ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ ນ.​ຍ. ລາວ ວ່າ ການສອບ​ສວນ ​ສາ​ເຫດ ​ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຈະ​ສະ​ຫລຸບ ໃນ​ເດືອນມັງ​ກອນ 2019


ການ​ສຳ​ຫລວດ ກວດ​ກາ​ຫາ​ສາ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຂອງ​ພວກ​ຊ່ຽວ​ຊານ
ການ​ສຳ​ຫລວດ ກວດ​ກາ​ຫາ​ສາ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຂອງ​ພວກ​ຊ່ຽວ​ຊານ

ຄະ​ນະ​ຜູ້​ຊ່ຽວ​ຊານ​ຕ່າງ​ຊາດ ທີ່​ລັດ​ຖະ​ບານ​ລາວ ໃຫ້​ເຂົ້າ​ຮ່ວມ​ໃນການສອບ​ສວນ ເພື່ອ​ຄົ້ນ
ຫາ​ສາ​ເຫດ​ທີ່​ເຮັດ​ໃຫ້ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ​ແຕກມີ​ກຳ​ນົດ​ຈະ​ສະ​ຫລຸບ​ຜົນ​ການ
​ສອບ​ສວນ ໃນ​ເດືອນ​ມັງ​ກອນ 2019 ນີ້.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ​ປະ​ທານຄະນະກຳມະການ
ສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ຖະແຫລງວ່າການສອບ​ສວນ ເພື່ອ​ຄົ້ນ
ຫາ​ສາ​ເຫດ​ທີ່​ເຮັດ​ໃຫ້ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ​ແຕກທີ່​ດຳ​ເນີນການສອບ​ສວນ
ໂດຍຄະ​ນະ​ຜູ້​ຊ່ຽວຊານຂອງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ ວ່າ​ດ້ວຍ​ເຂື່ອນ​ຂະ​ໜາດ​ໃຫຍ່
ຫລື International Commission on Large Dams (ICOLD) ​ຕາມ​ການ
ເຊື້ອ​ເຊີນຂອງ​ທາງ​ການ​ລາວນັ້ນຄາດ​ວ່າ​ຈະ​ສາ​ມາດ​ສະ​ຫລຸບ​ຜົນ​ການ​ສອບ​ສວນຢ່າງ
ເປັນ​ທາງ​ການ​ໄດ້ໃນ​ເດືອນ​ມັງ​ກອນ 2019ນີ້. ທັງ​ນີ້ ຄະ​ນະ​ຜູ້​ຊ່ຽວ​ຊານຂອງ ICOLD
ໄດ້​ເລີ້​ມການ​ສອບ​ສວນ ນັບ​ຕັ້ງ​ແຕ່​ວັນ​ທີ 19 ສິງ​ຫາ 2018 ເປັນ​ຕົ້ນ​ມາ ຊຶ່ງ​ກໍ​ເຊັ່ນ​ດຽວ

ກັນ​ກັບ​ກຸ່ມ​ຜູ້​ລົງ​ທຶນໃນ​ໂຄງ​ການເຂື່ອນໄຟຟ້າເຊປຽນ ທີ່​ໄດ້​ວ່າ​ຈ້າງ​ທີ່​ປຶກ​ສາ​ຈາກ​ເກົາ
​ຫລີ​ໃຕ້ເພື່ອໃຫ້​ດຳ​ເນີນການສອບ​ສວນ ໃນ​ກໍ​ລ​ະ​ນີ​ດຽວ​ກັນ​ນີ້ ດັ່ງ​ທີ່​ທ່ານ​ສອນ​ໄຊໃຫ້
​ການ​ຢືນ​ຢັນ​ວ່າ

ທາງ​ລັດ​ຖະ​ບານ​ໄດ້​ຕົກ​ລົງ​ຮ່ວມ​ກັບ​ທະ​ນາ​ຄານ​ໂລກ ເພື່ອ​ຄົ້ນ​ຄວ້າ​ສຶກ​ສາ ສໍ​າ​ຫລວດ
​ເຫດຜົນ​ຂອງ​ເຂື່ອນ​ແຕກນີ້ຄື​ແນວ​ໃດ ຊຶ່ງ​ກໍ​ໄດ້​ວ່າ​ຈ້າງ​ບໍ​ລິ​ສັດ Inter COLD ທີ່​ມີ​
ສຳ​ນັກ​ງານ​ຢູ່​ປະ​ເທດສະ​ວິ​ດເຊີ​ແລນເປັນ​ບໍ​ລິ​ສັດ​ທີ່​ປຶກ​ສາ ແລະ​ສຳ​ລັບ​ຜູ້​ພັດ​ທະ​ນາ
ກະ​ໄດ້​ວ່າ​ຈ້າງບໍ​ລິ​ສັດທີ່​ປຶກ​ສາຂອງ​ຕົນ​ເອງ ເພື່ອ​ມາ​ປະ​ເມີນ​ສາ​ເຫດ​ກ່ຽວ​ກັບ​ເຂື່ອນ​
ແຕກນີ້ເຊັ່ນດຽວ​ກັນ. ສະ​ນັ້ນ 2 ບໍ​ລິ​ສັດ​ນີ້ ​ຈະ​ເຮັດ​ເປັນ​ເອ​ກະ​ລາດ​ຂອງ​ໃຜ ຂອງ​ມັນ
ຕາມ​ການ​ຄາດ​ຄະ​ເນ​ວ່າ ໃນ​ເດືອນ​ທີ​ນຶ່ງ 2019 ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ຮູ້​ໄດ້​ວ່າ
ສາ​ເຫດ​ເຂື່ອນ​ແຕກ​ມາ​ຈາກ​ສາ​ເຫດ​ໃດ​ແດ່.

