່ມີການປັບຕົວສູງຂຶ້ນແລ້ວ ກໍ່ຍັງເປັນຜົນກະທົບຈາກການຕົກຕໍ່າລົງຂອງຄ່າເງິນກີບອີກດ້ວຍ ເພາະການຕົກຕໍ່າຂອງຄ່າເງິນກີບໄດ້ເຮັດໃຫ້ອຳນາດການຊື້ສິນຄ້າຕ່າງໆ ຂອງຊາວກະສິກອນລາວຫຼຸດລົງດ້ວຍເຊັ່ນກັນ ເຊິ່ງກໍ່ໄດ້ສົ່ງຜົນກະທົບເຮັດໃຫ້ຄຸນນະພາບການຜະລິດບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ ໃນຂະນະທີ່ການຊ່ວຍ ເຫຼືອທີ່ຊາວກະສິກອນໄດ້ຮັບຈາກລັດຖະບານລາວກໍ່ມີຢ່າງຈຳກັດໃນທຸກດ້ານອີກດ້ວຍ ດັ່ງທີ່ກະສິ ກອນລາວໃຫ້ການຢືນຢັນວ່າ:

ການລະດົມປະຊາຊົນປູກພືດກະສິກຳເປັນສິນຄ້າ ຍັງບໍ່ເຮັດໄດ້ເທົ່າທີ່ຄວນເນາະ ກະຢາກໃຫ້ເອົາໃຈໃສ່ຕື່ມ ເຮັດແນວໃດ໋ໃຫ້ປະຊາຊົນເຂົາເຈົ້າມີຄວາມເຊື່ອໝັ້ນວ່າຜະລິດສິນຄ້າແລ້ວຈະບໍ່ຖິ້ມລ້າໆ ເຮັດແນວໃດ໋ຜະລິດນ້ອຍ ມັນສິໄດ້ຫຼາຍ ທີ່ຜ່ານມານີ້ ສິນຄ້າບໍ່ຫຼາຍ ມັນກໍ່ເນື່ອງຈາກວ່າເຮົາບໍ່ມີວິຊາການທີ່ວ່າສິນຳພາ ຊີ້ນຳຫຼືຝຶກອົບຮົມໃຫ້ເຂົາເຈົ້າຫັ້ນ ເຮົາມີແຕ່ເວົ້າແຈ້ງໄປ ເຂົາເຈົ້າກະເຮັດ ແຕ່ວ່າມັນກໍ່ບໍ່ໄດ້ຫຼາຍ ມັນລະເຮັດໃຫ້ເກີດການນຳເຂົ້າຫຼາຍ

ໃນປີ 2022 ລາວສົ່ງອອກສິນຄ້າກະສິກຳ ໄປຕ່າງປະເທດ ໃນມູນຄ່າລວມ 1,180 ລ້ານໂດລາ ເພີ້ມຂຶ້ນເຖິງ 40 % ທຽບໃສ່ປີ 2021 ໃນນີ້ເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດມູນຄ່າ 1,120 ລ້ານໂດລາ ສ່ວນການສົ່ງ ອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ນັ້ນ ມີມູນຄ່າລວມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ້ວ່າລາວຈະໄດ້ໂຄຕ້າການສົ່ງງົວໄປຈີນເຖິງ 500,000 ໂຕຕໍ່ປີກໍ່ຕາມ ແຕ່ວ່າລະບົບການລ້ຽງທີ່ຍັງບໍໍ່ໄດ້ມາດຕະຖານ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນໄດ້ຕາມໂຄຕ້າແຕ່ຢ່າງໃດ

ສ່ວນກະຊວງການຄ້າຈີນ ກໍ່ໄດ້ກຳນົດ 12 ເງື່ອນໄຂສຳລັບການນຳເຂົ້າງົວຈາກລາວ ຄືງົວຕ້ອງນໍ້າໜັກ 350 ກິໂລ-ກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີ ຕ້ອງມາຈາກເຂດທີ່ບໍ່ມີພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງໃນເຂດທ້ອນໂຮມຢ່າງ ນ້ອຍ 45 ວັນ ຕ້ອງລ້ຽງແບບແຍກເພດ ຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂຶ້ນທະບຽນສັດ ກວດການຖືພາ ສັກຢາກັນເຊື້ອໂຣກປາກເປື່ອຍ 2 ເຂັມ ຈັດເກັບຕົວຢ່າງ ແລະ ວິໄຈພະຍາດເປັນປະຈຳ ຕິດຕາມການໃຊ້ອາຫານ ແລະ ການໃຊ້ຢາປິ່ນປົວ ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະ ຈະຕ້ອງທຳການກັກສັດຢ່າງນ້ອຍ 30 ວັນ ກ່ອນທີ່ຈະສົ່ງງົວຈາກລາວໄປຈີນ ເຊິ່ງພາຍໃຕ້ເງື່ອນໄຂດັ່ງກ່າວ ຈຶ່ງເຮັດໃຫ້ລາວສົ່ງງົວໄປຈີນໄດ້ພຽງແຕ່ 20,000 ກວ່າໂຕເທົ່ານັ້ນໃນປີ 2022

XS
SM
MD
LG