ທາງການລາວ ດຳເນີນການກວດສອບສຳປະທານທີ່ດິນກວ້າງກວ່າ 206,220 ເຮັກຕ້າ ທີ່ສົງໄສວ່າເປັນພື້ນທີ່ສຳປະທານ ທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ຢ່າງກວ້າງຂວາງ ໃນປັດຈຸບັນນີ້ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ໄດ້ຖະແຫຼງຢືນຢັນວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 35/ນຍ ໃນເດືອນມິຖຸນາ 2019ເພື່ອແຕ່ງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອຮັບຜິດຊອບການກວດສອບສຳປະທານທີ່ດິນທີ່ມອບໃຫ້ ກັບບໍລິສັດເອກກະຊົນຕ່າງຊາດໄປແລ້ວ ໃນເນື້ອທີ່ ກວ້າງກວ່າ 206,220 ເຮັກຕ້ານັ້ນ ເພາະສົງໄສວ່າ ການດຳເນີນກິດຈະການຕ່າງໆ ໃນເຂດສຳປະທານເຫຼົ່ານີ້ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດຢ່າງກວ້າງຂວາງ ໃນປັດຈຸບັນນັ້ນ ໂດຍການກວດສອບຈະເປັນການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ແລະພາກສ່ວນ ທີ່ກ່ຽວຂ້ອງຕາມຄຳສັ່ງເລກທີ 35/ນຍ ແລະຈະຕ້ອງດຳເນີນການໃຫ້ແລ້ວເສັດໃນເດືອນ ຕຸລາ 2019 ນີ້ ອີກດ້ວຍ ດັ່ງທີ່ທ່ານສົມມາດ ໄດ້ໃຫ້ການຢືນຢັນວ່າ “ໂດຍອີງຕາມການຊີ້ນຳຂອງລັດຖະບານ ພວກເຂົາເຈົ້າ ກໍໄດ້ສົມທົບກັບກະຊວງແຜນການລົງທຶນ ກະຊວງກະສິກຳ ກະຊວງພະລັງງານ-ບໍ່ແຮ່ກະຊວງອຸດສາຫະກຳ-ການຄ້າ ຈະໄດ້ດຳເນີນການກວດກາໂຄງການລົງທຶນ ມີສັນຍາເຊົ່າທີ່ດິນຂອງລັດພວກເຮົາ 206,220 ເຮັກຕ້າ ສະນັ້ນທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ມີຂໍ້ຕົກລົງເລກທີ 35/ນຍ ໃນວັນທີ 10 ເດືອນ 6 ນີ້ສ້າງຕັ້ງຄະນະສະເພາະກິດ ໂດຍມີທ່ານຮອງນາຍົກ ລັດຖະມົນຕີ ທ່ານສອນໄຊ ສີພັນດອນ ເປັນຜູ້ຊີ້ນຳ ຈະໄດ້ເຄື່ອນໄຫວຕາມການຊີ້ນຳ ຂອງຂໍ້ຕົກລົງ ທ່ານນາຍົກລັດຖະມົນຕີນີ້ ແຕ່ນີ້ ຮອດເດືອນ 9 ໃຫ້ສຳເລັດ."
ພ້ອມກັນນີ້ ນາຍົກລັດຖະມົນຕີລາວ ຍັງໄດ້ມີຄຳສັ່ງໃຫ້ດຳເນີນການກວດສອບສຳປະທານທີ່ດິນ ຂະໜາດໃຫຍ່ຈຳນວນ 438 ຕອນ ທີ່ເປັນພື້ນທີ່ສຳປະທານຂອງບັນດາບໍລິສັດຕ່າງຊາດວ່າ ໄດ້ຈັດຕັ້ງປະຕິບັດທີ່ເປັນໄປຕາມສັນຍາການລົງທຶນ ໃນລາວຫຼືບໍ່ ໂດຍສະເພາະແມ່ນພື້ນທີ່ສຳປະທານທີ່ດິນ ສຳລັບການສຳລວດ ແລະຄຸດຄົ້ນແຮ່ທາດນັ້ນ ຈະຕ້ອງດຳເນີນການກວດສອບຢ່າງລະອຽດ ເນື່ອງຈາກວ່າຖືເປັນກິດຈະການສຳປະທານທີ່ກວມເອົາເນື້ອທີ່ດິນ ໃນລາວ ຢ່າງກວ້າງຂວາງຫຼາຍທີ່ສຸດນັ້ນເອງ.