​ຕົວແບບ​ຂອງ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ
​ຕົວແບບ​ຂອງ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ

ສ່ວນທ່ານວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການເຄືອຂ່າຍພະລັງງານເພື່ອລະບົບນິ
ເວດທຳມະຊາດໃນລຸ່ມແມ່ນໍ້າຂອງ​ຢືນ​ຢັນ​ວ່ານີ້ ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​
ຊາດ ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ ແລະ​ສາ​ກົນຈະເຄື່ອນໄຫວ​ເພື່ອກົດ​ດັນ​ໃຫ້​ລັດ​ຖະ​ບານ​ລາວ​ພິ​
ຈາ​ລະ​ນາຍົກ​ເລີກ​ໂຄງ​ການເຂື່ອນ​ໄຟ​ຟ້າເຊ​ປຽນເພາະ​ເປັນ​ໂຄງ​ການທີ່​ໄດ້​ສົ່ງ​ຜົນ​ກະ​ທົບ
ຕໍ່ສິ່ງແວດລ້ອມທຳມະຊາດແລະຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນແຂວງອັດຕະ
ປືຢ່າງກວ້າງຂວາງ ແລ້ວທັງຍັງມີ​ຄວາມ​ສ່ຽງ​ສູງທີ່​ຈະ​ເກີດ​ໄພ​ພິ​ບັດ​ໃນ​ລັກ​ສະ​ນະ​ດຽວ​ກັນ
​ນີ້ ໃນ​ມື້​ໜ້າ ຖ້​າ​ຫາກ​ລັດ​ຖະ​ບານ​ລາວ ຍັງ​ອະ​ນຸ​ຍາດໃຫ້​ສືບ​ຕໍ່ ການກໍ່​ສ້າງ​ເຂື່ອນ​ໃຫ້​ສຳ​
ເລັດ​ຕາມ​ແຜນ​ການ​ເດີມ ໃນ​ປີ ​2019 ນີ້ ຕໍ່​ໄປ.

ທັງ​ນີ້ ທ່ານວິທູນໃຫ້​ການ​ອະ​ທິ​ບາຍ​ວ່າໂຄງການເຂື່ອນເຊປຽນ ຈະ​ຜະ​ລິດໄຟຟ້າດ້ວຍ
ການຜັນນໍ້າຈາກເຊປຽນ ລົງໄປຍັງເຊນໍ້ານ້ອຍແລ້ວ ກໍປ່ອຍລົງສູ່ເຊກອງ ແລະລົງໄປສູ່
ນໍ້າຂອງຕາມລຳດັບນັ້ນເປັນການເພີ່ມປະລິມານນໍ້າຈາກລະດັບທຳມະຊາດຂອງແມ່
ນໍ້າແຕ່ລະສາຍໃຫ້​ສູງ​ຂຶ້ນກວ່າ​ປົກ​ກະ​ຕິ ເມື່ອ​ປະ​ກອບ​ກັບ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ກໍ​ຕັ້ງຢູ່
​ເທິງ​ເຂດທີ່ຮາບ​ສູງບໍ​ລະ​ເວນ ແລະ​ການກໍ່​ສ້າງ​ທີ່ບໍ່​ໄດ້​ມາດ​ຕະ​ຖານ​ອີກ​ດ້ວຍນັ້ນ ຈຶ່ງບໍ່
​ສ​າ​ມາດ ທີ່​ຈະ​ຮັບ​ປະ​ກັນ​ໄດ້​ວ່າ ຈະ​ບໍ່​ມີ​ເຫດ​ເຂື່ອນ​ແຕກ​ເກີດ​ຂຶ້ນ​ອີກ ດັ່ງ​ທີ່ທ່ານວິທູນ
ໃຫ້ການ​ຢືນ​ຢັນ​ວ່າ

ມັນເອົານ້ຳຈາກ 3 ລຳນ້ຳມາຮວມກັນ ແລ້ວກໍເອົາຈຸດທີ່ສ້າງເຂື່ອນນີ້ ໂດຍອາໄສ
ຄວາມ ສູງຂອງທີ່ຮາບ
ສູງບໍລະເວນ ເພື່ອຈະທຳໃຫ້ມັນຫັນກັງຫັນໄຟຟ້ານີ້ ໄດ້ແຮງ
ທີ່ສຸດ ແລະຜະລິດໄຟ
ອອກມາໃຫ້ໄດ້ມາກທີ່ສຸດແລ້ວ ກໍປ່ອຍນ້ຳລົງອີກສາຍນຶ່ງ ຊຶ່ງ
ເມື່ອ​ນ້ຳ​ໃນ​ອ່າງ​ມັນ​ສູງ​ຂຶ້ນ ເນ້ຍ ມັນ​ພັງ ແລ້ວ​ພໍມັນພັງ ມັນ​ກໍ​ເລີຍ​ທະ​ລັກ​ອອກ​ມາ
ເພາະ​ສະ​ນັ້ນ ເຮົາ​ຈະ​ພົບ​ວ່າ ເຂື່ອນ​ເນ້ຍ
Design ເນ້ຍ ມັນ​ຈະ​ຕ້ອງ​ຮອງ​ຮັບອັນ​ນັ້ນ
​ໄດ້. ເຂື່ອນ​ຄຸນ​ສ້າງ​ມາ
90 ເປີ​ເຊັນຝົນ ຊຶ່ງ​ເກີດ​ຂຶ້ນ​ໃນ​ປີ​ທີ່​ຄຸນ​ຍັງ​ໄມ້​ທັນສ້າງສຳ​ເລັດ
​ເລີຍນີ້ ຄຸນ​ຍັງ​ຣັບ​ໄມ້​ໄດ້.”

​ສະ​ຖານ​ທີ່ກໍ່​ສ້າງເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ
​ສະ​ຖານ​ທີ່ກໍ່​ສ້າງເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ

ກ່ອນ​ໜ້ານີ້ ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ແລະອົງ
ການພາກປະຊາຊົນ ໃນເກົາຫລີໃຕ້ ເກົາຫລີໃຕ້ຮ່ວມກັນຮຽກຮ້ອງໃຫ້ 2 ບໍລິສັດເກົາ
ຫລີໃຕ້ທີ່ຮ່ວມລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍໃນລາວ ຊຶ່ງກໍຄື
ບໍລິສັດ SK ວິສະວະກຳ-ກໍ່ສ້າງ ກັບບໍລິສັດ Western Power ຈໍາກັດນັ້ນ ຈະຕ້ອງ
ຮ່ວມ​ກັນຮັບຜິດຊອບຕໍ່ກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ໄດ້ສົ່ງຜົນກະທົບ
ຢ່າງໜັກໜ່ວງຕໍ່ປະຊາຊົນລາວ ຢູ່ໃນເມືອງສະໜາມໄຊ, ແຂວງອັດຕະປື ອີກ​ດ້ວຍ.

ການເຄື່ອນໄຫວດັ່ງກ່າວນັບວ່າ ຍັງ​ນັບ​ວ່າເປັນບາດກ້າວທໍາອິດ ທີ່ຈະຂະຫຍາຍໄປ
ສູ່ການກົດດັນໃນລະດັບຊາດ ທັງໃນເກົາຫລີໃຕ້, ປະເທດໄທ ແລະ ສປປ ລາວ ພາຍໃຕ້ເປົ້າໝາຍທີ່​ຈະຮຽກຮ້ອງໃຫ້ລັດຖະບານທັງ 3 ປະເທດຫັນມາໃຫ້ຄວາມ
ສໍາຄັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ​ສິ່ງ​ແວດ​ລ້ອມ ຂອງກຸ່ມຜູ້ລົງທຶນພັດ​ທະ​ນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍອີກ​ດ້ວຍ ເພາະທີ່ຜ່ານມານັ້ນ ທັງ
ສອງບໍລິສັດເອກະຊົນຂອງເກົາຫລີໃຕ້ນີ້ ຍັງບໍ່ທັນໄດ້ສະແດງຄວາມຮັບຜິດຊອບຕໍ່
ຜົນກະທົບທີ່ເກີດຂຶ້ນຢ່າງເໝາະ​ສົມ ແລະດ້ວຍການເຄື່ອນ​ໄຫວຂອງພາກປະຊາຊົນ
ໃນເກົາຫລີໃຕ້ ທີ່ມີຕໍ່ເຂື່ອນແຕກໃນລາວດັ່ງ​ກ່າວ ຈຶ່ງເຮັດໃຫ້ມີການເຄື່ອນໄຫວຢ່າງ​
ຕໍ່​ເນື່ອງ​ໃນເກົາຫລີໃຕ້, ປະ​ເທດໄທ ແລະ ສ​ປ​ປ ລາວ ເປັນ​ເປົ້າ​ໝາຍ​ຕໍ່​ໄປ ໃນ​ໄວໆ
​ນີ້​ອີກ​ດ້ວຍ.

XS
SM
MD
LG