ທັງນີ້ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີ ວ່າກະຊວງພະລັງງານແລະບໍ່ແຮ່ ຖະແຫຼງ
ຢືນຢັນວ່າ ການສຳຫຼວດຫາແຫຼ່ງແຮ່ທາດຕ່າງໆໃນລາວໄດ້ສຳຫຼວດພົບແຮ່ທາດແລ້ວ
ກວ່າ 570 ແຫຼ່ງ ຊຶ່ງກວມເອົາເນື້ອທີ່ກວ້າງກວ່າ 162,104 ກຳໂລແມັດມົນທົນ
ຫຼືເກີນກວ່າ 68 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໂດຍໃນນີ້ທາງການລາວ ທັງໃນ
ຂັ້ນສູນກາງແລະທ້ອງຖິ່ນ ກໍໄດ້ອະນຸຍາດໃຫ້ສຳປະທານ ແກ່ບໍລິສັດເອກກະຊົນລາວ
ແລະຕ່າງຊາດ ໄປແລ້ວເຖິງ 649 ບໍລິສັດ ໃນ 942 ກິດຈະການສຳຫຼວດ ແລະຂຸດຄົ້ນ
ແຮ່ທາດໃນປັດຈຸບັນ.
ຫາກແຕ່ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີລາວ ຍອມຮັບວ່າລັດຖະບານ
ລາວ ຕົກເປັນຝ່າຍທີ່ເສຍປຽບໃນໂຄງການທີ່ໄດ້ອະນຸຍາດສຳປະທານທີ່ດິນຢ່າງຍາວ
ນານ ໃຫ້ແກ່ເອກກະຊົນລາວແລະຕ່າງຊາດ ໄປແລ້ວນັ້ນ ໂດຍຈາກການກວດກາ
ໃນໄລຍະຜ່ານມາ ພົບວ່າ ໂຄງການສຳປະທານທີ່ດິນຂະໜາດໃຫຍ່ ບໍ່ໄດ້ ປະຕິບັດ
ຕາມສັນຍາ ໂດຍສະເພາະ ແມ່ນການບໍ່ນຳເງິນລົງທຶນເຂົ້າມາດຳເນີນໂຄງການ
ຢ່າງແທ້ຈິງ ຈຶ່ງເຮັດໃຫ້ໂຄງການເກີດການຊັກຊ້າໃນທຸກດ້ານ ໃນຂະນະທີ່ພາກສ່ວນ
ທີ່ຮັບຜິດຊອບ ກໍຄືກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມກັບ
ກະຊວງແຜນການແລະການລົງທຶນນັ້ນ ກໍບໍ່ມີການກວດສອບໂຄງການທີ່ໃຫ້
ສຳປະທານ ໄປແລ້ວ ແຕ່ຢ່າງໃດ.
ນອກຈາກນີ້ ນາຍົກລັດຖະມົນຕີລາວ ຍັງໄດ້ສ້າງຕັ້ງຄະນະສະເພາະກິດເພື່ອສຶກສາ-ວິໄຈແລະວິເຄາະບັນຫາການນຳໃຊ້ທີ່ດິນ ໃນລາວ ນັບແຕ່ປີ 2017 ເປັນຕົ້ນມາ ໂດຍໄດ້ມອບໝາຍໃຫ້ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເປັນຫົວໜ້າຄະນະ ທີ່ມີຮອງລັດຖະມົນຕີກະຊວງກ່ຽວຂ້ອງເປັນກຳມະການ ໂດຍຈັດຕັ້ງປະຕິບັດ ໃນປີ 2017-2018 ກໍສາມາດຢຶດເອົາທີ່ດິນ ຂອງລັດທີ່ຖືກຍັກຍອກ ໄປເປັນຂອງບໍລິສັດຕ່າງຊາດ ກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາ.